ໂຮງໝໍບໍລິເວນ 107 ກອງທັບ ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ ໃຫ້ນັກສຶກສາສ້າງແພດຊັ້ນກາງ ລະບົບ 3 ປີ ຊຸດທີ X
ວັນທີ 23 ກັນຍາຜ່ານມາ, ໂຮງໝໍບໍລິເວນ 107 ກອງທັບ ໄດ້ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ໃຫ້ນັກສຶກສາສ້າງແພດຊັ້ນກາງ ລະບົບ 3 ປີ ຊຸດທີ X ຢູ່ທີ່ສະໜາມຍິງປືນ ໂຮງຮຽນການທະຫານທ້ອງຖິ່ນແຂວງຫຼວງພະບາງ ໂດຍການເປັນປະທານຂອງສະຫາຍ ພັນໂທ ສຸວັນ ສໍປະກາຍແກ້ວ ຮອງອໍານວຍການໂຮງໝໍ ບໍລິເວນ 107 ກອງທັບ ພ້ອມດ້ວຍຄະນະ, ມີຄະນະກອງຮ້ອຍນັກສຶກສາ, ມີບັນດາພະນັກງານ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ໂດຍປະຕິບັດຕາມໂຄງການຫຼັກສູດການຮຽນ-ການສອນ ຊຶ່ງໄດ້ອົບຮົມ-ຫັດແອບຂັ້ນພື້ນຖານ ເລີ່ມແຕ່ວັນທີ 7-23 ກັນຍາ 2026 ລວມມີພາກທິດສະດີ ແລະ ພາກປະຕິບັດຕົວຈິງ, ມີນັກສຶກສາທັງໝົດ 35 ສະຫາຍ ຍິງ 10 ສະຫາຍ, ການຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ໃນຄັ້ງນີ້ ສາມາດຕີລາຄາຂັ້ນເກັ່ງໄດ້ 3 ສະຫາຍ, ຂັ້ນດີຫຼາຍ 20 ສະຫາຍ, ຂັ້ນກາງ 12 ສະຫາຍ. ທັງນີ້, ເພື່ອເຮັດໃຫ້ນັກສຶກສາຮູ້ຈັກຂັ້ນພື້ນຖານວິທີການຫັດແອບຈັງຫວະ-ເຕັກນິກການຍິງເປົ້າໝາຍດ້ວຍລູກປືນແທ້ ໃຫ້ມີຄວາມຄ່ອງແຄ້ວ ແລະ ຮູ້ໝູນໃຊ້ເຂົ້າໃນການສູ້ຮົບຕົວຈິງ, ທັງເປັນການປັບປຸງກໍ່ສ້າງກຳລັງປ້ອງກັນຊາດໃຫ້ມີຄວາມສາມາດ, ກ້າຫານ, ໜັກແໜ້ນ, ເຂັ້ມແຂງຮອບດ້ານ, ຮູ້ນໍາໃຊ້ອາວຸດຍຸດໂທປະກອນຢ່າງຊໍານິຊໍານານ, ມີພິກໄຫວທາງດ້ານສິລະປະຍຸດ-ຍຸດທະວິທີ ເພື່ອເຮັດສໍາເລັດໜ້າທີ່ການເມືອງຂອງກົມກອງ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ຄໍາເຫັນ