ທ່ານ ອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດກ່າວວ່າ: ໂລກພວມກ້າວໄປສູ່ການຫັນເປັນຫຼາຍຂົ້ວທີ່ບໍ່ສາມາດຫັນກັບຄືນໄດ້, ສິດອຳນາດຕ້ອງມີກົດລະບຽບ, ກົດບັດສະຫະປະຊາຊາດມີຄວາມໝາຍສຳຄັນຫຼາຍກວ່າທີ່ເຄີຍມີມາ. ທ່ານ ຄາລີເລີ ຣາມານ ປະທານສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝທີ 81 ກ່າວວ່າ: ຫົວຂໍ້ຫຼັກຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດຄັ້ງນີ້ແມ່ນສ້າງຄວາມໄວ້ເນື້ອເຊື່ອໃຈຄືນໃໝ່, ອົງການສະຫະປະຊາຊາດຕ້ອງລົງເລິກການປະຕິຮູບເພື່ອໃຫ້ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຄືນໃໝ່.
ທ່ານ ລູລາ ດາ ຊີນວາ ປະທານາທິບໍດີບຣາຊິນ, ທ່ານ ໂດໂນ ທຣຳ ປະທານາທິບໍດີ ສະຫະລັດ ອາເມຣິກາ, ສົມເດັດ ອັບດູນລາ ບິນ ອັນຮູສແຊັນ ເຈົ້າຊີວິດຊອກດານີ ແລະ ທ່ານ ແອມມານູຍແອນ ມາຄຣົງ ປະທານາທິບໍດີຝຣັ່ງ ໄດ້ກ່າວຄຳປາໄສຕາມລຳດັບ. ການອະພິປາຍທົ່ວໄປຈະດຳເນີນໄປຮອດວັນທີ 28 ກັນຍານີ້.
ຄໍາເຫັນ