ການສຶກສາພົບວ່າ: ການມີສ່ວນຮ່ວມຂອງພໍ່ແມ່ໃນການນຳໃຊ້ສື່ ເຊັ່ນ: ການເບິ່ງນຳກັນ, ການສົນທະນາກ່ຽວກັບເນື້ອຫາ ຫຼື ການຫຼິ້ນຮ່ວມກັບເດັກນ້ອຍ, ມີການເຊື່ອມໂຍງໃນທາງບວກກັບພຶດຕິກຳທາງສັງຄົມຂອງເດັກ, ລວມທັງການແບ່ງປັນ, ການຮ່ວມມື, ການສະແດງຄວາມເຫັນອົກເຫັນໃຈ ແລະ ການພົວພັນໃນທາງບວກກັບໝູ່ເພື່ອນ, ລວມເຖິງການເຊື່ອມໂຍງກັບການພັດທະນາທາງສັງຄົມທີ່ດີຢ່າງຕໍ່ເນື່ອງເມື່ອເດັກເຕີບໃຫຍ່ຂຶ້ນ.
ໃນທາງກົງກັນຂ້າມ, ການໃຊ້ອຸປະກອນເອເລັກໂຕຣນິກພຽງລຳພັງ ຫຼື ພໍ່ແມ່ຜູ້ປົກຄອງກຳນົດລະບຽບການນຳໃຊ້ໂດຍບໍ່ມີສ່ວນຮ່ວມຢ່າງຈິງຈັງ ບໍ່ມີການເຊື່ອມໂຍງກັບພຶດຕິກໍາທາງສັງຄົມທີ່ພັດທະນາດີຂຶ້ນ, ເມື່ອພິຈາລະນາປັດໄຈຕ່າງໆເຊັ່ນ: ນິໄສຂອງເດັກນ້ອຍ ແລະ ພື້ນຖານຄອບຄົວຂອງເດັກ.
ການສຶກສາສະບັບນີ້, ລວມເຖິງການຄົ້ນຄວ້າທີ່ຜ່ານມາຊີ້ໃຫ້ເຫັນວ່າ: ການຈຳກັດເວລາການນຳໃຊ້ອຸປະກອນເອເລັກໂຕຣນິກແມ່ນມີຄວາມສຳຄັນໃນໄລຍະໄວເດັກ, ຂະນະທີ່ຄຸນນະພາບໃນການມີສ່ວນຮ່ວມຂອງພໍ່ແມ່ມີຄວາມສຳຄັນເພີ່ມຂຶ້ນໃນການສົ່ງເສີມທັກສະທາງສັງຄົມ ແລະ ອາລົມຂອງເດັກເມື່ອເຂົ້າໂຮງຮຽນອະນຸບານ ແລະ ປະຖົມ.
ຄໍາເຫັນ