ທ່ານ ຢໍເກັນເຊນ ໄດ້ເນັ້ນໜັກວ່າ: ບໍ່ມີວິທີການຮັບມືແບບດຽວທີ່ເໝາະສົມກັບທຸກປະເທດ ແລະ ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ EU ພິຈາລະນາຫຼຸດຜ່ອນຄວາມຕ້ອງການນໍ້າມັນເຊື້ອໄຟ, ໂດຍສະເພາະນໍ້າມັນກາຊວນ ແລະ ນໍ້າມັນເຮືອບິນ, ພ້ອມທັງປົກປ້ອງກຸ່ມທີ່ມີຄວາມສ່ຽງ. ຄະນະກໍາມະການເອີຣົບກໍາລັງກະກຽມມາດຕະການເພື່ອແກ້ໄຂຜົນກະທົບທີ່ເກີດຂຶ້ນຢ່າງຕໍ່ເນື່ອງ ຊຶ່ງຄ້າຍຄືກັບມາດຕະການທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະວິກິດການພະລັງງານປີ 2022 ຊຶ່ງລວມມີມາດຕະການສຸກເສີນເຊັ່ນ: ການຈຳກັດລາຄານໍ້າມັນເຊື້ອໄຟ, ເກັບພາສີອາກອນໃນບາງຂະແໜງພະລັງງານ ແລະ ພະຍາຍາມຫຼຸດຄວາມຕ້ອງການອາຍແກ໊ສທໍາມະຊາດ.
ທ່ານ ຢໍເກັນເຊນ ກ່າວວ່າ: ລາຄາອາຍແກ໊ສໃນ EU ໄດ້ເພີ່ມຂຶ້ນປະມານ 70% ແລະ ລາຄານ້ຳມັນເພີ່ມຂຶ້ນປະມານ 50% ນັບຕັ້ງແຕ່ເກີດການຂັດແຍ່ງໃນຕາເວັນອອກກາງ ຊຶ່ງປັດຈຸບັນແກ່ຍາວເປັນເວລາປະມານ 30 ມື້ແລ້ວ ຊຶ່ງເຮັດໃຫ້ຄ່າໃຊ້ຈ່າຍໃນການນຳເຂົ້າເຊື້ອໄຟຟອດຊິວຂອງ EU ເພີ່ມຂຶ້ນ 14 ຕື້ເອີໂຣແລ້ວ.
ຄໍາເຫັນ