ໃນການຕ້ອນຮັບ ທ່ານ ທິມ ຄຸກ ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Apple, ທ່ານ ຊິບ ເຄ ປະທານສະພາບໍລິຫານ ຂອງກຸ່ມບໍລິສັດ Warburg Pincus, ທ່ານ ເບຣນແດນ ເນລສັນ ເອໂອ ປະທານກຸ່ມບໍລິສັດ Boeing, ທ່ານ ໂຕເລິມ ກ່າວວ່າ: ຫວຽດນາມ ປາຖະໜາຢາກໃຫ້ ບັນດາກຸ່ມບໍລິສັດສືບຕໍ່ຮ່ວມເດີນທາງ, ເປີດກວ້າງການຮ່ວມມື ແລະ ປະກອບສ່ວນຫຼາຍກວ່າເກົ່າເຂົ້າໃນວິວັດການຍົກລະດັບຄວາມສາມາດດ້ານເຕັກໂນໂລຊີ, ຄຸນນະພາບຊັບພະຍາກອນມະນຸດ ແລະ ຖານະຕຳແໜ່ງຂອງ ຫວຽດນາມ ໃນລະບົບຕ່ອງໂສ້ຄຸນຄ່າທົ່ວໂລກ, ທ່ານສະເໜີໃຫ້ສືບຕໍ່ເອົາໃຈໃສ່ຊຸກຍູ້ການຮ່ວມມືກັບຫວຽດນາມຕາມທິດແທ້ຈິງ, ຍາວນານ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ; ສືບຕໍ່ຊ່ວຍເຫຼືອຫວຽດນາມ ສ້າງບັນດາວິສາຫະກິດທີ່ມີຂະໜາດໃຫຍ່ກວ່າເກົ່າ ແລະ ມີຄວາມສາມາດໃນການຄຸ້ມຄອງບໍລິຫານສູງກວ່າເກົ່າ, ເຂົ້າເຖິງຕະຫຼາດທຶນສາກົນໄດ້ດີກວ່າເກົ່າ; ພ້ອມທັງປະກອບສ່ວນສ້າງລະບົບນິເວດການເງິນ ແລະ ການລົງທຶນທີ່ທັນສະໄໝຢູ່ ຫວຽດນາມ, ໃຫ້ບຸລິມະສິດຍົກທີ່ຕັ້ງຂອງ ຫວຽດນາມ ໃນລະບົບຕ່ອງໂສ້ການສະໜອງຂອງ Boieng, ພ້ອມກັບບັນດາອົງການ ແລະ ວິສາຫະກິດ ຫວຽດນາມ ສ້າງໂຄງການລະອຽດເພື່ອເພີ່ມຈຳນວນວິສາຫະກິດ ຫວຽດນາມ ທີ່ມີມາດຖານຢ່າງພຽງພໍເຂົ້າຮ່ວມຕ່ອງໂສ້ການສະໜອງ Boeing, ເພີ່ມມູນຄ່າຊື້ເຄື່ອງຂອງ ແລະ ຜະລິດຢູ່ ຫວຽດນາມເທື່ອລະກ້າວ.
ຫວຽດນາມ ຫັນວິທະຍາສາດເຕັກໂນໂລຊີ ເປັນກຳລັງໜູນການເຕີບໂຕເສດຖະກິດ
ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 14 ຕຸລາ ຜ່ານມາວ່າ: ທ່ານ ໂຮ່ກວັກຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຮຽກຮ້ອງໃນກອງປະຊຸມກ່ຽວກັບການພັດທະນາລະບົບນິເວດນະວັດຕະກຳແຫ່ງຊາດ ທີ່ຈັດຂຶ້ນໃນວັນທີ 14 ຕຸລາ ຜ່ານມາ ຢູ່ນະຄອນຫູວງຮ່າໂນ້ຍ ວ່າ, ໃຫ້ສຸມໃສ່ແກ້ໄຂຈຸດອຸດຕັນຂອງລະບອບລະບຽບການ ແລະ ຊຸກຍູ້ການສະໜອງ - ຄວາມຕ້ອງການ, ເພີ່ມທະວີການຄົ້ນຄວ້າຕາມຄວາມຕ້ອງການຂອງວິສາຫະກິດ ເພື່ອຫັນວິທະຍາສາດເຕັກໂນໂລຊີໃຫ້ກາຍເປັນກຳລັງໜູນຂອງການເຕີບໂຕເສດຖະກິດຢ່າງແທ້ຈິງ.
ຄໍາເຫັນ