ຂ່າວລະບຸວ່າ: ນ້ຳໜັກໃນເວລາບິນຂຶ້ນຂອງເຮືອບິນຂົນສົ່ງບໍ່ມີຄົນຂັບຂະໜາດໃຫຍ່ NORINCO LUCA ມີເຖິງ 7 ໂຕນ, ບັນທຸກນ້ຳໜັກໄດ້ເຖິງ 3.5 ໂຕນ, ສາມາດສຳເລັດການປ່ຽນຖ່າຍສິນຄ້າພາຍໃນ 15 ນາທີ ແລະ ບິນໄດ້ຫຼາຍກວ່າ 3,000 ກິໂລແມັດ. ໃນຂະນະດຽວກັນ, ຍັງສາມາດບິນຂຶ້ນ ຫຼື ລົງຈອດຕາມທາງແລ່ນໄລຍະສັ້ນພຽງ 200 ແມັດ. ໃນອະນາຄົດ, ຈະສາມາດນຳໃຊ້ໃນຂົງເຂດການຈໍລະຈອນສິນຄ້າທາງອາກາດພາຍໃນປະເທດ, ການຮັບມືສຸກເສີນ, ການກູ້ໄພ, ການປ້ອງກັນໄພນ້ຳຖ້ວມ ແລະ ຂົງເຂດອື່ນໆ.
ທ່ານ ສີຈິ້ນຜິງ ຕັ້ງຂໍ້ “ປາລະໄນ” ເມື່ອ 30 ກວ່າປີກ່ອນ
ເດືອນມິຖຸນາ ປີ 1988, ທ່ານ ສີຈິ້ນຜິງ ດຳລົງຕຳແໜ່ງເປັນເລຂາຄະນະພັກເຂດນິງເຕີ ແຂວງຟູຈ້ຽນ. ໃນການສຳຫຼວດເກັບກຳຂໍ້ມູນ, ມີປະຊາຊົນຈຳນວນຫຼາຍໄດ້ສ່ອງແສງບັນຫາພົ້ນເດັ່ນອັນໜຶ່ງຄື: ພະນັກງານຢຶດທີ່ດິນຫຼວງປຸກສ້າງເຮືອນສ່ວນຕົວຢ່າງຜິດລະບຽບການ.
ຄໍາເຫັນ