ຂ່າວລະບຸວ່າ: ບັນດາຜູ້ເຂົ້າຮ່ວມຈາກຈີນ ແລະ ຕ່າງປະເທດເຫັນວ່າ, ມໍລະດົກວັດທະນະທຳແມ່ນຊັບສົມບັດຮ່ວມກັນຂອງມວນມະນຸດ, ການອະນຸລັກ, ສືບທອດ ແລະ ການນຳໃຊ້ມໍລະດົກວັດທະນະທຳໃຫ້ດີ, ແມ່ນຄວາມຮຽກຮ້ອງຕ້ອງການຂອງການສືບສານອະລິຍະທຳຂອງມວນມະນຸດ ແລະ ການພັດທະນາແບບຍືນຍົງຂອງໂລກ, ພ້ອມທັງເປັນຄວາມຮັບຜິດຊອບຮ່ວມກັນຂອງພວກເຮົາ. ຄວນຮ່ວມກັນຢຶດໝັ້ນຄວາມເຊື່ອໝັ້ນອັນໜັກແໜ້ນໃນການປົກປັກຮັກສາມໍລະດົກວັດທະນະທຳຂອງມວນມະນຸດ, ຮ່ວມກັນເພີ່ມທະວີການແລກປ່ຽນບົດຮຽນໃນການປົກປັກຮັກສາມໍລະດົກວັດທະນະທຳ, ຮ່ວມກັນຊຸກຍູ້ການຮ່ວມມືສາກົນໃນການປົກປ້ອງມໍລະດົກວັດທະນະທຳ ແລະ ຮ່ວມກັນປັບປຸງການບໍລິຫານທົ່ວໂລກດ້ານການປົກປ້ອງມໍລະດົກວັດທະນະທຳ, ເພື່ອສະໜອງວິທີແກ້ໄຂຂອງຈີນໃຫ້ຫຼາຍຂຶ້ນໃນການປົກປັກຮັກສາມໍລະດົກວັດທະນະທຳຂອງມວນມະນຸດ.
ກອງປະຊຸມເວທີປຶກສາຫາລືວັດທະນະທຳປັກກິ່ງ 2026 ພາຍໃຕ້ຫົວຂໍ້ “ມໍລະດົກວັດທະນະທຳ ແລະ ການຮຽນຮູ້ຊຶ່ງກັນ ແລະ ກັນລະຫວ່າງອະລິຍະທຳ”, ໂດຍແມ່ນຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ, ຄະນະພັກ ແລະ ອົງການປົກຄອງນະຄອນຫຼວງປັກກິ່ງຮ່ວມກັນເປັນເຈົ້າພາບຈັດຂຶ້ນ.
ຄໍາເຫັນ