![]() |
ໃນກອງປະຊຸມ, ທ່ານ ສີທະນົນໄຊ ທອງເທພາ ຮອງຫົວໜ້າຫ້ອງວ່າການແຂວງ ໄດ້ຂຶ້ນຜ່ານແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 1553/ສຫນຍ, ລົງວັນທີ 15 ກັນຍາ 2025 ກ່ຽວກັບທິດຊີ້ນໍາວິທີການແກ້ໄຂບັນຫາຍານພາຫະນະ ແລະ ກົນຈັກຕ່າງໆ ທີ່ນໍາເຂົ້າບໍ່ຖືກຕ້ອງ ແລະ ນໍາໃຊ້ບໍ່ຖືກເປົ້າໝາຍຢູ່ຂອບເຂດທົ່ວປະເທດ, ຜ່ານຮ່າງແຜນການເຄື່ອນໄຫວວຽກງານຂອງຄະນະຊ່ວຍວຽກ 47/ນຍ ໃນການກວດກາ ແລະ ແກ້ໄຂຍານພາຫະນະທີ່ນໍາເຂົ້າບໍ່ຖືກຕ້ອງ ແລະ ນໍາໃຊ້ບໍ່ຖືກເປົ້າໝາຍຢູ່ຂອບເຂດທົ່ວປະເທດ, ໂດຍມີຈຸດປະສົງເພື່ອກວດກາ ແລະ ແກ້ໄຂຍານພາຫະນະທີ່ນໍາເຂົ້າບໍ່ຖືກຕ້ອງ ແລະ ນໍາໃຊ້ບໍ່ຖືກເປົ້າໝາຍ ລວມທັງກົນຈັກຕ່າງໆຢູ່ໃນຂອບເຂດທົ່ວປະເທດ, ເພື່ອເຮັດໃຫ້ການກວດກາ ແລະ ແກ້ໄຂຍານພາຫະນະດັ່ງກ່າວຮັບປະກັນຄວາມເປັນເອກະພາບ, ໂປ່ງໃສ, ຍຸຕິທໍາ ແລະ ສາມາດກວດສອບໄດ້. ຈາກນັ້ນ, ກໍໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ໄຊຍະບູລີ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບແກ້ໄຂຍານພາຫະນະທີ່ນໍາເຂົ້າບໍ່ຖືກຕ້ອງ ແລະ ນໍາໃຊ້ບໍ່ຖືກເປົ້າໝາຍໃນແຂວງໄຊຍະບູລີ, ພ້ອມດຽວກັນ ຜູ້ເຂົ້າຮ່ວມຍັງໄດ້ປຶກສາຫາລື ແລະ ປະກອບຄໍາຄິດຄໍາເຫັນເພື່ອເປັນເອກະພາບກັນໃນການລົງຈັດຕັ້ງປະຕິບັດການແກ້ໄຂຍານພາຫະນະທີ່ນໍາເຂົ້າບໍ່ຖືກຕ້ອງ ແລະ ນໍາໃຊ້ບໍ່ຖືກເປົ້າໝາຍຢູ່ແຂວງ ໄຊຍະບູລີ ໃຫ້ໄດ້ຮັບຜົນສໍາເລັດ.
(ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ)
ຄໍາເຫັນ