![]() |
ທ່ານ ພັນ ພອນສະຫວັດ ຄະນະປະຈໍາພັກເມືອງ ຮອງປະທານຄະນະກໍາມະການປົກຄອງເມືອງໄຊຍະບູລີ ໄດ້ຜ່ານຮ່າງບົດສະຫຼຸບຖອດຖອນບົດຮຽນການຈັດງານເທສະການບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອປະຈໍາປີ ພສ 2568 ຄສ 2025,ຊຶ່ງທ່ານກ່າວວ່າ: ໂດຍປະຕິບັດຕາມທິດຊີ້ນໍາຂອງຄະນະປະຈໍາພັກແຂວງ ຄັ້ງວັນທີ 25 ສິງຫາ 2025,ຄະນະປະຈໍາພັກເມືອງກໍໄດ້ຮີບຮ້ອນປະຊຸມຄົ້ນຄວ້າປຶກສາຫາລື ແລະ ແຕ່ງຕັ້ງຄະນະຮັບຜິດຊອບແຕ່ລະອະນຸກຳມະການຕ່າງໆ ໂດຍມອບໃຫ້ຄະນະປະຈໍາພັກເມືອງຊີ້ນໍາຢູ່ແຕ່ລະອະນຸກໍາມະການ, ໂດຍກໍານົດເອົາແຕ່ວັນທີ 1-8 ຕຸລາ 2025,ອອກແຈ້ງຂ່າວບຸນ,ແຈ້ງການໃຫ້ບັນດາພະແນກການ, ກົມກອງ, ຫ້ອງການ ແລະ ບັນດາບ້ານໃນທົ່ວເມືອງ ເພື່ອສ້າງຂະບວນການອະນາໄມສະຖານທີ່ຕ່າງໆ, ປະດັບປະດາໄຟແສງສີຕາມຕົ້ນໄມ້, ໂຄມໄຟຫ້າດາວ, ໂຄມໄຟບັ້ງໄມ້ໄຜ່, ປະດັບປະດາທຸງທິວ, ປະດັບປະດາໄຟແສງສີຮູບເຮືອໃສ່ສອງຂ້າງຂົວທ່ານາ-ນາຍາວ ແລະສຳນັກງານອ້ອມຂ້າງເມືອງ-ອ້ອມຂ້າງແຂວງ, ແຈ້ງການຫາບັນດາເມືອງ, ນັກທຸລະກິດ, ຜູ້ປະກອບການ ເພື່ອເຂົ້າຮ່ວມແຂ່ງຂັນເຮືອຊ່ວງເພດຊາຍ 15 ສີພາຍ; ປະສານສົມທົບກັບສະມາຄົມນັກທຸລະກິດໜຸ່ມແຂວງ ໄຊຍະບູລີ ກໍານົດຂອບເຂດຄວາມຮັບຜິດຊອບການເກັບມ້ຽນຂີ້ເຫຍື້ອໃນງານບຸນລະອຽດ, ຈັດສັນບ່ອນກອງເຊຍແຕ່ລະບ້ານທີ່ມີເຮືອເຂົ້າແຂ່ງຂັນ; ຜ່ານການປະຊຸມປຶກສາຫາລືຮ່ວມກັນ ແມ່ນເຫັນດີກໍານົດເອົາບັນດາກິດຈະກໍາໃນງານເທດສະການບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອປະຈໍາປີ 2025 ຈໍານວນ 10 ກິດຈະກໍາດັ່ງນີ້: ຕະຫຼາດນັດວາງສະແດງສິນຄ້າ,ງານສະແດງຄອນເສີດ,ປະກວດນັກຮ້ອງສຽງດີ ແລະ ສິລະປະວັນນະຄະດີ,ປະກວດນາງສາວທິດາເຮືອຊ່ວງ,ແຂ່ງຂັນກອງຫາງ; ແຂ່ງຂັນຕີກ໋ອບ,ແຂ່ງຂັນຈູດບັ້ງໄຟດອກ, ປະກວດເຮືອງາມ,ແຂ່ງຂັນເຮືອຊ່ວງ 15 ສີພາຍເພດຊາຍ ປະກອບມີ 9 ລໍາ,ແຂ່ງຂັນເຮືອຊ່ວງປະເພນີເພດຍິງ ປະກອບມີ 13 ລໍາ ແລະ ແຂ່ງຂັນເຮືອຊ່ວງປະເພນີເພດຊາຍ ປະກອບມີ 24 ລໍາ ແລະ ວຽກງານອື່ນໆ.
ຜ່ານການຈັດຕັ້ງປະຕິບັດຕົວຈິງເຫັນໄດ້ວ່າທາງຄະນະຊີ້ນໍາ ແລະ ອະນຸກໍາມະການຕ່າງໆ ໄດ້ມີຜົນສໍາເລັດຢ່າງຈົບງາມ ແລະ ສາມາດສັງລວມຂໍ້ສະດວກ-ຂໍ້ຫຍຸ້ງຍາກ ແລະ ບົດຮຽນທີ່ຖອດຖອນໄດ້ໃນການເຄື່ອນໄຫວວຽກງານຕະຫຼອດໄລຍະການດຳເນີນກິດຈະກໍາ. ຈາກນັ້ນ, ບັນດາທ່ານທີ່ເຂົ້າຮ່ວມໃນກອງປະຊຸມກໍໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນແລກປ່ຽນບົດຮຽນ, ແກ້ໄຂ້ຈຸດອ່ອນຂໍ້ຄົງຄ້າງເພື່ອເປັນບົດຮຽນໃນປີຕໍ່ໄປ.
(ຂ່າວ-ພາບ: ລັດດາວອນ ແກ້ວໄພທູນ)
ຄໍາເຫັນ