ໄຊຍະບູລີສ້າງຄວາມເຂັ້ມແຂງດ້ານການຈັດເກັບລາຍຮັບງົບປະມານ ແລະ ວຽກງານຄຸ້ມຄອງລາຍຈ່າຍ

ໄຊຍະບູລີສ້າງຄວາມເຂັ້ມແຂງດ້ານການຈັດເກັບລາຍຮັບງົບປະມານ ແລະ ວຽກງານຄຸ້ມຄອງລາຍຈ່າຍ
ໂດຍ:ຕະວິນຍານ
ໂດຍຈັດຕັ້ງປະຕິບັດຕາມຄໍາສັ່ງ ສະບັບເລກທີ 18/ນຍ, ລົງວັນທີ 16 ກັນຍາ 2021 ວ່າດ້ວຍ ການເພີ່ມທະວີການຄຸ້ມຄອງແລະຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານ,ປະຕິບັດບັນດາມາດຕະການປະຢັດຢ່າງເຂັ້ມງວດ. ໃນປີ 2021-2023 ຜ່ານມາ,ແຂວງໄຊຍະບູລີໄດ້ເອົາໃຈໃສ່ສ້າງຄວາມເຂັ້ມແຂງດ້ານການຈັດເກັບລາຍຮັບງົບປະມານ ແລະ ວຽກງານຄຸ້ມຄອງລາຍຈ່າຍໄດ້ດີ.
ທ່ານ ວັນດາວ ແວວລະນັດສີ ຫົວໜ້າພະແນກການເງິນແຂວງໄຊຍະບູລີ ກ່າວວ່າ:ເພື່ອເຮັດໃຫ້ສໍາເລັດຕາມວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ. ແຂວງໄດ້ປັບປຸງ ແລະ ນໍາໃຊ້ເຄື່ອງມືທີ່ທັນສະໄໝ ເພື່ອອັດຊ່ອງວ່າງການຮົ່ວໄຫຼ ແລະ ປະຕິບັດຕາມນະໂຍບາຍໃໝ່ ເພື່ອສ້າງລາຍຮັບຕາມທິດຍືນຍົງ ຮັບປະກັນການເພີ່ມຂຶ້ນ ຂອງລາຍຮັບພາຍໃນ ໂດຍການສ້າງຖານຂໍ້ມູນລາຍຮັບໃໝ່ ດ້ວຍ
ການກວດກາຖານຂໍ້ມູນແຫຼ່ງລາຍຮັບ ແລະ ປະຕິບັດຕາມກົດໝາຍ ຢ່າງຄົບຖ້ວນເຂັ້ມງວດ ເຊັ່ນ: ໄດ້ນໍາໃຊ້ລະບົບ Asycuda, SmartTax ແລະ ລະບົບດີຈີຕອນຄຸ້ມຄອງລາຍຮັບພາສີ; ນໍາໃຊ້ລະບົບ TaxRis ຄຸ້ມຄອງຈັດເກັບລາຍຮັບສ່ວຍສາອາກອນ ແລະ ລາຍຮັບຊັບສິນແຫ່ງລັດ; ໃຊ້ລະບົບ RTMS ເຂົ້າໃນການຄຸ້ມຄອງເກັບລາຍຮັບຄ່າທໍານຽມທາງ.ສາມາດຂະຫຍາຍຂໍ້ມູນຖານລາຍຮັບໃໝ່ ຕາມສະຖິຕິຫົວໜ່ວຍທຸລະກິດທັງໝົດ 6.897 ຫົວໜ່ວຍ, ຂັ້ນແຂວງ 736 ຫົວໜ່ວຍ ມາຮອດປັດຈຸບັນ, ທົ່ວແຂວງໄດ້ນຳໃຊ້ລະບົບທັນສະໄໝເຂົ້າໃນການຄຸ້ມຄອງລາຍຮັບງົບປະມານແຫ່ງລັດລະບົບແທັກລິດ ໄດ້ທັງໝົດ 5.297 ຫົວໜ່ວຍ, ເອົາຫົວໜ່ວຍເຂົ້າລະບົບອາກອນມູນຄ່າເພີ່ມ 365 ຫົວໜ່ວຍ ເທົ່າກັບ 61,14%, ຕິດຕັ້ງໂປຣແກຣມບັນຊີ ແລະ ໃບເກັບເງິນ 191 ຫົວໜ່ວຍ, ຜັນຂະຫຍາຍການມອບຫົວໜ່ວຍຄຸ້ມຄອງຕາມວາລະແຫ່ງຊາດ,ກົມມອບໃຫ້ ຂັ້ນແຂວງ 132 ຫົວໜ່ວຍ ປະຕິບັດໄດ້ແລ້ວ 94 ຫົວໜ່ວຍ, ຂັ້ນເມືອງ 123 ຫົວໜ່ວຍ ປະຕິບັດໄດ້ແລ້ວ 23 ຫົວໜ່ວຍ; ການຈັດເກັບລາຍຮັບ ໃນໄລຍະ 2 ປີ 9 ເດືອນ ໄດ້ທັງໝົດ 3.590,62 ຕື້ກີບ ເທົ່າກັບ 94,90%ຂອງແຜນການ ໃນນີ້: ລາຍຮັບສູນກາງປະຕິບັດຢູ່ແຂວງ ໄດ້ 2.499,32 ຕື້ກີບ, ເທົ່າກັບ 91,16%, ລາຍຮັບຂອງແຂວງປະຕິບັດໄດ້ 1.041,74 ຕື້ກີບ ເທົ່າກັບ 104,76%.
ການຄຸ້ມຄອງລາຍຈ່າຍງົບປະມານຂອງທ້ອງຖິ່ນແຂວງ ແມ່ນໄດ້ຈັດຕັ້ງປະຕິບັດຕາມ ກົດໝາຍງົບປະມານແຫ່ງລັດສະບັບເລກທີ 71/ສພຊ, ລົງວັນທີ 16 ທັນວາ 2016 ແລະ ຄຸ້ມຄອງລາຍຈ່າຍຕາມແຜນທີ່ສະພາຮັບຮອງໃນແຕ່ລະປີ ເພື່ອຄຸ້ມຄອງນຳໃຊ້ຈັດສັນແຜນລາຍຈ່າຍງົບປະມານໃຫ້ຫົວໜ່ວຍງົບປະມານຂັ້ນແຂວງ ແລະ ເມືອງຄຸ້ມຄອງເບີກຈ່າຍ ໂດຍໄດ້ອອກນິຕິກຳຄຳສັ່ງແນະນຳຂອງທ່ານເຈົ້າແຂວງວ່າດ້ວຍການຈັດຕັ້ງປະຕິບັດແຜນງົບປະ
ມານແຫ່ງລັດໃນແລະປີ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ລາຍຮັບ-ລາຍຈ່າຍ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນໃນແຕ່ລະປີ; ສິ່ງສຳຄັນແມ່ນການຫັນເປັນທັນສະໄໝໃນລະບົບຄັງເງິນ ຕາມແຜນສູ້ຊົນ 5 ເມືອງ ໃນການນຳໃຊ້ລະບົບ RTIS ແມ່ນສຳເລັດ ແລະ ຄັງເງິນແຂວງໄດ້ຂະຫຍາຍອີກ 6 ເມືອງ ໃນການທົດລອງການນໍາໃຊ້ລະບົບດັ່ງກ່າວ.ມາຮອດປັດຈຸບັນ,ການນຳໃຊ້ລະບົບ RTIS ເຂົ້າໃນການບັນທຶກບັນຊີລາຍຮັບ-ລາຍຈ່າຍງົບປະມານແລະຄັງເງິນສຳເລັດໃນທົ່ວແຂວງແລ້ວ; ໄປຄ່ຽງຄູ່ກັນນີ້,ແຂວງໄດ້ເອົາໃຈໃສ່ການເບີກຈ່າຍເງິນເດືອນໃຫ້ສາມາດປະຕິບັດໄດ້ທັນກຳນົດເວລາ ແລະ ບໍ່ມີເງິນເດືອນຄ້າງຈ່າຍ; ສຸມໃສ່ການປະຕິບັດວຽກງານບັນຊີຄູ່ຂອງອົງການຈັດຕັ້ງລັດ ແມ່ນປະຕິບັດໄດ້ກວມ 90% ຂອງຫົວໜ່ວຍງົບປະມານທັງໝົດ, ຂັ້ນເມືອງແມ່ນປະຕິບັດໄດ້ກວມ 40% ຂອງຫົວ
ໜ່ວຍງົບປະມານທັງໝົດ; ການດຸ່ນດ່ຽງຂອງສູນກາງແຜນ 660,45 ຕື້ກີບ, ປະຕິບັດໄດ້ 614,18 ຕື້ກີບ, ເທົ່າກັບ 92,99% ຂອງແຜນ 3 ປີ, ການດຸ່ນດ່ຽງງົບປະມານແມ່ນປະຕິບັດຕາມການແຈ້ງແຜນລາຍຮັບ-ລາຍຈ່າຍງົບປະມານປະຈຳປີ ແລະ ສືບຕໍ່ເປັນແຂວງຂາດດຸນງົບປະມານ.ສັງລວມແລ້ວຕະຫອດໄລຍະ 2021-2023 ແຂວງໄຊຍະບູລີ ສາມາດປະຕິບັດລາຍຮັບໃໝ່ເພີ່ມຂຶ້ນ 709,87ຕື້ ເພີ່ມຂຶ້ນ 124,64% ເມື່ອທຽບກ່ອນການປະຕິບັດວາລະແຫ່ງຊາດ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ