ໄຊສົມບູນ ສະຫຼຸບວຽກງານຄຸ້ມຄອງໄພພິບັດ

ໄຊສົມບູນ ສະຫຼຸບວຽກງານຄຸ້ມຄອງໄພພິບັດ ແລະ ກອງທຶນສັງຄົມສົງເຄາະປະຈໍາປີ 2024

ໄຊສົມບູນ ສະຫຼຸບວຽກງານຄຸ້ມຄອງໄພພິບັດ ແລະ ກອງທຶນສັງຄົມສົງເຄາະປະຈໍາປີ 2024
ຄະນະກຳມະການຄຸ້ມຄອງໄພພິບັດ ແຂວງໄຊສົມບູນ ຈັດກອງປະຊຸມສະຫຼຸບວຽກງານຄຸ້ມຄອງໄພພິບັດ ແລະ ກອງທຶນສັງຄົມສົງເຄາະ ປະຈໍາປີ 2024 ແລະ ແຜນການປີ 2025ຂຶ້ນໃນວັນທີ່ 13 ມັງກອນຜ່ານມານີ້ ທີ່ຫ້ອງປະຊຸມພະແນກແຮງງານ

ແລະ ສະຫວັດດີການສັງຄົມແຂວງ ໂດຍການເປັນປະທານຂອງທ່ານ ຕົ່ງມົວ ຊົວໂກ້ຮອງເຈົ້າແຂວງໄຊສົມບູນປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ, ມີທ່ານ ວັນຄຳເກັ່ງ ຢ່າຊົງກົວ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ພ້ອມດ້ວຍຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນແຂວງ ແລະ ເມືອງ ເຂົ້າຮ່ວມ.

ທ່ານ ຕົ່ງມົວ ຊົວໂກ້ ໄດ້ເນັ້ນໜັກໃຫ້ຄະນະກຳມະການຈົ່ງສຸມທຸກສະຕິປັນຍາຂອງຕົນເຂົ້າໃນການປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ພ້ອມທັງຕີລາຄາຄືນຜົນການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ໂດຍສະເພາະແມ່ນບັນດາຈຸດອ່ອນ ແລະ ຂໍ້ຄົງຄ້າງຕ່າງໆ ເພື່ອພ້ອມກັນຄົ້ນຄວ້າວາງທິດທາງແຜນການໃນຕໍ່ໜ້າ ໃຫ້ໄດ້ຮັບຜົນດີຂຶ້ນກວ່າເກົ່າ. ຈາກນັ້ນ, ທ່ານ ຂັນໄຊ ນາມມີໄຊ ຮອງຫົວໜ້າຂະແໜງສັງຄົມສົງເຄາະ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ຕົກລົງ ສະບັບເລກທີ 1143/ຈຂ.ຊບ, ວ່າດ້ວຍກອງທຶນສັງຄົມສົງເຄາະປະຈໍາປີ 2024 ພ້ອມທັງຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດ ປະຈໍາປີ 2024 ແລະ ທິດທາງແຜນການປີ 2025. ໃນໄລຍະຜ່ານມາ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານປ້ອງກັນ, ແກ້ໄຂສຸກເສີນ ແລະ ຟື້ນຟູຫຼັງໄພພິບັດ ໂດຍໄດ້ອອກແຈ້ງການກ່ຽວກັບການເຝົ້າລະວັງອຸທົບກະໄພຕ່າງໆ, ຕ້ານ ແລະ ສະກັດກັ້ນໄຟລາມປ່າປີ 2024 ສະບັບເລກທີ 03/ຄພຄ, ລົງວັນທີ 19/3/2024 ເພື່ອແຈ້ງໄຫ້ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງເຝົ້າລະວັງໄພພິບັດທີ່ອາດຈະເກີດຂຶ້ນຕາມລະດູການ, ໄດ້ແຈ້ງເຕືອນສະພາບອາກາດ ແລະ ຝົນຕົກໜັກໃນແຕ່ລະໄລຍະໃຫ້ເມືອງໄດ້ຮັບຮູ້ ເພື່ອຟ້າວລະວັງ, ໄດ້ຈັດຝຶກຊ້ອມທີມງານຂັບຂີ່ເຮືອກູ້ໄພສຸກເສີນ ແລະ ທີມແພດຮັບມືສຸກເສີນໃຫ້ຄະນະກຳມະການຂັ້ນແຂວງ, ລົງຊຸກຍູ້ບັນດາເມືອງເປັນເຈົ້າການໃນການວາງແຜນສະກັດກັ້ນຕ້ານໄຟລາມປ່າ ແລະ ມີຄວາມກຽມພ້ອມຮັບມືກັບໄພທຳມະຊາດທີ່ອາດຈະເກີດຂຶ້ນ. ຊຶ່ງໃນໄລຍະ 1 ປີຜ່ານມາ ໄດ້ເກີດອັກຄີໄພໄຟໄໝ້ເຮືອນປະຊາຊົນຢູ່ເມືອງອະນຸວົງ, ເມືອງທ່າໂທມ, ເມືອງລ້ອງຊານ ຈໍານວນ 4 ຄັ້ງ ລວມມູນຄ່າຄວາມເສຍຫາຍທັງໝົດ 224 ລ້ານກວ່າກີບ, ເກີດເຫດການລົມພາຍຸພັດເຮືອນປະຊາຊົນ, ໂຮງຮຽນ 2 ແຫ່ງ ແລະ 1 ຫ້ອງການບ້ານ ຢູ່ເມືອງອະນຸວົງ, ເມືອງທ່າໂທມ, ເມືອງຮົ່ມ, ເມືອງລ້ອງແຈ້ງ ແລະ ເມືອງລ້ອງຊານ ຈໍານວນ 6 ຄັ້ງ ມູນຄ່າຄວາມເສຍຫາຍທັງໝົດ 1,186 ລ້ານກ່ວາກີບ, ຜົນກະທົບຈາກໄພພິບັດທຳມະຊາດນ້ຳປ່າໄຫຼສຸ ໂຄງການຊົນລະປະທານ ຈຳນວນ 9 ແຫ່ງ ຢູ່ເມືອງອະນຸວົງ, ເມືອງທ່າໂທມ, ເມືອງລ້ອງແຈ້ງ ລວມມູນຄ່າຜົນເສຍຫາຍ 22 ຕື້ກວ່າກີບ. ໃນປີ 2024 ໄດ້ໃຫ້ການຊ່ວຍເຫຼືອປະຊາຊົນທີ່ຖືກຜົນກະທົບຈາກໄພທຳມະຊາດ. ໃນນັ້ນ, ຊ່ວຍເຫຼືອເປັນເຂົ້າສານ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນສົດ ເພື່ອບັນເທົາທຸກສຸກເສີນໄຫ້ແກ່ຄອບຄົວທີ່ໄດ້ຮັບຜົນກະທົບຈາກໄພແຫ້ງແລ້ງ, ຜົນກະທົບຈາກອັກຄີໄພໄໝ້ເຮືອນ ແລະ ພາຍຸລົມພັດ ຈຳນວນ 68 ຄອບຄົວ ລວມມູນຄ່າທັງໝົດ 368 ລ້ານກວ່າກີບ. ຈາກນັ້ນ, ຄະນະກຳມະການຂັ້ນແຂວງ ແລະ ເມືອງ ໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດສະຫຼຸບ ເປັນຕົ້ນແມ່ນຕໍ່ກັບບັນຫາຄວາມຫຍຸ້ງຍາກຕ່າງໆ ໃນການຈັດຕັ້ງປະຕິບັດວຽກງານ, ການປະສານງານກັບພາກສ່ວນທີ່ກຽວຂ້ອງ, ການສ້າງ ແລະ ນໍາໃຊ້ກອງທຶນ ຫຼື ງົບປະມານ ເພື່ອຕອບໂຕ້ໄພພິບັດທັນການ, ກະກຽມຄວາມພ້ອມໃນການຮັບມື ແລະ ການລະດົມທຶນຈາກພາກສ່ວນຕ່າງໆ. ທັງນີ້ກໍເພື່ອຮັບປະກັນໃຫ້ວຽກງານປ້ອງກັນ, ຄວບຄຸມ ແລະ ການຟື້ນຟູຫຼັງໄພພິບັດ ກໍຄືມາດຕະການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດ ໃນໄລຍະປີ 2025 ນີ້ ໃຫ້ມີຄວາມເຂັ້ມແຂງ, ຮັດກຸມ ແລະ ມີປະສິດທິພາບ ແລະ ທັນກັບເຫດການ.

(ພາບ-ຂ່າວ: ຟອງ ນໍ່ນິນທາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ