6 ເດືອນຕົ້ນປີນີ້ຄົນຕ່າງປະເທດເດີນທາງເຂົ້າຈີນແບບຍົກເວັ້ນວີຊາ ເພີ່ມຂຶ້ນ 53.9%
ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 16 ກໍລະກົດ ຜ່ານມາ, ກົມຄຸ້ມຄອງຄົນເຂົ້າ-ອອກເມືອງແຫ່ງຊາດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ, ໂດຍໃຫ້ຮູ້ວ່າ: ໃນ 6 ເດືອນຕົ້ນປີນີ້, ຈີນໄດ້ປະຕິບັດນະໂຍບາຍຍົກເວັ້ນວີຊາສຳລັບກຸ່ມນັກທ່ອງທ່ຽວຈາກປະເທດສະມາຊິກອາຊຽນທີ່ຜ່ານດ່ານຢູ່ກິ່ງແຂວງສິບສອງພັນນາ ແຂວງຢຸນນານ ແລະ ເພີ່ມອິນໂດເນເຊຍເຂົ້າເປັນປະເທດທີ່ສາມາດນຳໃຊ້ນະໂຍບາຍຜ່ານແດນຈີນແບບຍົກເວັ້ນວີຊາພາຍໃນ 240 ຊົ່ວໂມງ.
ກົມຄຸ້ມຄອງຄົນເຂົ້າອອກເມືອງແຫ່ງຊາດຈີນ ໄດ້ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງອື່ນໆ ຕັ້ງໜ້າຊຸກຍູ້ການອຳນວຍຄວາມສະດວກໃຫ້ແກ່ຄົນຕ່າງປະເທດໃນດ້ານການຊຳລະບັນຊີ, ການພັກເຊົາ, ການຄົມມະນາຄົມ ແລະ ອື່ນໆ ຊຶ່ງໄດ້ຊຸກຍູ້ການໄປມາຫາສູ່ກັນ ແລະ ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງປະຊາຊົນຈີນກັບປະຊາຊົນຕ່າງປະເທດ.
ໃນ 6 ເດືອນຕົ້ນປີນີ້, ຄົນຕ່າງປະເທດເດີນທາງເຂົ້າປະເທດຈີນແບບຍົກເວັ້ນວີຊາ ບັນລຸ 13.64 ລ້ານເທື່ອຄົນ, ກວມເອົາ 71,2% ຂອງຍອດຈຳນວນຄົນຕ່າງປະເທດທີ່ເດີນທາງເຂົ້າປະເທດຈີນ, ເພີ່ມຂຶ້ນ 53.9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ຄໍາເຫັນ