![]() |
ສະຫາຍ ພັນໂທ ຫຸມພັນ ສີສົມພອນ ກໍາມະການຄະນະພັກກອງບັນຊາການ, ຮອງເລຂາຄະນະພັກຮາກຖານ ຫ້ອງການເມືອງ ກອງບັນຊາການທະຫານແຂວງວຽງຂັນ ໄດ້ຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025 ແລະ ທິດທາງແຜນການ ປະຈຳປີ 2026. ຕະຫຼອດໄລຍະ 1 ປີຜ່ານມາ, ຄະນະພັກແຕ່ລະຂັ້ນໄດ້ເອົາໃຈໃສ່ນຳພາ-ຊີ້ນຳ ແລະ ຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນຢ່າງຕັ້ງໜ້າ ໂດຍເຊື່ອມຊຶມ ແລະ ຢຶດໝັ້ນແນວທາງການກໍ່ສ້າງພັກຕາມ 5 ຫຼັກການ ແລະ 3 ທິດນຳຂອງພັກ ພ້ອມທັງເສີມຂະ ຫຍາຍບົດບາດການນຳພາຂອງພັກ, ເຮັດໃຫ້ອົງການຈັດຕັ້ງພັກໃນທຸກຂັ້ນ ມີການພັດທະນາ ແລະ ເຂັ້ມແຂງ. ປັດຈຸບັນ, ທົ່ວກອງບັນຊາການ ມີສະມາຊິກພັກທັງໝົດ 1,022 ສະຫາຍ, ມີສະມາຊິກພັກແຂງ 926 ສະຫາຍ ຍິງ 130 ສະຫາຍ ກວມເອົາ 90,60%; ສະມາຊິກພັກກາງ 8 ສະຫາຍ, ກວມເອົາ 0,78%. ຈາກນັ້ນ, ໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈຳພັກແຂວງວຽງຈັນ ວ່າດ້ວຍການຮັບຮອງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025 ຈຳນວນ 48 ໜ່ວຍພັກ. ໃນນີ້, ໜ່ວຍພັກຮາກຖານ ທີ່ຂຶ້ນກັບຄະນະພັກກອງບັນຊາການ 9 ໜ່ວຍພັກ ແລະ ຂຶ້ນກັບຄະນະພັກຮາກຖານ 39 ໜ່ວຍພັກ. ຈາກນັ້ນ, ໄດ້ມອບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ແຕ່ລະໜ່ວຍພັກຢ່າງສົມກຽດ.
![]() |
ໃນພິທີ ຍັງໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການຍົກຂັ້ນເງິນເດືອນໃຫ້ນາຍທະ ຫານ ຢູ່ກອງບັນຊາການທະຫານແຂວງວຽງຈັນ ຈາກຂັ້ນພັນໂທ ຂຶ້ນຮັບເງິນ ພັນເອກ 7 ສະຫາຍ, ຮັບເງິນ ພັນໂທ 1 ສະຫາຍ ແລະ ຮັບເງິນ ພັນຕີ 1 ສະຫາຍ. ພ້ອມທັງ ຜ່ານຂໍ້ຕົກລົງ ກ່ຽວກັບການແຕ່ງຕັ້ງຫົວໜ້າ-ຮອງຫົວໜ້າພະແນກ ແລະ ຍົກຍ້າຍນາຍທະຫານໄປຮັບໜ້າທີ່ໃໝ່ ຢູ່ບັນດາກົມກອງຮາກຖານຈຳນວນໜຶ່ງ.
![]() |
ໂດຍ: ສາຍຄຳ ພອນມະນີ



ຄໍາເຫັນ