ກອງພັນໃຫຍ່ 611 ປາຖະກະຖາມູນເຊື້ອວັນສຳຄັນທາງປະຫວັດສາດ

ກອງພັນໃຫຍ່ 611 ປາຖະກະຖາມູນເຊື້ອວັນສຳຄັນທາງປະຫວັດສາດ

ກອງພັນໃຫຍ່ 611 ປາຖະກະຖາມູນເຊື້ອວັນສຳຄັນທາງປະຫວັດສາດ
ວັນທີ 23 ກັນຍານີ້, ກອງພັນໃຫຍ່ 611 ໄດ້ຈັດພິທີປາຖະກະຖາມູນເຊື້ອວັນສຳຄັນທາງປະຫວັດສາດຂອງພັກ-ຂອງຊາດ ຄື: ວັນຊາດ ສສ ຫວຽດນາມ ຄົບຮອບ 81 ປີ ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 24 ປີ ໂດຍການເປັນປະທານຂອງສະຫາຍ ພັນເອກ ອຸໄທ ຖະໜອມໃຈ ຫົວໜ້າການເມືອງ ກອງພັນໃຫຍ່ 611, ມີຄະນະພັກ-ຄະນະບັນຊາ, ອົງການ, ກົມກອງ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ກອງພນໃຫຍ 611 ປາຖະກະຖາມນເຊອວນສຳຄນທາງປະຫວດສາດ - image 1
 

ສະຫາຍ ພັນເອກ ອຸໄທ ຖະໜອມໃຈ ໄດ້ຍົກໃຫ້ເຫັນມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຊຶ່ງເປັນອົງການຈັດຕັ້ງທາງການເມືອງຂອງພັກ ນອນຢູ່ໃນລະບົບການ ເມືອງແຫ່ງລະບອບໃໝ່ຂອງສປປ ລາວ ສ້າງຂຶ້ນຕາມພາລະບົດບາດ ແລະ ຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນໄລຍະໃໝ່ ເພື່ອຄຸ້ມຄອງດູແລເບິ່ງແຍງ, ສຶກສາອົບຮົມ ແລະ ເຕົ້າໂຮມຄວາມສາມັກຄີໃນຖັນແຖວພະນັກງານນັກຮົບເກົ່າທີ່ພັກຜ່ອນ, ຮັບບໍາເນັດ ແລະ ເປັນພົນລະເມືອງດີ ສ້າງເສດຖະກິດຄອບຄົວຕາມລະບຽບກົດໝາຍ ຂອງລັດວາງອອກ. ເງື່ອນໄຂທີ່ພາໃຫ້ເກີດມີສະຫະພັນນັກຮົບເກົ່າແຫ່ງຊາດລາວ ເພື່ອສືບທອດມູນເຊື້ອການຕໍ່ສູ້ບໍ່ຍອມຈໍານົນຂອງບັນພະບຸລຸດລາວ ຜູ້ອາດຫານທີ່ເກັ່ງກ້າທັງຫຼາຍ ແລະ ໄດ້ຍົກໃຫ້ເຫັນຄວາມອົງອາດກ້າຫານ, ສູ້ຮົບມີໄຊ ຄຽງບ່າຄຽງໄຫຼ່ຮ່ວມຂຸມຄອງດຽວກັນ ລະຫວ່າງກອງທັບປະຊາຊົນຫວຽດນາມ ແລະ ກອງທັບປະຊາຊົນລາວ ໃນການຕໍ່ສູ້ຕ້ານຈັກກະພັດລ່າເມືອງຂຶ້ນທັງເກົ່າ ແລະ ໃໝ່ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມທີ່ມີປະທານໂຮ່ຈີມິນ ຜູ້ນຳທີ່ຍິ່ງໃຫຍ່ເປັນຜູ້ກໍ່ຕັ້ງ ແລະ ນຳພາ ສາມາດປົດປ່ອຍປະເທດຊາດ ຫວຽດນາມໃນວັນທີ 2 ກັນຍາ 1945, ປະທານ ໂຮ່ຈິມິນ ໄດ້ອ່ານຖະແຫຼງການເອກະລາດໃນລະດູໃບໄມ້ຫຼົ່ນປີ 1945 ຊຶ່ງໄດ້ຖືກໍາເນີດ ສສ ຫວຽດນາມ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ຊຶ່ງປະຊາຊົນຫວຽດ ນາມໄດ້ຈາລຶກໄວ້ວ່າ: ບໍ່ມີສິ່ງໃດປະເສີດກວ່າເອກະລາດ ແລະ ເສລີພາບ ແລະ ໄດ້ເຕົ້າໂຮມຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວ, ເດັດດ່ຽວຜ່ານຜ່າຄວາມຫຍຸ້ງຍາກເພື່ອປົກປັກຮັກສາປະເທດຊາດ, ປົກປັກຮັກສາຄວາມເປັນເອກະ ລາດ ແລະ ເສລີພາບຂອງປະເທດຊາດໄວ້ຢ່າງໜຽວແໜ້ນ, ສ້າງສາ ແລະ ພັດທະນາປະເທດນັບມື້ນັບສະຫງ່າຜ່າເຜີຍ, ຍິ່ງໃຫຍ່ ແລະ ສວຍງາມ. ຄຽງຄູ່ກັບການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ, ການຮ່ວມມື ແລະ ການພັດທະນາໃນພາກພື້ນ ແລະ ສາກົນ. ໂດຍ: ລັດສະໝີ ທອງມີໄຊ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເປີດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນວ ຊຸດທີ V ຢ່າງເປັນທາງການ

ເປີດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນວ ຊຸດທີ V ຢ່າງເປັນທາງການ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ V ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 10 ພະຈິກນີ້ ທີ່ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານ ຂອງທ່ານ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ; ເຂົ້າຮ່ວມມີທ່ານປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ, ມີບັນດາທ່ານການນໍາພັກ-ລັດ ຂອງ ນວ, ບັນດາທ່ານສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນວ, ບັນດາທ່ານສະມາຊິກສະພາປະຊາຊົນ ນວ ຊຸດທີ V, ປະທານ-ຮອງປະທານຄະນະກຳມະການປົກຄອງເມືອງ, ຫົວໜ້າ-ຮອງຫົວໜ້າ ພະແນກການ, ອົງການຈັດ ຕັ້ງພັກ-ລັດ, ແນວລາວສ້າງຊາດ ພ້ອມດ້ວຍແຂກຖືກເຊີນ.
ລົງນາມຮ່ວມມືນໍາພາເຍົາວະຊົນ-ອະນຸຊົນ ຮຽນຮູ້ປະຫວັດສາດຈາກສະຖານທີ່ຈິງ

ລົງນາມຮ່ວມມືນໍາພາເຍົາວະຊົນ-ອະນຸຊົນ ຮຽນຮູ້ປະຫວັດສາດຈາກສະຖານທີ່ຈິງ

ເມື່ອບໍ່ດົນມານີ້ ທີ່ຫ້ອງວ່າການສູນກາງພັກ, ກົມເຍົາວະຊົນສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ແລະ ກົມພິພິທະພັນ ໄກສອນ ພົມວິຫານ ແລະ ຜູ້ນຳປະຕິວັດຂອງຫ້ອງວ່າການສູນກາງພັກ ໄດ້ຈັດພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອຮ່ວມກັນຈັດຕັ້ງທັດສະນະສຶກສາ ແລະ ກິດຈະກຳຮຽນຮູ້ປະຫວັດສາດໃຫ້ເຍົາວະຊົນ ແລະ ອະນຸຊົນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ເພັດ ພົມພິພັກ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ ແລະ ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ ພ້ອມດ້ວຍບັນດາການນຳ ແລະ ພະນັກງານຈາກສອງພາກສ່ວນ. ຮ່ວມລົງນາມໂດຍ ທ່ານ ນາງ ໃບຄູນ ສົມບັດດວງ ຫົວໜ້າກົມພິພິທະພັນ ໄກສອນ ພົມວິຫານ ແລະ ຜູ້ນໍາປະຕິວັດ ຫ້ອງວ່າການສູນກາງພັກ ແລະ ທ່ານ ນາງ ວິໄລວັນ ວົງພັກດີ ວ່າການຫົວໜ້າກົມເຍົາວະຊົນ ສຊປລ.
ທ່ານ ທອງລີ ສີສຸລິດ ຢ້ຽມຢາມໃຫ້ກຳລັງໃຈນາຍ ແລະ ພົນທະຫານ ທີ່ກອງພັນໃຫຍ່ 302

ທ່ານ ທອງລີ ສີສຸລິດ ຢ້ຽມຢາມໃຫ້ກຳລັງໃຈນາຍ ແລະ ພົນທະຫານ ທີ່ກອງພັນໃຫຍ່ 302

ວັນທີ 7 ພະຈິກ ຜ່ານມາ, ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ພ້ອມຄະນະ ໄດ້ລົງຢ້ຽມຢາມໃຫ້ກຳລັງໃຈນາຍ ແລະ ພົນທະຫານ ທີ່ກອງພັນໃຫຍ່ 302 ເມືອງຜາອຸດົມ ແຂວງບໍ່ແກ້ວ ເຂົ້າຮ່ວມໃນຄັ້ງນີ້ມີທ່ານ ອາຄົມເດດ ວົງໄຊ ກຳມະການສຳຮອງສູນກາງພັກ ປະທານສະພາບໍລິຫານ ບໍລິສັດລັດວິສາຫະກິດໄຟຟ້າລາວ, ທ່ານ ພົນຈັດຕະວາ ວົງຈັນ ພັນຈັນທະມານ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ ກະຊວງປ້ອງກັນປະເທດ, ທ່ານ ພົນຈັດຕະວາ ສຸກສະຫວັນ ດາລາສຸກ ຜູ້ບັນຊາການກອງພົນທະຫານຮາບທີ 3, ພ້ອມດ້ວຍບັນດາການນຳ, ນາຍ ແລະ ພົນທະຫານ.
ສນຊ ໄດ້ຮັບເຂົ້າສານ 200 ໂຕນ ຈາກອົງການໃຈບຸນສາກົນ ເດເຊເຣັດ

ສນຊ ໄດ້ຮັບເຂົ້າສານ 200 ໂຕນ ຈາກອົງການໃຈບຸນສາກົນ ເດເຊເຣັດ

ພິທີມອບ-ຮັບເຂົ້າສານຈຳນວນ 200 ໂຕນ ລວມມູນຄ່າ 185,616 ໂດລາ ຈາກອົງການໃຈບຸນສາກົນ ເດເຊເຣັດ (Deseret International Charities ຫຼື DIC) ເພື່ອນຳໄປຊ່ວຍເຫຼືອບັນເທົາທຸກ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນຜູ້ປະສົບໄພພິບັດນ້ຳຖ້ວມໃນ 2 ແຂວງພາກເໜືອ ຄື: ແຂວງອຸດົມໄຊ ແລະ ແຂວງຫຼວງນ້ຳທາ ຈັດຂຶ້ນໃນວັນທີ 9 ພະຈິກນີ້ ທີ່ສູນກາງແນວລາວສ້າງຊາດ (ສນຊ) ໃຫ້ກຽດກ່າວມອບໂດຍ ທ່ານ ຕຽງສັກ ອິນທະວົງ ຫົວໜ້າອົງການໃຈບຸນສາກົນ ເດເຊເຣັດ ປະຈຳ ສປປ ລາວ ແລະ ກ່າວຮັບໂດຍທ່ານ ວິຣະພົງສ໌ ພົມດວງສີ ຮອງປະທານ ສນຊ ໂດຍມີຄະນະນຳ ແລະ ພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ຄຳມ່ວນ ເປີດຊຸດອົບຮົມ ຍົກລະດັບວຽກເກັບກຳແນວຄິດ-ຫາງສຽງສັງຄົມ

ຄຳມ່ວນ ເປີດຊຸດອົບຮົມ ຍົກລະດັບວຽກເກັບກຳແນວຄິດ-ຫາງສຽງສັງຄົມ

ແຂວງຄຳມ່ວນ ໄດ້ເປີດຊຸດຝຶກອົບຮົມວຽກງານເກັບກຳສະພາບແນວຄິດ-ຫາງສຽງສັງຄົມ ປະຈຳປີ 2026ໃນ​ວັນ​ທີ 9 ພະ​ຈິກ​ນີ້ ໂດຍການ​ເປັນ​ປະ​ທານ​ຂອງ ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ,ມີ ທ່ານ ນວນຕາ ແກ້ວນະວົງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ຄະນະກຳມະການເກັບກຳຫາງສຽງສັງຄົມຂັ້ນແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສາ​ລະ​ວັນສຳເລັດຊຸດຝຶກອົບຮົມຄວາມຮູ້ພື້ນຖານການຂຽນຂ່າວ-ບົດໃຫ້ສື່ມວນຊົນສາ​ລະ​ວັນສຳເລັດຊຸດຝຶກອົບຮົມຄວາມຮູ້ພື້ນຖານການຂຽນຂ່າວ-ບົດໃຫ້ສື່ມວນຊົນ

ສາ​ລະ​ວັນສຳເລັດຊຸດຝຶກອົບຮົມຄວາມຮູ້ພື້ນຖານການຂຽນຂ່າວ-ບົດໃຫ້ສື່ມວນຊົນສາ​ລະ​ວັນສຳເລັດຊຸດຝຶກອົບຮົມຄວາມຮູ້ພື້ນຖານການຂຽນຂ່າວ-ບົດໃຫ້ສື່ມວນຊົນ

ສື່ມວນຊົນຈາກ8 ເມືອງແລະຕາໜ່າງຂ່າວຈາກພະແນກການອ້ອມຂ້າງແຂວງສາລະວັນ ຈຳນວນ 26 ທ່ານ,ໄດ້ສຳເລັດການຝຶກອົບຮົມຄວາມຮູ້ພື້ນຖານການຂຽນຂ່າວ-ບົດ ປະຈຳປີ2026ເຊິ່ງໄດ້ມີການຮຽນຮູ້ທັງພາກທິດສະດີ ແລະ ການປະຕິບັດຕົວຈິງ, ຍົກສູງຂີດຄວາມສາມາດໃນການຜະລິດຂ່າວ, ບົດຄວາມ.
ແຂວງວຽງຈັນ ສະຫຼອງວັນຊົນລະປະທານພ້ອມເປີດການນຳໃຊ້ນ້ຳສຳລັບການຜະລິດລະດູແລ້ງ

ແຂວງວຽງຈັນ ສະຫຼອງວັນຊົນລະປະທານພ້ອມເປີດການນຳໃຊ້ນ້ຳສຳລັບການຜະລິດລະດູແລ້ງ

ແຂວງວຽງຈັນໄດ້ຈັດພິທີສະເຫຼີມສະຫຼອງວັນຊົນລະປະທານແຫ່ງຊາດ 3 ພະຈິກ ແລະ ເປີດການນຳໃຊ້ນ້ຳສຳລັບການຜະລິດລະດູແລ້ງ ສົກປີ 2026-2027 ໃນ​ວັນ​ທີ 6 ພະ​ຈິກ​ຜ່ານ​ມາທີ່ ໂຄງການຊົນລະປະທານຈັກສູບນ້ຳປາກແຈ້ງ ບ້ານປາກແຈ້ງ ເມືອງວຽງຄຳ, ໂດຍມີ ທ່ານ ສົມປະສົງ ສຸວົງຄຳຈັນ ຮອງປະທານຄະນະກຳມະການປົກຄອງແຂວງ, ທ່ານ ຄອນສະຫວັນ ສີອັກຄະສອນ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ການນຳເມືອງວຽງຄຳ, ຜູ້ຕາງໜ້າກົມຊົນລະປະທານ, ແຂກຖືກເຊີນ ພ້ອມດ້ວຍປະຊາຊົນພາຍໃນຕາແສງປາກແຈ້ງເຂົ້າຮ່ວມ.
ຄວາມດີໃຈຂອງຊາວບ້ານດົງໝາກໄຟ ທີ່ໄດ້ຮັບເງິນຊ່ວຍເຫຼືອ

ຄວາມດີໃຈຂອງຊາວບ້ານດົງໝາກໄຟ ທີ່ໄດ້ຮັບເງິນຊ່ວຍເຫຼືອ

​ແຂວງສະຫວັນນະເຂດ ກໍແມ່ນແຂວງໜຶ່ງ ຂອງ ສປປ ລາວ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກພາຍຸທີ່ເກີດຂຶ້ນ ອັນເນື່ອງມາຈາກການປ່ຽນແປງຂອງສະພາບດິນຟ້າອາກາດ, ຝົນຕົກຫຼາຍ ຊຶ່ງສົ່ງຜົນກະທົບໂດຍກົງ ຕໍ່ວິຖີຊີວິດ, ການໄປ-ການມາ, ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ຊຶ່ງເຮັດໃຫ້ມີນ້ຳຖ້ວມເນື້ອທີ່ການຜະລິດ ພ້ອມທັງທີ່ອາໄສຂອງປະຊາຊົນ, ໂດຍສະເພາະປະຊາຊົນບ້ານດົງໝາກໄຟ ເມືອງໄຊບູລິ ແຂວງສະຫວັນນະເຂດ ດີໃຈຫຼາຍ ທີ່ໄດ້ຮັບເງິນຊ່ວຍເຫຼືອ ຈາກໄພພິບັດທາງທໍາມະຊາດ.
ພິທີວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ

ພິທີວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ

ເນື່ອງໃນໂອກາດດໍາເນີນກອງປະຊຸມໃຫຍ່ ຜູ້ແທນຂອງອົງຄະນະພັກ ຫ້ອງວ່າການສູນກາງພັກ ຄັ້ງທີ VIII, ຄະນະນໍາຫ້ອງວ່າການສູນກາງພັກ (ຫສພ) ໄດ້ພ້ອມກັນເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານໄກສອນ ພົມວິຫານ ທີ່ຫໍພິພິທະພັນດັ່ງກ່າວ ໃນວັນທີ 9 ພະຈິກນີ້.
ຄໍາມ່ວນ ປະກາດການຈັດຕັ້ງພະນັກງານນໍາພາ-ຄຸ້ມຄອງ

ຄໍາມ່ວນ ປະກາດການຈັດຕັ້ງພະນັກງານນໍາພາ-ຄຸ້ມຄອງ

ພິທີປະກາດການຈັດຕັ້ງພະນັກງານນໍາພາຄຸ້ມຄອງ ຂອງແຂວງຄໍາມ່ວນໄດ້ຈັດຂຶ້ນໃນວັນທີ6 ພະຈິກ ຜ່ານມາ, ທີ່ຫໍປະຊຸມໃຫຍ່ຫຼັກ4, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງແນວຄິດ, ວຽກພັກ-ພະນັກງານ, ມີຫົວໜ້າ, ຮອງຫົວໜ້າພະແນກກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງແລະ ຂະແໜງການຂັ້ນເມືອງເຂົ້າຮ່ວມ.
ເພີ່ມເຕີມ