ທ່ານ ອາເມັນ ເຢັດກາຢັນ ຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອຊາວອົບພະຍົບປະຈຳເຢເມນ ໄດ້ໃຫ້ສຳພາດຕໍ່ນັກຂ່າວວ່າ: ພາຍໃນເວລາ 1-2 ອາທິດເທົ່ານັ້ນ, ມີປະຊາຊົນຫຼາຍກວ່າ 125,000 ຄົນບໍ່ມີທີ່ຢູ່ອາໄສພາຍໃນປະເທດເຢເມນ ແລະ ມີອີກຫຼາຍພັນຄົນໄດ້ສ່ຽງໄພຂ້າມຜ່ານຊ່ອງແຄບອັບແອວ-ມັນເດັບ ເພື່ອຫຼົບໜີໄປສູ່ປະເທດຈິບູຕິ ແລະອື່ນໆ. ອົງການສະຫະປະຊາຊາດເພື່ອຊາວອົບພະຍົບໄດ້ຮຽກຮ້ອງໃຫ້ປະຊາຄົມໂລກເພີ່ມທະວີການສະໜອງທຶນ ແລະ ການສະໜັບສະໜູນຫຼາຍກວ່າເກົ່າ ເພື່ອຕອບສະໜອງຄວາມຕ້ອງການດ້ານມະນຸດສະທຳອັນຮີບດ່ວນທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ປັດຈຸບັນ, ອົງການສະຫະປະຊາຊາດເພື່ອຊາວອົບພະຍົບໄດ້ໃຫ້ຄວາມຊ່ວຍເຫຼືອສຸກເສີນຢູ່ຫຼາຍພື້ນທີ່ ແລະ ໄດ້ຈັດສັນທຶນ 2 ລ້ານໂດລາ ເພື່ອໃຊ້ເຂົ້າໃນການຊ່ວຍເຫຼືອ ແລະ ການແຈກຢາຍເຄື່ອງຊ່ວຍເຫຼືອ, ແຕ່ຍັງຂາດທຶນຮອນຢ່າງຫຼວງຫຼາຍ.
ຄໍາເຫັນ