ອົງການປົກຄອງແຂວງ ໄຊຍະບູລີ ໄດ້ຈັດກອງປະຊຸມປະຈໍາປີ 2024

ໄຊຍະບູລີ ສະຫຼຸບວຽກງານ ປະຈໍາປີ 2024

ໄຊຍະບູລີ ສະຫຼຸບວຽກງານ ປະຈໍາປີ 2024
ອົງການປົກຄອງແຂວງ ໄຊຍະບູລີ ໄດ້ຈັດກອງປະຊຸມປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ຂຶ້ນໃນຕອນເຊົ້າວັນທີ 24 ທັນວານີ້, ທີ່ສະໂມສອນຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ, ມີຮອງເຈົ້າແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການ, ກົມກອງອ້ອມຂ້າງແຂວງເຂົ້າຮ່ວມ.


ໃນກອງປະຊຸມ, ທ່ານ ພົງສະຫວັນ ສິດທະວົງ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມຈະໄດ້ພ້ອມກັນຄົ້ນຄວ້າປຶກສາຫາລື ບັນດາວຽກງານ ທີ່ສຳຄັນຂອງແຂວງຄື: ຮັບຟັງລາຍງານການສະຫຼຸບຕີລາຄາກ່ຽວກັບການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນຂອງອົງການປົກຄອງແຂວງໄຊຍະບູລີ ປະຈຳປີ 2024 ແລະ ທິດທາງແຜນການ ປີ 2025. ຮັບຟັງ ແລະ ປະກອບຄໍາເຫັນຕາມ 6 ຂົງເຂດວຽກງານຄື:  ຂົງເຂດວຽກງານ ປກຊ-ປກສ ແລະ ວຽກງານຕ່າງປະເທດ; ຂົງເຂດເສດຖະກິດ; ຂົງເຂດວັດທະນະທໍາ-ສັງຄົມ; ຂົງເຂດວຽກງານບໍລິຫານລັດ ແລະ ຕຸລາການ; ຈາກນັ້ນ, ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ ໄດ້ຜ່ານບົດລາຍງານຫຍໍ້ກ່ຽວການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນຂອງອົງການປົກຄອງແຂວງ ປະຈຳປີ 2024 ແລະ ທິດທາງແຜນການປະຈຳປີ 2025 ຊຶ່ງທ່ານໄດ້ໃຫ້ຮູ່ວ່າ: ໜຶ່ງປີຜ່ານມາແມ່ນໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນດ້ວຍຈິດໃຈບຸກທະລຸເຮັດໃຫ້ເສດຖະກິດຂອງແຂວງໄດ້ຂະຫຍາຍຕົວຢູ່ໃນລະດັບ 5.4%, ລວມຍອດຜະລິດຕະພັນພາຍໃນບັນລຸໄດ້ 23,868 ຕື້ກີບ ສະເລ່ຍໃສ່ຫົວຄົນ 56 ລ້ານກີບ, ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໜົດ 2,347.38 ຕື້ກີບ, ເທົ່າກັບ112.19% ຂອງແຜນການປີ; ຄຸ້ມຄອງລາຍຈ່າຍໄດ້ທັງໝົດ 681.63 ຕື້ກີບ, ເທົ່າກັບ 95.72% ຂອງແຜນດັດແກ້, ໄດ້ລະດົມທຶນທົ່ວສັງຄົມເຂົ້າໃນການພັດທະນາໄດ້ທັງໝົດ 4,070.94 ຕື້ກີບ ເທົ່າກັບ95,65% ຂອງແຜນການປີ. ໃນນີ້: ການລົງທຶນຂອງລັດມູນຄ່າ 143.66 ຕື້ກີບ; ທຶນຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ປະຕິບັດໄດ້ 45 ໂຄງການມູນຄ່າ 119.77 ຕື້ກີບ; ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດໄດ້ທັງໝົດ 2,432.75 ຕື້ກີບ. ນອກນັ້ນ ຍັງໄດ້ຊຸກຍູ້ສົ່ງເສີມການຜະລິດກະສິກໍາ, ດ້ວຍການຫັນໄປສູ່ເຕັກນິກໃໝ່ທັນສະໄໝເທື່ອລະກ້າວ, ສາມາດຄ້ຳປະກັນທາງດ້ານສະບຽງອາຫານໄດ້ຢ່າງພຽງພໍ, ການຜະລິດສິນຄ້າກະສິກຳສົ່ງອອກມີປະລິມານເພີ່ມຂຶ້ນ, ຊຶ່ງສາມາດຜະລິດເຂົ້າໄດ້ທັງໝົດ 197,500 ໂຕນ, ເຂົ້ານາປີ 167,102 ໂຕນ, ເຂົ້າໄຮ່ 22,474 ໂຕນ ແລະ ເຂົ້ານາແຊງ 7,924 ໂຕນ, ຜະລິດພືດເປັນສິນຄ້າໄດ້ທັງໝົດ 3,286,898 ໂຕນ, ສະເພາະມັນຕົ້ນມີເນື້ອທີ 96,145 ກວ່າເຮັກຕາ, ເກັບກູ້ສໍາເລັດແລ້ວ 43,196 ກວ່າເຮັກຕາ ເທົ່າກັບ 44.93%; ອັນທີ່ພົ້ນເດັ່ນແມ່ນການປູກກາເຟຂອງປະຊາຊົນຢູ່ເມືອງໄຊສະຖານ ຊຶ່ງມີເນື້ອທີ່ທັງໝົດ 298 ເຮັກຕາ ກວມເອົາ 21 ບ້ານ ມີຈໍານວນ 980,000 ກວ່າຕົ້ນ,
(ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

65 ປີ ວິທະຍຸກະຈາຍສຽງແຫ່ງຊາດລາວ ເຕີບໃຫຍ່ເຂັ້ມແຂງຂຶ້ນເປັນກ້າວໆ

65 ປີ ວິທະຍຸກະຈາຍສຽງແຫ່ງຊາດລາວ ເຕີບໃຫຍ່ເຂັ້ມແຂງຂຶ້ນເປັນກ້າວໆ

65 ປີຜ່ານມາ, ວິທະຍຸກະຈາຍສຽງແຫ່ງຊາດລາວ (ວສລ) ເຕີບໃຫຍ່ເຂັ້ມແຂງຂຶ້ນເປັນກ້າວໆ ວສລ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 13 ສິງຫາ 1960 ທີ່ເມືອງວຽງໄຊ ແຂວງຫົວພັນ ເຂດປົດປ່ອຍພາກເໜືອຂອງລາວມີຊື່ເອີ້ນວ່າ: ວິທະຍຸກະຈາຍສຽງຝ່າຍປະເທດລາວ ຊຶ່ງກໍາ​ເນີດ​ເກີດ​ຂຶ້ນ​​ແມ່ນໃນທ່າມ​ກາງ​ແປວ​ໄຟ​ແຫ່ງ​ສົງ​ຄາມ​ທີ່​ດຸ​ເດືອດ​ຂ້ຽວ​ຂາດ​ທີ່​ສຸດ, ຫຍຸ້ງ​ຍາກ​ຂາດ​ເຂີນວັດ​ຖຸ​ອຸ​ປະ​ກອນ ແລະ ບຸກ​ຄະ​ລາ​ກອນ​ທີ່​ສຸດ. ມາຮອດປັດຈຸບັນໄດ້ປ່ຽນຊື່ມາເປັນ “ວິທະຍຸກະຈາຍສຽງແຫ່ງຊາດລາວ” ໂດຍໄດ້ມີການເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບໄດ້ຮັບການພັດທະນາຢ່າງວ່ອງໄວທັນສະໄໝສາມາດດຶງດູດຜູ້ຟັງໄດ້ເປັນຢ່າງດີ.
ຖະແຫຼງຂ່າວ ການອອກມະຕິ ແລະ ຄຳແນະນຳທີ່ສຳຄັນຂອງຄະນະປະຈຳສະພາແຫ່ງຊາດ

ຖະແຫຼງຂ່າວ ການອອກມະຕິ ແລະ ຄຳແນະນຳທີ່ສຳຄັນຂອງຄະນະປະຈຳສະພາແຫ່ງຊາດ

ໃນວັນທີ 5 ສິງຫາ ນີ້ ທີ່ສະພາແຫ່ງຊາດ ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານຄະນະ ປະຈຳສະພາແຫ່ງຊາດ (ຄປຈສພຊ) ຜູ້ຊີ້ນໍາວຽກງານກົດໝາຍ ແລະ ວຽກງານຄົ້ນຄວ້ານິຕິກໍາຂອງ ສພຊ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບການອອກມະຕິ ແລະ ຄຳແນະນຳທີ່ສຳຄັນຂອງຄະນະປະຈຳສະພາ ແຫ່ງຊາດ ຄື:
ຄະນະພັກ-ຄະນະນຳນະຄອນໄກສອນພົມວິຫານ ສ້າງຂະບວນການຮັບຕ້ອນກອງປະຊຸມໃຫ່ຍອົງຄະນະພັກແຂວງ ສະຫວັນນະເຂດ

ຄະນະພັກ-ຄະນະນຳນະຄອນໄກສອນພົມວິຫານ ສ້າງຂະບວນການຮັບຕ້ອນກອງປະຊຸມໃຫ່ຍອົງຄະນະພັກແຂວງ ສະຫວັນນະເຂດ

ໃນຕອນເຊົ້າວັນທີ 6 ສິງຫານີ້, ຄະນະພັກ-ຄະນະນຳນະຄອນໄກສອນ ພົມວິຫານ ຮ່ວມກັບພະແນກໂຍທາທິການ ແລະ ຂົນສົ່ງແຂວງ ສະຫວັນນະເຂດ ພ້ອມກັນສ້າງຂະບວນການຕາບຂຸມຮັງໄກ່ ຕາມເສັ້ນທາງເທສະບານນະຄອນໄກສອນພົມວິຫານ ເພື່ອຂຳນັບຮັບຕ້ອນກອງປະຊຸມໃຫ່ຍອົງຄະນະພັກແຂວງ ສະຫວັນນະເຂດ ສະໄໝທີ X ໃຫ້ເຕັມໄປດ້ວຍຜົນງານອັນຍິ່ງໃຫ່ຍ. ໂດຍມີທ່ານ ບຸນໂຈມ ອຸບົນປະເສີດ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີທ່ານຮອງເຈົ້າແຂວງ, ຄະນະພັກ - ຄະນະນຳຂັ້ນແຂວງ-ນະຄອນໄກສອນ ພົມວິຫານ, ພະນັກງານ ລັດຖະກອນ ແລະ ອຳນາດການປົກຄອງໃນທົ່ວເທດສະບານນະຄອນໄກສອນພົມວິຫານ ເຂົ້າຮ່ວມໃນການສ້າງຂະບວນການຄັ້ງນີ້.
ເຈົ້າແຂວງຊຽງຂວາງໂອ້ລົມການນຳເມືອງພູກູດ

ເຈົ້າແຂວງຊຽງຂວາງໂອ້ລົມການນຳເມືອງພູກູດ

ໃນວັນທີ 5 ສິງຫາຜ່ານມານິ້, ທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຊຽງຂວາງ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ, ເຮັດວຽກ ແລະ ໂອ້ລົມການນຳເມືອງພູກູດ. ທ່ານ ຄຳພາ ພິລາວົງ ກຳມະການພັກແຂວງ ເລຂາພັກເມືອງ ໄດ້ລາຍງານການຊີ້ນຳ-ນຳພາ ການພັດທະນາເສດຖະກິດ-ສັງຄົມຂອງເມືອງໃນໄລຍະຜ່ານມາວ່າ: ເມືອງພູກູດມີ 2 ຈຸດສຸມ, ມີພະນັກງານ-ລັດຖະກອນທັງໝົດ 773 ຄົນ ຍິງ 371 ຄົນ, ມີ 43 ບ້ານ, ມີ 5,457 ຫຼັງຄາເຮືອນ ມີພົນລະເມືອງທັງໝົດ 27,909 ຄົນ ຍິງ 13,732 ຄົນ, ເຜົ່າລາວລຸ່ມ 56.3%, ເຜົາມົ້ງ 25%, ກຶມມຸ 18.7% ຍັງມີບ້ານທຸກຍາກ 19 ບ້ານ, ຄອບຄົວທຸກຍາກ 1,372 ຄອບຄົວ, ພາຍໃນເມືອງມີຄວາມສະຫງົບດີ ມີຄວາມສາມັກຄີແໜ້ນແຟ້ນ, ເສດຖະກິດຂະຫຍາຍຕົວ 4.5% ລວມຍອດຜະລິດຕະພັນພາຍໃນ 495.1 ຕື້ກີບ ສະເລ່ຍໄດ້ 7,795,000 ກີບຕໍ່ຄົນຕໍ່ປີ, ເມືອງໄດ້ຫັນເອົາມະຕິກອງປະຊຸມໃຫຍ່ຂອງສູນກາງ, ແຂວງ ແລະ ເມືອງເປັນບ່ອນອີງໃນການ ຈັດຕັ້ງປະຕິບັດພັດທະນາເສດຖະກິດ-ສັງຄົມ, ການແກ້ໄຂຄວາມທຸກຍາກ, ການຫັນລົງກໍ່ສ້າງຮາກຖານການເມືອງ, ໄພພິບັດລະຫ່ວາງວັນທີ 21-28 ກໍລະກົດ 2025 ມີ 10 ບ້ານໄດ້ຮັບຜົນກະທົບ, ມີ 186 ຄອບຄົວ, ມີ 930 ຄົນ ຍິງ 469 ຄົນ, ເຮືອນຖືກນໍ້າຖ້ວມ ແລະ ດິນເຈື່ອນທັບຖົມ 11 ຫຼັງ ພ້ອມເຄື່ອງໃຊ້ຄົວເຮືອນເສຍຫາຍ, ໂຮງຮຽນເປ່ເພ 1 ຫຼັງ, ນ້ຳລິນ 11 ແຫ່ງ, ຊົນລະປະທານ-ຄອງເໝືອງ 4 ແຫ່ງ, ຂົວ 2 ແຫ່ງ, ເນື້ອທີ່ນາ 40 ເຮັກຕາ, ສວນສາລີ 53 ເຮັກຕາ, ໜອງປາ 19 ໜອງ, ເຮືອຈັກ 2 ລໍາ, ລົດຊິ່ງ 1 ຄັນ, ລັດລ້ຽງ, ເສັ້ນທາງເປ່ເພ, ເສົາໄຟລົ້ມ ມູນຄ່າເສຍຫາຍເບື້ອງຕົ້ນ 21 ຕື້ກ່ວາກີບ.
ສາມພາກສ່ວນລົງນາມບົດບັນທຶກການຮ່ວມມືແລກປ່ຽນວິຊາການ

ສາມພາກສ່ວນລົງນາມບົດບັນທຶກການຮ່ວມມືແລກປ່ຽນວິຊາການ

ໃນວັນທີ 6 ສິງຫາ ນີ້ ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດພິທີລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື ແລະ ແລກປ່ຽນທາງວິຊາການ ລະຫວ່າງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ແລະ ມະຫາວິທະຍາໄລແຫ່ງຊາດ (ມຊ) ໂດຍການເຂົ້າຮ່ວມລົງນາມຂອງທ່ານ ກອງແກ້ວ ໄຊສົງຄາມ ປະທານ ສວສສຊ, ທ່ານ ພູວົງ ອຸ່ນຄໍາແສນ ຫົວໜ້າ ສມປຊ ແລະ ທ່ານ ເດຊານຸລາດ ແສນດວງເດດ ອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ມີບັນດາຮອງປະທານ, ຮອງຫົວໜ້າສະຖາບັນ, ຮອງອະທິການບໍດີ ແລະ ບັນດາແຂກທີ່ຖືກເຊີນຈາກທັງ 3 ພາກສ່ວນເຂົ້າຮ່ວມເປັນສັກຂີພິຍານ.
ຄໍາມ່ວນຈັດກິດຈະກຳປັ່ນລົດຖີບ ໂອກາດວັນສາກົນຕ້ານການຄ້າມະນຸດ

ຄໍາມ່ວນຈັດກິດຈະກຳປັ່ນລົດຖີບ ໂອກາດວັນສາກົນຕ້ານການຄ້າມະນຸດ

ໃນຕອນເຊົ້າວັນທີ 6 ສິງຫານິ້, ຄະນະກໍາມະການຕ້ານການຄ້າມະນຸດແຂວງຄໍາມ່ວນ ຈັດກິດຈະກໍາ ຂີ່ລົດຖີບເພື່ອສຸຂະພາບ ເນື່ອງໃນໂອກາດວັນສາກົນຕ້ານການຄ້າມະນຸດ 30 ກໍລະກົດ. ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ ພ້ອມດ້ວຍບັນດາທ່ານການນໍາແຂວງ, ຄະນະກໍາມະການກ່ຽວຂ້ອງ ຕະຫຼອດຮອດນັກຂີ່ລົດຖີບເຂົ້າຮ່ວມ.
ເມືອງບາຈຽງຈະເລີນສຸກ ທາບທາມບຸກຄະລາກອນເຂົ້າໃສ່ໂຄງປະກອບຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໜທີ IX ຮອບທີ 1

ເມືອງບາຈຽງຈະເລີນສຸກ ທາບທາມບຸກຄະລາກອນເຂົ້າໃສ່ໂຄງປະກອບຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໜທີ IX ຮອບທີ 1

ໃນວັນທີ 5 ສິງຫາຜ່ານມານີ້, ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ທາບທາມບຸກຄະລາກອນເຂົ້າໃສ່ໂຄງປະກອບຄະນະບໍລິຫານງານພັກແຂວງສະໄໜທີ IX ຮອບທີ 1 ຂຶ້ນທີ່ສະໂມສອນຂອງເມືອງ ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ປະດິດ ວັນນະລັດສະໝີ ກຳມະການປະຈຳພັກແຂວງປະທານກວດກາພັກແຂວງ ຜູ້ຊີ້ນຳເມືອງບາຈຽງຈະເລີນສຸກ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ບໍລິຄໍາໄຊ ປະກາດການຈັດຕັ້ງ ພາຍຫຼັງໂຮມພະແນກ

ບໍລິຄໍາໄຊ ປະກາດການຈັດຕັ້ງ ພາຍຫຼັງໂຮມພະແນກ

ພິທີປະກາດການຈັດຕັ້ງ ພາຍຫຼັງໂຮມພະແນກແຜນການ ແລະ ການລົງທຶນ ເຂົ້າກັບພະແນກການເງິນ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 5 ສິງຫານີ້ ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ, ເປັນປະທານໂດຍທ່ານ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ ປະທານສະພາປະຂາຊົນແຂວງ, ທ່ານ ອຸບັນ ສຸພິດາ ຄະນະພັກກະຊວງ ຫົວໜ້າກົມຈັດຕັ້ງ ຄະນະນໍາປັບປຸງ ກົງຈັກການຈັດຕັ້ງກະຊວງການເງິນ.
ທຫລ ພາກໃຕ້ແຂວງຈຳປາສັກ ສືບຕໍ່ຄຸ້ມຄອງມະຫາພາກດ້ານເງິນຕາ

ທຫລ ພາກໃຕ້ແຂວງຈຳປາສັກ ສືບຕໍ່ຄຸ້ມຄອງມະຫາພາກດ້ານເງິນຕາ

ສະຫາຍ ໄຊລືຊາ ຜູຍຍະວົງ ເລຂາຄະນະພັກຮາກຖານ ຫົວໜ້າສາຂາ ທະນາຄານແຫ່ງ ສປປ ລາວ ພາກໃຕ້ (ທຫລ.ພຕ) ແຂວງຈຳປາສັກ ໄດ້ລາຍງານ ຕໍ່ຜູ້ສື່ຂ່າວພວກເຮົາ ເມື່ອບໍ່ດົນມານີ້ ວ່າ: ທຫລ.ພຕ ແຂວງຈຳປາສັກ ແມ່ນມີພາລະບົດບາດ ແລະ ໜ້າທີ່ທຽບເທົ່າກົມ ທີ່ເປັນເສນາທິການໃຫ້ຄະນະຜູ້ວ່າການ ທຫລ ໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງມະຫາພາກທາງດ້ານເງິນຕາ, ສະຖາບັນການເງິນ ແລະ ລະບົບຊຳລະໃນ 4 ແຂວງພາກໃຕ້ (ຈໍາປາສັກ, ສາລະວັນ, ອັດຕະປື ແລະ ເຊກອງ);
ເຜີຍແຜ່ນິຕິກໍາໂຄງການກອງທຶນສາມັກຄີ ແລະ ພັດທະນາແນວລາວສ້າງຊາດ

ເຜີຍແຜ່ນິຕິກໍາໂຄງການກອງທຶນສາມັກຄີ ແລະ ພັດທະນາແນວລາວສ້າງຊາດ

ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມເຜີຍແຜ່ນິຕິກໍາໂຄງການກອງທຶນສາມັກຄີ ແລະ ພັດທະນາແນວລາວສ້າງຊາດ ໂດຍການເປັນປະທານຂອງທ່ານ ຄໍາໄຫຼ ສີປະເສີດ ກໍາມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ ຜູ້ປະຈໍາການ, ມີທ່ານ ດາວຽງສັກ ຫວ່າງວິຈິດ ຫົວໜ້າຫ້ອງການ ສູນກາງແນວລາວສ້າງຊາດ, ທ່ານ ຫຼ້າສາຍ ນວນທາສິງ ຜູ້ອໍານວຍການໃຫຍ່ ໂຄງການກອງທຶນສາມັກຄີ ແລະພັດທະນາແນວລາວສ້າງຊາດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ທັງແບບປົກກະຕິ ແລະ ທາງໄກໃນວັນທີ 5 ສິງຫານີ້.
ເພີ່ມເຕີມ