ທ່ານສີຈິ້ນຜິງ ພົບປະເຈລະຈາກັບທ່ານໂດໂນ ທຣຳ

ທ່ານສີຈິ້ນຜິງ ພົບປະເຈລະຈາກັບທ່ານໂດໂນ ທຣຳ

ທ່ານສີຈິ້ນຜິງ ພົບປະເຈລະຈາກັບທ່ານໂດໂນ ທຣຳ
ວິທະຍຸ, ໂທລະພາບສູນກາງຈີນ (CMG) ວ່າ: ໃນວັນທີ 24 ກັນຍາ ຜ່ານມາ ຕາມເວລາທ້ອງຖີ່ນ ທ່ານ ສີຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນ ໄດ້ພົບປະເຈລະຈາກັບ ທ່ານ ໂດໂນ ທຣຳ ປະທານາທິບໍດີ ແຫ່ງ ສະຫະລັດອາເມຣິກາທີ່ທຳນຽບຂາວ.

 

ທານສຈນຜງ ພບປະເຈລະຈາກບທານໂດໂນ ທຣຳ - image 1
 

ທ່ານ ສີຈິ້ນຜິງ ກ່າວວ່າ: ປະມຸກລັດຈີນ ແລະອາເມຣິກາໄດ້ບັນລຸການຢ້ຽມຢາມຊຶ່ງກັນ ແລະ ກັນ ພາຍໃນເວລາບໍ່ຮອດເຄິ່ງປີ, ແມ່ນເຫດການທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດແຫ່ງການພົວພັນລະຫວ່າງຈີນ-ອາເມຣິກາ. ຂ້າພະເຈົ້າ ກັບທ່ານທຣຳໄດ້ຮັກສາການແລກປ່ຽນກັນດ້ວຍວິທີຕ່າງໆ ມາໂດຍຕະຫຼອດ ເພື່ອຮ່ວມຄວບຄຸມ ແລະບັນຊາກຳປັ່ນໃຫຍ່ແຫ່ງການພົວພັນລະຫວ່າງຈີນ-ອາເມຣິກາ. ເດືອນພຶດສະພາປີນີ້ ຂ້າພະເຈົ້າກັບທ່ານ ທຣຳ ໄດ້ເຫັນດີເປັນເອກະພາບກັນສ້າງການພົວພັນທີ່ ໝັ້ນທ່ຽງທາງຍຸດທະສາດທີ່ສ້າງສັນ ຊຶ່ງການພົວພັນອັນໃໝ່ນີ້ ໄດ້ສະທ້ອນໃຫ້ເຫັນສະພາບຄວາມເປັນຈິງຂອງສາຍພົວພັນລະຫວ່າງສອງປະເທດ, ທັງສະແດງໃຫ້ເຫັນຄວາມມຸ່ງຫວັງຂອງພວກເຮົາທີ່ມີຕໍ່ອະນາຄົດ, ເປັນບາດກ້າວສຳຄັນເພື່ອເດີນໄປສູ່ການຢູ່ຮ່ວມກັນຢ່າງຖືກຕ້ອງລະຫວ່າງສອງປະເທດ. ພວກເຮົາຕ້ອງຫັນວິໄສທັດດັ່ງກ່າວໃຫ້ເປັນການເຄື່ອນໄຫວຕົວຈິງ, ສຸມຄວາມພະຍາຍາມຕາມທິດທີ່ມີການຮ່ວມມືເປັນຫຼັກ, ມີການແຂ່ງຂັນທີ່ສົມເຫດສົມຜົນ, ສາມາດຄວບຄຸມຄວາມຂັດແຍ້ງ ແລະມີສັນຕິພາບທີ່ຄາດຫວັງໄດ້ ເພື່ອເປີດເສັ້ນທາງໃໝ່ທີ່ໃຫ້ສອງປະເທດໃຫຍ່ຢູ່ຮ່ວມກັນຢ່າງຖືກຕ້ອງ. ຈີນ ແລະອາເມຣິກາ ຄວນແລະມີຄວາມສາມາດໄດ້ຮັບຜົນປະໂຫຍດຮ່ວມກັນໃນການຮ່ວມມືຕົວຈິງແລະຕ່າງຊ່ວຍຊູຍູ້ໜູນກັນໃນການແຂ່ງຂັນໄປໃນແງ່ດີແລະກໍາຈັດຄວາມຂັດແຍ້ງໂດຍສະຫວງນຫາຄຳເຫັນທີ່ຄືກັນ ແລະສະຫງວນສິ່ງທີ່ຕ່າງກັນ, ທັງສ້າງສັນຕິພາບໃນທ່າມກາງຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ ເພື່ອເຮັດໃຫ້ການພົວພັນທີ່ໝັ້ນທ່ຽງທາງຍຸດທະສາດທີ່ສ້າງສັນລະຫວ່າງຈີນ-ອາເມຣິກາ ນຳເອົາຜົນປະໂຫຍດມາໃຫ້ປະຊາຊົນສອງປະເທດ ກໍຄືປະຊາຊົນໃນປະເທດຕ່າງໆທົ່ວໂລກໃຫ້ດີກວ່າເກົ່າ.

ທ່ານ ສີຈິ້ນຜິງ ເນັ້ນໜັກວ່າ: ທີມງານການຄ້າຂອງສອງຝ່າຍໄດ້ຈັດການເຈລະຈາຮອບໃໝ່ ໂດຍໄດ້ບັນລຸຄວາມເປັນເອກະພາບສະບັບໃໝ່. ນີ້ເປັນຂ່າວດີໃຫ້ແກ່ວົງການອຸດສາຫະກຳການຄ້າ, ປະຊາຊົນຂອງສອງປະເທດ ກໍຄືເສດຖະກິດໂລກ. ການຮ່ວມມືເປັນເສັ້ນທາງທີ່ຕ້ອງເປັນໄປ ຊຶ່ງຄວາມໝັ້ນທ່ຽງຂອງການພົວພັນທາງດ້ານເສດຖະກິດການຄ້າລະຫວ່າງຈີນ-ອາເມຣິກາຕ້ອງເປີດກວ້າງຂົງເຂດການຮ່ວມມື, ແຕ່ກໍຕ້ອງຫຼຸດຄວາມຂັດແຍ້ງ ໃຫ້ໜ້ອຍລົງເຊັ່ນດຽວກັນ. ພຽງແຕ່ຢຶດຖືຄວາມສະເໝີພາບ, ເຄົາລົບຊຶ່ງກັນ ແລະກັນແລະຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ກໍສາມາດຊອກເຫັນທາງອອກ ແລະ ສາມາດແກ້ໄຂບັນຫາໄດ້. ຫວັງວ່າທັງສອງຝ່າຍຈະສາມາດເດີນໄປຕາມທິດດຽວກັນ, ຢຶດໝັ້ນເດີນສູ່ການໄດ້ຮັບຜົນປະໂຫຍດຮ່ວມກັນ ເພື່ອຊຸກຍູ້ໃຫ້ການພົວພັນທາງດ້ານເສດຖະກິດການຄ້າລະຫວ່າງຈີນ-ອາເມຣິກາຂະຫຍາຍຕົວໄປດ້ວຍດີ ແລະ ໜັກແໜ້ນ.

ທານສຈນຜງ ພບປະເຈລະຈາກບທານໂດໂນ ທຣຳ - image 2
 

ທ່ານ ສີຈິ້ນຜິງ ຊີ້ອອກວ່າ: ຈີນ ແລະອາເມຣິກາ ແມ່ນປະເທດໃຫຍ່ດ້ານປັນຍະປະດິດ, ສອງຝ່າຍມີການແຂ່ງຂັນກັນ, ສະນັ້ນ ຍິ່ງຄວນຮ່ວມມືກັນ, ຄວນເສີມຂະຫຍາຍທ່າແຮງຂອງໃຜລາວ, ຫາກບໍ່ແມ່ນການສ້າງກຳແພງກັ້ນຂຶ້ນມາ. ສອງຝ່າຍຄວນດຳເນີນການສົນທະນາກັນກ່ຽວກັບປັນຍາປະດິດ ແລະແລກປ່ຽນກັນກ່ຽວກັບຄວາມສ່ຽງ ແລະຜົນປະໂດຍຂອງປັນຍາປະດິດ, ຮ່ວມກັນປ້ອງກັນບໍ່ໃຫ້ປັນຍາປະດິດຖືກນຳໃຊ້ໄປໃນທາງທີ່ບໍ່ດີ. ຕ້ອງຮັກສາການຄວບຄຸມປັນຍາປະດິດດ້ວຍມະນຸດ, ຢຶດຖືຫຼັກການຖືເອົາຄົນເປັນກົກ ເພື່ອນຳໃຊ້ປັນຍາປະດິດໄປໃນທາງທີ່ດີ ແລະ ໃຫ້ປັນຍາປະດິດຮັບໃຊ້ຄວາມກ້າວໜ້າຂອງມະນຸດ.

ທ່ານ ສີຈິ້ນຜິງ ເນັ້ນໜັກຕື່ມວ່າ: ຈີນມີຫຼກໝັ້ນທີ່ຈະແຈ້ງທີ່ສຸດໃນການປົກປັກຮັກສາຄວາມເປັນເອກະພາບແຫ່ງຊາດ ແລະຜືນແຜ່ນດິນອັນຄົບຖ້ວນ. ຫວັງວ່າ ອາເມຣິກາ ຈະຢຶດໝັ້ນຫຼັກໝັ້ນທີ່ຖືກຕ້ອງໃນການແກ້ໄຂບັນຫາໄຕ້ຫວັນຢ່າງລະມັດລະວັງ, ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການຮ່ວມມືດ້ານຍຸດທະສາດ ແລະ ຂະຫຍາຍການພົວພັນລະຫວ່າງສອງປະເທດຈີນ-ອາເມຣິກາ.

ທ່ານ ໂດໂນ ທຣຳກ່າວວ່າ: ການເດີນທາງຢ້ຽມຢາມອາເມຣິກາຂອງ ທ່ານປະທານ ສີຈິ້ນຜິງ ໃນຄັ້ງນີ້ ຖືເປັນການຢ້ຽມຢາມທີ່ຍິ່ງໃຫຍ່ຄັ້ງໜຶ່ງ. ອາເມລິກາ ແລະຈີນ ລ້ວນແຕ່ແມ່ນປະເທດໃຫຍ່, ຂ້າພະເຈົ້າກັບທ່ານປະທານສີຈິ້ນຜິງແມ່ນເພື່ອນທີ່ດີ, ໄດ້ຮັກສາການຕິດຕໍ່ພົວພັນ ແລະແລກປ່ຽນກັນຢ່າງເລິກເຊິ່ງ. ການພົວພັນອາເມຣິກາ-ຈີນ ຍ່ອມຈະດີຂຶ້ນພາຍໃຕ້ການນຳພາຂອງພວກເຮົາ. ທີມງານເສດຖະກິດການຄ້າຂອງສອງປະເທດໄດ້ເຈລະຈາກັນຮອບໃໝ່ ແລະໄດ້ຮັບໝາກຜົນໃໝ່. ສອງຝ່າຍຈະສືບຕໍ່ເຈລະຈາກັນ ເພື່ອບັນລຸສັນຍາທີ່ດີກວ່າເກົ່າ. ປັນຍາປະດິດພົວພັນເຖິງອະນາຄົດຂອງມວນມະນຸດ, ອາເມຣິກາ ແລະຈີນຄວນຮັກສາການສົນທະນາກັນ ເພື່ອເພີ່ມທະວີການຮ່ວມມືກັນ.

ປະມຸກລັດສອງປະເທດຈີນ-ອາເມຣິກາ ຍັງໄດ້ແລກປ່ຽນຄຳເຫັນກັນກ່ຽວກັບສະຖານະການໃນຕາເວັນອອກກາງ,ວິກິດການອູແກຣນ, ບັນຫາແຫຼມເກົາຫຼີ ກໍຄືບັນຫາສາກົນ ແລະທ້ອງຖີ່ນທີ່ສຳຄັນອື່ນໆ.

ນອກນີ້, ປະມຸກລັດສອງປະເທດຍັງໄດ້ຕົກລົງກັນວ່າ ຈະຕ່າງຊ່ວຍເຫຼືອຊຶ່ງກັນແລະກັນ ເພື່ອຈັດກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການເອເປັກປີ 2026 ແລະກອງປະຊຸມສຸດຍອດຜູ້ນຳ G20 ໃຫ້ດີ.

ຄໍາເຫັນ

ຂ່າວຕ່າງປະເທດ

ທ່ານ ສີ​ຈິ້ນ​ຜິງ ​ຕັ້ງ​ຂໍ້ “ປາລະໄນ” ເມື່ອ 30 ກວ່າ​ປີ​ກ່ອນ

ທ່ານ ສີ​ຈິ້ນ​ຜິງ ​ຕັ້ງ​ຂໍ້ “ປາລະໄນ” ເມື່ອ 30 ກວ່າ​ປີ​ກ່ອນ

ເດືອນ​ມິ​ຖຸ​ນາ​ ປີ 1988, ທ່ານ ສີ​ຈິ້ນ​ຜິງ ດຳ​ລົງ​ຕຳ​ແໜ່ງ​ເປັນ​ເລ​ຂາ​ຄະ​ນະ​ພັກ​ເຂດ​ນິງ​ເຕີ ​ແຂວງ​ຟູ​ຈ້ຽນ. ​ໃນ​ການ​ສຳ​ຫຼວດ​ເກັບ​ກຳ​ຂໍ້​ມູນ, ມີ​ປະ​ຊາ​ຊົນ​ຈຳ​ນວນ​ຫຼາຍ​ໄດ້​ສ່ອງ​ແສງ​ບັນ​ຫາ​ພົ້ນ​ເດັ່ນ​ອັນ​ໜຶ່ງຄື: ພະນັກງານຢຶດທີ່ດິນຫຼວງປຸກສ້າງເຮືອນສ່ວນຕົວຢ່າງຜິດລະບຽບການ.
ແຟງລັງ ອະນຸມັດລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla

ແຟງລັງ ອະນຸມັດລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla

ຂ່າວຕ່າງປະເທດລາຍງານວ່າ: ອົງການຂົນສົ່ງຂອງແຟັງລັງ (Traficom) ໄດ້ອະນຸມັດໃຫ້ລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla ສາມາດນຳໃຊ້ໃນທ້ອງຖະໜົນຂອງແຟງລັງໄດ້ໃນວັນທີ 11 ພະຈິກ ຜ່ານມາ ຊຶ່ງເຮັດໃຫ້ບໍລິສັດສາມາດເລີ່ມສະເໜີລະບົບດັ່ງກ່າວໃຫ້ກັບລູກຄ້າໃນປະເທດໄດ້ທັນທີ.
ຢູວີ້ໄຊ ຊຸກຍູ້ການຮ່ວມມືກັບຄູ່ຮ່ວມງານອາຊຽນ

ຢູວີ້ໄຊ ຊຸກຍູ້ການຮ່ວມມືກັບຄູ່ຮ່ວມງານອາຊຽນ

ທ່ານ ຫຼີເສເວີນ ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ ຢູວີ້ໄຊ ໄດ້ລາຍງານກ່ຽວກັບສະຖານະການຮ່ວມມືພັດທະນາລະຫວ່າງ ຢູວີ້ໄຊ ກັບອາຊຽນວ່າ: ຢູວີ້ໄຊ ໄດ້ສືບຕໍ່ຂຸດຄົ້ນຕະຫຼາດທ້ອງຖິ່ນຢ່າງເລິກເຊິ່ງ ແລະ ເພີ່ມທະວີການຮ່ວມມືກັບຄູ່ຮ່ວມງານອາຊຽນໃນດ້ານຜະລິດຕະພັນ, ເຕັກໂນໂລຊີ, ການຜະລິດ ແລະ ການບໍລິການ ແລະ ປັດຈຸບັນ, ຜະລິດຕະພັນຂອງ ຢູວີ້ໄຊ ໄດ້ກວມເຖິງຫຼາຍກວ່າ 180 ປະເທດ ແລະ ພາກພື້ນທົ່ວໂລກ. ຮອດທ້າຍເດືອນກັນຍາ 2026, ຈຳນວນເຄື່ອງຈັກ ຢູວີ້ໄຊ ທີ່ມີຢູ່ຕ່າງປະເທດມີຫຼາຍກວ່າ 950,000 ໜ່ວຍ, ໃຫ້ບໍລິການຢ່າງກວ້າງຂວາງໃນຂົງເຂດການຂົນສົ່ງ, ເຄື່ອງຈັກກໍ່ສ້າງ, ເຄື່ອງມືກະສິກຳ, ເຮືອ ແລະ ການຜະລິດໄຟຟ້າ ເປັນຕົ້ນ.
ສິງກະໂປ ເປີດໂຄງການລະດົມທຶນ 500 ລ້ານໂດລາ

ສິງກະໂປ ເປີດໂຄງການລະດົມທຶນ 500 ລ້ານໂດລາ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 11 ພະຈິກ ຜ່ານມາວ່າ: ຖະແຫຼງການຮ່ວມຈາກສຳນັກງານເລຂາທິການແຫ່ງຊາດກ່ຽວກັບການປ່ຽນແປງສະພາບອາກາດຂອງສິງກະໂປ, ອົງການເງິນຕາສິງກະໂປ ຫຼື ທະນາຄານກາງ ແລະ ອົງການວິສາຫະກິດສິງກະໂປ (Enterprise Singapore) ໃນວັນທີ 10 ພະຈິກ ຜ່ານມາ ໄດ້ລະບຸການດຳເນີນໂຄງການລະດົມການລົງທຶນເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບກະສິກຳ - ອາຫານ ຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໃນການຮັບມືກັບການປ່ຽນແປງສະພາບອາກາດ.
ຍອດ​​ໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນເປັນ​ສະ​ຖິ​ຕິ​ໃໝ່​

ຍອດ​​ໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນເປັນ​ສະ​ຖິ​ຕິ​ໃໝ່​

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 11 ພະຈິກ ຜ່ານມາວ່າ: ອີງ​ຕາມ​ບົດ​ລາຍ​ງານ​ໜີ້​ສິນ​ຄົວ​ເຮືອນສະ​ບັບຫຼ້າ​ສຸດ​ທີ່​ FED ​ນິວຢອກ ສະຫະລັດ ອາ​ເມ​ຣິ​ກາ​ ເປີດ​ເຜີຍ​ໃນວັນ​ທີ 10 ພະ​ຈິກ​ ຜ່ານມາ ສະ​ແດງ​ໃຫ້​ເຫັນ​ວ່າ: ໄຕ​ມາດ​ທີ 3 ​ຂອງປີ​ນີ້, ຍອດໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງ​ ສະຫະລັດ ອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນ 22 ຕື້​ໂດ​ລາ, ​ເຮັດ​ໃຫ້​ຍອດ​ລວມ​ໜີ້​ດັ່ງ​ກ່າວ​ຢູ່​ທີ່ 1,290 ໂດ​ລາ ຊຶ່ງ​ເປັນ​ສະ​ຖິ​ຕິ​ໃໝ່, ເພີ່ມ​ຂຶ້ນ 4.2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້.
ກຳປູເຈຍ ຢືນຢັນຄຳໝັ້ນສັນຍາຂອງຕົນໃນການຕໍ່ສູ້ກັບການຄ້າມະນຸດ

ກຳປູເຈຍ ຢືນຢັນຄຳໝັ້ນສັນຍາຂອງຕົນໃນການຕໍ່ສູ້ກັບການຄ້າມະນຸດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 10 ພະຈິກ ຜ່ານມາວ່າ: ຄະນະກຳມະການແຫ່ງຊາດຕ້ານການຄ້າມະນຸດຂອງກຳປູເຈຍ (NCCT) ໄດ້ຢືນຢັນຄຳໝັ້ນສັນຍາຂອງກຳປູເຈຍໃນການກຳຈັດການຄ້າມະນຸດທຸກຮູບແບບໂດຍຜ່ານການບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ ເພື່ອຕ້ານການຄ້າມະນຸດ ແລະ ການຂູດຮີດທາງເພດ.
ມູນ​ຄ່າການ​ຄ້າ​ຕ່າງ​ປະ​ເທດ​ຂອງ​ຈີ​ນ​ໃນ​ 10 ເດືອນ ​ເພີ່ມ​ຂຶ້ນ 20%

ມູນ​ຄ່າການ​ຄ້າ​ຕ່າງ​ປະ​ເທດ​ຂອງ​ຈີ​ນ​ໃນ​ 10 ເດືອນ ​ເພີ່ມ​ຂຶ້ນ 20%

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ອີງ​ຕາມໂຕ​ເລກ​ສະ​ຖິ​ຕິ​ຫຼ້າ​ສຸດ​ທີ່​ອົງ​ການ​ພາ​ສີ​ແຫ່ງ​ຊາດ​ຈີນ​ເປີດເຜີຍ​ໃນ​ວັນ​ທີ 11 ພະ​ຈິກ​ ຜ່ານມາ ​ສະ​ແດງ​ໃຫ້​ເຫັນ​ວ່າ: 10 ເດືອນ​ຂອງ​ປີ​ນີ້, ຍອດ​ມູນ​ຄ່າ​ການ​ຄ້າ​​ສິນ​ຄ້າຂາ​ເຂົ້າ-ຂາ​ອອກ​ຂອງ​ຈີນ​ເພີ່ມ​ຂຶ້ນ 20% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ສືບ​ຕໍ່​​ຮັກ​ສາ​ທ່າ​ອຽງ​ເພີ່ມ​ຂຶ້ນ​ທີ່​ເຂັ້ມ​ແຂງ.
ຫວຽດນາມ ຢູ່ອັນດັບທີ 37 ຂອງໂລກ ກ່ຽວກັບກຳລັງຄວາມສາມາດແກ່ງແຍ້ງດ້ານດີຈີຕອນ

ຫວຽດນາມ ຢູ່ອັນດັບທີ 37 ຂອງໂລກ ກ່ຽວກັບກຳລັງຄວາມສາມາດແກ່ງແຍ້ງດ້ານດີຈີຕອນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 11 ພະຈິກ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ​ເຕັກ​ໂນ​ໂລ​ຊີ ຫວຽດ​ນາມ ໄດ້ຈັດພິທີປະກາດ​ຜົນການຈັດອັນດັບກຳ​ລັງ​ຄວາມ​ສາ​ມາດ​ແກ່ງ​ແຍ້ງດ້ານດີຈີຕອນ ແລະ ປັນຍາປະດິດໂລກ ປີ 2026 (WDAIR 2026) ຊຶ່ງຫວຽດນາມຖືກຈັດອັນດັບທີ 37, ການຈັດອັນດັບດັ່ງກ່າວດຳເນີນໂດຍສະຖາບັນພັດທະນາການຄຸ້ມຄອງສາ​ກົນ (IMD) ປະເທດສະວິດ.
ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານອາ​ເມ​ຣິ​ກາ​ ບັນ​ລຸ 2,000 ຕື້​ໂດ​ລາ

ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານອາ​ເມ​ຣິ​ກາ​ ບັນ​ລຸ 2,000 ຕື້​ໂດ​ລາ

ວິທະຍຸ, ໂທລະພາບສູນກາງຈີນ ລາຍງານວ່າ: ໃນວັນ​ທີ 9 ພະ​ຈິກຜ່ານມາ, ກະ​ຊວງ​ການ​ເງິນ ​ສະຫະລັດ ອາ​ເມ​ຣິ​ກາ​ ໄດ້​ເປີດ​ເຜີຍ​​ວ່າ: ໃນ​ປີ​ງົບ​ປະ​ມານ 2026 ທີ່ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 30 ກັນ​ຍາ​ ຜ່ານມາ, ​ລວມຍອດ​ມູນ​ຄ່າ​ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານ ສະຫະລັດ ​ອາ​ເມ​ຣິ​ກາ​ຢູ່​ທີີ່ 2,000 ຕື້​ໂດ​ລາ, ເພີ່ມ​ຂຶ້ນ 217 ຕື້​ໂດ​ລາ ​ເມື່ອ​ທຽບ​ໃສ່​ປີກາຍ​ ຫຼື 12% ເມື່ອ​ທຽບ​ໃສ່​ປີ​ງົບ​ປະ​ມານ 2025.
ມຽນມາ ຂະຫຍາຍເວລານຳລາຍຮັບຈາກການສົ່ງອອກກັບປະເທດ

ມຽນມາ ຂະຫຍາຍເວລານຳລາຍຮັບຈາກການສົ່ງອອກກັບປະເທດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 10 ພະຈິກ ຜ່ານມາວ່າ: ສື່ມວນຊົນມຽນມາລາຍງານວ່າ, ທະນາຄານກາງຂອງມຽນມາໄດ້ຂະຫຍາຍໄລຍະເວລາອະນຸຍາດໃຫ້ຜູ້ສົ່ງອອກສາມາດຮັກສາລາຍໄດ້ຈາກການສົ່ງອອກ, ໃນສ່ວນທີ່ຜູ້ສົ່ງອອກສາມາດນຳໄປໃຊ້ໄດ້ຕາມການພິຈາລະນາ, ຈາກເດີມ 30 ມື້ ເປັນ 45 ມື້.
ເພີ່ມເຕີມ