ໄຊຍະບູລີ ສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ

ໄຊຍະບູລີ ສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ

ໄຊຍະບູລີ ສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ
ໃນຕອນເຊົ້າວັນທີ 30 ກັນຍານີ້ ຢູ່ທີ່ຫ້ອງປະຊຸມພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງໄຊຍະບູລີ ໄດ້ຈັດພິທີສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ ວັນທີ 28 ກັນຍາ ປະຈໍາປີ 2025 ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງໄຊຍະບູລີ, ມີແຂກທີ່ຖືກເຊີນ ພ້ອມດ້ວຍນັກຮຽນ-ນັກສຶກສາ ພໍ່ແມ່ປະຊາຊົນອ້ອມຂ້າງແຂວງເຂົ້າຮ່ວມ.
ໄຊຍະບລ ສະເຫມສະຫອງວນຕານພະຍາດວໂລກ - image 1
 

ທ່ານ ນາງ ຟອງສະໝຸດ ແກ້ວບົວ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງໄຊຍະບູລີ ໄດ້ລາຍງານສະພາບການຄວບຄຸມພະຍາດວໍ້ ໃນ ສປປ ລາວ ວ່າ: ໃນປີ 2024 ທົ່ວແຂວງມີໝາທັງຫມົດ 97,089 ໂຕ, ໄດ້ຮັບການສັກວັກຊິນປ້ອງກັນວໍ 16.343 ໂຕ. ທຽບໃສ່ສະຖິຕິ ປະຕິບັດໄດ້ 16.83%, ທຽບໃສ່ແຜນປີ 25,069 ໂຕ ປະຕິບັດໄດ້ 65.19%. ຈາກນັ້ນ, ທ່ານຮອງເຈົ້າແຂວງໄຊຍະບູລີ ໄດ້ຂຶ້ນປາຖະກະຖາ ການສ້າງຂະບວນການວັນຕ້ານພະຍາດວໍ້ໂລກ ໄດ້ເປີດຂະບວນການຂຶ້ນຄັ້ງທໍາອິດໃນວັນທີ 28 ກັນຍາ 2007 ຢູ່ທີ່ເມືອງແອັດແລນຕ້າ ລັດຈໍເຈຍ ປະເທດສະຫະລັດອາເມລິກາ ໂດຍແມ່ນອົງການພັນທະມິດຄວບຄຸມພະຍາດຕິດຕໍ່ເປັນຜູ້ຈັດຂຶ້ນ. ອົງການດັ່ງກ່າວ, ແມ່ນອົງການສາກົນທີ່ບໍ່ຫວັງຜົນກຳໄລ, ມີສໍານັກງານໃຫຍ່ຕັ້ງຢູ່ສະຫະລັດອາເມລິກາ ແລະ ອັງກິດ, ໂດຍການສະໜັບສະໜູນຈາກອົງການອະນາໄມໂລກ, ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ ແລະ ອົງການສຸຂະພາບສັດສາກົນ, ອົງການຄວບຄຸມພະຍາດຂອງສະຫະລັດອາເມລິກາ ແລະ ສະມາຄົມສັດຕະວະແພດໂລກ ແລະ ກໍໄດ້ກຳນົດເອົາວັນທີ 28 ກັນຍາ ຂອງທຸກໆປີ. ສະເພາະຢູ່ແຂວງໄຊຍະບູລີ ໂດຍອີງໃສ່ຜົນຂອງການປະເມີນໃນທົ່ວແຂວງ ໄລຍະປີ 2025 ສາມາດເກັບກຳຂໍ້ມູນຜູ້ທີ່ຖືກສັດກັດໄດ້ທັງໝົດ 1,610 ກໍລະນີ. ໃນນີ້, ເມືອງທີ່ມີກໍລະນີ ຖືກສັດກັດຫຼາຍກ່ວາໝູ່ແມ່ນ ເມືອງໄຊຍະບູລີ, ເມືອງຄອບ ແລະ ເມືອງຫົງສາ. ເພື່ອປະຕິບັດຕາມຍຸດທະສາດຂອງການ ກັນ ແລະ ຄວບຄຸມພະຍາດວໍ້ ໃນ ສປປ ລາວ ປີ 2020-2024 ໂດຍອີງໃສ່ຍຸດທະສາດ ການເຝົ້າລະວັງພະຍາດວໍ້ໃນຄົນ ແລະ ໃນສັດຮ່ວມກັນ ໄດ້ສ້າງຕັ້ງເຄືອຂ່າຍການເຝົ້າລະວັງພະຍາດວໍ້ໃນທົ່ວແຂວງຊຶ່ງກວມ ເອົາທັງໝົດ 11 ເມືອງ ແລະ 163 ບ້ານ, ໄດ້ເລີ່ມຈັດຕັ້ງປະຕິບັດແຕ່ຕົ້ນເດືອນກໍລະກົດ 2024 ເປັນຕົ້ນມາ. ພ້ອມນີ້ ບັນດາທ່ານເຂົ້າຮ່ວມພິທີດັ່ງກ່າວໄດ້ຮ່ວມສັກວັກຊິນປ້ອງກັນພະຍາດວໍ້ ແລະ ເຮັດໝັນໃຫ້ສັດລ້ຽງ ຊຶ່ງປີ 2025 ມີຄໍາຂວັນສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກປະຈໍາປີ 2025 “ເຈົ້າ, ຂ້ອຍ ແລະ ພວກເຮົາທຸກຄົນມາຮ່ວມແຮງຮ່ວມໃຈກັນຕ້ານພະຍາດວໍ້”.

ໄຊຍະບລ ສະເຫມສະຫອງວນຕານພະຍາດວໂລກ - image 2
 

(ຂ່າວ+ພາບ: ຄໍາໝັ້ນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

80 ປີ ວຽກງານການຕ່າງປະເທດ ແລະການທູດ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່​ຢຸດ​ຢັ້ງ

80 ປີ ວຽກງານການຕ່າງປະເທດ ແລະການທູດ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່​ຢຸດ​ຢັ້ງ

ຕະຫຼອດໄລຍະ 80 ປີ ຂອງການເຄື່ອນໄຫວວຽກງານການຕ່າງປະເທດ ແລະ ການທູດ ພາຍໃຕ້ການນຳພາຂອງພັກ ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ສາມາດຍາດໄດ້ຜົນສຳເລັດເປັນກ້າວໆ ເປັນຕົ້ນ ການພົວພັນຮ່ວມມືທີ່ເປັນມູນເຊື້ອອັນດີຢ່າງເລິກເຊິ່ງ ແລະ ແໜ້ນແຟ້ນກວ່າເກົ່າ ກັບບັນດາປະເທດເພື່ອນມິດຍຸດທະສາດ, ການພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ແລະ ມີໝາກຜົນຕົວຈິງກັບປະເທດເພື່ອນມິດຕ່າງໆໃນທົ່ວໂລກ, ບົດບາດຂອງປະເທດລາວ ໄດ້ຖືກຮັບຮູ້ຫຼາຍຂຶ້ນໃນເວທີພາກພື້ນ ແລະ ສາກົນ, ການນຳພັກ-ລັດ ແລະ ຖັນແຖວພະນັກງານທີ່ເຮັດໜ້າທີ່ການທູດ ໄດ້ມີການເຄື່ອນໄຫວຢ່າງກວ້າງຂວາງ ຍ້ອນການເຄື່ອນໄຫວຕ່າງປະເທດມີການຄົ້ນຄວ້າຢ່າງເລິກເຊິ່ງ ເພື່ອຍົກລະດັບສາຍພົວພັນການທູດ ກັບບັນດາປະເທດເພື່ອນມິດຕ່າງໆທີ່ມີທ່າແຮງ ເປັນການເພີ່ມທະວີບົດບາດ ຢູ່ບັນດາເວທີຫຼາຍຝ່າຍ ໂດຍສະເພາະ ສປຊ, ອາຊຽນ ແລະ ຂອບການຮ່ວມມືອະນຸພາກພື້ນຕ່າງໆ.
ບົດຕອບສໍາພາດ ຂອງ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ເນື່ອງໃນໂອກາດ ວັນການທູດລາວ ຄົບຮອບ 80 ປີ

ບົດຕອບສໍາພາດ ຂອງ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ເນື່ອງໃນໂອກາດ ວັນການທູດລາວ ຄົບຮອບ 80 ປີ

ເມື່ອບໍ່ດົນມານີ້ ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕອບສຳພາດເນື່ອງໃນໂອກາດຄົບຮອບ 80 ປີ ວັນການທູດລາວ (12ຕຸລາ) ຊຶ່ງມີເນື້ອໃນດັ່ງລຸ່ມນີ້: 1. ເນື່ອງໃນໂອກາດ ຄົບຮອບ 80 ປີ ວັນການທູດລາວ ວັນທີ 12 ຕຸລາ ທີ່ຈະມາເຖິງນີ້ ຂໍໃຫ້ທ່ານອະທິບາຍ ແລະ ເນັ້ນໜັກໃຫ້ເຫັນເຖິງ ຄວາມໝາຍຄວາມສໍາຄັນຂອງວັນດັ່ງກ່າວ? ພ້ອມທັງຍົກໃຫ້ເຫັນເຖິງບັນດາຜົນສໍາເລັດອັນພົ້ນເດັ່ນ ທີ່ຂະແໜງການຕ່າງປະເທດ ຍາດມາໄດ້, ໂດຍສະເພາະການຍົກສູງບົດບາດຂອງ ສປປ ລາວ ກໍຄື ການປະກອບສ່ວນຮັກສາສັນຕິພາບ ແລະ ຄວາມໝັ້ນຄົງ ໃນພາກພື້ນ ແລະ ສາກົນ?
ທ່ານ ບຸນໂຈມ ອຸບົນປະເສີດ ລົງຕິດຕາມສະພາບນໍ້າຖ້ວມຢູ່ເມືອງຊົນນະບູລີ ແລະເມືອງຈຳພອນ

ທ່ານ ບຸນໂຈມ ອຸບົນປະເສີດ ລົງຕິດຕາມສະພາບນໍ້າຖ້ວມຢູ່ເມືອງຊົນນະບູລີ ແລະເມືອງຈຳພອນ

ໄລຍະ 5-6 ວັນຜ່ານມາ, ໄດ້ມີຝົນຕົກໜັກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ບາງເມືອງຂອງແຂວງສະຫວັນນະເຂດ ເກີດມີນໍ້າຖ້ວມໃນບາງຈຸດ ເປັນຕົ້ນແມ່ນພື້ນທີ່ບາງສ່ວນຂອງເມືອງຊົນນະບູລິ ແລະເມືອງຈຳພອນ. ດັ່ງນັ້ນ, ມາໃນວັນທີ 30 ກັນຍານີ້, ການນໍາຂອງແຂວງ ນໍາໂດຍ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະນຳຂອງແຂວງ ຈິ່ງໄດ້ລົງຕິດຕາມສະພາບນໍ້າຖ້ວມໃນບາງຈຸດທີ່ເກີດສະພາບນໍ້າຖ້ວມຂອງສອງເມືອງດັ່ງກ່າວ.
ໄຊຍະບູລີ ປຶກສາຫາລືແກ້ໄຂພາຫະນະທີ່ນໍາເຂົ້າບໍ່ຖືກຕ້ອງ ແລະ ນໍາໃຊ້ບໍ່ຖືກເປົ້າໝາຍ

ໄຊຍະບູລີ ປຶກສາຫາລືແກ້ໄຂພາຫະນະທີ່ນໍາເຂົ້າບໍ່ຖືກຕ້ອງ ແລະ ນໍາໃຊ້ບໍ່ຖືກເປົ້າໝາຍ

ໃນຕອນເຊົ້າຂອງວັນທີ 30 ກັນຍານີ້ ທີ່ສະໂມສອນຫ້ອງວ່າການແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ປຶກສາຫາລື ການແກ້ໄຂພາຫະນະທີ່ນໍາເຂົ້າບໍ່ຖືກຕ້ອງ ແລະ ນໍາໃຊ້ບໍ່ຖືກເປົ້າໝາຍ, ເຂົ້າຮ່ວມມີທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງ ໄຊຍະບູລີ, ມີຄະນະປະຈໍາພັກແຂວງ, ຫົວໜ້າກອງບັນຊາການທະຫານແຂວງ, ປກສ ແຂວງ ແລະ ພາກທີ່ກ່ຽວຂ້ອງອ້ອມຂ້າງແຂວງ.
ທ່ານ ເຈົ້າແຂວງໄຊສົມບູນ ລົງຕິດຕາມສະພາບນໍ້າຖ້ວມຊຸ ຈາກພະຍຸບົວລອຍ ຢູ່ບ້ານກໍໄຮ

ທ່ານ ເຈົ້າແຂວງໄຊສົມບູນ ລົງຕິດຕາມສະພາບນໍ້າຖ້ວມຊຸ ຈາກພະຍຸບົວລອຍ ຢູ່ບ້ານກໍໄຮ

ໃນຕອນບ່າຍຂອງວັນທີ 30 ກັນຍາ 2025 ນີ້, ທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະນໍາຂອງແຂວງ ແລະ ເມືອງອະນຸວົງ ໄດ້ລົງເຄື່ອນໄຫວຕິດຕາມສະພາບນໍ້າຖ້ວມຊຸ ບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ຈາກພະຍຸບົວລອຍ ເຮັດໃຫ້ເຮືອນຊານຂອງປະຊາຊົນໄດ້ຮັບຄວາມເສຍຫາຍ ແລະ ມີຜູ້ເສຍຊີວິດ. ຕາມການບອກເລົ່າຂອງປະຊາຊົນພາຍໃນບ້ານວ່າ: ໃນເວລາປະມານ 00:00 ໂມງ (ກາງຄືນ) ໄດ້ມີຝົນຕົກໜັກ ເຮັດໃຫ້ມີນໍ້າປ່າໄຫຼມາຊຸເຮືອນປະຊາຊົນ ຈໍານວນ 2 ຫຼັງ ແລະ ເຮັດໃຫ້ມີຜູ້ເສຍຊີວິດ ຈໍານວນ 3 ຄົນ. ນອກນີ້, ຍັງມີເຮືອນຂອງປະຊາຊົນຈໍານວນໜຶ່ງທີ່ຢູ່ໃກ້ຄຽງເຂດດັ່ງກ່າວ ຖືກນໍ້າຖ້ວມ, ເສັ້ນທາງມີການເປ່ເພບໍ່ສາມາດສັນຈອນໄປມາໄດ້ ແຕ່ປັດຈຸບັນ ມີອ້າຍນ້ອງທະຫານ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງໄດ້ປະຈໍາຢູ່ຈຸດດັ່ງກ່າວ ເພື່ອເຜົ້າລະວັງ ແລະ ໃຫ້ການຊ່ວຍເຫຼືອປະຊາຊົນໃນເວລາສຸກເສີນ, ສ່ວນຄວາມເສຍຫາຍທັງໝົດແມ່ນຍັງບໍ່ສາມາດປະເມີນໄດ້.
ຊາວພຸດຮ່ວມຍົກຍອດຊໍ່ຟ້າປະຕູໂຂງ ແລະ ໃສ່ບາດຖວາຍສັງຄະທານ

ຊາວພຸດຮ່ວມຍົກຍອດຊໍ່ຟ້າປະຕູໂຂງ ແລະ ໃສ່ບາດຖວາຍສັງຄະທານ

ໃນວັນທີ 28 ກັນຍາ ຜ່ານມານີ້, ສຳນັກປະຕິບັດວິປັດສະນາກຳມະຖານ ວັດປ່ານາຄູນນ້ອຍ ຮ່ວມກັບອໍານາດການປົກຄອງບ້ານນາຄູນນ້ອຍ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ພ້ອມດ້ວຍ ພຸດທະສາສະນິກະຊົນລາວບັນດາເຜົ່າ ຈັດຕັ້ງພິທີກຳທາງພຸດທະສາສະໜາ ຍົກຍອດຊໍ່ຟ້າ ປະຕູໂຂງ ເຂົ້າວັດ ແລະ ໃສ່ບາດຖວາຍສັງຄະທານ ແດ່ພະສົງສາມະເນນ ໃນໂອກາດບຸນທັກຂີນານຸປາທານ ອຸທິດກຸສົນ 12 ປີ ການຈາກໄປຂອງພະອາຈານໃຫຍ່ ມະຫາ ຊາລີ ກັນຕະສີໂລ ທີ່ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 21-28 ກັນຍາ 2025 ນີ້, ໂດຍການນຳພາຂອງພະອາຈານ ສີທົນ ໄຊຍະວົງສອນ ເຈົ້າອະທິການວັດປ່ານາຄູນນ້ອຍ, ມີພະສົງສຳມະເນນ ຈາກວັດແຫ່ງຕ່າງໆ ໃນນະຄອນຫຼວງວຽງຈັນ ແລະ ຊາວພຸດລາວ ໃສ່ບາດຖວາຍສັງຄະທານຈໍານວນຫຼວງຫຼາຍເຂົ້າຮ່ວມ.
ຫຼາຍພາກສ່ວນ ມອບເງິນຊຸກຍູ້ກອງປະຊຸມໃຫຍ່ອົງຄະນະພັກແຂວງວຽງຈັນ ຄັ້ງທີ VII

ຫຼາຍພາກສ່ວນ ມອບເງິນຊຸກຍູ້ກອງປະຊຸມໃຫຍ່ອົງຄະນະພັກແຂວງວຽງຈັນ ຄັ້ງທີ VII

ໃນວັນທີ 30 ກັນຍານີ້ ຢູ່ທີ່ຫ້ອງວ່າການແຂວງວຽງຈັນ ໄດ້ມີຫຼາຍພາກສ່ວນໄດ້ນໍາເອົາເງິນມາມອບໃຫ້ແຂວງວຽງຈັນ ເພື່ອຊຸກຍູ້ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງວຽງຈັນ ຄັ້ງທີ VII ຊຶ່ງປະກອບມີ ບໍລິສັດພົງຊັບທະວີ ຈຳກັດຜູ້ດຽວ ຈຳນວນ 600 ລ້ານກີບ, ບໍລິສັດເອັນຊີຊີ ຈຳກັດຜູ້ດຽວ ຈຳນວນ 300 ລ້ານກີບ, ບໍລິສັດ ສຸກປະສົງຊັບຈະເລີນກໍ່ສ້າງ ຈຳນວນ 300 ລ້ານກີບ, ທະນາຄານ JDB ຈຳນວນ 300 ລ້ານກີບ ແລະ ບໍລິສັດ ຄຸນຄຳອຸດສະຫະກຳ ຈຳກັດ ຈຳນວນ 300 ລ້ານກີບ ແລະ ໃຫ້ກຽດຮັບໂດຍ ສະຫາຍ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ. ໂດຍຊ້ອງໜ້າມີ ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເກືອເວີນຄໍາ ໄດ້ມາດຕະຖານສາກົນເພື່ອການສົ່ງອອກຕ່າງປະເທດ

ເກືອເວີນຄໍາ ໄດ້ມາດຕະຖານສາກົນເພື່ອການສົ່ງອອກຕ່າງປະເທດ

ເກືອເວີນຄໍາ ພາຍໃຕ້ເຄື່ອງໝາຍການຄ້າ “ກາກວຽນ" ໄດ້ມີການປັບປຸງຄຸນນະພາບຢ່າງຕໍ່ເນື່ອງ ເປັນຕົ້ນ ໄດ້ສ້າງລະບົບເຮືອນຮົ່ມທີ່ໃຊ້ຄວາມຮ້ອນ ດ້ວຍພະລັງງງານແສງຕາເວັນ ເພື່ອຕາກເກືອ ແລະ ອົບເມັດເກືອໃຫ້ແຫ້ງໄວຂຶ້ນ, ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ແຕ່ຍັງຄົງຮັກສາການຜະລິດແບບດັ່ງເດີມ ໃຫ້ໄດ້ຄຸນນະພາບ ແລະ ມາດຕະຖານສາກົນ ຊຶ່ງໄດ້ຮັບການຢັ້ງຢືນ GMP, ISO 9001:2015 ແລະ ສົ່ງອອກໄປຈຳໜ່າຍຢູ່ຫຼາຍປະເທດ ເຊັ່ນ: ຍີ່ປຸ່ນ, ໃຕ້ຫວັນ, ສ ເກົາຫຼີ, ຫວຽດນາມ ແລະ ໄທ.
ຮສສ ປາຖະກະຖາ ວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 34 ປີ

ຮສສ ປາຖະກະຖາ ວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 34 ປີ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຈັດພິທີປາຖະກະຖາ ວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 34 ປີ ແລະ ໂຄສະນາເຜີຍແຜ່ລັດຖະທໍາມະນູນແຫ່ງ ສປປ ລາວ ສະບັບ ປີ 2025 ຂຶ້ນໃນວັນທີ 30 ກັນຍານີ້ ທີ່ ກະຊວງດັ່ງກ່າວ ບ້ານ
ເສັ້ນທາງຫຼາຍຈຸດຂອງເມືອງນອງ ໄດ້ຮັບຜົນເສຍຫາຍຈາກຈາກພາຍຸຣາກາຊາ ແລະພາຍຸບົວລອຍ

ເສັ້ນທາງຫຼາຍຈຸດຂອງເມືອງນອງ ໄດ້ຮັບຜົນເສຍຫາຍຈາກຈາກພາຍຸຣາກາຊາ ແລະພາຍຸບົວລອຍ

ໃນຕອນບ່າຍຂອງວັນທີ 29 ກັນຍານີ້, ທ່ານ ຈິນດາວັນ ບຸດລາສີ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງນອງ ພ້ອມຄະນະ ໄດ້ລົງຕິດຕາມການເປ້ເພເສຍຫາຍຂອງເສັ້ນທາງແຕ່ບ້ານປະແນະ ຫາ ບ້ານຕະຢົງ ເມືອງນອງ ແຂວງສະຫວັນນະເຂດ ເນື່ອງຈາກໄດ້ຮັບຜົຮກະທົບຈາກພາຍຸຣາກາຊາ ແລະ ພາຍຸບົວລອຍ ເຮັດໃຫ້ຝົນຕົກໜັກຕິດຕໍ່ກັນເປັນເວລາຫຼາຍວັນ ເຮັດໃຫ້ຂອບເຂດບໍລິເວນເສັ້ນທາງດັ່ງກ່າວ, ມີດິນເຈື່ອນຖົມທາງ ແລະ ສົ່ງຜົນເຮັດໃຫ້ເສັ້ນທາງຊຸດໂຕລົງເປັນບໍລິເວນກວ້າງ ຊຶ່ງເຮັດໃຫ້ການສັນຈອນໄປມາຂອງພໍ່ແມ່ປະຊາຊົນ ມີຄວາມສ່ຽງຕໍ່ການເກີດອຸບັດເຫດ. ຕໍ່ກັບບັນຫາດັ່ງກ່າວ, ທາງການນຳຂອງເມືອງ ຈິ່ງໄດ້ມີແຈ້ງເຕື່ອນຜູ້ທີ່ສັນຈອນໄປ-ມາ ໂດຍສະເພາະແມ່ນລົດໃຫຍ່ ຫຼື ລົດບັນທຸກ ຫ້າມສັນຈອນຢ່າງເດັດຂາດ ຈົນກວ່າຈະໄດ້ຮັບການສ້ອມແປງ.
ເພີ່ມເຕີມ