ຂ່າວລະບຸວ່າ, ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງກົມໃຫຍ່ດ່ານພາສີຈີນກ່າວວ່າ: ໃນ 6 ເດືອນຕົ້ນປີນີ້, ການຄ້າກັບຕ່າງປະເທດຂອງຈີນໄດ້ກ້າວໄປຂ້າງໜ້າພາຍໃຕ້ແຮງກົດດັນຫຼາຍຢ່າງ, ຂະໜາດການຄ້າມີການເຕີບໂຕຢ່າງໝັ້ນທ່ຽງ ແລະ ຄຸນນະພາບໄດ້ຍົກສູງຂຶ້ນຕື່ມບົນພື້ນຖານທີ່ດີຢູ່ແລ້ວ, ຜົນສຳເລັດດັ່ງກ່າວບໍ່ແມ່ນເລື່ອງງ່າຍກ່ອນຈະໄດ້ມາ. ເຖິງແມ່ນວ່າ ຕ້ອງປະເຊີນໜ້າກັບຄວາມບໍ່ແນ່ນອນຈາກພາຍນອກ, ແຕ່ຕະຫຼາດທີ່ມີຄວາມຫຼາກຫຼາຍ ແລະ ໝັ້ນທ່ຽງ, ຜະລິດຕະພັນທີ່ປະດິດສ້າງໃໝ່ ແລະ ມີຄຸນນະພາບດີ, ອົງກອນດຳເນີນການຄ້າກັບຕ່າງປະເທດທີ່ສາມາດຮັບມືກັບການປ່ຽນແປງໄດ້ດ້ວຍຫົວຄິດປະດິດສ້າງນັ້ນ, ໄດ້ເຮັດໃຫ້ຈີນມີພື້ນຖານ, ຄວາມໝັ້ນໃຈ ແລະ ມີຄວາມສາມາດຮັບມືກັບຄວາມສ່ຽງ ແລະ ສິ່ງທ້າທາຍຕ່າງໆໄດ້.
ຄໍາເຫັນ