ການຄ້າຕ່າງປະເທດຂອງຈີນເລັ່ງຄວາມໄວໃນການຫັນເປັນສີຂຽວ

ການຄ້າຕ່າງປະເທດຂອງຈີນເລັ່ງຄວາມໄວໃນການຫັນເປັນສີຂຽວ

ການຄ້າຕ່າງປະເທດຂອງຈີນເລັ່ງຄວາມໄວໃນການຫັນເປັນສີຂຽວ
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ບົດ​ລາຍ​ງານ​ການ​ພັດ​ທະ​ນາ​ການ​ຄ້າ​ສີ​ຂຽວຂອງ​ຈີນ(2026) ​ທີ່​ເປີດ​ເຜີຍ​ເມື່ອ​ບໍ່​ດົນ​ມາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ​ປີ2025, ມູນ​ຄ່າ​ການ​ນຳ​ເຂົ້າ-ສົ່ງ​ອອກການ​ຄ້າ​ສີ​ຂຽວ​ຂອງ​ຈີນ​ມີ​ເຖິງ802 ຕື້ 251 ລ້ານ​ໂດ​ລາ, ກວມ​ເອົາ14,68% ຂອງຍອດ​ມູນ​ຄ່າ​ການ​ຄ້າ​ສີ​ຂຽວ​ທົ່ວ​ໂລກເຊິ່ງ​ເປັນ​ອັນ​ດັບ​ໜຶ່ງ​ຂອງ​ໂລກ. ໃນ8 ເດືອນ​ຕົ້ນ​​ປີນີ້, ​ການ​ນຳ​ເຂົ້າ-ສົ່ງ​ອອກລົດ​ພະ​ລັງ​ງານ​ໄຟ​ຟ້າ, ໝໍ້​ໄຟ​ລີ​ທຽມ, ຜະ​ລິດ​ຕະ​ພັນ​ໂຊ​​ລາ​ເຊວແລະຜ​ະ​ລິດ​ຕະ​ພັນ​ອື່ນໆ​ຂອງ​ຈີນ​ເພີ່ມ​ຂຶ້ນ​ປະ​ມານ40% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ໃບ​ສັ່​ງ​ຊື້​ເຄື່ອງ​ຈັກ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​​ແຮງລົມ, ເຮືອ​ພະ​ລັງ​ງານ​ສີ​ຂຽວ, ອຸ​ປະ​ກອນ​ປະ​ຢັດ​ພະ​ລັງ​ງານແລະອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ.

ຕາມຂ່າວແຈ້ງວ່າ:ຈີນໄດ້ສ້າງລະບົບນະໂຍບາຍການຫຼຸດຜ່ອນການປ່ອຍກາກບອນທີ່ຄົບຖ້ວນທີ່ສຸດໃນໂລກແລະສຳເລັດການສ້າງລະບົບພະລັງງານໝູນວຽນທີ່ໃຫຍ່ກວ່າໝູ່ແລະພັດທະນາໄວກວ່າໝູ່ໃນໂລກ.

ໃນດ້ານການສົ່ງອອກ, ຈີນໄດ້ສະໜອງຜະລິດຕະພັນສີຂຽວທີ່ມີຄຸນນະພາບດີແລະມີປະສິດທິພາບສູງໃຫ້ແກ່ທົ່ວໂລກ. ມູນຄ່າການສົ່ງອອກຜະລິດຕະພັນສີຂຽວຂອງຈີນໃນປີ2025 ມີເຖິງ442 ຕື້ 627 ລ້ານໂດລາ, ກວມເອົາ16.53% ຂອງຍອດການສົ່ງອອກຜະລິດຕະພັນສີຂຽວທົ່ວໂລກ. ໃນໄລຍະ10 ປີຜ່ານມາ, ຈີນໄດ້ສະໜອງຫຼາຍກວ່າ80% ຂອງຜະລິດຕະພັນໂຊລາເຊວແລະ70% ຂອງອຸປະກອນຜະລິດໄຟຟ້າດ້ວຍພະລັງງານລົມໃຫ້ແກ່ໂລກຊຶ່ງຊ່ວຍຊຸກຍູ້ໃຫ້ຕົ້ນທຶນຂອງການຜະລິດໄຟຟ້າດ້ວຍພະລັງງານແສງຕາເວັນແລະພະລັງງານລົມໃນທົ່ວໂລກຫຼຸດລົງຢ່າງມີປະສິດທິຜົນ.

ຈີນບໍ່ພຽງແຕ່ແມ່ນຜູ້ສະໜອງທີ່ສຳຄັນດ້ານຜະລິດຕະພັນສີຂຽວທີ່ສຳຄັນຂອງໂລກເທົ່ານັ້ນ, ຍັງເປັນຕະຫຼາດທີ່ສຳຄັນສຳລັບຜະລິດຕະພັນສີຂຽວທົ່ວໂລກອີກດ້ວຍ. ໃນປີ2025, ມູນຄ່າການນຳເຂົ້າຜະລິດຕະພັນສີຂຽວຂອງຈີນມີເຖິງ359 ຕື້ 624 ລ້ານໂດລາ, ກວມເອົາ12.91% ຂອງຍອດການນຳເຂົ້າຜະລິດຕະພັນສີຂຽວໃນທົ່ວໂລກຊຶ່ງຢູ່ອັນດັບໜຶ່ງຂອງໂລກເຊັ່ນກັນ.

ສິ່ງທີ່ສຳຄັນກວ່ານີ້ແມ່ນ: ຈີນສືບຕໍ່ຍົກລະດັບການເປີດປະຕູສູ່ພາຍນອກໃນລະດັບສູງແລະເຂົ້າຮ່ວມການບໍລິຫານສີຂຽວທົ່ວໂລກຢ່າງເລິກເຊິ່ງ. ໃນຊຸມປີມໍ່ໆມານີ້, ຈີນໄດ້ເຂົ້າຮ່ວມການວາງລະບຽບກາກບອນຕ່ຳແລະລະບົບມາດຕະຖານສີຂຽວທົ່ວໂລກຢ່າງຕັ້ງໜ້າ, ລິເລີ່ມຂໍ້ລິເລີ່ມຂອບການຮ່ວມມືເສດຖະກິດການຄ້າສາກົນກ່ຽວກັບເສດຖະກິດດີຈີຕອນແລະການພັດທະນາແບບສີຂຽວ, ຂໍ້ລິເລີ່ມການຮ່ວມມືເສດຖະກິດການຄ້າສາກົນແຮ່ທາດສີຂຽວແລະຂໍ້ລິເລີ່ມຕ່າງໆທີ່ສຳຄັນໂດຍໄດ້ຮັບການຕອບຮັບຢ່າງຕັ້ງໜ້າຈາກຫຼາຍປະເທດແລະກຸ່ມເສດຖະກິດ. ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ5 ປີຄັ້ງທີ15 ຂອງຈີນໄດ້ສະເໜີຢ່າງຈະແຈ້ງກ່ຽວກັບການພັດທະນາການຄ້າສີຂຽວດ້ວຍການປະດິດສ້າງໃໝ່. ໃນອະນາຄົດ, ຄຽງຄູ່ກັບອຸດສາຫະກຳການຜະລິດທີ່ທັນສະໄໝຂອງຈີນພັດທະນາໃຫ້ຫັນເປັນອັດສະລິຍະ, ຫັນເປັນສີຂຽວແລະຫັນເປັນການເຊື່ອມໂຍງເຂົ້າກັນ, ການຄ້າຕ່າງປະເທດຂອງຈີນຈະເລັ່ງຄວາມໄວໃນການພັດທະນາໄປຕາມທິດສີຂຽວ, ສ້າງພະລັງຂັບເຄື່ອນສີຂຽວທີ່ຫຼາຍກວ່າເກົ່າໃຫ້ແກ່ການພັດທະນາຂອງທຸກປະເທດແລະປະກອບສ່ວນເຂົ້າໃນການຄຸ້ມຄອງດິນຟ້າອາກາດທົ່ວໂລກໃຫ້ຫຼາຍກວ່າເກົ່າ.

ຄໍາເຫັນ

ຂ່າວຕ່າງປະເທດ

UNESCO ຄາດຄະເນ ໂລກອາດຕ້ອງການຄູສອນ 50 ລ້ານຄົນພາຍໃນປີ 2030

UNESCO ຄາດຄະເນ ໂລກອາດຕ້ອງການຄູສອນ 50 ລ້ານຄົນພາຍໃນປີ 2030

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 6 ຕຸລາ ຜ່ານມາວ່າ: ຖະແຫຼງການຮ່ວມຈາກອົງການ UNESCO, ອົງການແຮງງານສາກົນ, ກອງທຶນເດັກແຫ່ງສະຫະປະຊາຊາດ ແລະ ສະຫະພັນການສຶກສາສາກົນ ທີ່ອອກໃນວັນທີ 5 ຕຸລາ ຜ່ານມາ ຊຶ່ງກົງກັບວັນຄູໂລກ ລະບຸວ່າ: ໂລກອາດຈະຕ້ອງການຄູເພີ່ມອີກ 50 ລ້ານຄົນພາຍໃນປີ 2030. ໃນນັ້ນ, 44 ລ້ານຄົນ ແມ່ນຕ້ອງການເພື່ອສະໜັບສະໜູນການສຶກສາຂັ້ນປະຖົມ ແລະ ມັດທະຍົມຕອນປາຍ ແລະ ອີກ 6 ລ້ານຄົນສຳລັບການສຶກສາໃນໄວເດັກ.
6 ເດືອນ​ຕົ້ນ​ປີ​ ປະ​ລິ​ມານ​ການ​ຄ້າ​ຂາຍຂອງ​ຕະ​ຫຼາດ​ເງິນ​ຕາ​ຕ່າງ​ປະ​ເທດ​ຈີນ ​​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ

6 ເດືອນ​ຕົ້ນ​ປີ​ ປະ​ລິ​ມານ​ການ​ຄ້າ​ຂາຍຂອງ​ຕະ​ຫຼາດ​ເງິນ​ຕາ​ຕ່າງ​ປະ​ເທດ​ຈີນ ​​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 6 ຕຸລາ ຜ່ານມາວ່າ: ຫວ່າງ​ບໍ່ດົນມານີ້, ອົງ​ການ​ຄຸ້ມ​ຄອງ​ເງິນ​ຕາ​ຕ່າງ​ປະ​ເທດ​ແຫ່ງ​ຊາດ​ຈີນ ​ໄດ້​ປະ​ກາດ “ບົດ​ລາຍ​ງານ​ລາຍ​ຮັບ ​ແລະ​ ລາຍ​ຈ່າຍ​ສາ​ກົນ​ຈີນ​ໃນ 6 ເດືອນ​ຕົ້ນ​ປີ 2026” ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ:
ເສດ​ຖະ​ກິດ​ຫວຽດ​ນາມ ສືບ​ຕໍ່​ເຕີບ​ໂຕ​ແຮງ​ທີ່​ສຸດ​ຢູ່​ພາກ​ພື້ນອາ​ຊີ​ຕາ​ເວັນ​ອອກ - ປາ​ຊີ​ຟິກ

ເສດ​ຖະ​ກິດ​ຫວຽດ​ນາມ ສືບ​ຕໍ່​ເຕີບ​ໂຕ​ແຮງ​ທີ່​ສຸດ​ຢູ່​ພາກ​ພື້ນອາ​ຊີ​ຕາ​ເວັນ​ອອກ - ປາ​ຊີ​ຟິກ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຕາມ​ບົດ​ລາຍ​ງານ​ກ່ຽວ​ກັບ​ເສດ​ຖະ​ກິດພາກ​ພື້ນອາ​ຊີ​ຕາ​ເວັນ​ອອກ - ປາ​ຊີ​ຟິກ (EAP) ຂອງ​ທະ​ນາ​ຄານ​ໂລກ (WB) ທີ່​ປະ​ກາດ​ໃນ​ວັນ​ທີ 6 ຕຸ​ລາ ຜ່ານມາ ລະບຸວ່າ, ຫວຽດ​ນາມ ສືບ​ຕໍ່​ໄດ້​ຮັບ​ການ​ຄາດ​ຄະ​ເນວ່າແມ່ນພື້ນ​ຖານ​ເສດ​ຖະ​ກິດ​ເຕີບ​ໂຕ​ແຮງ​ທີ່ສຸດ​ຢູ່​ພາກ​ພື້ນ EAP, ຍ້ອນ​ການ​ບຸກ​ທະ​ລຸ​ຂອງ​ການ​ເຄື່ອນ​ໄຫວ​ຜະ​ລິດ ແລະ ການ​ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ເຕັກ​ໂນ​ໂລ​ຊີ​ສູງ ພ້ອ​ມ​ກັບ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ກ່ຽວ​ຂ້ອງ​ເຖິງ​ປັນ​ຍາ​ປະ​ດິດ, ກໍຄື​ນະ​ໂຍ​ບາຍ​ປີ​ການ​ເງິນ​ເປີດກວ້າງ.
ອູແກຣນ ໄດ້ຮັບເງິນສະໜັບສະໜູນຈາກ EU 2.9 ຕື້ເອີໂຣ

ອູແກຣນ ໄດ້ຮັບເງິນສະໜັບສະໜູນຈາກ EU 2.9 ຕື້ເອີໂຣ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 4 ຕຸລາ ຜ່ານມາວ່າ: ກະຊວງການເງິນຂອງອູແກຣນເປີດເຜີຍວ່າ, ອູແກຣນໄດ້ຮັບເງິນສະໜັບສະໜູນ ຈາກສະຫະພາບເອີຣົບ (EU) ຈຳນວນ 2.9 ຕື້ເອີໂຣ ເພື່ອສ້າງສະຖຽນລະພາບທາງເສດຖະກິດ, ສະໜັບສະໜູນລາຍຈ່າຍງົບປະມານທີ່ສຳຄັນ, ການຟື້ນຟູ ແລະ ສ້າງຄວາມທັນສະໄໝ, ລວມທັງການດຳເນີນການປະຕິຮູບ ເພື່ອມຸ່ງໄປສູ່ການເປັນສະມາຊິກຂອງ EU.
ຝຣັ່ງ ປະສົບກັບເດືອນກັນຍາ ທີ່ຮ້ອນທີ່ສຸດເປັນອັນດັບ 2

ຝຣັ່ງ ປະສົບກັບເດືອນກັນຍາ ທີ່ຮ້ອນທີ່ສຸດເປັນອັນດັບ 2

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 4 ຕຸລາ ຜ່ານມາວ່າ: ສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດຝຣັ່ງລາຍງານວ່າ, ເດືອນກັນຍາ 2026 ເປັນເດືອນກັນຍາທີ່ຮ້ອນທີ່ສຸດອັນດັບ 2 ໃນປະເທດຝຣັ່ງ ນັບຕັ້ງແຕ່ມີການບັນທຶກໃນປີ 1900. ໂດຍອຸນຫະພູມສະເລ່ຍໃນເດືອນກັນຍາສູງກວ່າລະດັບສະເລ່ຍປະມານ 3.1 ອົງສາ ໃນໄລຍະປີ 1991-2020 ແລະ ເປັນອັນດັບສອງຮອງຈາກເດືອນກັນຍາ 2023 ທີ່ມີອຸນຫະພູມສະເລ່ຍສູງກວ່າລະດັບສະເລ່ຍ 3.6 ອົງສາ.
ຍີ່ປຸ່ນ ຢູ່ອັນດັບທີ 12 ໃນດັດຊະນີນະວັດຕະກໍາໂລກ

ຍີ່ປຸ່ນ ຢູ່ອັນດັບທີ 12 ໃນດັດຊະນີນະວັດຕະກໍາໂລກ

ຂ່າວຕ່າງປະເທດລາຍງານໃນວັນທີ 5 ຕຸລາ ຜ່ານມາວ່າ: ຍີ່ປຸ່ນຍັງຄົງຢູ່ອັນດັບທີ 12 ໃນດັດຊະນີນະວັດຕະກໍາຂອງອົງການຊັບສິນທາງປັນຍາໂລກ (WIPO) ໃນປີນີ້, ຕາມຫຼັງ ສ ເກົາຫຼີ, ສິງກະໂປ ແລະ ຈີນ ໃນບັນດາເຂດເສດຖະກິດຫຼັກຂອງພາກພື້ນ.
ຫຼາຍປະເທດ OPEC+ ເຫັນດີຮັກສາປະລິມານນ້ຳມັນ

ຫຼາຍປະເທດ OPEC+ ເຫັນດີຮັກສາປະລິມານນ້ຳມັນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 4 ຕຸລາ ຜ່ານມາ, ອົງການບັນດາປະເທດສົ່ງອອກນ້ຳມັນ ແລະ ປະ​ເທດຄູ່ຮ່ວ​ມ​ມື (OPEC+) ໄດ້ແຈ້ງວ່າ 7 ປະເທດສະມາຊິກ (ລວມ​ມີ: ຊາອຸດິດ ອາຣັບບີ, ອີຣັກ, ກູເວດ, ອານເຊຣີ, ກາຊັກສະຖານ, ໂອມານ ແລະ ​ຣັດເຊຍ) ໄດ້ຕົກ​ລົງຮັກສາລະດັບປະ​ລິ​ມານນ້ຳມັນສູງສຸດປັດຈຸບັນໃນເດືອນ ພະຈິກ. ສິ່ງ​ດັ່ງ​ກ່າວ​ໝາຍ​ຄວາມວ່າ 7 ປະເທດ ຈະຮັກສາຍອດ​ປະ​ລິ​ມານ​ນ້ຳມັນ​ຢູ່​ລະ​ດັບສູງສຸດ​ ​ຂຶ້ນ​ເປັນ 31.01 ລ້ານຖັງ/ວັນ.
ເສດ​ຖະ​ກິດ​ໃນ​ພາກ​ພື້ນ​ອາ​ຊຽນ-ຈີນ ຍີ່​ປຸ່ນ ​ສ ເກົາຫຼີ ສືບ​ຕໍ່​ມີ​ຄວາມ​ໝັ້ນ​ທ່ຽງ

ເສດ​ຖະ​ກິດ​ໃນ​ພາກ​ພື້ນ​ອາ​ຊຽນ-ຈີນ ຍີ່​ປຸ່ນ ​ສ ເກົາຫຼີ ສືບ​ຕໍ່​ມີ​ຄວາມ​ໝັ້ນ​ທ່ຽງ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 5 ຕຸ​ລາ​ ຜ່ານມາ, ຫ້ອງ​ການ​ຄົ້ນ​ຄວ້າ​ເສດ​ຖະ ​ກິ​ດ​ມະ​ຫາ​ພາກ​​ອາ​ຊຽນ-ຈີນ, ຍີ່​ປຸ່ນ, ສ​ ເກົາຫຼີ ໄດ້​ປະ​ກາດບົດ​ລາຍ​ງານ​ຄວາມ​ໝັ້ນ​ທ່ຽງ​ດ້ານ​ການ​ທະ​ນາ​ຄານ​ຢູ່​ພາກ​ພື້ນ​ອາ​ຊຽນ-ຈີນ, ຍີ່​ປຸ່ນ, ສ ເກົາຫຼີ ສະ​ບັບ 2026 ແລະ ບົດ​ລາຍ​ງາ​ນ​ຄາດ​ຄະ​ເນ​ເສດ​ຖະ​ກິດ​ຢູ່​ພາກ​ພື້ນອາ​ຊຽນ-ຈີນ, ຍີ່​ປຸ່ນ, ສ ເກົາຫຼີ ປີ 2026 ສະ​ບັບ​ປັບ​ປຸງ​ໃໝ່​ໃນ​ເດືອນ​ຕຸ​ລາ ຢ່າງ​ເປັນ​ທາງ​ການ. ບົດ​ລາຍ​ງານ​ລະ​ບຸ​ວ່າ: ເຖິງວ່າ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ພະ​ລັງ​ງານ​ຢູ່​ຕາ​ເວັນ​ອອກ​ກາງ​ກໍ​ຕາມ, ແຕ່​ເສດ​ຖະ​ກິດ​ຢູ່​ພາກ​ພື້ນ​ນີ້​ມີ​ຄວາມ​ໝັ້ນ​ທ່ຽງ​ໂດຍ​ລວມ.
ກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIV

ກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIV

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 5 ຕຸລາ ຜ່ານມາ, ກອງປະຊຸມຄັ້ງທີ 4 ຄະນະບໍ​ລິ​ຫານ​ງານສູນກາງພັກກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ XIV ໄດ້ເປີດຂຶ້ນຢ່າງສົມກຽດ. ໂດຍການເປັນປະທານຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ປະທານປະເທດ ຫວຽດ​.
ລາຄາອາຫານໂລກໃນເດືອນກັນຍາເພີ່ມຂຶ້ນສູ່ລະດັບສູງສຸດໃນຮອບເກືອບ 4 ປີ

ລາຄາອາຫານໂລກໃນເດືອນກັນຍາເພີ່ມຂຶ້ນສູ່ລະດັບສູງສຸດໃນຮອບເກືອບ 4 ປີ

ສຳນັກຂ່າວສານຊິນຮວາລາຍງານໃນທ້າຍອາທິດ ຜ່ານມາວ່າ: ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ລາຍງານວ່າ, ດັດຊະນີລາຄາອາຫານທົ່ວໂລກໃນເດືອນກັນຍາ ສະເລ່ຍຢູ່ທີ່ 136.0 ຈຸດ, ເພີ່ມຂຶ້ນຈາກໂຕເລກເດືອນສິງຫາທີ່ໄດ້ຮັບການປັບປຸງໃໝ່ທີ່ 134.0 ຈຸດ. ໂດຍເປັນການເພີ່ມຂຶ້ນສູ່ລະດັບສູງສຸດໃນຮອບເກືອບ 4 ປີ, ນັບຕັ້ງແຕ່ເດືອນພະຈິກ 2022, ທ່າມກາງບັນຫາດ້ານການຂົນສົ່ງ ແລະ ຄວາມກັງວົນກ່ຽວກັບສະພາບອາກາດ. ດັດຊະນີລາຄາມາດຕະຖານສຳລັບທັນຍາພືດ, ນ້ຳຕານ ແລະ ນ້ຳມັນພືດ ໄດ້ເພີ່ມຂຶ້ນໃນເດືອນກັນຍາ ຜ່ານມາ, ໃນຂະນະທີ່ລາຄາຊີ້ນ ແລະ ຜະລິດຕະພັນນົມຫຼຸດລົງ.
ເພີ່ມເຕີມ