![]() |
ໃນກອງປະຊຸມ, ຄະນະຮັບຜິດຊອບໄດ້ສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ໃນໄລຍະ 5 ປີ (2021-2025) ພ້ອມທັງກໍານົດທິດທາງແຜນການ 5 ປີຕໍ່ໜ້າ (2026-2030), ຜ່ານຮ່າງລາຍງານຕີລາຄາການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງອົງຄະນະພັກແຂວງ (2021-2025) ແລະ ທິດທາງແຜນການ (2026-2030) ເພື່ອຮັບປະກັນຄວາມຕໍ່ເນື່ອງ ແລະ ຄວາມເຂັ້ມແຂງຂອງລະບົບການເມືອງ, ເຊື່ອມຊຶມບົດໂອ້ລົມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ຕໍ່ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII, ເຜີຍແຜ່ບັນດາມະຕິສໍາຄັນ ເປັນຕົ້ນ ມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ, ມະຕິວ່າດ້ວຍການເພີ່ມທະວີວຽກງານແຂ່ງຂັນ-ຍ້ອງຍໍ ໃນໄລຍະໃໝ່ ແລະ ມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII ເພື່ອໃຊ້ເປັນບ່ອນອີງອັນໜັກແໜ້ນ ໃນການຄຸ້ມຄອງ ແລະ ພັດທະນາບຸກຄະລາກອນ. ນອກຈາກນີ້, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ປະກອບຄໍາຄິດເຫັນ ແລະ ແລກປ່ຽນບົດຮຽນຕົວຈິງໃນຫລາຍບັນຫາ ເປັນຕົ້ນ ວຽກງານການປັບປຸງກົງຈັກການຈັດຕັ້ງ, ບົດຮຽນການບໍາລຸງສ້າງພະນັກງານ, ຜົນສໍາເລັດການສ້າງແຜນກໍານົດພະນັກງານຢູ່ເມືອງ, ການກະກຽມ-ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ແລະ ກອງປະຊຸມໃຫຍ່ໜ່ວຍພັກຮາກຖານບ້ານ, ບົດຮຽນການຂະຫຍາຍພັກຢູ່ເມືອງ ຕະຫລອດຮອດການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຢູ່ເມືອງ ເພື່ອເປັນບ່ອນອີງໃນການວາງທິດທາງແຜນການ ໃຫ້ບັນລຸຄາດໝາຍທີ່ກໍານົດໄວ້.
ໃນໂອກາດນີ້, ທ່ານ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ໄດ້ເນັ້ນໃຫ້ພະນັກງານການນໍາໃນແຕ່ລະຂັ້ນ ເອົາໃຈໃສ່ຍົກສູງບົດບາດການນໍາພາຂອງພັກ ສ້າງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ; ສືບຕໍ່ປັບປຸງກົງຈັກການຈັດຕັ້ງ ກຳນົດໂຄງສ້າງ, ພາລະບົດບາດ, ສິດ-ໜ້າທີ່ ແລະ ອື່ນໆໃຫ້ຈະແຈ້ງ, ກະທັດຮັດ ແລະ ມີປະສິດທິພາບ; ການຄຸ້ມຄອງ ແລະ ສັບຊ້ອນພະນັກງານ ວາງແຜນກຳນົດພະນັກງານນຳພາ-ສືບທອດ, ຈັດວາງ-ແຕ່ງຕັ້ງ, ເລື່ອນຊັ້ນ, ແລະ ປະເມີນຜົນງານຢ່າງເປັນຮູບປະທຳ; ການກໍ່ສ້າງ ແລະ ຍົກລະດັບ ບຳລຸງທິດສະດີການເມືອງ, ການບໍລິຫານ ແລະ ວິຊາສະເພາະ ເພື່ອສ້າງພະນັກງານຮຸ່ນໃໝ່ ໃຫ້ມີຄວາມສາມາດຮອບດ້ານ, ເບິ່ງແຍງລະບອບອຸດໜູນ ແລະ ຍ້ອງຍໍຢ່າງຍຸຕິທຳ ຄວບຄູ່ກັບການກວດກາ ແລະ ປະຕິບັດວິໄນຕໍ່ຜູ້ລະເມີດ; ການຍຶດຖືຫຼັກການນຳພາ ເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕ, ນຳພາເປັນກຸ່ມ-ແບ່ງງານໃຫ້ບຸກຄົນຮັບຜິດຊອບ, ໂດຍຖືວ່າຖ້າວຽກງານຈັດຕັ້ງດີ, ຈະເຮັດໃຫ້ພະນັກງານ ແລະ ການຈັດຕັ້ງໃນທຸກຂົງເຂດມີຄວາມເຂັ້ມ ຊຶ່ງຈະເປັນພື້ນຖານອັນແຂງແກ່ນ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແລະ ປົກປັກຮັກສາຄວາມສະຫງົບ ຂອງແຂວງບໍ່ແກ້ວ ໃຫ້ໝັ້ນຄົງຕະຫຼອດໄປ. (ຂ່າວ: ສາຍສະໝອນ ແກ້ວວິສິດ)

ຄໍາເຫັນ