![]() |
ນິຕິກຳສະບັບນີ້ໄດ້ກຳນົດຫຼັກການ, ລະບຽບການ, ມາດຕະການ ແລະ ວິທີການຈັດຕັ້ງປະຕິບັດຢ່າງລະອຽດ ເພື່ອຮັບປະກັນໃຫ້ການທົດແທນຄ່າເສຍຫາຍຕໍ່ທີ່ດິນ, ສິ່ງປຸກສ້າງ, ຕົ້ນໄມ້ໃຫ້ໝາກ, ພືດຜົນລະປູກ ແລະ ການປົວແປງຮີດຄອງປະເພນີມີຄວາມສອດຄ່ອງ, ຖືກຕ້ອງ, ໂປ່ງໃສ, ຍຸຕິທໍາ ແລະ ສາມາດກວດສອບໄດ້. ທັງນີ້, ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງລັດ, ຜູ້ພັດທະນາໂຄງການ ແລະ ໂດຍສະເພາະ ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບ. ຮ່າງຂໍ້ຕົກລົງດັ່ງກ່າວ ໄດ້ມີການກຳນົດອັດຕາຄິດໄລ່ລາຄາຫົວໜ່ວຍທົດແທນແຍກຕາມປະເພດທີ່ດິນ ດິນປຸກສ້າງ, ນາເຟືອງ, ດິນສວນ, ນາເຮື້ອ ແລະ ດິນເປົ່າຫວ່າງຕາມທີ່ຕັ້ງ ແລະ ເອກະສານສິດນໍາໃຊ້ທີ່ດິນຂອງ 4 ເມືອງຢ່າງຈະແຈ້ງ. ພ້ອມດຽວກັນ, ເຈົ້າຂອງໂຄງການຈະຕ້ອງໄດ້ດຳເນີນການເບີກຈ່າຍເງິນທົດແທນຜ່ານບັນຊີທະນາຄານ ໃຫ້ຜູ້ຖືກຜົນກະທົບໃຫ້ຄົບຖ້ວນພາຍໃນ 60 ວັນທາງລັດຖະການ, ພາຍຫຼັງຮ່າງນິຕິກຳຖືກຮັບຮອງ ແລະ ມີຜົນສັກສິດ. ນອກຈາກນີ້, ຮ່າງນິຕິກຳຍັງໄດ້ກຳນົດຂໍ້ຫ້າມອົງການຄຸ້ມຄອງ, ອົງການກວດກາ ຕະຫຼອດຮອດມາດຕະການຕໍ່ຜູ້ລະເມີດຢ່າງເຂັ້ມງວດ ເພື່ອໃຫ້ການດຳເນີນໂຄງການທາງດ່ວນສາຍນີ້ສໍາເລັດຕາມແຜນການ ແລະ ເກີດຜົນປະໂຫຍດສູງສຸດ.
![]() |
ຈຸດປະສົງຂອງການເຜີຍແຜ່ຮ່າງນິກຳເພື່ອໃຫ້ປະຊາຊົນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງຮັບຮູ້-ເຂົ້າໃຈ ກ່ຽວກັບແຜນພັດທະນາໂຄງການ, ສະແດງຄວາມຄິດເຫັນ ແລະ ຮ່ວມມືໃນການແກ້ໄຂບັນຫາຕ່າງໆ ເພື່ອໃຫ້ໂຄງການດຳເນີນໄປຢ່າງມີປະສິດທິຜົນ, ມີຄວາມສອດຄ່ອງ, ຖືກຕ້ອງຕາມກົດໝາຍ, ມີຄວາມໂປ່ງໃສ, ຍຸຕິທຳ ແລະ ສາມາດກວດສອບໄດ້ ຕາມນະໂຍບາຍຂອງລັດ ສ້າງຄວາມເຂົ້າໃຈ ແລະ ເປັນເອກະພາບ ປະກອບ ສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ. ຂ່າວ-ພາບ: ສາຍສະໝອນ


ຄໍາເຫັນ