ຂ່າວຕ່າງປະເທດລາຍງານ ໃນວັນທີ 1 ເມສາ ຜ່ານມາວ່າ: ສື່ມວນຊົນມຽນມາລາຍງານວ່າ, ກົມປະມົງມຽນມາໄດ້ອອກຄຳສັ່ງຫ້າມການຫາປາເປັນເວລາ 3 ເດືອນໃນລະດູການວາງໄຂ່ຂອງປາ ເລີ່ມແຕ່ວັນທີ 1 ເມສາເປັນຕົ້ນໄປ. ໂດຍເຫດຜົນຫຼັກໃນກຳນົດເວລາ ແລະ ເຂດຫວງຫ້າມຫາປາ ເພື່ອປ້ອງກັນການຫຼຸດລົງຂອງຊະນິດພັນປາ ແລະ ສົ່ງເສີມການເຕີບໂຕຂອງຊັບພະຍາກອນການປະມົງ.ນອກຝັ່ງ
ເຈົ້າໜ້າທີ່ມຽນມາກ່າວວ່າ: ມາດຕະການເຫຼົ່ານີ້ມີຈຸດປະສົງເພື່ອອະນຸລັກປາໃນລະດູການປະສົມພັນ ຊຶ່ງເປັນໄລຍະທີ່ປາວາງໄຂ່. ໂດຍສັ່ງຫ້າມເຮືອຫາປາທຸກລຳໃນເຂດນອກຝັ່ງທະເລຫາປາໃນໄລຍະເວລາຫ້າມ ແລະ ພາຍໃນເຂດຫວງຫ້າມເປັນເວລາ 3 ເດືອນ (ວັນທີ 1 ເມສາ - 30 ມິຖຸນາ). ຜູ້ລະເມີດຈະຖືກດຳເນີນຄະດີຕາມກົດໝາຍ.
ຄໍາເຫັນ