ກອງປະຊຸມໄດ້ຈັດຂຶ້ນໃນ ວັນທີ 22 ກັນຍາ ຜ່ານມາ, ຢູ່ນະຄອນນິວຢອກ ສະຫະລັດ ອາເມຣິກາ ຢູ່ນອກກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ຄັ້ງທີ 81. ໃນຖະແຫຼງການຮ່ວມ, ບັນດາລັດຖະມົນຕີໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ສະພາບການມະນຸດສະທຳທີ່ສືບຕໍ່ປະສົບກັບຄວາມຫຍຸ້ງຍາກຢູ່ ກາຊາ, ພ້ອມກັນນັ້ນ ກໍຮຽກຮ້ອງໃຫ້ ອິສຣາແອນ ປະຕິບັດຄຳໝັ້ນສັນຍາທີ່ຍັງເຫຼືອໃນໄລຍະທຳອິດ ຂອງແຜນໃນທັນທີ, ໃນນັ້ນ ລວມມີການຮັບປະກັນການສະໜອງການຊ່ວຍເຫຼືອມະນຸດສະທຳ ແລະ ວັດຖຸອຸປະກອນຟື້ນຟູປະຕິບັດຢ່າງປອດໄພ, ວ່ອງໄວ ແລະ ບໍ່ຖືກກີດຂວາງ, ກໍຄືສ້າງເງື່ອນໄຂໃນການຟື້ນຟູບັນດາພື້ນຖານໂຄງລ່າງທີ່ຈຳເປັນ.
ຄໍາເຫັນ