ຫວຽດນາມ ພ້ອມແລ້ວຈະແບ່ງປັນບົດຮຽນ ແລະ ແຫຼ່ງກຳລັງພັດທະນາ OCOP

ຫວຽດນາມ ພ້ອມແລ້ວຈະແບ່ງປັນບົດຮຽນ ແລະ ແຫຼ່ງກຳລັງພັດທະນາ OCOP

ຫວຽດນາມ ພ້ອມແລ້ວຈະແບ່ງປັນບົດຮຽນ ແລະ ແຫຼ່ງກຳລັງພັດທະນາ OCOP
ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 16 ກໍລະກົດ ຜ່ານມາວ່າ: ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນແຫຼ່ງກຳລັງ, ແຫຼ່ງຊັບພະຍາກອນມະນຸດ, ວິທະຍາສາດເຕັກໂນໂລຊີກັບບັນດາປະເທດມີເງື່ອນໄຂຄ້າຍຄືກັນດ້ານດິນຟ້າອາກາດ ເພື່ອພັດທະນາຜະລິດຕະພັນ OCOP ແລະ ພື້ນຖານກະສິກຳແບບຍືນຍົງ”. ນີ້ແມ່ນຄຳຢືນຢັນຂອງທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ ໃນການຕ້ອນຮັບຄະນະຜູ້ແທນບັນດາລັດຖະມົນຕີ, ເຈົ້າໜ້າທີ່ຂັ້ນສູງດ້ານກະສິກຳ ທີ່ເຂົ້າຮ່ວມເວທີປາໄສແລກປ່ຽນບົດຮຽນຂັ້ນສູງລະຫວ່າງບັນດາພາກພື້ນກ່ຽວກັບຮູບແບບແຕ່ລະຕາແສງມີຜະລິດຕະພັນໜຶ່ງ (OCOP), ໂດຍກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ສົມທົບກັບອົງການອາຫານ ແລະ ການກະເສດ (FAO) ຈັດຂຶ້ນໃນວັນທີ 15 ກໍລະກົດ ຜ່ານມາ ຢູ່ສຳນັກງານລັດຖະບານ ທີ່ນະຄອນຫຼວງຮ່າໂນ້ຍ.

ໃນການຕ້ອນຮັບ, ທ່ານ ເຈິ່ນຮົ່ງຮ່າ ສະເໜີໃຫ້ FAO ພ້ອມກັບບັນດາປະເທດ ຮ່ວມເດີນທາງສ້າງຂໍ້ລິເລີມລວມ, ຕິດພັນກັບຄຳໝັ້ນສັນຍາຂອງການນຳຂັ້ນສູງ, ເພື່ອຮັບປະກັນໃຫ້ປະຊາຊົນໝົດທຸກຄົນ, ພິເສດແມ່ນຊາວກະສິກອນໄດ້ຊົມໃຊ້ຄວາມແທດຈິງຈາກການຮ່ວມມືສາກົນໃນຂະແໜງກະສິກຳ.

ຕີລາຄາສູງຜົນສຳເລັດພົ້ນເດັ່ນຂອງ ຫວຽດນາມ ໃນການພັດທະນາກະສິກຳ, ທ່ານນາງ Beth Bechdol ຮອງຜູ້ອຳນວຍການໃຫຍ່ FAO ໃຫ້ຂໍ້ສັງເກດວ່າ: OCOP ຂອງ ຫວຽດນາມ ບໍ່ພຽງແຕ່ຊ່ວຍຫັນຜະລິດຕະພັນກະສິກຳຂອງທ້ອງຖິ່ນເປັນຫຼາຍຮູບຫຼາຍແບບ ແລະ ຍົກສູງຄຸນນະພາບເທົ່ານັ້ນ, ຫາກຍັງເປີດໂອກາດໃຫ້ແກ່ບັນດາປະເທດຮ່ຳຮຽນ, ແບ່ງປັນ ແລະ ຮ່ວມມືອີກດ້ວຍ.

ຄໍາເຫັນ

ຂ່າວຕ່າງປະເທດ

ການຄ້າທົ່ວໂລກ ຂະຫຍາຍຕົວຫຼາຍກວ່າ 5% ໃນໄຕມາດທຳອິດ

ການຄ້າທົ່ວໂລກ ຂະຫຍາຍຕົວຫຼາຍກວ່າ 5% ໃນໄຕມາດທຳອິດ

ຂ່າວຕ່າງປະເທດລາຍງານ; ອົງການ​ການ​ຄ້າ​ໂລກ (WTO) ເປີດເຜີຍໃນວັນທີ 15 ກໍລະກົດ ຜ່ານມາວ່າ: ປະລິມານ​ການ​ຄ້າ​ທົ່ວ​ໂລກ​ຂະຫຍາຍ​ຕົວ​ຢ່າງ​ແຂງ​ແຮງ​ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ 2025, ແຕ່​ຄາດວ່າອັດຕາການຂະຫຍາຍຕົວ​ດ້ານ​ການ​ຄ້າ​ໃນ​ປີ 2025 ຈະ​ຊ້າ​ລົງ​ຍ້ອນ​ຜົນ​ກະທົບ​ຈາກ​ອັດຕາ​ພາສີ.
ຍີ່ປຸ່ນ ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດໃນເຄິ່ງປີທຳອິດ 21.5 ລ້ານຄົນ

ຍີ່ປຸ່ນ ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດໃນເຄິ່ງປີທຳອິດ 21.5 ລ້ານຄົນ

ຂ່າວຕ່າງປະເທດລາຍງານວ່າ: ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຍີ່ປຸ່ນ (JNTO) ເປີດເຜີຍຂໍ້ມູນໃນວັນທີ 16 ກໍລະກົດ ຜ່ານມາວ່າ: ຍີ່ປຸ່ນ ຕ້ອນຮັບນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດຈຳນວນ 21.5 ລ້ານ​​ຄົນ​ໃນ​ເຄິ່ງປີ​ທຳ​ອິດ​ ຂອງ​ປີ 2025, ​ໂດຍ​ຄວາມ​ຕ້ອງການ​ການເດີນທາງ​ຍັງ​ຄົງ​ແຂງ​ແຮງ ​ເຖິງແມ່ນວ່າຢູ່​ນອກ​ລະດູ​ການທ່ອງທ່ຽວ.
ທ່ານ ຮຸນມາເນດ ສັ່ງປາບປາມກຸ່ມສໍ້ໂກງທາງອອນລາຍ

ທ່ານ ຮຸນມາເນດ ສັ່ງປາບປາມກຸ່ມສໍ້ໂກງທາງອອນລາຍ

ຂ່າວຕ່າງປະເທດລາຍງານ ໃນວັນທີ 16 ກໍລະກົດ ຜ່ານມານີ້ວ່າ: ທ່ານ ຮຸນມາເນດ ນາຍົກ ລັດຖະມົນຕີກຳປູເຈຍ ໄດ້ລົງນາມໃນຄຳສັ່ງປາບປາມເຄືອຂ່າຍການສໍ້ໂກງທາງອອນລາຍທີ່ແຜ່ຂະຫຍາຍໄປທົ່ວປະເທດ ໂດຍເຕືອນວ່າ: ເຈົ້າໜ້າທີ່ທີ່ຂັດຂວາງການປາບປາມອາດຖືກໄລ່ອອກຈາກວຽກ.
6 ເດືອນ​ຕົ້ນ​ປີ​ນີ້ຄົນ​ຕ່າງ​ປະ​ເທດເດີນ​ທາງ​ເຂົ້າ​​​ຈີນ​ແບບ​ຍົກ​ເວັ້ນ​ວີຊາ ເພີ່ມ​ຂຶ້ນ 53.9%

6 ເດືອນ​ຕົ້ນ​ປີ​ນີ້ຄົນ​ຕ່າງ​ປະ​ເທດເດີນ​ທາງ​ເຂົ້າ​​​ຈີນ​ແບບ​ຍົກ​ເວັ້ນ​ວີຊາ ເພີ່ມ​ຂຶ້ນ 53.9%

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 16 ກໍ​ລະ​ກົດ ຜ່ານມາ​, ກົມ​ຄຸ້ມ​ຄອງຄົນ​ເຂົ້າ​-ອອກ​ເມືອງ​ແຫ່ງ​ຊາດ​ຈີນ​ໄດ້​ຈັດກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ, ໂດຍ​ໃຫ້​ຮູ້​ວ່າ: ໃນ 6 ເດືອນ​ຕົ້ນ​ປີ​ນີ້, ຈີນ​ໄດ້​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຍົກ​ເວັ້ນ​ວີຊາ​ສຳ​ລັບ​ກຸ່ມ​ນັກ​ທ່ອງ​ທ່ຽວ​ຈາກປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ທີ່​ຜ່ານດ່ານ​ຢູ່​ກິ່ງ​ແຂວ​ງ​ສິບ​ສອງ​ພັນ​ນາ ​ແຂວງ​ຢຸນ​ນານ​ ແລະ ​ເພີ່ມອິນ​ໂດ​ເນ​ເຊຍ​ເຂົ້າເປັນ​ປະ​ເທດ​ທີ່​​ສາ​ມາດ​​ນຳໃຊ້​ນະ​ໂຍ​ບາຍ​ຜ່ານ​ແດນຈີນ​ແບບ​​ຍົກ​ເວັ້ນ​ວີ​ຊາ​ພາຍ​ໃນ 240 ຊົ່ວ​ໂມງ.
ຫວຽດນາມ ຈັດກອງປະຊຸມທາງໄກທົ່ວປະເທດກ່ຽວກັບແຜນການເຕີບໂຕ

ຫວຽດນາມ ຈັດກອງປະຊຸມທາງໄກທົ່ວປະເທດກ່ຽວກັບແຜນການເຕີບໂຕ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 16 ກໍລະກົດ ຜ່ານມາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມທາງໄກລະຫວ່າງລັດຖະບານກັບທ້ອງຖິ່ນ ກ່ຽວກັບແຜນການເຕີບໂຕເສດຖະກິດ ປີ 2025 ແລະ ບັນດາໜ້າທີ່, ມາດຕະການແກ້ໄຂ ເພື່ອປະຕິບັດເປົ້າໝາຍເຕີບໂຕປີ 2025. ກອງປະຊຸມໄດ້ຈັດຂຶ້ນໂດຍກົງຢູ່ສຳນັກງານລັດຖະບານ ທີ່ນະຄອນຫຼວງຮ່າໂນ້ຍ, ໂດຍເຊື່ອມຕໍ່ກັບ 34 ແຂວງ, ນະຄອນ ແລະ 3.300 ກວ່າຕາແສງ, ເຂດພິເສດໃນທົ່ວປະເທດ.
ຜູ້ຜະລິດກະແລັມ ກວ່າ 90% ກຽມຍົກເລີກການໃຊ້ສີປະສົມອາຫານສັງເຄາະ

ຜູ້ຜະລິດກະແລັມ ກວ່າ 90% ກຽມຍົກເລີກການໃຊ້ສີປະສົມອາຫານສັງເຄາະ

ຂ່າວຕ່າງປະເທດລາຍງານ ໃນວັນທີ 14 ກໍລະກົດ ຜ່ານມາວ່າ: ສະມາຄົມອາຫານ ​ແລະ ຜະລິດຕະພັນນົມ​ສາກົນ (IDFA) ​ແລະ ​ເຈົ້າ​ໜ້າ​ທີ່​ລັດຖະບານ​ສະຫະລັດ ອາເມຣິກາ ​ປະກາດຫວ່າງມໍ່ໆມານີ້ວ່າ: ຜູ້ຜະລິດ​ກະແລັມ 40 ກວ່າແຫ່ງ ​ຊຶ່ງກວມອັດຕາສ່ວນຫຼາຍກວ່າ 90% ຂອງຕະຫຼາດ ຈະ​ຍົກ​ເລີກການໃຊ້ສີປະສົມ​ອາຫານສັງເຄາະ ໃນຜະລິດຕະພັນພາຍໃນ​ປີ 2028, ຍົກ​ເວັ້ນ​ຜະລິດ​ຕະພັນ​ທີ່​ບໍ່​ມີ​ນົມ.
ທະນາຄານກາງອົສຕຣາລີ ສະເໜີຍົກເລີກເກັບຄ່າທຳນຽມການຊຳລະເງິນຜ່ານບັດ

ທະນາຄານກາງອົສຕຣາລີ ສະເໜີຍົກເລີກເກັບຄ່າທຳນຽມການຊຳລະເງິນຜ່ານບັດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 15 ກໍລະກົດ ຜ່ານມາວ່າ: ທະນາຄານກາງອົສຕຣາລີ (RBA) ໄດ້ສະເໜີໃຫ້ຍົກເລີກການເກັບຄ່າທຳນຽມການຊຳລະເງິນຜ່ານບັດ ຊຶ່ງຖ້າຫາກຖືກຈັດຕັ້ງປະຕິບັດ ກໍຈະຊ່ວຍປະຢັດເງິນໄດ້ຫຼາຍກວ່າໜຶ່ງຕື້ໂດລາຕໍ່ປີ.
ການສົ່ງອອກຂອງອິນເດຍໄປ ສະຫະລັດ ອາເມຣິກາ ເພີ່ມຂຶ້ນ 23.53%

ການສົ່ງອອກຂອງອິນເດຍໄປ ສະຫະລັດ ອາເມຣິກາ ເພີ່ມຂຶ້ນ 23.53%

ຂ່າວຕ່າງປະເທດລາຍງານ ໃນວັນທີ 16 ກໍລະກົດນີ້ວ່າ: ກະຊວງ​ການ​ຄ້າ​ ແລະ ​ອຸດສາຫະກຳ​ອິນ​ເດຍ​ ເປີດເຜີຍ ວ່າ, ການ​ສົ່ງ​ອອກ​ໄປ​ ສະຫະລັດ ອາ​ເມ​ຣິ​ກາ ​ໄດ້​ເພີ່ມ​ຂຶ້ນ 23.53% ​ເປັນ 8.3 ຕື້​ໂດ​ລາ ​​ໃນ​ເດືອນ​ມິຖຸນາ ຜ່ານມາ, ​ໃນ​ຂະນະ​ທີ່​ການ​ນຳ​ເຂົ້າ​ຫຼຸດ​ລົງ 10.61% ​ເປັນ​ປະມານ 4 ຕື້​ໂດ​ລາ.
ອິນໂດເນເຊຍ ຈະນຳເຂົ້າງົວນົມ 1 ລ້ານໂຕ ໃນ 5 ປີຂ້າງໜ້າ

ອິນໂດເນເຊຍ ຈະນຳເຂົ້າງົວນົມ 1 ລ້ານໂຕ ໃນ 5 ປີຂ້າງໜ້າ

ຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ຜ່ານມາ, ທ່ານ ອາກຸງ ຊູກັນດາ ຜູ້ອໍານວຍການໃຫຍ່ອົງການລ້ຽງສັດ ແລະ ສຸຂະພາບສັດ ຂອງກະຊວງກະສິກໍາອິນໂດເນເຊຍ ກ່າວວ່າ: ລັດຖະບານມີເປົ້າໝາຍທີ່ຈະເພິ່ງຕົນເອງທາງດ້ານການຜະລິດນົມ ໃນປີ 2029 ແລະ ວາງແຜນທີ່ຈະນໍາເຂົ້າງົວນົມ 1 ລ້ານໂຕໃນ 5 ປີຂ້າງໜ້າ.
ອຸທິຍານ ຂອງມາເລຊາຍ ໄດ້ຮັບຮອງເຂົ້າເປັນມໍລະດົກໂລກ

ອຸທິຍານ ຂອງມາເລຊາຍ ໄດ້ຮັບຮອງເຂົ້າເປັນມໍລະດົກໂລກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 14 ກໍລະກົດ ຜ່ານມາ; ກະຊວງ​ການ​ທ່ອງ​ທ່ຽວ, ສິລະ​ປະ​ ແລະ​ວັດທະນະທຳ​ ຂອງ​ມາ​ເລ​ເຊຍ ລາຍງານ​ວ່າ: ອຸທິຍານຂອງສະຖາບັນວິໄຈປ່າໄມ້​ມາ​ເລ​ເຊຍ (FRIM) ໃນລັດ Selangor ​ໄດ້​ຮັບ​ການ​ຮັບຮອງ​ເຂົ້າ​ເປັນ​ມໍລະດົກ​ໂລກ ​ຂອງ UNESCO, ​ໃນ​ກອງ​ປະຊຸມ​ຄັ້ງ​ທີ 47 ຂອງ​ຄະນະ​ກຳມະການ​ມໍລະດົກ​ໂລກ ​ທີ່ດຳເນີນໃນ​ວັນ​ທີ 6-16 ກໍລະກົດ ຜ່ານມາ ​ຢູ່​ນະຄອນຫຼວງ​ປາຣີ ປະ​ເທດ​ຝຣັ່ງ.
ເພີ່ມເຕີມ