ໄຊຍະບູລີຈະສືບຕໍ່ປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ

ໄຊຍະບູລີຈະສືບຕໍ່ປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ <img src="http://tinyurl.com/fl4gg" height="1" width="1">
ໂດຍ:ຕະວິນຍານ
 ຜ່ານການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃນໄລຍະສາມປີຜ່ານມາ (2012-2023) ຂອງແຂວງໄຊຍະບູລີ. ຄະນະພັກ-ອົງການປົກຄອງຂັ້ນຕ່າງໆ,ກໍາລັງປກສ,ປກຊໄດ້ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ,ປະຊາຊົນໄດ້ມີຄວາມຕື່ນຕົວມີສະຕິເຄົາລົບກົດໝາຍ ແລະຮັບຮູ້ໄດ້ເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ,ທຸກຊັ້ນຄົນໃນສັງຄົມໄດ້ປະກອບສ່ວນໃນການແຈ້ງຂໍ້ມູນ ແລະ ແຫຼ່ງຂ່າວກ່ຽວກັບບັນຫາຢາເສບຕິດ;ເຈົ້າໜ້າທີ່ອົງການສືບສວນ-ສອບສວນໄດ້ຍົກສູງຄວາມຮັບຜິດຊອບຂຶ້ນຕື່ມບາດກ້າວໜຶ່ງ ເປັນຕົ້ນແມ່ນຄວາມຮັບຜິດຊອບປະຕິບັດຕາມ 3 ຫຼັກການພື້ນຖານ ທີ່ກຳນົດໄວ້ໃນວາລະແຫ່ງຊາດ,ສາມາດແກ້ໄຂມ້າງໄດ້ຫຼາຍຄະດີ ຊຶ່ງເປັນການແກ້ໄຂສະພາບຄວາມບໍ່ສະຫງົບ,ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ,ປະກອບສ່ວນເຂົ້າໃນການສ້າງສະພາບແວດລ້ອມ,ເງື່ອນໄຂເອື້ອອຳນວຍໃຫ້ແກ່ການສ້າງສາພັດທະນາເສດຖະກິດ-ສັງຄົມຂອງແຂວງ.
     ແຕ່ເຖິງແນວໃດກໍຕາມໃນໄລຍະຜ່ານມາ,ແຂວງກໍຍັງພົບຂໍ້ຫຍຸ້ງຍາກ ແລະ ສິ່ງທ້າຍທາຍຈໍານວນໜຶ່ງເຊັ່ນ:ຄວາມເປັນເຈົ້າການຂອງບັນດາພາກສ່ວນ, ຊັ້ນຄົນໃນສັງຄົມ ຈໍານວນໜຶ່ງ ຕໍ່ການຈັດຕັ້ງປະຕິບັດວາລະແຫ່ງຊາດ ຍັງບໍ່ທັນສູງບັນດາຂະແໜງການ,ອົງການທີ່ມີຄວາມຮັບຜິດຊອບໂດຍກົງຍັງບໍ່ທັນສົມທົບແໜ້ນໃນການຈັດຕັ້ງປະຕິບັດ,ການສະຫຼຸບຕີລາຄາເພື່ອລາຍງານຜົນການຈັດຕັ້ງປະຕິບັດໃນແຕ່ລະໄລຍະ ບໍ່ໄປຕາມການແບ່ງຄວາມຮັບຜິດຊອບ ທີ່ໄດ້ກໍານົດຢູ່ໃນວາລະແຫ່ງຊາດ ກໍຄືຢູ່ຄໍາແນະນໍາ ຂອງຄະນະປະຈໍາພັກແຂວງ ສະບັບເລກທີ 443/ຄພຂ.ຊຍ, ວັນທີ 12 ຕຸລາ 2021.
ຄວາມເຂົ້າໃຈຂອງສັງຄົມ ຕໍ່ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຍັງບໍ່ທັນເລິກເຊິ່ງບໍ່ທັນມີສ່ວນຮ່ວມຢ່າງແທ້ຈິງ,ໂດຍສະເພາະແມ່ນຜູ້ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນເອງເຊັ່ນ:ລູກຫຼານຜູ້ທີ່ມີການພົວພັນກ່ຽວກັບການຄ້າຂາຍ, ການເສບຈໍານວນໜຶ່ງຢາກປົກປິດ ເຊື່ອງອໍາບໍ່ໃຫ້ການຮ່ວມມື ກັບເຈົ້າໜ້າທີ່ໃນການແກ້ໄຂ.
ແຂວງມີຊາຍແດນເຊື່ອມຈອດກັບຕ່າງປະເທດ (ຣາຊະອາຈັກໄທ) ຊຶ່ງເປັນເງື່ອນໄຂ ກາຍເປັນທາງຜ່ານໃນການລັກລອບຄ້າຂາຍ, ຂົນສົ່ງຢາເສບຕິດ.
 ສະນັ້ນ,ໃນທິດທາງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃນຕໍ່ໜ້ານີ້ ແຂວງໄຊຍະບູລີຈະເນັ້ນໃສ່ ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານນັກຮົບ ມີຄຸນທາດການເມືອງໜັກແໜ້ນ ມີຄຸນສົມບັດສິນທຳປະຕິວັດ ເຮັດສຳເລັດໜ້າທີ່ການເມືອງຂອງຕົນ ຕາມການມອບໝາຍ;ສືບຕໍ່ ນໍາພາ-ຊີ້ນໍາ ກໍາລັງ ປກສ ແຂວງ, ປກສ ເມືອງ ສົມທົບກັບການຈັດຕັ້ງ-ອົງການປົກຄອງບ້ານ ລົງກວດກາເປົ້າໝາຍພົວພັນຢາເສບຕິດທີ່ໄດ້ສ້າງບົດບັນທຶກໄວ້ ແລະ ກວດກາຂຶ້ນບັນຊີເປົ້າໝາຍເກີດຂຶ້ນໃໝ່ພ້ອມທັງສືບສວນ-ສອບສວນ ແກ້ໄຂເປົ້າໝາຍຢາເສບຕິດ ທີ່ມີການຊັດທອດ ແລະ ແກ້ໄຂເປົ້າໝາຍຍັງຄ້າງ; ລົງຕິດຕາມ, ເກັບກໍາຂໍ້ມູນການພົວພັນ, ການເຄື່ອນໄຫວຂອງເປົ້າໝາຍພົວພັນ ຄ້າຂາຍຢາເສບຕິດ ເພື່ອເລີກຮື້ແກ້ໄຂ ຕາມຂັ້ນຕອນລະບຽບກົດໝາຍ; ຄົ້ນຄວ້າ,ກໍານົດຈຸດມົ້ວສຸມ,ຈຸດຫຼໍ່ແຫຼມ, ເສັ້ນທາງຈຸດຂ້າມ ນໍາເຂົ້າຢາເສບຕິດຢູ່ເມືອງປາກລາຍ ແລະ ປະສານສົມທົບກັບບັນດາເມືອງພາຍໃນແຂວງ, ບັນດາເມືອງຕ່າງແຂວງ ຄົ້ນຄວ້າແລກປ່ຽນຂໍ້ມູນຂ່າວສານຂອງບັນດາເປົ້າໝາຍຄ້າຂາຍຢາເສບຕິດ ເພື່ອຊອກຫາວິທີສະກັດກັ້ນ ແລະ ປາບປາມແກ້ໄຂ, ປິດຊ່ອງທາງການນໍາເຂົ້າ-ສົ່ງອອກຂອງຢາເສບຕິດໃຫ້ໄດ້ດີຂຶ້ນກວ່າເກົ່າ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ