ຂ່າວຕ່າງປະເທດລາຍງານວ່າ: ອົງການທ່ອງທ່ຽວແຫ່ງຊາດຍີ່ປຸ່ນ (JNTO) ເປີດເຜີຍຂໍ້ມູນໃນວັນທີ 16 ກໍລະກົດ ຜ່ານມາວ່າ: ຍີ່ປຸ່ນ ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດຈຳນວນ 21.5 ລ້ານຄົນໃນເຄິ່ງປີທຳອິດ ຂອງປີ 2025, ໂດຍຄວາມຕ້ອງການການເດີນທາງຍັງຄົງແຂງແຮງ ເຖິງແມ່ນວ່າຢູ່ນອກລະດູການທ່ອງທ່ຽວ.
ຂໍ້ມູນລະບຸວ່າ: ຈຳນວນນັກທ່ອງທ່ຽວໃນ 6 ເດືອນຕົ້ນປີນີ້ ໄດ້ລື່ນກາຍສະຖິຕິກ່ອນໜ້າ ທີ່ 17.78 ລ້ານເທື່ອຄົນ ໃນປີ 2024.
ສ່ວນຈໍານວນນັກທ່ອງທ່ຽວຕ່າງປະເທດໃນເດືອນມິຖຸນາມີທັງໝົດ 3.38 ລ້ານຄົນ, ເພີ່ມຂຶ້ນ 7.6%ເມື່ອທຽບໃສ່ປີກາຍ ຊຶ່ງເປັນສະຖິຕິສູງສຸດແບບບໍ່ເຄີຍມີມາກ່ອນສໍາລັບເດືອນມິຖຸນາ.
ຄໍາເຫັນ