ເລັ່ງຊຸກຍູ້ “ການຫຼອມລວມສີ່ດ້ານ” ເພື່ອສ້າງພື້ນຖານຄວາມສາມັກຄີ ລະຫວ່າງຊົນເຜົ່າ ແລະ ຄວາມກ້າວໜ້າຢູ່ແຂວງຊິງໄຮໃຫ້ໝັ້ນຄົງ

ເລັ່ງຊຸກຍູ້ “ການຫຼອມລວມສີ່ດ້ານ” ເພື່ອສ້າງພື້ນຖານຄວາມສາມັກຄີ ລະຫວ່າງຊົນເຜົ່າ ແລະ ຄວາມກ້າວໜ້າຢູ່ແຂວງຊິງໄຮໃຫ້ໝັ້ນຄົງ

ນັບ​ແຕ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູ​ນິດ​ຈີນເປັນ ຕົ້ນ​ມາ, ຄະນະ​ກຳມະການ​ສູນ ກາງ​ພັກ​ໄດ້​ຖື​ເອົາ​ການ​ສ້າງ​ສະ ຕິ​ສຳນຶກ​ກ່ຽວ​ກັບ​ປະຊາ​ຄົມ​ຊາດ​ ຈີນ​ໃຫ້​ໝັ້ນຄົງ​ເປັນ​ຫຼັກ, ຖື​ເອົາ​ ວຽກ​ງານ​ຄວາມ​ສາມັກຄີ​ລະ ຫວ່າງ​ຊົນເຜົ່າ​ ແລະ ​ຄວາມ​ກ້າວ ໜ້າ​ເປັນ​ວຽກ​ງານ​ພື້ນຖານ​ທີ່​ຈະ​ຕ້ອງ​ຈັບ​ມື​ດຳເນີນ​ຢ່າງ​ຕໍ່​ເນື່ອງ. ແຂວງ​ຊິງ​ໄຮ​ແມ່ນ​ແຂວງ​ທີ່​ມີ​ຫຼາຍ​ຊົນເຜົ່າ​ອາໄສ​ຢູ່​ຮ່ວມ​ກັນ, ມີ​ຫຼາຍ​ສາສະໜາ​ຢູ່​ຮ່ວມ​ກັນ​ ແລະ ​ມີ​ຫຼາຍ​ວັດທະນະທຳ​ປະສົມ​ປະສານ​ກັນ, ເປັນ​ພາບ​ຫຍໍ້​ທີ່​ມີ​ຊີວິດ​ຊີວາ​ຂອງ​ໂຄງ​ສ້າງ​ປະຊາຊາດ​ຈີນ​ທີ່​ຫຼາກ​ຫຼາຍ​ແຕ່ ເປັນ​ເອກະ​ພາບ.

 

 ເປັນເວລາຫຼາຍປີມາແລ້ວ, ແຂວງຊິງໄຮໄດ້ຈົດຈຳຄຳສັ່ງສອນອັນອົບອຸ່ນຂອງທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຢ່າງເລິກເຊິ່ງ ໂດຍໃຊ້ການເລິກເຊິ່ງ “ການຫຼອມລວມສີ່ດ້ານ” ເປັນຂອບການດຳເນີນງານ, ສ້າງພື້ນຖານຄວາມສາມັກຄີລະຫວ່າງຊົນເຜົ່າ ແລະ ຄວາມກ້າວໜ້າໃຫ້ໝັ້ນຄົງ, ໃນຂະບວນການຊຸກຍູ້ການປົກປັກຮັກສາລະບົບນິເວດພູພຽງຊິງໄຮ-ທິເບດ ແລະ ການພັດທະນາທີ່ມີຄຸນນະພາບສູງ, ໄດ້ສົ່ງເສີມໃຫ້ຊາວຊົນເຜົ່າຕ່າງໆຕິດຕໍ່ພົວພັນກັນຢ່າງກວ້າງຂວາງ, ແລກປ່ຽນກັນຢ່າງຮອບດ້ານແລະ ປະສົມປະສານກັນຢ່າງເລິກເຊິ່ງ, ປະກອບສ່ວນຢ່າງຕັ້ງ ໜ້າເຂົ້າໃນການຮັກສາຄວາມສາມັກຄີລະຫວ່າງຊົນເຜົ່າ ແລະ ຄວາມໝັ້ນຄົງຂອງສັງຄົມ.

ເລິກເຊິ່ງການຫຼອມລວມລະຫວ່າງການນຳພາຂອງພັກກັບການປົກຄອງຂັ້ນຮາກຖານ, ສ້າງພື້ນຖານທາງການເມືອງຂອງຄວາມສາມັກຄີລະຫວ່າງຊົນເຜົ່າ ແລະ ຄວາມກ້າວໜ້າການນຳພາຂອງພັກແມ່ນການຮັບປະກັນພື້ນຖານຂອງການປົກຄອງຂັ້ນຮາກຖານ. ແຂວງຊິງໄຮໄດ້ນຳເອົາການນຳພາຂອງພັກເຂົ້າໃນທຸກຂະບວນການຂອງວຽກງານຊົນເຜົ່າ, ສ້າງຮູບແບບວຽກງານຊົນເຜົ່າຢ່າງຮອບດ້ານ ໂດຍຄະນະກຳມະການພັກນຳພາເປັນເອກະພາບ, ລັດຖະບານຄຸ້ມຄອງຕາມກົດໝາຍ, ພະແນກແນວລວມສາມັກຄີເປັນຜູ້ ປະສານງານ, ພະແນກວຽກງານຊົນເຜົ່າປະຕິບັດໜ້າທີ່ຢ່າງເຕັມ ທີ່, ບັນດາພະແນກຮ່ວມມືກັນ ຢ່າງແໜ້ນແຟ້ນ ແລະ ສັງຄົມທັງໝົດເຂົ້າຮ່ວມ, ຈາກລະດັບລະ ບອບກຳນົດທິດ ແລະ ປົກປ້ອງການປົກຄອງຂັ້ນຮາກຖານ. ພາຍ

ໃຕ້ຂອບລະບອບນີ້, ທ້ອງຖິ່ນຕ່າງໆຂອງແຂວງຊິງໄຮໄດ້ຄົ້ນ ຄວ້າ ແລະ ປະດິດຮູບແບບການປົກຄອງຂັ້ນຮາກຖານຢ່າງຕັ້ງ ໜ້າ. ເມືອງກົງເຫີໄດ້ນຳຮູບແບບ “ຊາວບ້ານກໍ່ສ້າງເອງ” ຜ່ານໂຄງ ການບັນເທົາທຸກ ໂດຍການຈ້າງແຮງງານເປັນແຫ່ງທຳອິດໃນແຂວງ, ທຳລາຍຮູບແບບເກົ່າທີ່ “ລັດຖະບານເຮັດ, ປະຊາຊົນເບິ່ງ”,

ເຮັດໃຫ້ຊາວກະສິກອນ ແລະ ປະຊາຊົນຜູ້ລ້ຽງສັດຈາກ “ຜູ້ເບິ່ງ” ກາຍເປັນ “ຜູ້ເຂົ້າຮ່ວມ” ແລະ “ຜູ້ໄດ້ຮັບຜົນປະໂຫຍດ”. ການພັດທະນາແບບປະສົມປະສານຂອງ “ເຂດນະຄອນຊີນິງ-ໄຮຕົງ” ໄດ້ເລັ່ງຈັງຫວະຢ່າງຮອບດ້ານ, ສືບຕໍ່ສົ່ງແຮງໃນດ້ານການບໍລິການຂ້າມນະຄອນ ແລະ ການແບ່ງປັນຊັບພະຍາກອນ, ເຮັດ ໃຫ້ຊົນເຜົ່າຕ່າງໆເພີ່ມຄວາມຮູ້ ສຶກໄດ້ຮັບຜົນປະໂຫຍດໃນການພັດທະນາຮ່ວມມືລະຫວ່າງພາກພື້ນ, ເຮັດໃຫ້ “ຄວາມຮັບຮູ້ຫ້າປະການ” ເລິກເຊິ່ງຂຶ້ນຢ່າງຕໍ່ເນື່ອງ. ມາດຕະການດັ່ງກ່າວໄດ້ຫຼອມ ລວມຄວາມໄດ້ປຽບຂອງອົງ ການພັກ ແລະ ຄວາມຕ້ອງການການປົກຄອງພູພຽງເຂົ້າກັນຢ່າງເລິກເຊິ່ງ, ສ້າງໂຄງສ້າງການປົກຄອງແບບປະສົມ, ທັງຍົກສູງປະສິດທິພາບຂອງການປົກຄອງຂັ້ນຮາກຖານ, ທັງລວມກຳລັງແຮງຂອງຊົນເຜົ່າຕ່າງໆ, ສ້າງແນວປ້ອງກັນຄວາມສາມັກຄີລະຫວ່າງຊົນເຜົ່າທີ່ໝັ້ນຄົງແຂງແກ່ນຢູ່ເທິງຜືນແຜ່ນດິນພູພຽງ.

ເລິກເຊິ່ງການຫຼອມລວມລະຫວ່າງການປົກປັກຮັກສາລະບົບນິເວດກັບການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ສ້າງພື້ນຖານທາງວັດຖຸຂອງຄວາມສາ ມັກຄີລະຫວ່າງຊົນເຜົ່າ ແລະຄວາມກ້າວໜ້າ.

ການປົກປັກຮັກສາລະບົບນິເວດແມ່ນໜ້າທີ່ຄວາມຮັບ ຜິດຊອບທາງການເມືອງອັນໃຫຍ່ຫຼວງຂອງແຂວງຊິງໄຮກໍແມ່ນຜົນປະໂຫຍດໃນການພັດທະນາທີ່ຊົນເຜົ່າຕ່າງໆໄດ້ຮັບຮ່ວມກັນ. ແຂວງຊິງໄຮແມ່ນແຂວງດຽວໃນປະເທດທີ່ມີສວນສາທາລະນະແຫ່ງຊາດ 3 ແຫ່ງກຳລັງກໍ່ສ້າງ ແລະ ຍັງເປັນແຂວງດຽວທີ່ມີອັດຕານ້ຳໜ້າດິນທີ່ມີຄຸນນະພາບດີເລີດຢູ່ຈຸດກວດ ສອບລະດັບຊາດຮັກສາໄດ້ 100% ຕິດຕໍ່ກັນ 5 ປີ, ສົ່ງນ້ຳຕົ້ນກຳເນີດ ລົງສູ່ທາງໃຕ້ປະມານ 80 ຕື້ແມັດກ້ອນຕໍ່ປີ. ແຂວງຊິງໄຮໄດ້ຫຼອມລວມການປົກປັກຮັກສາລະບົບນິເວດກັບການປັບປຸງຊີວິດການເປັນຢູ່ຂອງປະຊາຊົນເຂົ້າກັນຢ່າງເລິກເຊິ່ງ, ໃນຂະນະທີ່ສ້າງແນວປ້ອງກັນຄວາມປອດໄພທາງລະບົບນິເວດຂອງຊາດ, ເຮັດໃຫ້ຊົນເຜົ່າຕ່າງໆໄດ້ຮັບຜົນ ປະໂຫຍດທີ່ແທ້ຈິງຈາກການປົກ ປັກຮັກສາລະບົບນິເວດ.

ໜຶ່ງ, ໃຊ້ການກໍ່ສ້າງສວນສາທາລະນະແຫ່ງຊາດເປັນຕົວນຳໃນການສ້າງຜົນປະໂຫຍດດ້ານລະບົບນິເວດໃຫ້ປະຊາຊົນ, ເພີ່ມຕຳແໜ່ງງານສາທາລະນະດ້ານການດູແລລະບົບນິເວດຈຳນວນ 3,632 ຕຳແໜ່ງ, ເຮັດໃຫ້ການລ້ຽງສັດມີ “ອາຊີບດ້ານລະບົບນິເວດ” ຢູ່ປະຕູເຮືອນ; ສອງ, ໃຊ້ການພັດທະນາແບບສີຂຽວເປີດຊ່ອງທາງເພີ່ມລາຍໄດ້. ການສົ່ງອອກໄຟຟ້າສີຂຽວຂອງແຂວງຊິງໄຮໄດ້ຂະຫຍາຍໄປສູ່ 22 ແຂວງ ແລະ ນະຄອນ, ສົ່ງອອກ 34.5 ຕື້ກິໂລວັດຊົ່ວໂມງ ເພີ່ມຂຶ້ນ 32%, ຫຼຸດຜ່ອນການປ່ອຍກາກບອນ 28.1 ລ້ານໂຕນ, ໄຟຟ້າສີຂຽວກາຍ ເປັນເຄື່ອງໝາຍຂອງແຂວງຊິງ ໄຮ; ສາມ, ໃຊ້ອຸດສາຫະກຳພິ

ເສດສ້າງພື້ນຖານຊີວິດການເປັນຢູ່ປະຊາຊົນໃຫ້ໝັ້ນຄົງ. ແຂວງຊິງໄຮອາໄສລະບົບນິເວດເຢັນ ແລະ ດິນ-ນ້ຳທີ່ສະອາດທີ່ດີເລີດ, ຜະລິດສິນຄ້າກະສິກຳ ແລະ ລ້ຽງສັດທີ່ມີຄຸນນະພາບສູງຈຳ ນວນຫຼາຍເຊັ່ນ: ງົວຢາກ, ແກະທິເບດ, ໝາກໄມ້ໂກຈີ, ຜັກປູກໃນອາກາດເຢັນ, ຊຸກຍູ້ໃຫ້ສິນຄ້າກະສິກຳ ແລະ ລ້ຽງສັດທີ່ມີຄຸນນະພາບສູງຂອງພູພຽງຈາກ “ຂາຍວັດຖຸດິບ” ໄປສູ່ “ການສ້າງກາໝາຍ (ແບຣນ)”. ມາດຕະການເຫຼົ່ານີ້ບໍ່ພຽງແຕ່ຊຸກຍູ້ການຫຼອມລວມລະຫວ່າງການປົກປັກຮັກສາລະ ບົບນິເວດ ແລະ ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ເລິກເຊິ່ງ, ແຕ່ຍັງເຮັດໃຫ້ປະຊາຊົນບັນດາເຜົ່າຕ່າງໆເພີ່ມຄວາມຮັບຮູ້ “ຫ້າປະການ” ໃນການແບ່ງປັນຜົນປະໂຫຍດໃນການພັດທະນາ, ສ້າງພື້ນຖານທາງວັດຖຸໃຫ້ແກ່ ຄວາມສາມັກຄີລະຫວ່າງຊົນ ເຜົ່າ ແລະ ຄວາມກ້າວໜ້າ.

ເລິກເຊິ່ງການຫຼອມລວມລະຫວ່າງວັດທະນະທຳຊົນເຜົ່າກັບການສ້າງຄວາມຮັບຮູ້ເປັນເອກະພາບ, ສ້າງພື້ນຖານທາງວັດທະນະທຳຂອງຄວາມສາມັກ ຄີລະຫວ່າງຊົນເຜົ່າ ແລະ ຄວາມ ກ້າວໜ້າ, ຄວາມຮັບຮູ້ທາງວັດທະນະທຳແມ່ນຮາກຖານຂອງ ຄວາມສາມັກຄີລະຫວ່າງຊົນ ເຜົ່າ ແລະ ເປັນຈິດວິນຍານຂອງຄວາມສະຫງົບສຸກລະຫວ່າງຊົນ ເຜົ່າ. ບັນດາຊົນເຜົ່າຕ່າງໆຂອງແຂວງຊິງໄຮມີປະເພນີວັດທະນະທຳທີ່ມີຄວາມຫຼາກຫຼາຍຢູ່ຮ່ວມ ກັນ ແລະ ຢູ່ຮ່ວມກັນຢ່າງກົມກຽວໃນໄລຍະປະຫວັດສາດອັນຍາວນານ, ແຂວງຊິງໄຮໄດ້ນຳໃຊ້ການ ປະຕິບັດຫຼາຍດ້ານ ເພື່ອກະຕຸ້ນ ບົດບາດຂອງສາຍພົວພັນທາງວັດທະນະທຳ, ຊຸກຍູ້ໃຫ້ບັນດາຊົນເຜົ່າຕ່າງໆສ້າງຄວາມເຫັນດີຮ່ວມກັນໃນການພັດທະນາໂດຍຜ່ານການປະສົມປະສານທາງວັດທະນະທຳ. ໜຶ່ງ, ໃຊ້ວັດທະນະທຳລະບົບນິເວດສ້າງເວ ທີແລກປ່ຽນ. ຫໍພິພິທະພັນຄວາມຮູ້ດ້ານລະບົບນິເວດຂອງສວນສາທາລະນະແຫ່ງຊາດພູຊີລຽນ

ໄດ້ຮັບການຮັບຮອງເປັນເວທີການປະຕິບັດການສຶກສາລະດັບຊາດ ແລະ ລະດັບແຂວງ 16 ແຫ່ງ, ການກໍ່ສ້າງໂຮງຮຽນລະບົບນິເວດແລະ ກິດຈະກຳການຮຽນຮູ້ພາກປະຕິບັດຄວບຄຸມຫຼາຍກວ່າ 5,000 ເທື່ອຄົນ, ໃຊ້ວັດທະນະ ທຳລະບົບນິເວດເປັນສື່ເພີ່ມຄວາມຮັບຮູ້ ແລະ ຄວາມພາກພູມໃຈຂອງຊົນເຜົ່າຕ່າງໆຕໍ່ບ້ານເກີດເມືອງນອນ; ສອງ, ໃຊ້ການຫຼອມລວມລະຫວ່າງວັດທະນະທຳແລະ ການທ່ອງທ່ຽວສົ່ງເສີມການຮຽນຮູ້ວັດທະນະທຳຊຶ່ງກັນ ແລະ ກັນ. ເຂດຄັນບຣາແຂວງປົກຄອງຕົນເອງທິເບດຫວາງນານໄດ້ຮັບການຮັບຮອງເປັນສວນທໍລະນີສາດໂລກ, ໃນປີ 2025 ໄດ້ຕ້ອນຮັບນັກທ່ອງທ່ຽວຫຼາຍກວ່າ 10 ລ້ານເທື່ອຄົນ, ລາຍໄດ້ລວມຈາກການທ່ອງທ່ຽວລວມມີ ຫຼາຍກວ່າ 3,6 ຕື້ຢວນ, ຊົນເຜົ່າຕ່າງໆມີລາຍໄດ້ເພີ່ມຂຶ້ນ ແລະ ຮັ່ງມີຂຶ້ນໃນການພັດທະນາການ ທ່ອງທ່ຽວວັດທະນະທຳ; ສາມ, ນຳໃຊ້ກາໝາຍສິນຄ້າລືຊື່ ເພື່ອລວມຄວາມເຫັນດີທາງວັດ ທະນະທຳ. ແຂວງຊິງໄຮໄດ້ສະແດງ ແລະ ໂຄສະນາຜະລິດຕະພັນຊີ້ນງົວຢາກ ແລະ ແກະທິເບດທີ່ມີຄຸນນະພາບສູງ, ເມັດຄິໂນວ, ຜະລິດຕະພັນນ້ຳເຜິ້ງພູພຽງ, ເຫຼົ້າໝາກໄມ້ໂກຈີດຳ, ຫອມກະບອງໜອນດິນ ແລະ ອື່ນໆ, ພ້ອມທັງສະແດງຜະລິດຕະພັນວັດທະນະທຳສ້າງສັນຂອງຊົນເຜົ່າທີ່ມີລັກສະນະທ້ອງຖິ່ນ, ສະແດງໃຫ້ເຫັນຢ່າງມີຊີວິດຊີວາຊັບພະຍາກອນທຳມະຊາດທີ່ເປັນເອກະລັກຂອງຜະລິດຕະພັນກະສິກຳ ແລະ ລ້ຽງສັດອິນຊີສີຂຽວຂອງແຂວງຊິງໄຮ ແລະ ສະເໜ່ທາງວັດທະນະທຳຂອງຊົນ ເຜົ່າທີ່ຫຼາກຫຼາຍ. ມາດຕະການເຫຼົ່ານີ້ ເຮັດໃຫ້ຊາວຊົນເຜົ່າຕ່າງໆເພີ່ມຄວາມເຂົ້າໃຈຢ່າງເລິກ ເຊິ່ງ ແລະ ມີຄວາມຮັບຮູ້ໃນການປະສົມປະສານທາງວັດທະນະ ທຳ, ສືບຕໍ່ສ້າງຄວາມເປັນນ້ຳໜຶ່ງໃຈດຽວຂອງປະຊາຊົນຈີນ.

ເລິກເຊິ່ງການຫຼອມລວມລະຫວ່າງການພັດທະນາອຸດສາຫະກຳກັບຄວາມຮັ່ງມີຮ່ວມກັນ,

ສ້າງພື້ນຖານການພັດທະນາຂອງຄວາມສາມັກຄີລະຫວ່າງຊົນເຜົ່າ ແລະ ຄວາມກ້າວໜ້າຄວາມຈະເລີນຂອງອຸດສາຫະ ກຳແມ່ນການສະໜັບສະໜູນທາງວັດຖຸຂອງຄວາມສາມັກຄີລະຫວ່າງຊົນເຜົ່າ ແລະ ຄວາມ ກ້າວໜ້າ. ແຂວງຊິງໄຮຢຶດໝັ້ນ ຫຼັກການກໍ່ສ້າງ “ສີ່ພື້ນທີ່ອຸດສາຫະກຳ”, ເລັ່ງໃສ່ຂົງເຂດພິເສດເຊັ່ນ: ພະລັງງານສະອາດ, ພະລັງ ການຄິດໄລ່ສີຂຽວ, ວັດທະນະທຳ-ການທ່ອງທ່ຽວ ແລະ ການດູແລສຸຂະພາບ, ສ້າງລະບົບອຸດສາຫະກຳທັນສະໄໝ, ເຮັດໃຫ້ຊົນເຜົ່າຕ່າງໆບັນລຸຄວາມຮັ່ງມີຮ່ວມກັນໃນການພັດທະນາອຸດ ສາຫະກຳ. ໜຶ່ງ, ໃຊ້ອຸດສາຫະກຳພະລັງງານສະອາດລວມກຳລັງ ແຮງໃນການພັດທະນາ. ແຂວງຊິງໄຮໄດ້ສ້າງກະດານພະລັງ ງານ “ໄຟຟ້ານ້ຳຕົກ + ພະລັງງານແສງຕາເວັນ+ພະລັງງານລົມ+ ການເກັບພະລັງງານ”, ຮອດທ້າຍ ເດືອນມິຖຸນາ 2026, ກຳລັງຕິດຕັ້ງໄຟຟ້າລວມຫຼາຍກວ່າ 85 ລ້ານກິໂລວັດ, ໃນນັ້ນ ກຳລັງຕິດຕັ້ງພະ ລັງງານສະອາດກວມເອົາຫຼາຍກວ່າ 93%, ກຳລັງຕິດຕັ້ງພະລັງງານໃໝ່ກວມຫຼາຍກວ່າ 74%; ສອງ, ໃຊ້ອຸດສາຫະກຳພະລັງການຄິດໄລ່ສີຂຽວເປັນພະລັງຊຸກ ຍູ້ທຸກຂະແໜງການ. ແຂວງຊິງໄຮແມ່ນແຂວງທຳອິດຂອງປະ ເທດທີ່ທົດລອງການປະສານງານລະຫວ່າງພະລັງການຄິດໄລ່ ສີຂຽວ ແລະ ພະລັງງານໄຟຟ້າ, ໄດ້ກໍ່ສ້າງ ແລະ ເປີດດຳເນີນສູນບໍລິຫານຈັດການພະລັງງານສະອາດ ແລະ ພະລັງງານການຄິດໄລ່ສີຂຽວແຫ່ງທຳອິດຂອງປະເທດ, ໃຫ້ບໍລິການແບບຢ່າງຄົບວົງຈອນແກ່ຊົນເຜົ່າຕ່າງໆ; ທີສາມ, ໃຊ້ການເປີດກວ້າງ ແລະ ການຮ່ວມມືຂະຫຍາຍພື້ນທີ່ການພັດທະນາ. ໃນເຄິ່ງປີທຳອິດຂອງປີນີ້, ລົດໄຟຂົນສົ່ງສິນຄ້າສາກົນ 97 ຂະບວນໄດ້ແລ່ນຈາກແຂວງຊິງໄຮສູ່ທົ່ວໂລກ. ໃນໄລຍະ “ແຜນການຫ້າປີທີ 14”, ມູນຄ່າການນຳເຂົ້າ-ສົ່ງອອກຜ່ານການຄ້າເອເລັກໂຕຣນິກຂ້າມຊາຍແດນບັນລຸ 1.4 ຕື້ຢວນ ເພີ່ມຂຶ້ນ ສະເລ່ຍ 34.1% ຕໍ່ປີ, ເຮັດໃຫ້ຜະລິດຕະພັນ “ຊື່ສຽງຂອງຊິງໄຮ” ກ້າວສູ່ໂລກ; ສີ່, ໃຊ້ການຊ່ວຍເຫຼືອແຂວງຊິງໄຮແບບຄູ່ຮ່ວມມືຢ່າງເລິກເຊິ່ງການຮ່ວມມືລະຫວ່າງພາກພື້ນ. ປັກກິ່ງຊ່ວຍເຫຼືອເມືອງຢູ່ຊູແບບຄູ່ຮ່ວມມືເປັນເວລາ 16 ປີ, 1,247 ໂຄງການທີ່ລົງມືປະຕິບັດໄດ້ເຊື່ອມຕໍ່ການປ່ຽນແປງຂອງພູພຽງຫິມະ, ຊອກຫາຈຸດຢືນການພັດທະນາຂອງແຂວງຊິງໄຮໃນການເປີດກວ້າງ ແລະ ການຮ່ວມມື. ມາດຕະການເຫຼົ່ານີ້ ເຮັດໃຫ້ຊົນເຜົ່າຕ່າງໆມີລາຍໄດ້ໝັ້ນຄົງ ໃນການພັດທະນາອຸດສາຫະກຳ, ກ້າວໄປຂ້າງໜ້າຮ່ວມກັນໃນເສັ້ນທາງຄວາມຮັ່ງມີຮ່ວມກັນ, ສ້າງພື້ນ ຖານການພັດທະນາທີ່ໝັ້ນຄົງໃຫ້ແກ່ຄວາມສາມັກຄີລະຫວ່າງຊົນເຜົ່າ ແລະ ຄວາມກ້າວໜ້າ.

ການປະຕິບັດຕົວຈິງຂອງແຂວງຊິງໄຮໄດ້ພິສູດໃຫ້ເຫັນວ່າການເລິກເຊິ່ງ “ການຫຼອມລວມສີ່ດ້ານ” ແມ່ນເສັ້ນທາງທີ່ມີປະສິດທິພາບໃນການສ້າງພື້ນຖານຄວາມ ສາມັກຄີລະຫວ່າງຊົນເຜົ່າ ແລະ ຄວາມກ້າວໜ້າທີ່ໝັ້ນຄົງ. ມຸ່ງສູ່ “ແຜນການຫ້າປີທີ 15”, ແຂວງຊິງໄຮຍັງຈະສືບຕໍ່ໃຊ້ການສ້າງສະຕິສຳນຶກປະຊາຄົມຊາດຈີນໃຫ້ໝັ້ນຄົງເປັນເສັ້ນຫຼັກ, ສ້າງພູມສັນຖານອາລິຍະທຳລະບົບນິເວດດ້ວຍມາດຕະຖານທີ່ສູງກວ່າ, ຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງດ້ວຍມາດຕະການທີ່ແທ້ຈິງກວ່າ, ເພີ່ມສະຫວັດດີພາບຂອງປະຊາຊົນດ້ວຍຄວາມຮັກອັນເລິກເຊິ່ງກວ່າ, ເຮັດໃຫ້ດອກໄມ້ແຫ່ງຄວາມສາມັກຄີລະຫວ່າງຊົນເຜົ່າ ແລະ ຄວາມກ້າວໜ້າບານຢູ່ເທິງຜືນແຜ່ນດິນພູພຽງຢ່າງຍືນຍົງ, ຂຽນບົດຂອງແຂວງຊິງໄຮໃນການທັນສະໄໝແບບຈີນ ຢ່າງສຸດກຳລັງ.

ຄໍາເຫັນ

ຂ່າວຕ່າງປະເທດ

ຫວຽດນາມ ຫັນວິທະຍາສາດເຕັກໂນໂລຊີ ເປັນກຳລັງໜູນການເຕີບໂຕເສດຖະກິດ

ຫວຽດນາມ ຫັນວິທະຍາສາດເຕັກໂນໂລຊີ ເປັນກຳລັງໜູນການເຕີບໂຕເສດຖະກິດ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 14 ຕຸລາ ຜ່ານມາວ່າ: ທ່ານ ໂຮ່ກ​ວັກ​ຢຸງ ຮອງນາຍົກລັດຖະມົນຕີ ຫວຽດ​ນາມ ໄດ້ຮຽກຮ້ອງໃນກອງປະຊຸມກ່ຽວກັບການ​ພັດ​ທະ​ນາລະບົບນິເວດນະວັດຕະກຳແຫ່ງຊາດ ທີ່ຈັດ​ຂຶ້ນໃນວັນ​ທີ 14 ຕຸລາ ຜ່ານມາ ຢູ່ນະຄອນຫູວງຮ່າໂນ້ຍ ວ່າ, ໃຫ້ສຸມໃສ່​ແກ້​ໄຂ​ຈຸດ​ອຸດ​ຕັນຂອງ​ລະ​ບອ​ບ​ລະ​ບຽບ​ການ ແລະ ​ຊຸກ​ຍູ້ການສະໜອງ - ຄວາມ​ຕ້ອງ​ການ, ເພີ່ມ​ທະ​ວີ​ການຄົ້ນຄວ້າ​ຕາມຄວາມຕ້ອງການຂອງ​ວິ​ສາ​ຫະ​ກິດ ເພື່ອຫັນວິທະຍາສາດເຕັກໂນໂລຊີໃຫ້ກາຍເປັນ​ກຳ​ລັງ​ໜູນຂອງການ​ເຕີບ​ໂຕ​ເສດ​ຖະ​ກິດ​ຢ່າງ​ແທ້​ຈິງ.
ມູນຄ່າການຄ້າຂອງຈີນ ກັບປະເທດຮ່ວມກັນສ້າງ ໜຶ່ງແລວໜຶ່ງເສັ້ນທາງ ບັນລຸ 20,370 ຕື້ຢວນ

ມູນຄ່າການຄ້າຂອງຈີນ ກັບປະເທດຮ່ວມກັນສ້າງ ໜຶ່ງແລວໜຶ່ງເສັ້ນທາງ ບັນລຸ 20,370 ຕື້ຢວນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 14 ຕຸລາ ຜ່ານມາ, ຫ້ອງການຖະແຫຼງຂ່າວຂອງລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ ເພື່ອແຈ້ງໃຫ້ຮູ້ກ່ຽວກັບສະພາບການຄ້າຂາເຂົ້າ-ຂາອອກ ໃນ 3 ໄຕມາດຂອງປີນີ້.
ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຄວບ​ຄຸມໝອກ​ຄວັນ​ຂ້າມ​ຊາຍ​ແດນ

ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຄວບ​ຄຸມໝອກ​ຄວັນ​ຂ້າມ​ຊາຍ​ແດນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 15 ຕຸລາ ຜ່ານມາວ່າ: ຟີ​ລິບ​ປິນ​ທີ່​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ຂອງ​ອາ​ຊຽນ​ຢືນ​ຢັນ​ວ່າ, ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຄວບ​ຄຸມ​ໝອກຄວັນ​ຂ້າມ​ຊາຍ​ແດນ​ໃນ​ກອງ​ປະ​ຊຸມ​ກະ​ກຽມ​ຂອງ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ທີ່​ຈະ​ຈັດ​ຂຶ້ນ​ກ່ອນກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ໃນ​ເດືອນ​ພະ​ຈິກ​ໜ້າ​ນີ້.
ກຳປູເຈຍ ປາບປາມເສັ້ນທາງການສໍ້ໂກງທາງອອນລາຍຢ່າງຂ້ຽວຂາດ

ກຳປູເຈຍ ປາບປາມເສັ້ນທາງການສໍ້ໂກງທາງອອນລາຍຢ່າງຂ້ຽວຂາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 14 ຕຸລາ ຜ່ານມາວ່າ: ລັດຖະບານ ກຳປູເຈຍ ໄດ້ຢືນຢັນຄືນ ໃໝ່ຫຼັກ​ໝັ້ນຂອງຕົນ​ໃນການ​ຕ້ານ​ການສໍ້ໂກງ​ທາງອອນລາຍ, ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່​ປ​ະຕິ​ບັດກົດໝາຍຢ່າງເຂັ້ມງວດຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວສໍ້ໂກງຫຼອກລວງ, ​ສັ່ງຟ້ອງ​ຫົວໂປ່ ແລະ ຜູ້​ມີ​ສ່ວນ​ກ່ຽວ​ຂ້ອງ, ກໍ​ຄືອາຍັດຊັບສິນຂອງອາດຊະຍາກຳ. ຂໍ້ມູນ​ດັ່ງ​ກ່າວໂດຍ ທ່ານ ໄຊ ສິນາຣິດ ລັດ​ຖະ​ມົນ​ຕີ​ຂັ້ນ​ສູງ ທັງ​ເປັນ​ຫົວ​ໜ້າຄະນະກຳມະການຕ້ານການສໍ້ໂກງທາງອອນລາຍ (CCOS) ຍົກ​ອອກ​ມາ​ຫວ່າງມໍ່ໆ​ມານີ້.
ດັດຊະນີ CPI ຂອງອິນເດຍໃນເດືອນກັນຍາ ເພີ່ມຂຶ້ນ 5.54%

ດັດຊະນີ CPI ຂອງອິນເດຍໃນເດືອນກັນຍາ ເພີ່ມຂຶ້ນ 5.54%

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ກະຊວງສະຖິຕິອິນເດຍເປີດເຜີຍວ່າ, ດັດຊະນີລາຄາຜູ້ບໍລິໂພກ (CPI) ຊຶ່ງເປັນມາດຕະການວັດແທກອັດຕາເງິນເຟີ້ທີ່ຂັບເຄື່ອນໂດຍການໃຊ້ຈ່າຍຂອງຜູ້ບໍລິໂພກ, ໄດ້ເພີ່ມຂຶ້ນ 5.54% ໃນເດືອນກັນຍາ ເມື່ອທຽບກັບປີກ່ອນ ຊຶ່ງສູງກວ່າໂຕເລກການຄາດຄະເນຂອງນັກວິເຄາະທີ່ 5.40%, ຈາກ 4.83% ໃນເດືອນສິງຫາ.
ທ່ານ ສີຈິ້ນຜິງ: “ບໍ່ມີສຸຂະພາບທົ່ວປວງຊົນ ກໍຈະບໍ່ມີຄວາມອີ່ມໜຳສຳລານຮອບດ້ານ”

ທ່ານ ສີຈິ້ນຜິງ: “ບໍ່ມີສຸຂະພາບທົ່ວປວງຊົນ ກໍຈະບໍ່ມີຄວາມອີ່ມໜຳສຳລານຮອບດ້ານ”

ຢູ່ກາງແມ່ນ້ຳຢາງຊີກ້ຽງຕອນເຈີ້ນຈ່ຽງ ແຂວງຈ່ຽງຊູ ມີເກາະດອນນ້ອຍແຫ່ງໜຶ່ງຄື ຕາແສງຊື້ເຢ້ ເມືອງຕ່ານຖູ ນະຄອນເຈີ້ນຈ່ຽງ. ຢູ່ເທິງດອນແຫ່ງນີ້ມີປະຊາຊົນອາໄສຢູ່ຈຳນວນ 5 ບ້ານ ມີປະຊາກອນໝື່ນກວ່າຄົນ, ໃນອະດີດຜ່ານມາ, ຊາວບ້ານເຄີຍປະສົບຄວາມຫຍຸ້ງຍາກດ້ານໜຶ່ງຄື: “ຢ້ານເສຍຊີວິດຍ້ອນເຈັບເປັນ ແລະ ທັງຢ້ານເສຍຊີວິດຍ້ອນການຄົມມະນາຄົມ.” ຕອນບ່າຍວັນທີ 13 ທັນວາ 2014, ທ່ານ ສີຈິ້ນຜິງ ໄດ້ເດີນທາງໄປຢ້ຽມຢາມປະຊາຊົນຢູ່ດອນດັ່ງກ່າວ ໂດຍເພິ່ນໄດ້ໄປເຖິງໂຮງໝໍຕາແສງຊື້ເຢ້ ເພື່ອສຳຫຼວດຊອກຮູ້ສະພາບການພັດທະນາວຽກງານສາທາລະນະສຸກຢູ່ຊົນນະບົດ ແລະ ການບໍລິການປິ່ນປົວພະຍາດໃຫ້ແກ່ຊາວບ້ານ.
ເດືອນກັນຍາ ຫວຽດນາມ ສົ່ງອອກຜັກ ໝາກໄມ້ ບັນລຸ 1 ຕື້ກວ່າໂດລາ

ເດືອນກັນຍາ ຫວຽດນາມ ສົ່ງອອກຜັກ ໝາກໄມ້ ບັນລຸ 1 ຕື້ກວ່າໂດລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານຫວ່າງມໍ່ໆມານີ້ວ່າ: ​ກະ​ຊວງ​ກະ​ສິ​ກຳ ແລະ ສິ່ງ​ແວດ​ລ້ອມ ຫວຽດ​ນາມ ລາຍງານວ່າ, ການ​ສົ່ງ​ອອກຜັກ​, ໝາກ​ໄມ້ ໃນ​ເດືອນກັນ​ຍາ ບັນ​ລຸ​ເກືອບ 1.2 ຕື້​ໂດລາ.
ຣັດເຊຍ ໝັ້ນໃຈ ສາມາດສົ່ງອອກນໍ້າມັນກາຊວນໄປຍັງຕະຫຼາດໂລກໄດ້ໂດຍບໍ່ມີບັນຫາ

ຣັດເຊຍ ໝັ້ນໃຈ ສາມາດສົ່ງອອກນໍ້າມັນກາຊວນໄປຍັງຕະຫຼາດໂລກໄດ້ໂດຍບໍ່ມີບັນຫາ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 12 ຕຸລາ ຜ່ານມາວ່າ: ທ່ານ ດີມີຕຣີ ເປສຄອບ ໂຄສົກທຳນຽບເຄຣມລິນ ກ່າວວ່າ: ຣັດເຊຍ ຈະສາມາດສົ່ງອອກນໍ້າມັນກາຊວນໄດ້ຢ່າງລາບລື່ນໂດຍບໍ່ມີບັນຫາ ເພາະວ່າຕະຫຼາດໂລກຍັງມີຄວາມຕ້ອງການສູງຫຼາຍສຳລັບຜະລິດຕະພັນນໍ້າມັນ, ຄຽງຄູ່ກັບການຫຼຸດລົງຢ່າງຫຼວງຫຼາຍຂອງການສະໜອງນໍ້າມັນ ແລະ ຜະລິດຕະພັນນໍ້າມັນໃນຕະຫຼາດ. ຍິ່ງໄປກວ່ານັ້ນ, ຣັດເຊຍບໍ່ຈຳເປັນຕ້ອງໄດ້ຮັບຄຳຮ້ອງຂໍໂດຍກົງສຳລັບການຂົນສົ່ງນໍ້າມັນເຊື້ອໄຟ ເພາະວ່າການຊື້-ຂາຍ ແລະ ຈຳໜ່າຍນໍ້າມັນເຊື້ອໄຟແມ່ນໄດ້ດຳເນີນການຜ່ານພໍ່ຄ້າຄົນກາງຢູ່ແລ້ວ.
UNCTAD ຄາດຄະເນ ເສດຖະກິດໂລກຈະເຕີບໂຕຊ້າລົງ ໃນປີ 2026

UNCTAD ຄາດຄະເນ ເສດຖະກິດໂລກຈະເຕີບໂຕຊ້າລົງ ໃນປີ 2026

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 12 ຕຸລາ ຜ່ານມາວ່າ: ບົດລາຍງານການຄ້າ ແລະ ການພັດທະນາປີ 2026 ຈາກກອງປະຊຸມສະຫະປະຊາຊາດວ່າດ້ວຍການຄ້າ ແລະ ການພັດທະນາ (UNCTAD) ລະບຸວ່າ, ເສດຖະກິດໂລກມີທ່າອ່ຽງເຕີບໂຕ 2.6% ໃນປີ 2026, ຫຼຸດລົງຈາກ 2.9% ໃນປີ 2025. ໂດຍກຸ່ມປະເທດເສດຖະກິດກຳລັງພັດທະນາ ມີທ່າອ່ຽງຈະເຕີບໂຕ 4% ໃນປີນີ້, ຫຼຸດລົງຈາກ 4.7% ໃນປີ 2025.
ອົສຕຣາລີ ເລີ່ມຕົ້ນການກໍ່ສ້າງໂຄງການແຮ່ທາດຫາຍາກ ຂະໜາດໃຫຍ່

ອົສຕຣາລີ ເລີ່ມຕົ້ນການກໍ່ສ້າງໂຄງການແຮ່ທາດຫາຍາກ ຂະໜາດໃຫຍ່

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ລັດຖະບານອົສຕຣາລີ ໄດ້ປະກາດການເລີ່ມກໍ່ສ້າງໂຄງການແຮ່ທາດທີ່ຫາຍາກໃນເຂດພາກເໜືອຂອງອົສຕຣາລີ, ໂດຍໄດ້ຮັບເງິນລົງທຶນຈາກລັດຖະບານມູນຄ່າ 1.2 ຕື້ໂດລາອົສ ຕຣາລີ. ໂຄງການດັ່ງກ່າວຄາດວ່າຈະສາມາດຜະລິດແຮ່ທາດທີ່ຫາຍາກ ເພື່ອຕອບສະໜອງຄວາມຕ້ອງການທົ່ວໂລກໄດ້ປະມານ 4-5%.
ເພີ່ມເຕີມ