ໃນກອງປະຊຸມ, ທ່ານ ຮວ່າງຈູງຢຸງ ຮອງຫົວໜ້າປະຈຳການຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານບັນດາຂໍ້ຕົກລົງຂອງກົມການເມືອງ (ວັນທີ 30 ມີນາ 2026) ກຳນົດກ່ຽວກັບພາລະບົດບາດ, ໜ້າທີ່, ກົງຈັກການຈັດຕັ້ງຂອງສະຖາບັນບັນດິດວິທະຍາສາດສັງຄົມ ຫວຽດນາມ, ສະຖາບັນບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ, ໂທລະພາບ ຫວຽດນາມ, ວິທະຍຸກະຈາຍສຽງ ຫວຽດນາມ, ສຳນັກຂ່າວສານ ຫວຽດນາມ. ບັນດາຂໍ້ຕົກລົງຊີ້ແຈ້ງວ່າ ນີ້ແມ່ນບັນດາຫົວໜ່ວຍພາກລັດຂອງຄະນະບໍລິຫານງານສູນກາງພັກ, ຢູ່ພາຍໃຕ້ການຊີ້ນຳ-ນຳພາໂດຍກົງ ຂອງກົມການເມືອງ, ຂອງຄະນະເລຂາທິການສູນກາງພັກ.
ໃນວັນດຽວກັນ, ຢູ່ນະຄອນຫຼວງຮ່າໂນ້ຍ ໄດ້ຈັດກອງປະຊຸມທາງໄກມອບ - ສົ່ງໜ່ວຍຈັດຕັ້ງພັກ ແລະ ສະມາຊິກພັກລະຫວ່າງຄະນະພັກລັດຖະບານ ແລະ ຄະນະພັກບັນດາອົງການພັກສູນກາງ.
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ກ່າວຄຳເຫັນວ່າ: ພວກຂ້າພະເຈົ້າປາຖະໜາວ່າ ບັນດາສະຫາຍຈະສືບຕໍ່ເສີມຂະຫຍາຍຜົນງານທີ່ບັນລຸໄດ້ ແລະ ບັນດາຜົນງານທີ່ໄດ້ຮັບການຮັບຮູ້, ສືບຕໍ່ປະຕິບັດສຳເລັດໜ້າທີ່ຊຶ່ງພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້. ນີ້ແມ່ນຄວາມມຸ່ງມາດປາຖະໜາຫຼາຍທີ່ສຸດຂອງພວກຂ້າພະເຈົ້າ, ນັ້ນແມ່ນ ຍາມໃດກໍຮັກສານ້ຳໃຈສາມັກຄີເປັນເອກະພາບ, ເຖິງວ່າຢູ່ໃສຈະນອນຢູ່ຊາຍຄາລວມຂອງພັກກອມມູນິດຫວຽດນາມ, ຢູ່ໃສກໍຮັບໃຊ້ປະຊາຊົນ ດ້ວຍໜ້າທີ່ຄວາມຮັບຜິດຊອບສູງສຸດ ແລະ ມີປະສິດທິຜົນທີ່ສຸດ.
ການຍ້າຍ 5 ອົງການຂຶ້ນກັບລັດຖະບານ ໄປເປັນຫົວໜ່ວຍຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແມ່ນມີຄວາມໝາຍສຳຄັນຍິ່ງ, ສະແດງໃຫ້ເຫັນວິໄສທັດຍຸດທະສາດຂອງພັກ ໃນການສືບຕໍ່ປ່ຽນແປງໃໝ່ຮູບແບບການຊີ້ນຳ-ນຳພາ, ຍົກສູງປະສິດທິພາບ, ປະສິດທິຜົນການເຄື່ອນໄຫວຂອງບັນດາອົງການສື່ມວນຊົນຫຼັກແຫຼ່ງຂອງຊາດ.
ຄໍາເຫັນ