ກອງປະຊຸມຄະນະຮັບຜິດຊອບການກະກຽມ ແລະ ຈັດງານບຸນຫໍຫຼັກເມືອງ

ໄຊຍະບູລີ ກຽມຈະຈັດງານບຸນຫໍຫຼັກເມືອງ ປະຈໍາປີ 2024

ໄຊຍະບູລີ ກຽມຈະຈັດງານບຸນຫໍຫຼັກເມືອງ ປະຈໍາປີ 2024
ກອງປະຊຸມຄະນະຮັບຜິດຊອບການກະກຽມ ແລະ ຈັດງານບຸນຫໍຫຼັກເມືອງແຂວງໄຊຍະບູລີປະຈໍາປີ 2024 ໄດ້ຈັດຂຶ້ນໃນວັນທີ 6 ພະຈິກ

 ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ພາຍໃຕ້ການເປັນປະທານຂອງທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ, ມີບັນດາກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການ, ອົງການ, ກົມກອງ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງຂໍ້ຕົກລົງຂອງທ່ານເຈົ້າແຂວງໄຊຍະບູລີ ສະບັບເລກທີ 1644/ຈຂ.ຊຍ ລົງວັນທີ 25 ກັນຍາ 2024 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບການກະກຽມ ແລະ ຈັດງານບຸນຫໍຫຼັກເມືອງ ແຂວງໄຊຍະບູລີ ປະຈໍາປີ 2024 ຊຶ່ງໄດ້ກໍານົດໃຫ້ມີ 8 ອະນຸກໍາມະການຄື: ຄະນະຮັບຜິດຊອບຊີ້ນໍາລວມ, ອະນຸກໍາມະການເນື້ອໃນ-ກອງເລຂາ, ອະນຸກໍາມະການຮັບແຂກ, ອະນຸກໍາມະການເສດຖະກິດ, ອະນຸກໍາມະການພິທີກໍາທາງສາສະໜາ, ອະນຸກໍາມະການສະຖານທີ່ ແສງ-ສີ-ສຽງ ປະດັບປະດາ ແລະ ປະຊາສໍາພັນ, ອະນຸກໍາມະການປ້ອງກັນ, ອະນຸກໍາມະການຮັກສາສຸຂະພາບ ແລະ ເຫດສຸກເສີນ. ຈຸດປະສົງກອງປະຊຸມໃນຄັ້ງນີ້ ກໍເພື່ອປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງໄຊຍະບູລີ ສະບັບເລກທີ 1644/ຈຂ.ຊຍ ລົງວັນທີ 25 ກັນຍາ 2024 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບການກະກຽມ ແລະ ຈັດງານບຸນຫໍຫຼັກເມືອງ ແຂວງໄຊຍະບູລີ ປະຈໍາປີ 2024 ຊຶ່ງຈະໄດ້ຈັດຂຶ້ນໃນວັນທີ 7-15 ພະຈິກ 2024. ຈາກນັ້ນ, ຜູ້ແທນກອງປະຊຸມກໍ່ໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາເພື່ອໃຫ້ກອງປະຊຸມດັ່ງກ່າວໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.

(ຂ່າວ+ພາບ: ຄໍາໝັ້ນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບົດອວຍພອນຂອງ ທ່ານ ທອງສະຫວັນ ພົມວິຫານ  ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄົບຮອບ 10 ປີ

ບົດອວຍພອນຂອງ ທ່ານ ທອງສະຫວັນ ພົມວິຫານ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄົບຮອບ 10 ປີ

ໃນໂອກາດຄົບຮອບ 10 ປີ (23 ມີນາ 2016 - 23 ມີນາ 2025) ຂອງການສ້າງຕັ້ງຂອບການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ (MLC), ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ກ່າວວ່າ: ໃນນາມລັດຖະບານ ແຫ່ງ ສປປ ລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຮູ້ສຶກເປັນກຽດຢ່າງຍິ່ງ ແລະ ມີຄວາມປິຕິຍິນດີ ທີ່ໄດ້ສົ່ງຄຳຊົມເຊີຍອັນຈິງໃຈ ແລະ ຄຳອວຍພອນໄຊອັນປະເສີດ ມາຍັງບັນດາທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ຂອງບັນດາປະເທດສະມາຊິກ MLC ແລະ ປະຊາຊົນ ທີ່ອາໄສຢູ່ໃນເຂດລຸ່ມແມ່ນ້ຳຂອງພວກເຮົາ.
ລັດຖະມົນຕີ ຮສສ ມອບເຄື່ອງບັນເທົາທຸກສຸກເສີນໃຫ້ປະຊາຊົນຜູ້ໄດ້ຮັບຜົນກະທົບຈາກພາຍຸໝາກເຫັບຕົກຢູ່ເມືອງສີໂຄດຕະບອງ

ລັດຖະມົນຕີ ຮສສ ມອບເຄື່ອງບັນເທົາທຸກສຸກເສີນໃຫ້ປະຊາຊົນຜູ້ໄດ້ຮັບຜົນກະທົບຈາກພາຍຸໝາກເຫັບຕົກຢູ່ເມືອງສີໂຄດຕະບອງ

ວັນທີ 23 ມີນາ ນີ້, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໃນນາມຮອງປະທານຜູ້ປະຈຳການ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ (ຄພສ) ໄດ້ລົງພື້ນທີ່ຕິດຕາມ ແລະ ຊີ້ນຳການຊ່ວຍເຫຼືອ ປະຊາຊົນທີ່ໄດ້ຮັບຜົນກະທົບຈາກພາຍຸໝາກເຫັບ ໃນວັນທີ 22 ມີນາ ຜ່ານມາ ຢູ່ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຢ່າງຮີບດ່ວນ.
ວາງກະຕ່າດອກໄມ້ລະນຶກວັນສ້າງຕັ້ງຫ້ອງວ່າການສູນກາງພັກ ຄົບຮອບ 71 ປີ

ວາງກະຕ່າດອກໄມ້ລະນຶກວັນສ້າງຕັ້ງຫ້ອງວ່າການສູນກາງພັກ ຄົບຮອບ 71 ປີ

ໃນຕອນເຊົ້າວັນທີ 24 ມີນາ ນີ້ ທີ່ຫໍພິພິທະພັນ ໄກສອນ ພົມວິຫານ, ຫ້ອງວ່າການສູນກາງພັກ(ຫສພ) ນຳໂດຍ ສະຫາຍ ເພັດ ພົມພິພັກ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ ໄດ້ນຳພາຄະນະພັກ, ພະນັກງານນຳພາຫຼັກແຫຼ່ງທົ່ວຫ້ອງວ່າການສູນກາງພັກ ນຳເອົາກະຕ່າດອກໄມ້ ໄປວາງຕໍ່ໜ້າຮູບຫຼໍ່ຂອງປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດລະນຶກວັນສ້າງຕັ້ງ ຫ້ອງວ່າການສູນກາງພັກ ຄົບຮອບ 71 ປີ (24 ມີນາ 1955 – 24 ມີນາ 2026) ເພື່ອສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນຕໍ່ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ດີເດັ່ນ ແລະ ເຄົາລົບຮັກຂອງພັກ-ລັດ ແລະ ປວງຊົນລາວທັງຊາດ. ຜູ້ຈັດຕັ້ງນຳພາພາລະກິດປະຕິວັດອັນຍິ່ງໃຫຍ່ຂອງປະເທດພວກເຮົາ ຈາກໄຊຊະນະນີ້ສູ່ໄຊຊະນະໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າ. ສ້າງປະຖົມປັດໃຈກ້າວຂຶ້ນສັງຄົມນິຍົມຢ່າງໜັກແໜ້ນ.
ໄຂກອງປະຊຸມຄະນະກໍາມະການປົກຄອງແຂວງ ຄັ້ງທີ 2 ປະຈໍາໄຕມາດ I

ໄຂກອງປະຊຸມຄະນະກໍາມະການປົກຄອງແຂວງ ຄັ້ງທີ 2 ປະຈໍາໄຕມາດ I

ກອງປະຊຸມຄະນະກໍາມະການປົກຄອງແຂວງເຊກອງ ຄັ້ງທີ 2 ສະໄໝທີ XI (ປະຈໍາໄຕມາດ I) ແລະວາງທິດທາງແຜນການປະຈໍາໄຕມາດ II ຂຶ້ນໃນວັນທີ 24 ມີນານີ້ ທີ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການແຂວງ ໂດຍການເປັນປະທານ ຂອງທ່ານ ຂັນຕີ ສີລະວົງສາ ປະທານຄະນະກໍາມະການປົກຄອງແຂວງເຊກອງ, ມີຄະນະກໍາມະການປົກຄອງເມືອງ, ບັນດາຫົວໜ້າພະແນກການ, ອົງການທຽບເທົ່າ, ລັດວິສາຫະກິດ ອ້ອມຂ້າງແຂວງເຂົ້າຮ່ວມ.
ມອບ-ຮັບໜ້າທີ່ ປະທານສູນກາງສະຫະພັນກຳມະບານລາວ

ມອບ-ຮັບໜ້າທີ່ ປະທານສູນກາງສະຫະພັນກຳມະບານລາວ

ວັນທີ 23 ມີນາ ນີ້, ສູນກາງສະຫະພັນກໍາມະບານລາວ ໄດ້ຈັດພິທີມອບ-ຮັບ ການຈັດຕັ້ງພະນັກງານການນຳຢ່າງເປັນທາງການ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາສະຫາຍຄະນະບໍລິຫານງານພັກ ສູນກາງສະຫະພັນກຳມະບານລາວ, ຫົວໜ້າກົມ, ຮອງກົມ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ການນໍາເມືອງຫຼວງນໍ້າທາ ລົງຕິດຕາມຊຸກຍູ້ການປູກພືດລະດູແລ້ງ

ການນໍາເມືອງຫຼວງນໍ້າທາ ລົງຕິດຕາມຊຸກຍູ້ການປູກພືດລະດູແລ້ງ

ໃນວັນທີ 23 ມີນານີ້, ທ່ານ ສີຈັນ ລໍທອງໂຫຼຍ ກໍາມະການປະຈໍາພັກເມືອງ ຮອງປະທານຄະນະກໍາມະການປົກຄອງເມືອງ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມຊຸກຍູ້ການປູກພືດລະດູແລ້ງຢູ່ພາຍໃນເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ໂດຍມີອົງການຈັດຕັ້ງບ້ານ, ປະຊາຊົນ ແລະ ບັນດາບໍລິສັດ ເຂົ້າຮ່ວມ.
ພະນັກງານນຳທ່ຽວແຂວງຫຼວງພະບາງ ຮ່ວມກັນເກັບຂີ້ເຫຍື້ອເທດສະບານ ນະຄອນ ຫຼວງພະບາງ

ພະນັກງານນຳທ່ຽວແຂວງຫຼວງພະບາງ ຮ່ວມກັນເກັບຂີ້ເຫຍື້ອເທດສະບານ ນະຄອນ ຫຼວງພະບາງ

ວັນທີ່ 23 ມີນານີ້, ກຸ່ມພະນັກງານນໍາທ່ຽວ ແຂວງຫຼວງພະບາງ ສົມທົບກັບບັນດາ ໂຮງແຮມພາຍໃນແຂວງ ໄດ້ສ້າງຂະບວນການອອກແຮງງານ ເກັບຂີ້ເຫຍື້ອ ໃນເທດສະບານນະຄອນຫຼວງພະບາງໃຫ້ມີຄວາມສະອາດ. ທ່ານ ຄຳສອນ ດາລາວົງ ປະທານສະມາຄົມພະນັກງານນຳທ່ຽວແຂວງຫຼວງພະບາງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ການສ້າງຂະບວນການຄັ້ງນີ້,
ສະຫະກອນສິນເຊື່ອ ແລະ ເງິນຝາກປະຫຍັດເຊໂນ ສັງເກດຄືນວຽກງານຜ່ານມາ

ສະຫະກອນສິນເຊື່ອ ແລະ ເງິນຝາກປະຫຍັດເຊໂນ ສັງເກດຄືນວຽກງານຜ່ານມາ

ໃນວັນທີ 23 ມີນານີ້ ທີ່ສະໂມສອນເມືອງອຸທຸມພອນ ແຂວງສະຫວັນນະເຂດ, ສະຫະກອນສິນເຊື່ອ ແລະ ເງິນຝາກປະຫຍັດເຊໂນ (ສສງ) ໄດ້ສະຫຼຸບສັງເກດຕີລາຄາຄືນກ່ຽວກັບຜົນງານການເຄື່ອນໄຫວວຽກງານຜ່ານມາ ແລະ ວາງທິດທາງແຜນການຕໍ່ໜ້າ, ພ້ອມທັງແຈ້ງໂຕເລກເງິນປັນຜົນຮຸ້ນສະມາຊິກປີ 2025 ແກ່ສະມາຊິກ, ໂດຍການເຂົ້າຮ່ວມຂອງທ່ານ ໂພໄຊ ອິນທະວົງສາ ປະທານຄະນະກໍາມະການປົກຄອງເມືອງ, ທ່ານ ປຸລິມະ ທອນທົງເດດ ຕາງໜ້າໃຫ້ທະນາຄານ ແຫ່ງ ສປປ ລາວ ພາກກາງແຂວງສະຫວັນນະເຂດ.
ຊາວຫວຽດນາມໃນວຽງຈັນ ຈັດກິດຈະກຳວັດທະນະທຳຊຸມຊົນ

ຊາວຫວຽດນາມໃນວຽງຈັນ ຈັດກິດຈະກຳວັດທະນະທຳຊຸມຊົນ

ຊຸມຊົນຊາວຫວຽດນາມ ໃນ ສປປ ລາວ ໄດ້ຈັດກິດຈະກຳວັດທະນະທຳຊຸມຊົນ ຢ່າງສົມກຽດ ຄວບຄູ່ກັບ ພິທີຂໍພອນຄວາມເປັນສິລິມຸງຄຸນໃນຕົ້ນປີ ແລະ ພິທີອຸທິດສ່ວນບຸນກຸສົນ ເພື່ອອາໄລເຖິງດວງວິນຍານ ຂອງບັນດາ ວິລະຊົນຜູ້ສະຫຼະຊີວິດເພື່ອເອກະລາດ ແລະ ເສລີພາບຂອງສອງຊາດ ລາວ - ຫວຽດນາມ. ພິທີດັ່ງກ່າວ, ໄດ້ດໍາເນີນໃນຕອນເຊົ້າວັນທີ 19 ມີນາ 2026, ທີ່ວັດເພັດຕິກ (Phật Tích), ນະຄອນຫຼວງວຽງຈັນ ໂດຍມີຜູ້ແທນປະມານ 50 ທ່ານເຂົ້າຮ່ວມ ປະກອບມີ: ຜູ້ແທນຈາກສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳ ສປປ ລາວ, ຄະນະປະສານງານພຸດທະສາສະໜາຫວຽດນາມ, ສະມາຄົມວິສາຫະກິດຫວຽດນາມໃນລາວ, ສະມາຄົມວິສາຫະກິດຫວຽດນາມ ປະຈຳ ນະຄອນຫຼວງວຽງຈັນ, ສະມາຄົມຊາວຫວຽດນາມນະຄອນຫຼວງວຽງຈັນ ພ້ອມດ້ວຍພີ່ນ້ອງຊາວຫວຽດນາມ ແລະ ພຸດທະສາສະນິກຊົນຈຳນວນຫຼາຍ.
ເວທີປຶກສາຫາລຶການເງິນພາກໃຕ້ທົ່ວໂລກປີ 2026 ຈະຈັດຂຶ້ນທີ່ນະຄອນຫຼວງປັກກິ່ງ

ເວທີປຶກສາຫາລຶການເງິນພາກໃຕ້ທົ່ວໂລກປີ 2026 ຈະຈັດຂຶ້ນທີ່ນະຄອນຫຼວງປັກກິ່ງ

ເວທີປຶກສາຫາລືການເງິນພາກໃຕ້ທົ່ວໂລກປີ 2026 ກຳນົດຈະຈັດຂຶ້ນໃນວັນທີ 25 ຫາ 26 ມີນາ ນີ້ທີ່ນະຄອນຫຼວງປັກກິ່ງ. ເວທີປຶກສາຫາລືໃນປີນີ້ຈັດຂຶ້ນພາຍໃຕ້ຫົວຂໍ້: "ສ່ອງແສງສະຫວ່າງພາກໃຕ້ທົ່ວໂລກ" ໂດຍສຸມໃສ່ຫົວຂໍ້ຫຼັກຄື"ນຳພາສະພາບຄ່ອງຂອງເງິນທຶນສີຂຽວສາກົນ" ຊຶ່ງຈະເຕົ້າໂຮມເອົາຜູ້ນຳຂອງສະຖາບັນການເງິນ, ຜູ້ຊ່ຽວຊານ ແລະ ຜູ້ນຳອຸດສາຫະກຳຈາກທັງຈີນ ແລະ ຕ່າງປະເທດ ມາຮ່ວມກັນເພື່ອຄົ້ນຫາຮູບແບບການພັດທະນາທາງດ້ານການເງິນທີ່ສອດຄ່ອງກັບຄວາມຕ້ອງການຂອງພາກໃຕ້ທົ່ວໂລກ ຊຶ່ງເປັນການສ້າງແຮງພັກດັນໃໝ່ເຂົ້າໃນສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງທາງເສດຖະກິດໂລກ.
ເພີ່ມເຕີມ