ຍີ່ປຸ່ນ ກຽມຂຶ້ນລາຄາສິນຄ້າອາຫານ-ເຄື່ອງດື່ມ 2,700 ກວ່າລາຍການ

ຍີ່ປຸ່ນ ກຽມຂຶ້ນລາຄາສິນຄ້າອາຫານ-ເຄື່ອງດື່ມ 2,700 ກວ່າລາຍການ

ຍີ່ປຸ່ນ ກຽມຂຶ້ນລາຄາສິນຄ້າອາຫານ-ເຄື່ອງດື່ມ 2,700 ກວ່າລາຍການ
ຂ່າວຕ່າງປະເທດລາຍງານ ໃນວັນທີ 31 ມີນາ ຜ່ານມາວ່າ: ບໍລິສັດ Teikoku Databank ຊຶ່ງເປັນບໍລິສັດຄົ້ນຄວ້າຂອງຍີ່ປຸ່ນ ໄດ້ເປີດເຜີຍວ່າ: ສິນຄ້າອາຫານ ແລະ ເຄື່ອງດື່ມ ໃນປະເທດຍີ່ປຸ່ນ ທັງໝົດ 2,798 ລາຍການ ລາຄາຈະເພີ່ມຂຶ້ນໃນເດືອນເມສາ ນີ້ ຊຶ່ງເປັນຄັ້ງທຳອິດນັບຕັ້ງແຕ່ເດືອນຕຸລາ ທີ່ຈຳນວນສິນຄ້າເກີນ 2,000 ລາຍການ.

 

ບໍລິສັດດັ່ງກ່າວລະບຸວ່າ: ເຖິງແມ່ນວ່ານີ້ແມ່ນການປັບລາຄາຄັ້ງທຳອິດຂອງປີກໍຕາມ, ແຕ່ຈຳນວນສິນຄ້າທີ່ໄດ້ຮັບຜົນກະທົບຫຼຸດລົງປະມານ 30% ຈາກຫຼາຍກວ່າ 4,000 ລາຍການໃນປີກາຍ. ເຫດຜົນຫຼັກແມ່ນລາຄາວັດຖຸດິບທີ່ສູງຂຶ້ນ, ໃນຂະນະທີ່ຄ່າໃຊ້ຈ່າຍດ້ານພະລັງງານ ແລະ ການຫຸ້ມຫໍ່ທີ່ເພີ່ມຂຶ້ນກໍເປັນແຮງກົດດັນຕໍ່ລາຄາເຊັ່ນກັນ.

ສິນຄ້າທີ່ໄດ້ຮັບຜົນກະທົບໜັກທີ່ສຸດແມ່ນເຄື່ອງປຸງເຊັ່ນ: ມາຍອງເນສ ແລະ ນ້ຳສະຫຼັດ ຈຳນວນ 1,514 ລາຍການ, ຕິດຕາມມາດ້ວຍອາຫານປຸງແຕ່ງເຊັ່ນ: ໝີ່ສຳເລັດຮູບ 609 ລາຍການ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ເຄື່ອງດື່ມອື່ນໆ 369 ລາຍການ.

ບົດລາຍງານຍັງຊີ້ໃຫ້ເຫັນວ່າ: ອາດຈະມີການຂຶ້ນລາຄາຕື່ມອີກໃນໄລຍະເຄິ່ງທີ່ສອງຂອງປີ 2026, ເນື່ອງຈາກຄວາມບໍ່ແນ່ນອນຂອງການສະໜອງນ້ຳມັນດິບທ່າມກາງຄວາມເຄັ່ງຕຶງໃນຕາເວັນອອກກາງ ແລະ ຄາດວ່າລາຄາຟິມພາສຕິກ, ໄຟຟ້າ ແລະ ນ້ຳມັນເຊື້ອໄຟ ຈະເພີ່ມສູງຂຶ້ນ.

ທັງນີ້, ຂໍ້ມູນຈາກກະຊວງກິດຈະການພາຍໃນ ແລະ ການສື່ສານຂອງຍີ່ປຸ່ນ ລະບຸວ່າ: ດັດຊະນີລາຄາຜູ້ບໍລິໂພກຫຼັກ (CPI) ໃນນະຄອນຫຼວງໂຕກຽວ ຊຶ່ງບໍ່ລວມລາຄາອາຫານສົດ ໄດ້ເພີ່ມຂຶ້ນ 1.7% ໃນເດືອນມີນາ ເມື່ອທຽບກັບປີກ່ອນ, ຫຼຸດລົງຈາກ 1.8% ໃນເດືອນກຸມພາ.

ເຖິງແມ່ນວ່າລາຄາພະລັງງານຈະຫຼຸດລົງ 7.5% ເມື່ອທຽບກັບປີກ່ອນ, ແຕ່ການເພີ່ມຂຶ້ນຂອງລາຄານ້ຳມັນດິບໄດ້ຊົດເຊີຍການຫຼຸດລົງ 1.0% ຂອງລາຄານ້ຳມັນເຊື້ອໄຟ, ເມື່ອທຽບກັບການຫຼຸດລົງ 14.7% ໃນເດືອນກຸມພາ.

ຄໍາເຫັນ

ຂ່າວຕ່າງປະເທດ

ກິດ​ຈະ​ກຳ “ປີ​ແຫ່ງ​ການ​ສຶກ​ສາ​ຈີນ-ຣັດ​ເຊຍ” ສ້າງ​ພະ​ລັງ​ແຮງ​ໃໝ່​ໃຫ້​ແກ່​​ການ​ພັດ​ທະ​ນາ​ຢ່າງ​ມີ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ສອງ​ປະ​ເທດ

ກິດ​ຈະ​ກຳ “ປີ​ແຫ່ງ​ການ​ສຶກ​ສາ​ຈີນ-ຣັດ​ເຊຍ” ສ້າງ​ພະ​ລັງ​ແຮງ​ໃໝ່​ໃຫ້​ແກ່​​ການ​ພັດ​ທະ​ນາ​ຢ່າງ​ມີ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ສອງ​ປະ​ເທດ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 20 ພຶດ​ສະ​ພາ​ນີ້, “ປີ​ແຫ່ງ​ການ​ສຶກ​ສາ​ຈີນ-ຣັດ​ເຊຍ” ​ຊຶ່ງ​ເປັນ​ກິດ​ຈະ​ກຳປີ​ຫົວ​ຂໍ້​ສ​ະ​ເພາະ​ລະ​ດັບ​ຊາດ​ລະ​ຫວ່າງ​ສອງ​ປະ​ເທດທີ່​​​ຖື​ເອົາ​ການ​ສຶກ​ສາ​ເປັນ​ຫົວ​ຂໍ້​ຫຼັກ​ຄັ້ງ​ທຳ​ອິດ ໄດ້ເປີດ​ສາກ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ແລະ ທ່ານ​ວະ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ໄດ້​ຮ່ວມ​ກັນ​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ກິດ​ຈະ​ກຳ​ດັ່ງ​ກ່າວ. ​ກິດ​ຈະ​ກຳ “ປີ​ແຫ່ງ​ການ​ສຶກ​ສາ​ຈີນ-ຣັດ​ເຊຍ” ຈະ​ສ້າງ​ໂອ​ກາດ​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ​ລະ​ຫວ່າງ​ສອງ​ປະ​ເທດ, ສ້າງ​ພະລັງ​ແຮງ​ໃໝ່​ໃຫ້​ແກ່​ການ​ລົງ​ເລິກ​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ການ​ເຊື່ອມ​ສານ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ລະ​ຫວ່າງ​ສອງ​ຝ່າຍ ແລະ ຊຸກ​ຍູ້​ການ​ພັດ​ທະ​ນາ​ຢ່າງ​ມີ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ສອງ​ປະ​ເທດ.
ກອງ​ປະ​ຊຸມ​ອະ​ນາ​ໄມ​ໂລກ​ຄັ້ງ​ທີ 79 ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເຊີ​ແນວ

ກອງ​ປະ​ຊຸມ​ອະ​ນາ​ໄມ​ໂລກ​ຄັ້ງ​ທີ 79 ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເຊີ​ແນວ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 18 ພຶດ​ສະ​ພາ ຜ່ານມາ, ກອງ​ປະ​ຊຸມອະ​ນາ​ໄມໂລກ​ຄັ້ງ​ທີ 79 ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເຊີ​ແນວ ປະ​ເທດ​ສະ​ວິ​ດ ​ພາຍ​ໃຕ້​ຫົວ​ຂໍ້ “​ປັບ​ປຸງ​ສຸ​ຂະ​ພາບ​ທົ່ວ​ໂລກ​ຄືນ​ໃໝ່ ແລະ ຮ່ວມ​ກັນ​ຮັບ​ພາ​ລະ​ໜ້າ​ທີ່”, ກອງ​ປະ​ຊຸມ​ຈະ​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ 60 ກວ່າ​ຫົວ​ຂໍ້
ອັດ​ຕາ​ແລກ​ປ່ຽນ​ເງິນ​ຣູ​ເປຍ​ອິນ​ໂດ​ເນ​ເຊຍ ຫຼຸດ​ລົງ​ເຖິງ​ລະ​ດັບ​ຕ່ຳ​ສຸດ​ໃນ​ປະ​ຫວັດ​ສາດ

ອັດ​ຕາ​ແລກ​ປ່ຽນ​ເງິນ​ຣູ​ເປຍ​ອິນ​ໂດ​ເນ​ເຊຍ ຫຼຸດ​ລົງ​ເຖິງ​ລະ​ດັບ​ຕ່ຳ​ສຸດ​ໃນ​ປະ​ຫວັດ​ສາດ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 18 ພຶດ​ສະ​ພາ​ຜ່ານມາ, ຂໍ້​ມູນ​ອັດ​ຕາ​ແລກ​ປ່ຽນ​ທີ່​ທະ​ນາ​ຄານ​ກາງ​ອິນ​ໂດ​ເນ​ເຊຍ​ເປີດ​ເຜີຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ອັດ​ຕາ​ແລກ​ປ່ຽນ​ຕໍ່​ເງິນ​ໂດ​ລາ​ຂອງ​ເງິນຣູ​ເປຍ​ອິນ​ໂດ​ເນ​ເຊຍ​ໄດ້​ຕົກ​ຕ່ຳ​ລົງ​ຢ່າງ​ຕໍ່​ເນື່ອງ​ໃນຫຼາຍ​ມື້​ຜ່ານ​ມາ. ໃນ​ວັນດັ່ງກ່າວ, ​ຄ່າ​ເງິນ​ຣູ​ເປຍ​ໄດ້ຫຼຸດ​ລົງ​ມາ​ຢູ່​ປະ​ມານ 17,600 ຣູ​ເປຍຕໍ່​ໂດ​ລາ​ ຊຶ່ງເປັນ​ຈຸດ​ຕ່ຳ​ສຸດ​ໃນ​ປະ​ຫວັດ​ສາດ ແລະ ຄວາມ​ກົດ​ດັນ​ເງິນ​ເຟີ້​ຂອງ​ເງິນ​ຣູ​ເປຍ​ໄດ້​ເພີ່ມ​ສູງ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.
ອິນເດຍ ຂຶ້ນລາຄານໍ້າມັນເຊື້ອໄຟສອງຄັ້ງໃນອາທິດດຽວ

ອິນເດຍ ຂຶ້ນລາຄານໍ້າມັນເຊື້ອໄຟສອງຄັ້ງໃນອາທິດດຽວ

ຂ່າວຕ່າງປະເທດລາຍງານວ່າ: ຜູ້ຄ້ານ້ຳມັນໃນອິນເດຍໄດ້ປະກາດຂຶ້ນລາຄານໍ້າມັນແອັດຊັງ ແລະ ກາຊວນ ປະມານ 0.9 ຣູປີຕໍ່ລິດ ໃນວັນທີ 19 ພຶດສະພາ ຜ່ານມາ ຊຶ່ງເປັນການຂຶ້ນລາຄາຄັ້ງທີສອງໃນອາທິດດຽວ ເພື່ອຊົດເຊີຍການຂາດທຶນຫຼັງຈາກລາຄານ້ຳມັນດິບໃນຕະຫຼາດໂລກເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ຍີ່ປຸ່ນ ແລະ ສ ເກົາຫຼີ ປະເຊີນກັບຄື້ນຄວາມຮ້ອນ

ຍີ່ປຸ່ນ ແລະ ສ ເກົາຫຼີ ປະເຊີນກັບຄື້ນຄວາມຮ້ອນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 18 ພຶດສະພາ ຜ່ານມາວ່າ: ຫຼາຍພື້ນທີ່ໃນປະເທດຍີ່ປຸ່ນ ແລະ ສ ເກົາຫຼີ ໄດ້ປະສົບກັບສະພາບອາກາດຮ້ອນຫຼາຍ, ໂດຍອຸນຫະພູມໄດ້ເພີ່ມຂຶ້ນສູງທີ່ສຸດຢູ່ຫຼາຍເມືອງໃນເດືອນພຶດສະພາ ທ່າມກາງຄວາມກັງວົນກ່ຽວກັບຜົນກະທົບຂອງຄື້ນຄວາມຮ້ອນ.
ການ​ນຳ​ພັກ - ລັດ ຫວຽດນາມ ​ໄຫ​ວ້​ອາ​ໄລ ປະ​ທານ ​ໂຮ່​ຈິ​ມິນ

ການ​ນຳ​ພັກ - ລັດ ຫວຽດນາມ ​ໄຫ​ວ້​ອາ​ໄລ ປະ​ທານ ​ໂຮ່​ຈິ​ມິນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 136 ປີ​ວັນ​ເກີດ​ປະ​ທານ ​ໂຮ່​ຈິ​ມິນ (19/5/1890 - 19/5/2026), ໃນວັນ​ທີ 19 ພຶດ​ສະ​ພາ ຜ່ານມາ, ຄະ​ນະ​ຜູ້​ແທນ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ, ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ ໄດ້​ວາງ​ພວງ​ມາ​ລາ ແລະ ເຂົ້າ​ສຸ​ສານ ​ໄຫ​ວ້​ອາ​ໄລ ​ປະ​ທານ​ໂຮ​ຈິ​ມິນ ແລະ ອາ​ໄລ​ຫາບັນ​ດາ​ນັກຮົບ​​ວິ​ລະ​ຊົນ ​​ທີ່ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ຢູ່​ອະ​ນຸ​ສາ​ວາ​ລີ​ບັນ​ດາ​ນັກ​ຮົບ​ວິ​ລະ​ຊົນ​ທີ່​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ (ຖະ​ໜົນ​ບັກ​ເຊີນ ນະຄອນຫຼວງຮ່າ​ໂນ້ຍ).
4 ເດືອນຕົ້ນປີ, ເສດຖະກິດແຫ່ງຊາດຈີນຮັກສາທ່າອ່ຽງຂະຫຍາຍຕົວຢ່າງໝັ້ນທ່ຽງ

4 ເດືອນຕົ້ນປີ, ເສດຖະກິດແຫ່ງຊາດຈີນຮັກສາທ່າອ່ຽງຂະຫຍາຍຕົວຢ່າງໝັ້ນທ່ຽງ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນກອງປະຊຸມຖະແຫຼງຂ່າວທີ່ຫ້ອງການຖະແຫຼງຂ່າວລັດຖະບານຈີນຈັດຂຶ້ນໃນວັນທີ 18 ພຶດສະພາ ຜ່ານມາ, ໂຄສົກຈາກອົງການສະຖິຕິແຫ່ງຊາດຈີນໃຫ້ຮູ້ວ່າ: 4 ເດືອນຕົ້ນປີ 2026, ຈີນໄດ້ດໍາເນີນນະໂຍບາຍເສດຖະກິດມະຫາພາກທີ່ຕັ້ງໜ້າກວ່າເກົ່າ ໂດຍໄດ້ສຸມໃສ່ຮັບປະກັນການສະໜອງໂອກາດສ້າງວຽກເຮັດງານທຳທີ່ໝັ້ນທ່ຽງ, ຮັບປະກັນໃຫ້ວິສາຫະກິດດໍາເດີນທຸລະກິດຢ່າງໝັ້ນທ່ຽງ, ຮັບປະກັນໃຫ້ຕະຫຼາດມີຄວາມໝັ້ນທ່ຽງ ແລະ ຮັບປະກັນການຄາດຄະເນຕໍ່ການເຕີບໂຕຂອງເສດຖະກິດທີ່ໝັ້ນທ່ຽງ, ເຮັດໃຫ້ເສດຖະກິດແຫ່ງຊາດຈີນສາມາດຮັກສາທ່າອ່ຽງຂະຫຍາຍຕົວທີ່ມີຄວາມຄືບໜ້າທ່າມກາງຄວາມໝັ້ນທ່ຽງ.
ກົງໂກ ເປີດສູນປິ່ນປົວພະຍາດອີໂບລາ ເພີ່ມອີກ 3 ແຫ່ງ

ກົງໂກ ເປີດສູນປິ່ນປົວພະຍາດອີໂບລາ ເພີ່ມອີກ 3 ແຫ່ງ

ຂ່າວຕ່າງປະເທດລາຍງານ ໃນວັນທີ 19 ພຶດສະພາ ນີ້ວ່າ: ສາທາລະນະລັດ ປະຊາທິປະໄຕ ກົງໂກ ກຳລັງກະກຽມເປີດສູນປິ່ນປົວພະຍາດອີໂບລາເພີ່ມອີກ 3 ແຫ່ງໃນແຂວງອິຕູຣີ ທາງພາກຕາເວັນອອກຂອງປະເທດ, ຫຼັງຈາກການລະບາດຂອງເຊື້ອໄວຣັດອີໂບລາສາຍພັນທີ່ຫາຍາກໄດ້ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 110 ຄົນ. ເຈົ້າໜ້າທີ່ກົງໂກໄດ້ເປີດເຜີຍໃນວັນທີ 18 ພຶດສະພາ ຜ່ານມາວ່າ: ທ່ານໝໍຊາວອາເມລິກາທີ່ເຮັດວຽກໃນກົງໂກແມ່ນໜຶ່ງໃນກໍລະນີຜູ້ຕິດເຊື້ອໃໝ່ຂອງໄວຣັດສາຍພັນນີ້ ຊຶ່ງປັດຈຸບັນຍັງບໍ່ມີວັກຊິນ ຫຼື ຢາຮັກສາທີ່ໄດ້ຮັບການອະນຸມັດຢ່າງເປັນທາງການ.
ຍີ່ປຸ່ນ ຈະໃຊ້ສື່ສັງຄົມອອນລາຍ ແກ້ໄຂບັນຫາຄົນຕ່າງປະເທດຢູ່ເກີນວີຊາ

ຍີ່ປຸ່ນ ຈະໃຊ້ສື່ສັງຄົມອອນລາຍ ແກ້ໄຂບັນຫາຄົນຕ່າງປະເທດຢູ່ເກີນວີຊາ

ຂ່າວຕ່າງປະເທດລາຍງານ ໃນວັນທີ 18 ພຶດສະພາ ຜ່ານມາວ່າ: ສຳນັກງານກວດຄົນເຂົ້າເມືອງຂອງຍີ່ປຸ່ນວາງແຜນທີ່ຈະໃຊ້ສື່ສັງຄົມອອນລາຍເພື່ອເພີ່ມທະວີການປາບປາມຄົນຕ່າງປະເທດທີ່ຢູ່ເກີນວີຊາ ຫຼື ລັກລອບເຮັດວຽກຜິດກົດໝາຍ.
ຜູ້ນຳຂອງ UAE ແລະ ຣັດເຊຍ ປຶກສາຫາລືສະຖານະການໃນຕາເວັນອອກກາງ

ຜູ້ນຳຂອງ UAE ແລະ ຣັດເຊຍ ປຶກສາຫາລືສະຖານະການໃນຕາເວັນອອກກາງ

ຂ່າວຕ່າງປະເທດລາຍງານ ໃນວັນທີ 17 ພຶດສະພາ ຜ່ານມາວ່າ: ທ່ານ ເຊກ ໂມຮຳເມັດ ບິນ ຊາເຢັດ ອານ ນາຢານ ປະທານາທິບໍດີ ສະຫະລັດ ອາຣັບ ເອມິເຣດ (UAE) ແລະ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ ໄດ້ໂທລະສັບປຶກສາຫາລືກັນກ່ຽວກັບສະຖານະການໃນຕາເວັນອອກກາງ, ລວມທັງຜົນກະທົບທີ່ມີຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ ແລະ ສາກົນ ໃນວັນທີ 16 ພຶດສະພາ ຜ່ານມາ.
ເພີ່ມເຕີມ