![]() |
ທ່ານ ຄຳຫຼ້າ ວົງລໍຄຳ ຫົວໜ້າຂະແໜງຂົວທາງ ແລະ ທາງນໍ້າ ພະແນກ ຍທຂ ແຂວງ ໄດ້ຜ່ານຂໍ້ຕົກລົງ ຂອງປະທານຄະນະກໍາມະການປົກຄອງແຂວງ ວ່າດ້ວຍການອະນຸມັດເຊັນບົດບັນທຶກຄວາມເຂົ້າໃຈ ຂອງໂຄງການດັ່ງກ່າວ ເພື່ອສຶກສາສຳຫຼວດ-ອອກແບບ ໂຄງການຟື້ນຟູ ແລະ ບຸລະນະຮັກສາສ້ອມແປງ ເສັ້ນທາງຫຼວງແຫ່ງຊາດ ເລກທີ 1D ເລີ່ມແຕ່ຂົວນໍ້າແຊ່ໜອນ ບ້ານຊຽງຄົງ (ເຂດແດນແຂວງຊຽງຂວາງ) ຫາ ຂົວນໍ້າໝາງ ບ້ານວັງໄຮ (ເຂດແດນແຂວງບໍລິຄຳໄຊ) ເມືອງທ່າໂທມ ແຂວງໄຊສົມບູນ (ກມ 66+000 ຫາ ກມ 145+000) ມີລວງຍາວ 79 ກິໂລແມັດ ໃນຮູບແບບປະສົມປະສານ ລະຫວ່າງ ສັນຍາທີ່ຈັດຕັ້ງປະຕິບັດ ແລະ ມອບເໝົາ ແລະ ເກັບຄ່າຜ່ານທາງຕາມເສັ້ນທາງສາທາລະນະ. ຈາກນັ້ນ, ກໍໄດ້ລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ຢ່າງເປັນທາງການ ຊຶ່ງຕາງໜ້າໃຫ້ອົງການປົກຄອງ ແຂວງໄຊສົມບູນ ໂດຍ ທ່ານ ໄຊສົມພັນ ລີເຕັ່ງເບຼຍຈື່ ຫົວໜ້າພະແນກ ຍທຂ ແຂວງ, ທ່ານ ໄຊຍະວົງ ຈິດຕະວົງ ຫົວໜ້າພະແນກການເງິນ ແຂວງ ແລະ ທ່ານ ນາງ ເທບພະລັກ ຄໍາວິສອນ ອໍານວຍການບໍລິສັດ ພີເອັດສແອວ, ທ່ານ ນາງ ສອນດາລາ ເມືອງຈະເລີນ ຮອງອໍານວຍການ ບໍລິສັດ ພີເອັດສແອວ ກໍ່ສ້າງຄົບວົງຈອນ ຈໍາກັດຜູ້ດຽວ.
(ພາບ-ຂ່າວ: ບັງອອນ ເພັດມະນີ)

ຄໍາເຫັນ