ຂ່າວຕ່າງປະເທດລາຍງານວ່າ: ອົງການເພື່ອຄວາມຮ່ວມມືທາງເສດຖະກິດ ແລະ ການພັດທະນາ (OECD) ໄດ້ລະບຸໃນບົດລາຍງານທ່າອ່ຽງເສດຖະກິດສະບັບກາງປີ ທີ່ເຜີຍແຜ່ໃນວັນ23 ກັນຍາ ຜ່ານມາວ່າ, ປັນຍາປະດິດ (AI) ເປັນທັງແຮງຂັບເຄື່ອນການເຕີບໂຕທາງເສດຖະກິດ ແລະ ໃນເວລາດຽວກັນ, ກໍເປັນຄວາມສ່ຽງຕໍ່ເສດຖະກິດໂລກ.
ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ 24 ກັນຍາ ຜ່ານມາວ່າ: ຫວຽດນາມ ຈະປະກອບສ່ວນເງິນເກືອບ 1,3 ລ້ານໂດລາ ໃຫ້ແກ່ງົບປະມານຮັກສາສັນຕິພາບສາກົນ. ນີ້ແມ່ນຄຳຢືນຢັນຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມປະທານປະເທດ ຫວຽດນາມ ໃນການພົບປະກັບທ່ານ ອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ ສະຫະປະຊາຊາດ, ໃນວັນທີ 23 ກັນຍາ ຜ່ານມາ (ຕາມເວລາທ້ອງຖິ່ນ) ຢູ່ນະຄອນນິວຢອກ, ໃນໂອກາດທີ່ການນຳ ຫວຽດນາມ ເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງ ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 81.
ວິທະຍຸ, ໂທລະພາບສູນກາງຈີນ (CMG) ວ່າ: ໃນວັນທີ 24 ກັນຍາ ຜ່ານມາ ຕາມເວລາທ້ອງຖີ່ນ ທ່ານ ສີຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນ ໄດ້ພົບປະເຈລະຈາກັບ ທ່ານ ໂດໂນ ທຣຳ ປະທານາທິບໍດີ ແຫ່ງ ສະຫະລັດອາເມຣິກາທີ່ທຳນຽບຂາວ.
ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 22 ກັນຍາ ຜ່ານມາວ່າ: ຫ້ອງການສະຖິຕິຂອງ ສ ເກົາຫຼີ ລາຍງານວ່າ,ມະເຮັງ, ພະຍາດຫົວໃຈ ແລະ ປອດອັກເສບ ແມ່ນ 3 ສາເຫດຫຼັກຂອງການເສຍຊີວິດໃນ ສ ເກົາຫຼີໃນປີ 2025 ຊຶ່ງກວມເອົາ 42.7% ຂອງການເສຍຊີວິດທັງໝົດ, ໂດຍມະເຮັງຍັງຄົງເປັນສາເຫດຫຼັກ. ອັດຕາການເສຍຊີວິດຍ້ອນມະເຮັງ ຢູ່ທີ່ 177.1 ຄົນຕໍ່ 100,000 ຄົນໃນປີ 2025, ເພີ່ມຂຶ້ນ 1.6% ຈາກປີ 2024.
ສຳນັກຂ່າວສານຊິນຮວາ ລາຍງານໃນວັນທີ 23 ກັນຍາ ຜ່ານມາວ່າ: ທ່ານ ຮຸນມາແນດ ນາຍົກລັດຖະມົນຕີກຳປູເຈຍໄດ້ກ່າວໃນລະຫວ່າງກອງປະຊຸມສາກົນກ່ຽວກັບການຕ້ານການຫຼອກລວງທາງອອນລາຍ ຊຶ່ງກຳປູເຈຍເປັນເຈົ້າພາບ ວ່າ, ການຫຼອກລວງທາງອອນລາຍເປັນບັນຫາລະດັບພາກພື້ນ ແລະ ຂ້າມຊາດ, ບໍ່ແມ່ນບັນຫາຂອງປະເທດໃດປະເທດໜຶ່ງ. ທ່ານເນັ້ນໜັກວ່າ, ກຳປູເຈຍບໍ່ສາມາດກຳຈັດອາຊະຍາກຳຂ້າມຊາດນີ້ໄດ້ດ້ວຍຕົວຄົນດຽວ ແລະ ຈຳເປັນຕ້ອງອາໄສການຮ່ວມມືລະຫວ່າງປະເທດ ເພື່ອເອົາຊະນະສິ່ງທ້າທາຍນີ້.
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 22 ກັນຍາ ຜ່ານມາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນນິວຢອກ, ທ່ານ ໂຕເລິມ ເລຂາທິການໃຫຍ່ປະທານປະເທດໄດ້ພົບປະກັບການນຳບັນດາ ປະເທດ ແລະ ອົງການຈັດຕັ້ງສາກົນ.
ວິທະຍຸກະຈາຍຫວຽດນາມລາຍງານໃນວັນທີ 23 ກັນຍາ ຜ່ານມາວ່າ: ລັດຖະມົນຕີການຕ່າງປະເທດຂອງ 8 ປະເທດລວມມີ: ເອຢິບ, ກາຕາ, ຈໍແດນ, ສະຫະລັດອາຣັບເອມີເລດ (UAE), ອິນໂດເນເຊຍ, ປາກິສຖານ, ຕວກກີ ແລະ ຊາອຸດິດ ອາຣັບບີ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍປະຕິບັດຄຳໝັ້ນສັນຍາໄລຍະທຳອິດຂອງແຜນການກ່ຽວກັບ ກາຊາ ຢ່າງຄົບຖ້ວນ, ພ້ອມກັນນັ້ນຊຸກຍູ້ແຜນການຜັນຂະຫຍາຍໄລຍະທີສອງ ເພື່ອຮັກສາຄຳສັ່ງຢຸດຍິງ, ຫຼຸດຜ່ອນສະພາບມະນຸດສະທຳ ແລະ ກ້າວໄປເຖິງການຟື້ນຟູ, ສ້າງສາເຂດ ກາຊາ ຄືນໃໝ່.
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ບົດລາຍງານການພັດທະນາການຄ້າສີຂຽວຂອງຈີນ(2026) ທີ່ເປີດເຜີຍເມື່ອບໍ່ດົນມານີ້ສະແດງໃຫ້ເຫັນວ່າ: ໃນປີ2025, ມູນຄ່າການນຳເຂົ້າ-ສົ່ງອອກການຄ້າສີຂຽວຂອງຈີນມີເຖິງ802 ຕື້ 251 ລ້ານໂດລາ, ກວມເອົາ14,68% ຂອງຍອດມູນຄ່າການຄ້າສີຂຽວທົ່ວໂລກເຊິ່ງເປັນອັນດັບໜຶ່ງຂອງໂລກ. ໃນ8 ເດືອນຕົ້ນປີນີ້, ການນຳເຂົ້າ-ສົ່ງອອກລົດພະລັງງານໄຟຟ້າ, ໝໍ້ໄຟລີທຽມ, ຜະລິດຕະພັນໂຊລາເຊວແລະຜະລິດຕະພັນອື່ນໆຂອງຈີນເພີ່ມຂຶ້ນປະມານ40% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໃບສັ່ງຊື້ເຄື່ອງຈັກຜະລິດໄຟຟ້າດ້ວຍແຮງລົມ, ເຮືອພະລັງງານສີຂຽວ, ອຸປະກອນປະຢັດພະລັງງານແລະອະນຸລັກສິ່ງແວດລ້ອມໄດ້ເພີ່ມຂຶ້ນຢ່າງໝັ້ນທ່ຽງ.
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນຕອນບ່າຍວັນທີ 23 ກັນຍານີ້ ຕາມເວລາທ້ອງຖິ່ນ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ເດີນທາງໄປຮອດນະຄອນຫຼວງວໍຊິງຕັນປະເທດອາເມຣິກາດ້ວຍເຮືອບິນພິເສດ ແລະ ຢ້ຽມຢາມອາເມຣິກາທາງລັດຖະກິດຕາມຄຳເຊີນຂອງທ່ານ ໂດໂນ ທຣຳ ປະທານາທິບໍດີອາເມຣິກາ.
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 22 ກັນຍາ ຜ່ານມາ, ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝທີ 81 ໄດ້ເປີດອະພິປາຍທົ່ວໄປຢູ່ສຳນັກງານໃຫຍ່ອົງການສະຫະປະຊາຊາດທີ່ນະຄອນນິວຢອກ ສະຫະລັດ ອາເມຣິກາ ພາຍໃຕ້ຫົວຂໍ້ “ສ້າງຄວາມໄວ້ເນື້ອເຊື່ອໃຈຄືນໃໝ່, ບໍລິຫານການປ່ຽນແປງ ເພື່ອໃຫ້ອົງການສະຫະປະຊາຊາດ ສາມາດນຳເອົາຜົນປະໂຫຍດມາໃຫ້ທຸກຄົນ”.
ຄໍາເຫັນ