ໄຊຍະບູລີ ຈະສຸມໃສ່ວຽກງານຮັກສາຄວາມສະຫງົບຕາມຊາຍແດນໃຫ້ໝັ້ນຄົງ

ໄຊຍະບູລີ ຈະສຸມໃສ່ວຽກງານຮັກສາຄວາມສະຫງົບຕາມຊາຍແດນໃຫ້ໝັ້ນຄົງ

ໄຊຍະບູລີ ຈະສຸມໃສ່ວຽກງານຮັກສາຄວາມສະຫງົບຕາມຊາຍແດນໃຫ້ໝັ້ນຄົງ
ແຂວງໄຊຍະບູລີ ເປັນແຂວງໜຶ່ງທີ່ມີຊາຍແດນຕິດຈອດກັບ 6 ແຂວງຂອງຣາຊະອານາຈັກໄທ, ມີຄວາມຍາວ 647 ກິໂລແມັດ (ກມ), (ທາງບົກ 518 ກມ, ທາງນໍ້າ 129 ກມ), ມີບ້ານທີ່ຕິດກັບຊາຍແດນໄທ 78 ບ້ານ ມີເສັ້ນຊາຍແດນທີ່ໄດ້ສໍາຫຼວດແລ້ວ 131 ຫຼັກໝາຍ (ຫຼັກໝາຍທີ່ປັກສໍາເລັດ 126 ຫຼັກໝາຍ ຍັງບໍ່ທັນສໍາເລັດ 5 ຫຼັກໝາຍ) ແລະ ຫຼັກໝາຍທີ່ຍັງບໍ່ທັນໄດ້ສໍາຫຼວດປັກຫຼັກໝາຍ 129 ກມ, ມີດ່ານເຂົ້າ-ອອກ ດ່ານສາກົນ 4 ແຫ່ງ ແລະ ດ່ານປະເພນີ 13 ແຫ່ງ.

 

ຕະຫຼອດໄລຍະ 5 ປີຜ່ານມາ ພາຍໃຕ້ການນໍາພາ-ຊີ້ນໍາຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ແຂວງໄຊຍະບູລີ ໄດ້ສຸມໃສ່ຜັນຂະຫຍາຍແນວທາງປ້ອງກັນຊາດ(ປກຊ)-ປ້ອງກັນຄວາມສະຫງົບ (ປກສ) ທົ່ວປວງຊົນຮອບດ້ານ ທີ່ກຳນົດອອກໃນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງ, ຄະນະກຳມະການ ປກຊ-ປກສ ແຂວງ ໄດ້ເປັນເຈົ້າການສົມທົບກັບກະຊວງທີ່ກ່ຽວຂ້ອງ ຜັນຂະຫຍາຍແນວທາງການຕ່າງປະເທດເຂົ້າສູ່ສະພາບຄວາມເປັນຈິງ.

ທ່ານ ເພັງນິລັນ ຄຳພັນເພັງ ເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ ປະກອບຄໍາເຫັນກ່ຽວກັບ“ບົດຮຽນການຮັກສາຄວາມສະຫງົບຕາມຊາຍແດນຢູ່ແຂວງໄຊຍະບູລີ” ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໃນວັນທີ 6 ມັງກອນຜ່ານມາວ່າ: ພວກເຮົາໄດ້ຖືສໍາຄັນກົນໄກປະສານງານຂອງຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ ໂດຍຜັດປ່ຽນກັນເປັນເຈົ້າພາບເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ ຊຸກຍູ້ກົນໄກປະສານງານລະຫວ່າງເມືອງກັບເມືອງຢ່າງໜ້ອຍປີລະຄັ້ງ ເພື່ອທົບທວນການຈັດຕັ້ງປະຕິບັດບົດບັນທຶກຮ່ວມກັນຢ່າງເປັນປົກກະຕິ, ເອົາໃຈໃສ່ປົກປັກຮັກສາຫຼັກໝາຍຊາຍແດນ ຕ້ານ ແລະ ສະກັດກັ້ນການຄ້າ-ຂາຍຢາເສບຕິດ, ການຄ້າມະນຸດ ແລະ ການຄຸ້ມຄອງແຮງງານ, ທັງສອງຝ່າຍໄດ້ຮ່ວມກັນແກ້ໄຂບັນຫາຕ່າງໆ ໂດຍປະສານສົມທົບກັບກຳລັງທະຫານຊາຍແດນລົງຕິດຕາມ, ກວດກາການທໍາການຜະລິດຂອງປະຊາຊົນທັງສອງຝ່າຍຢູ່ລຽບຕາມຊາຍແດນ, ພ້ອມກັນປົກປັກຮັກສາ ແລະ ອະ ນາໄມຫຼັກໝາຍຊາຍແດນ ອໍານວຍຄວາມສະດວກໃນການບໍລິການເຂົ້າ-ອອກດ່ານ ເຮັດໃຫ້ການພົວພັນ, ການແລກປ່ຽນສິນຄ້າ ແລະ ການພົວພັນປະສານງານດ້ານຕ່າງໆ ມີບັນຍາກາດດີຂຶ້ນ, ຫັນເອົາກໍາລັງລົງກໍ່ສ້າງຮາກຖານ, ສຶກສາອົບຮົມປະຊາຊົນຕາມເຂດຊາຍແດນໃຫ້ເຂົ້າໃຈຕໍ່ແນວທາງ ປກຊ-ປກສ, ລະດົມບໍ່ໃຫ້ທຳການຜະລິດລ່ວງລໍ້າເຂດແດນ ແລະ ນໍາພາສ້າງເສດຖະກິດແບບກຸ້ມຕົນເອງ, ເພິ່ງຕົນເອງ, ໄດ້ສ້າງຄວາມເຂັ້ມແຂງໃຫ້ກໍາລັງທະຫານຊາຍແດນ ແລະ ກອງຫຼອນບ້ານໃນການລາດຕະເວນກວດກາ ຈັດວາງປ້ອມຈັ້ງທ່າ ແລະ ສ້າງແຜນການປ້ອງກັນບໍລິເວນແຂວງ-ເມືອງ, ສ້າງບ້ານປ້ອມໝັ້ນສູ້ຮົບເອກະລາດໄດ້ 97 ບ້ານ, ສ້າງກຸ່ມບ້ານສູ້ຮົບຕິດລຽນໄດ້ 73 ກຸ່ມ. ມາຮອດປັດຈຸບັນ ສາມາດສ້າງບ້ານປ້ອງກັນຊາດເຂັ້ມແຂງໄດ້ 427 ບ້ານ (ເພີ່ມຂຶ້ນ 19 ບ້ານ) ສ້າງບ້ານປ້ອງກັນຄວາມສະຫງົບດີໄດ້ 425 ບ້ານ (ເພີ່ມຂຶ້ນ 6 ບ້ານ). ຜົນງານພົ້ນເດັ່ນແມ່ນການພັດທະນາພື້ນຖານໂຄງລ່າງເຊັ່ນ: ເສັ້ນທາງອອກສູ່ຊາຍແດນ, ກໍ່ສ້າງຕ້ານເຈື່ອນ ແລະ ຍົກລະດັບດ່ານສາກົນ ເຮັດໃຫ້ການຄ້າ-ການບໍລິການຂະຫຍາຍຕົວດີຂຶ້ນ. ພ້ອມກັນນັ້ນ, ໄດ້ເອົາໃຈໃສ່ຕິດຕາມ ກວດກາ ແລະ ແກ້ໄຂການຄ້າຂາຍເຖື່ອນ ແລະ ຢາເສບຕິດ. ຢຶດຂອງກາງລົດໃຫຍ່ 36 ຄັນ, ຢາບ້າ 27 ລ້ານ 56 ພັນກວ່າເມັດ, ຢາໄອ 1,774 ກິໂລກຣາມ, ກັນຊາ 9 ແທ່ງ, ລົດຈັກ 283 ຄັນ, ລົດຊິ້ງ, ຈັກສະຕິນ ແລະ ອຸປະກອນສື່ສານຈໍານວນໜຶ່ງ. ແຕ່ເຖິງຢ່າງໃດກໍຕາມ ພວກເຮົາຍັງມີຂໍ້ຫຍຸ້ງຍາກ, ສິ່ງທ້າທາຍບໍ່ໜ້ອຍ ກໍຄືບາງບັນຫາທີ່ຄວນເອົາໃຈໃສ່ ສໍາລັບການຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ເນື່ອງຈາກພື້ນທີ່ສ່ວນໃຫຍ່ເປັນເຂດພູດອຍ ດິນຕໍ່ແຜ່ນ ເສັ້ນທາງຍັງເຂົ້າບໍ່ທັນເຖິງ ພາໃຫ້ຫຍຸ້ງຍາກໃນການກວດກາ, ການເຄື່ອນໄຫວຂອງພວກກໍາລັງປໍລະປັກ ແລະ ພວກຄົນບໍ່ດີໄດ້ສວຍໂອກາດລັກລອບເຄື່ອນໄຫວຜິດກົດໝາຍ, ໂຄສະນາບິດເບືອນ, ນໍາໃຊ້ກໍາລັງປະສິດຊາຍແດນ, ເຄື່ອນໄຫວກິດຈະການຕ່າງໆ ຕາມເສັ້ນຊາຍແດນແບບບໍ່ຖືກຕ້ອງ, ນໍາໃຊ້ຍົນ, ນໍາໃຊ້ໂດຣນ ບິນລ່ວງລໍ້ານ່ານຟ້າເຂົ້າເລິກມາໃນດິນແດນລາວຫຼາຍຄັ້ງ, ຂຸດຄົ້ນເຄື່ອງປ່າຂອງດົງ ລ່າສັດເລິກເຂົ້າມາດິນລາວ ແລະ ຫາທຸກວິທີສ້າງສະຖານະການຕ່າງໆ ລຽບຕາມຊາຍແດນເພື່ອຫວັງຈະເຊື່ອມຢຶດດິນແດນຢູ່ບາງຈຸດ.

ທ່ານ ເພັງນິລັນ ຄຳພັນເພັງ ກ່າວຕື່ມວ່າ: ເພື່ອສືບຕໍ່ຮັກສາຄວາມສະຫງົບຕາມຊາຍແດນໃຫ້ໝັ້ນຄົງ ແຂວງໄຊຍະບູລີ ຈະສຸມໃສ່ບາງວຽກງານຈຸດສຸມຄື: ສືບຕໍ່ຜັນຂະຫຍາຍແນວທາງ ປກຊ-ປກສ ແລະ ການຕ່າງປະເທດຂອງພັກເຂົ້າສູ່ຊີວິດຕົວຈິງ, ຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈຳລະຫວ່າງແຂວງ ແລະ ແຂວງໃຫ້ປະກົດຜົນເປັນຈິງ ແນໃສ່ຮັບປະກັນສະຖຽນລະພາບການເມືອງ, ສັງຄົມມີຄວາມສະຫງົບຢ່າງໜັກແໜ້ນ; ສືບຕໍ່ຫັນລົງກໍ່ສ້າງຮາກຖານ ເພື່ອອັດປ່ອງຂ້າມລອຍຂອງກຸ່ມຄົນບໍ່ດີ ແລະ ສຶກສາອົບຮົມປະຊາຊົນບັນດາເຜົ່າເຂດຊາຍແດນໃຫ້ມີສະຕິລະວັງຕົວ, ເຂົ້າຮ່ວມວຽກງານ ປກຊ-ປກສ ຢ່າງຕັ້ງໜ້າ, ປົກປັກຮັກສາຫຼັກໝາຍຊາຍແດນພັດທະນາພື້ນຖານໂຄງລ່າງ ແລະ ສິ່ງອໍານວຍຄວາມສະດວກອື່ນໆ; ສືບຕໍ່ແກ້ໄຂປະກົດການຫຍໍ້ທໍ້ຕາມບໍລິເວນຊາຍແດນໃຫ້ມີຄວາມສະຫງົບປອດໄພໂດຍພື້ນຖານ ສືບຕໍ່ປະຕິບັດກົນໄກປະສານງານຂອງຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນຂອງສອງຝ່າຍ ສົ່ງເສີມການຄ້າ, ການລົງທຶນ, ການບໍລິການຊາຍແດນ, ການແລກປ່ຽນວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງສອງຊາດ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

5 ປີ ຕໍ່ໜ້າ ຈະພັດທະນາຂະແໜງວັດທະນາທຳ ແລະ ການທ່ອງທ່ຽວໃຫ້ມີປະສິດທິຜົນ

5 ປີ ຕໍ່ໜ້າ ຈະພັດທະນາຂະແໜງວັດທະນາທຳ ແລະ ການທ່ອງທ່ຽວໃຫ້ມີປະສິດທິຜົນ

ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ II ປະຈຳປີ 2025 ໃນລະຫວ່າງວັນທີ 12-13 ມັງກອນນີ້ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງວັດທະນາທຳ ແລະ ການທ່ອງທ່ຽວ ໄດ້ໃຫ້ສຳພາດຕໍ່ນັກຂ່າວກ່ຽວກັບຜົນງານອັນພົ້ນເດັ່ນໃນການຈັດຕັ້ງປະຕິບັດວຽກງານ 6 ເດືອນທ້າຍປີ 2025 ແລະ ທິດທາງແຜນການ ໃນ 6 ເດືອນຕົ້ນປີ 2026 ວ່າ: ໃນໄລຍະ 6 ເດືອນທ້າຍປີ 2025 ທີ່ຜ່ານມາ
ກອງປະຊຸມສະພາບໍລິຫານ ທຫລ ຄັ້ງທີ I ປະຈໍາປີ 2026

ກອງປະຊຸມສະພາບໍລິຫານ ທຫລ ຄັ້ງທີ I ປະຈໍາປີ 2026

ກອງປະຊຸມສະພາບໍລິຫານ ທະນາຄານແຫ່ງ ສປປ ລາວ (ທຫລ) ຄັ້ງທີ I ປະຈໍາປີ 2026 ຈັດຂຶ້ນໃນວັນທີ 14 ມັງກອນນີ້ ທີ່ ທຫລ ໂດຍການເປັນປະທານຂອງທ່ານ ນາງ ບຸນຄໍາ ວໍລະຈິດ ປະທານສະພາບໍລິຫານ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ມີບັນດາຮອງປະທານສະພາບໍລິຫານ ທຫລ, ບັນດາກຳມະການສະພາບໍລິຫານ, ຮອງຜູ້ວ່າການ ທຫລ ເຂົ້າຮ່ວມ.
ແຕ່ງຕັ້ງຄະນະຮັບຜິດຊອບງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນ 3 ປະເທດ

ແຕ່ງຕັ້ງຄະນະຮັບຜິດຊອບງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນ 3 ປະເທດ

ກອງປະຊຸມປຶກສາຫາລື ຄົ້ນຄວ້າ ແລະ ປະກາດການແຕ່ງຕັ້ງຄະນະຮັບຜິດຊອບວຽກງານພົບປະແລກ ປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນລະຫວ່າງລາວ-ຫວຽດນາມ-ຈີນ ຄັ້ງທີ I ປະຈຳປີ 2026 ຈັດຂຶ້ນວັນທີ 13 ມັງກອນຜ່ານມາ ທີ່ຫ້ອງປະຊຸມກົມໃຫຍ່ເສນາທິການກອງທັບ ໂດຍການເປັນປະທານຂອງສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາສະຫາຍຕາງໜ້າ 4 ກົມໃຫຍ່ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມແຂວງອຸດົມໄຊ ເຜີຍແຜ່ເອກະສານການເລືອກຕັ້ງ ສສຊ ຊຸດທີ X

ຄະນະໂຄສະນາອົບຮົມແຂວງອຸດົມໄຊ ເຜີຍແຜ່ເອກະສານການເລືອກຕັ້ງ ສສຊ ຊຸດທີ X

ວັນທີ 14 ມັງກອນ 2026 ຢູ່ທີ່ຫ້ອງປະຊຸມ ຄະນະໂຄສະນາອົບຮົມແຂວງອຸດົມໄຊ ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມ ເອກະສານສຳຄັນຂອງຊາດ ໂດຍມີບັນດາທ່ານຮອງຫົວຫນ້າຄະນະໂຄສະນາອົບຮົມ ແຂວງອຸດົມໄຊ, ມີບັນດາຫົວຫນ້າ ຮອງຫົວຫນ້າຂະແໜງ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.
ປະຊາຊົນ 13 ບ້ານ ຂອງເມືອງວຽງຄຳ ໄດ້ຮັບເງິນຜົນງານຄຸ້ມຄອງປ່າໄມ້

ປະຊາຊົນ 13 ບ້ານ ຂອງເມືອງວຽງຄຳ ໄດ້ຮັບເງິນຜົນງານຄຸ້ມຄອງປ່າໄມ້

ເມື່ອບໍ່ດົນຜ່ານມານີ້, ຢູ່ຫ້ອງປະຊຸມຂອງຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງວຽງຄໍາ ແຂວງຫຼວງພະບາງ ໄດ້ຈັດພິທີມອບເງິນຜົນງານຄຸ້ມຄອງປ່າໄມ້ ໃຫ້ປະຊາຊົນ 13 ບ້ານເປົ້າໝາຍຂອງໂຄງການຄຸ້ມຄອງປ່າໄມ້ແບບພູມມີທັດ ແລະ ສົ່ງເສີມຊີວິດການເປັນຢູ່ (I-GFLL) ໂດຍເປັນປະທານຮ່ວມຂອງ ທ່ານ ຄຳສິງ ສຸດທີດາ ປະທານຄະນະກຳມະການປົກຄອງເມືອງ, ທ່ານ ຫົງຄຳ ແສນອານາຈັກ ຮອງຫົວໜ້າຂະແໜງປ່າໄມ້ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ມີຄະນະຮັບຜິດຊອບຂັ້ນແຂວງ-ຂັ້ນເມືອງ ແລະ ອົງການຈັດຕັ້ງບ້ານ 13 ບ້ານ ເຂົ້າຮ່ວມ.
ເຊກອງ ຈະສ້າງເງື່ອນໄຂຄວາມສະດວກການລົງທຶນເອກະຊົນພາຍໃນ ແລະ ການລົງທຶນຈາກຕ່າງປະເທດ

ເຊກອງ ຈະສ້າງເງື່ອນໄຂຄວາມສະດວກການລົງທຶນເອກະຊົນພາຍໃນ ແລະ ການລົງທຶນຈາກຕ່າງປະເທດ

ໃນໂອກາດເຂົ້າຮ່ວມ ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປະຈຳປີ 2025, ທ່ານ ບຸນທະວີ ນະຄອນສິດ ຮອງປະທານຄະນະກຳມະການປົກຄອງແຂວງເຊກອງ ຜູ້ຊີ້ນໍາວຽກງານເສດຖະກິດ ໄດ້ໃຫ້ສຳພາດ ຕໍ່ສື່ມວນຊົນ ໃນວັນທີ 12 ມັງກອນ ຜ່ານມານີ້ວ່າ: 6 ເດືອນຕົ້ນປີ 2026 ແຂວງເຊກອງ ຈະສ້າງເງື່ອນໄຂສິ່ງອໍານວຍຄວາມສະດວກ ໃນການດຶງດູດການລົງທຶນຂອງພາກເອກະຊົນພາຍໃນ ແລະ ການລົງທຶນໂດຍກົງຈາກຕ່າງປະເທດ ເພື່ອສ້າງເປັນປັດໄຈພື້ນຖານໃຫ້ແກ່ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ທີ່ຍືນຍົງ ແລະ ທົ່ວເຖິງ, ຫຼີກເວັ້ນການສ້າງໂຄງການລົງທຶນ ທີ່ບໍ່ໄປຕາມກົດໝາຍ ແລະ ລະບຽບການ, ເລັ່ງຊໍາລະໜີ້ສິນໂຄງການລົງທຶນ, ກວດກາ ແລະ ພິຈາລະນາຄືນ ການໂຈະໂຄງການລົງທຶນລັດ ທີ່ບໍ່ສອດຄ່ອງກັບແຜນການ 5 ປີ ຄັັ້ງທີ X ຫຼື ໂຄງການທີ່ມີຄ່າໃຊ້ຈ່າຍສູງ ແຕ່ຜົນຕອບແທນຕໍ່າ ຖ່ວງດຶງງົບປະມານ, ຮັບປະກັນຄວາມກົມກຽວ ລະຫວ່າງ ການວາງແຜນພັດທະນາ ແລະ ແຜນງົບປະມານ.
ຍົກລະດັບການຊຳລະເງິນໃນຂະແໜງການບິນ

ຍົກລະດັບການຊຳລະເງິນໃນຂະແໜງການບິນ

ວັນທີ 13 ມັງກອນຜ່ານມານີ້ ທີ່ສໍານັກງານໃຫຍ່ຢູນີເທວ ບໍລິສັດ ສະຕາ ຟິນເທັກ ຈຳກັດຜູ້ດຽວ, ຢູມັນນີ(Umoney) ແລະ ລັດວິສາຫະກິດການບິນລາວ (Lao Airlines) ຈັດພິທີເຊັນສັນຍາຮ່ວມມື ແລະ ເປີດນໍາໃຊ້ລະບົບປະຕູຊໍາລະເງິນ (Payment Gateway) ຢ່າງເປັນທາງການ. ຮ່ວມລົງນາມໂດຍທ່ານ ຮາ ຈຽນ ຖັງ ຜູ້ອໍານວຍການບໍລິສັດ ສະຕາ ຟິນເທັກ ຈໍາກັດຜູ້ດຽວ ແລະ ທ່ານ ສິດທິເດດ ດວງສິດທິ ຮອງຜູ້ອໍານວຍການ ລັດວິສາຫະກິດການບິນລາວ ເພື່ອອຳນວຍຄວາມສະດວກໃຫ້ປະຊາຊົນລາວທີ່ນໍາໃຊ້ຢູມັນນີ ຫຼື ບັນຊີຂອງທະນາ ຄານອື່ນໆ ກໍສາມາດຊື້ປີ້ເຮືອບິນຂອງສາຍການບິນລາວຜ່ານແອັບພລີເຄຊັນ ແລະ ເວັບໄຊຂອງສາຍການບິນລາວໄດ້ຢ່າງສະດວກ, ວ່ອງໄວ ແລະ ປອດໄພ.
ຄຕ-ຄອຂ ແຂວງເຊກອງ ສະຫຼຸບວຽກງານ ປະຈໍາປີ 2025

ຄຕ-ຄອຂ ແຂວງເຊກອງ ສະຫຼຸບວຽກງານ ປະຈໍາປີ 2025

ຄະນະກໍາມະການຫັນເປັນດີຈີຕ໋ອນ ແລະ ຄຸ້ມຄອງອິນເຕີເນັດຂັ້ນແຂວງເຊກອງ (ຄຕ-ຄອຂ) ຈັດກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2025 ແລະ ວາງທິດທາງແຜນການ ປີ 2026 ຂຶ້ນໃນວັນທີ 13 ມັງກອນ 2026 ໂດຍການເປັນປະທານ ຂອງທ່ານ ສຸກດາວັນ ເລຫວຽດມ່ວງ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ຮອງປະທານ ຜູ້ປະຈໍາການ ຄຕ-ຄອຂ.
ຄຳມ່ວນ ປະກອບຄຳຄິດເຫັນ ຕໍ່ຮ່າງນິຕິກຳໃຕ້ກົດໝາຍ ໄລຍະ 2026-2030

ຄຳມ່ວນ ປະກອບຄຳຄິດເຫັນ ຕໍ່ຮ່າງນິຕິກຳໃຕ້ກົດໝາຍ ໄລຍະ 2026-2030

ກອງປະຊຸມ ປະກອບຄຳຄິດເຫັນ ຕໍ່ຮ່າງນິຕິກຳໃຕ້ກົດໝາຍ ແລະ ປຶກສາຫາລື ກ່ຽວກັບການສ້າງ, ປັບປຸງ ແລະ ປະເມີນນິຕິກຳໃຕ້ກົດໝາຍ ໄລຍະ 2026-2030 ຂອງແຂວງຄຳມ່ວນ ໄດ້ຈັດຂຶ້ນໃນວັນທີ 13 ມັງກອນ 2026 ທີ່ຫ້ອງປະຊຸມເຮືອນພັກເບີ 1 ຂອງແຂວງ ໂດຍການເປັນປະທານຂອງທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ.
ເມືອງໄຊຍະບູລີ ມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວທີ່ຖືກຜົນກະທົບຈາກອັກຄີໄພ ຢູ່ບ້ານ ຄອນປຽດ

ເມືອງໄຊຍະບູລີ ມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວທີ່ຖືກຜົນກະທົບຈາກອັກຄີໄພ ຢູ່ບ້ານ ຄອນປຽດ

ໃນວັນທີ 13 ມັງກອນ 2026 ນີ້, ທ່ານ ຄຳຫຼ້າ ຜີວວັນນາ ຄະນະປະຈຳພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ໄຊຍະບູລີ ພ້ອມດ້ວຍການນຳຂອງເມືອງ ໄດ້ລົງມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວທີ່ຖືກຜົນກະທົບຈາກອັກຄີໄພ (ໄຟໄໝ້ເຮືອນ) ຢູ່ບ້ານ ຄອນປຽດເມືອງ ໄຊຍະບູລີ ແຂວງໄຊຍະບູລີ ຈຳນວນ 2 ຄອບຄົວຄື: ຄອບຄົວທ້າວ ຢວມ ແລະ ຄອບຄົວທ້າວ ກອມ ທີ່ຖືກຜົນກະທົບຈາກໄຟໄໝ້ເຮືອນໃນຄັ້ງວັນທີ 31 ທັນວາ 2025 ຊຶ່ງລວມມູນຄ່າ ການເສຍຫາຍທັງໝົດ 315 ລ້ານກວ່າກີບ.
ເພີ່ມເຕີມ