ສ່ວນການກະທຳຜິດທີ່ຮ້າຍແຮງກວ່ານັ້ນເຊັ່ນ: ການກີດຂວາງ ຫຼື ການກໍ່ໃຫ້ເກີດອັນຕະລາຍຢູ່ຈຸດປ່ຽນລົດເມ ຫຼື ສະຖານີລົດເມ, ລວມທັງການເຮັດໃຫ້ລົດເມ, ຈຸດປ່ຽນລົດເມ ຫຼື ສະຖານີລົດເມເປື້ອນ, ຈະມີຄ່າປັບໃໝສູງສຸດ 5,000 ໂດລາສິງກະໂປ. ໂດຍເຈົ້າໜ້າທີ່ທີ່ໄດ້ຮັບອະນຸຍາດ, ຜູ້ກວດກາປີ້ ແລະ ພະນັກງານປະຈຳຢູ່ຈຸດປ່ຽນລົດເມສາມາດອອກໜັງສືແຈ້ງຂໍ້ກ່າວຫາທາງບໍລິຫານໃຫ້ແກ່ຜູ້ທີ່ຖືກສົງໃສວ່າກະທຳຜິດ ເພື່ອໃຫ້ໜ່ວຍງານດຳເນີນການສືບສວນ-ສອບສວນ ເພີ່ມເຕີມໄດ້.
ຢ່າງໃດກໍຕາມ, ພະນັກງານຂັບລົດເມຈະບໍ່ມີອຳນາດໃນການອອກຂໍ້ກ່າວຫາດັ່ງກ່າວ ເພື່ອຫຼີກເວັ້ນການສົ່ງຜົນກະທົບຕໍ່ໜ້າທີ່ຫຼັກໃນການຂັບຂີ່ທີ່ປອດໄພ. ຢ່າງໃດກໍຕາມ, ພວກເຂົາສາມາດເຕືອນຜູ້ໂດຍສານໃຫ້ຢຸດພຶດຕິກຳທີ່ກໍ່ກວນ ຫຼື ຂໍໃຫ້ຜູ້ໂດຍສານລົງຈາກລົດຖ້າພວກເຂົາບໍ່ປະຕິບັດຕາມ. ໂດຍເຈົ້າໜ້າທີ່ຈະສືບຕໍ່ໃຊ້ວິຈາລະນະຍານ ແລະ ຄວາມຍຸຕິທຳໃນການບັງຄັບໃຊ້ກົດລະບຽບການເຫຼົ່ານີ້. ໂດຍສະເພາະໃນກໍລະນີທີ່ຜູ້ໂດຍສານມີຂໍ້ຈຳກັດດ້ານສຸຂະພາບທາງຮ່າງກາຍ ຫຼື ຈິດໃຈ.
ຄໍາເຫັນ