ລາຍງານຊີ້ໃຫ້ເຫັນວ່າ: ຄວັນໄຟ ແລະ ຂີ້ເຖົ່າສູງເຖິງປະມານ 1,987 ແມັດເໜືອລະດັບນ້ຳທະເລ. ຄວັນໄຟມີລັກສະນະສີຂາວປົນເທົາໜາລອຍໄປທາງທິດຕາເວັນອອກ. ໂດຍຈາກການບັນທຶກຂອງເຄື່ອງວັດແທກແຜ່ນດິນໄຫວສະແດງໃຫ້ເຫັນຄວາມກວ້າງສູງສຸດ 30 ມິນລີແມັດ ເປັນເວລາ 48.54 ວິນາທີ, ພ້ອມກັບມີການລະເບີດດັງປານກາງເກີດຂຶ້ນພ້ອມໆກັນ.
ທັງນີ້, ປະຊາຊົນ ແລະ ນັກທ່ອງທ່ຽວ ໄດ້ຮັບຄຳແນະນຳໃຫ້ຫຼີກລ່ຽງກິດຈະກຳຕ່າງໆເຊັ່ນ: ການປີນເຂົາ ຫຼື ການເຂົ້າໃກ້ປາກປ່ອງພູເຂົາໄຟມາລູປັງ ວາຣີຣັງ (Malupang Warirang) ໃນລັດສະໝີ 4 ກິໂລແມັດ.
ຄໍາເຫັນ