ບົດລາຍງານຊີ້ໃຫ້ເຫັນວ່າ: ໃນບັນດາຜູ້ທີ່ມີອາຍຸ 65 ປີຂຶ້ນໄປ, ມີປະມານ 20.54 ລ້ານຄົນເປັນແມ່ຍິງ ແລະ 15.71 ລ້ານຄົນເປັນຜູ້ຊາຍ. ໃນຂະນະດຽວກັນ, ຈຳນວນດັ່ງກ່າວແບ່ງອອກເປັນຜູ້ທີ່ມີອາຍຸ 70 ປີຂຶ້ນໄປ ປະມານ 29.11 ລ້ານຄົນ, ຜູ້ທີ່ມີອາຍຸ 75 ປີຂຶ້ນໄປ ປະມານ 21.68 ລ້ານຄົນ ແລະ ຜູ້ທີ່ມີອາຍຸ 80 ປີຂຶ້ນໄປ ປະມານ 12.88 ລ້ານຄົນ.
ໃນປີ 2025, ຈຳນວນຜູ້ທີ່ມີອາຍຸ 65 ປີຂຶ້ນໄປໃນປະເທດຍີ່ປຸ່ນທີ່ຍັງເຮັດວຽກ ມີປະມານ 9.43 ລ້ານຄົນ, ເພີ່ມຂຶ້ນເປັນປີທີ 22 ຕິດຕໍ່ກັນ ແລະ ກວມເອົາປະມານ 13.8% ຂອງປະຊາກອນທີ່ມີວຽກເຮັດງານທຳທັງໝົດຂອງຍີ່ປຸ່ນ. ໂດຍຂະແໜງການຂາຍສົ່ງ ແລະ ຂາຍຍ່ອຍມີອັດຕາສ່ວນສູງສຸດຂອງພະນັກງານຜູ້ອາຍຸສູງ, ມີປະມານ 1.31 ລ້ານຄົນ.
ຍິ່ງໄປກວ່ານັ້ນ, ປະຊາກອນຜູ້ອາຍຸສູງຂອງຍີ່ປຸ່ນຍັງສືບຕໍ່ເພີ່ມຂຶ້ນ. ໂດຍສະຖາບັນຄົ້ນຄວ້າປະຊາກອນ ແລະ ຄວາມໝັ້ນຄົງທາງສັງຄົມແຫ່ງຊາດຍີ່ປຸ່ນຄາດຄະເນວ່າ: ອັດຕາສ່ວນຂອງປະຊາກອນທີ່ມີອາຍຸ 65 ປີຂຶ້ນໄປຈະເພີ່ມຂຶ້ນເປັນ 34.8% ຂອງປະຊາກອນທັງໝົດພາຍໃນປີ 2040, ເມື່ອຜູ້ທີ່ເກີດໃນໄລຍະຫຼັງສົງຄາມໂລກຄັ້ງທີ 2 (Baby Boomers) ຮຸ່ນທີ 2 ຂອງຍີ່ປຸ່ນ (1971-1974) ມີອາຍຸຫຼາຍກວ່າ 65 ປີແລ້ວ.
ຄໍາເຫັນ