ຊາວຫວຽດນາມໃນວຽງຈັນ ຈັດກິດຈະກຳວັດທະນະທຳຊຸມຊົນ

ຊາວຫວຽດນາມໃນວຽງຈັນ ຈັດກິດຈະກຳວັດທະນະທຳຊຸມຊົນ

ຊາວຫວຽດນາມໃນວຽງຈັນ ຈັດກິດຈະກຳວັດທະນະທຳຊຸມຊົນ
ຊຸມຊົນຊາວຫວຽດນາມ ໃນ ສປປ ລາວ ໄດ້ຈັດກິດຈະກຳວັດທະນະທຳຊຸມຊົນ ຢ່າງສົມກຽດ ຄວບຄູ່ກັບ ພິທີຂໍພອນຄວາມເປັນສິລິມຸງຄຸນໃນຕົ້ນປີ ແລະ ພິທີອຸທິດສ່ວນບຸນກຸສົນ ເພື່ອອາໄລເຖິງດວງວິນຍານ ຂອງບັນດາ ວິລະຊົນຜູ້ສະຫຼະຊີວິດເພື່ອເອກະລາດ ແລະ ເສລີພາບຂອງສອງຊາດ ລາວ - ຫວຽດນາມ. ພິທີດັ່ງກ່າວ, ໄດ້ດໍາເນີນໃນຕອນເຊົ້າວັນທີ 19 ມີນາ 2026, ທີ່ວັດເພັດຕິກ (Phật Tích), ນະຄອນຫຼວງວຽງຈັນ ໂດຍມີຜູ້ແທນປະມານ 50 ທ່ານເຂົ້າຮ່ວມ ປະກອບມີ: ຜູ້ແທນຈາກສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳ ສປປ ລາວ, ຄະນະປະສານງານພຸດທະສາສະໜາຫວຽດນາມ, ສະມາຄົມວິສາຫະກິດຫວຽດນາມໃນລາວ, ສະມາຄົມວິສາຫະກິດຫວຽດນາມ ປະຈຳ ນະຄອນຫຼວງວຽງຈັນ, ສະມາຄົມຊາວຫວຽດນາມນະຄອນຫຼວງວຽງຈັນ ພ້ອມດ້ວຍພີ່ນ້ອງຊາວຫວຽດນາມ ແລະ ພຸດທະສາສະນິກຊົນຈຳນວນຫຼາຍ.
ຊາວຫວຽດນາມໃນວຽງຈນ ຈດກດຈະກຳວດທະນະທຳຊມຊນ - image 1
 

ທ່າມກາງບັນຍາກາດອັນສະຫງົບ, ສົມກຽດ ແລະ ເປັນສິລິມຸງຄຸນ, ບັນດາຜູ້ແທນ ແລະ ພີ່ນ້ອງຊາວຫວຽດນາມ ໄດ້ຮ່ວມກັນຖວາຍທູບລະນຶກ, ຄໍາກ່າວເປີດພິທີ ແລະ ພິທີຂໍພອນ, ອຸທິດສ່ວນບຸນກຸສົນ ໂດຍພຣະສົງ ແລະ ພຸດທະສາສະນິກຊົນຂອງວັດເປັນຜູ້ດຳເນີນ. ພິທີຄັ້ງນີ້, ບໍ່ພຽງແຕ່ລະນຶກເຖິງບັນດາວິລະຊົນຜູ້ສະຫຼະຊີວິດ ຂອງລາວ - ຫວຽດນາມ ເທົ່ານັ້ນ, ແຕ່ຫາກຍັງໄດ້ໄວ້ອາໄລຢ່າງສຸດຊຶ້ງແກ່ນາຍທະຫານ ແລະ ພົນທະຫານ 64 ສະຫາຍ ຂອງກອງທັບເຮືອປະຊາຊົນຫວຽດນາມ ທີ່ໄດ້ສະຫຼະຊີວິດຢ່າງກ້າຫານ ໃນເຫດການ ກາກມາ (Gạc Ma) ໃນປີ 1988, ເຊິ່ງເປັນຂີດໝາຍຊຶ້ງບໍ່ມີວັນຈືດຈາງໃນປະຫວັດສາດ ການປົກປ້ອງອະທິປະໄຕອັນສັກກາລະບູຂອງຊາດ.

ຈຸດເດັ່ນຂອງກິດຈະກຳໃນຄັ້ງນີ້ ແມ່ນການປະສານກົມກຽວ ລະຫວ່າງ ຄຸນຄ່າທາງຈິດໃຈ - ສາສະໜາ, ຄວາມເລິກເຊິ່ງທາງປະຫວັດສາດ ແລະ ຄວາມໝາຍຕໍ່ຊຸມຊົນ. ພິທີສວດມົນອຸທິດສ່ວນບຸນກຸສົນ ແລະ ການຖວາຍ ທູບທຽນລະນຶກ ໄດ້ຖືກຈັດຂຶ້ນຢ່າງຕໍ່ເນື່ອງ, ສົມກຽດ ແລະ ເຄັ່ງຂຶມ ຊຶ່ງສະທ້ອນເຖິງຈັນຍາບັນ ແຫ່ງຄວາມກະຕັນຍູ, ຮູ້ບຸນຄຸນຕໍ່ຄົນຮຸ່ນກ່ອນ ທີ່ບໍ່ໄດ້ຫວັ່ນໄຫວຕໍ່ການເສຍສະຫຼະເລືອດເນື້ອ ແລະ ຊີວິດ ເພື່ອສັນຕິພາບ, ເອກະລາດ ແລະ ເພື່ອສາຍສຳພັນແຫ່ງການຮ່ວມຕໍ່ສູ້ອັນໝັ້ນແກ່ນ ລະຫວ່າງ ປະຊາຊົນສອງປະເທດ ຫວຽດນາມ ແລະ ລາວ. ນີ້ຍັງ ເປັນໂອກາດໃຫ້ຊຸມຊົນຊາວຫວຽດນາມໃນນະຄອນຫຼວງວຽງຈັນ ໄດ້ຮ່ວມກັນຫວນຄືນເສັ້ນທາງປະຫວັດສາດອັນ ສະຫງ່າງາມ ທີ່ສອງຊາດ ໄດ້ຢືນຄຽງບ່າຄຽງໄຫຼ່, ຮ່ວມສຸກຮ່ວມທຸກໃນໄລຍະເວລາຫຍຸ້ງຍາກທີ່ສຸດ.

ໃນມູມມອງຊີວິດຊຸມຊົນ, ພິທີດັ່ງກ່າວ, ຍັງມີຄວາມໝາຍເປັນກິດຈະກຳວັດທະນະທຳ ທີ່ມີພະລັງໃນການ ເຊື່ອມສານ. ເຖິງຈະຢູ່ຫ່າງໄກ ຈາກບ້ານເກີດເມືອງນອນ, ສະຖານທີ່ວັດເຟິດຕິກ ນັບແຕ່ໃດໆມາ ບໍ່ພຽງແຕ່ບ່ອນສຳລັບການປະກອບພິທີທາງສາສະໜາເທົ່ານັ້ນ, ແຕ່ຫາກຍັງເປັນສູນກາງແຫ່ງຄວາມຜູກພັນຂອງຊຸມຊົນ, ເປັນບ່ອນເຕົ້າໂຮມສະມາຄົມ, ວິສາຫະກິດ, ພີ່ນ້ອງຊາວຫວຽດນາມ ແລະ ຊາວຫວຽດທຸກພາກສ່ວນ ທີ່ກຳລັງດຳລົງຊີວິດ ແລະ ເຮັດວຽກຢູ່ນະຄອນຫຼວງວຽງຈັນ. ຫຼາຍກິດຈະກຳຂອງສະມາຄົມຊາວຫວຽດນາມນະຄອນຫຼວງວຽງຈັນ ແລະ ບັນດາອົງກອນຊຸມຊົນ ກໍໄດ້ຖືກຈັດຕັ້ງຕາມທິດ ທີ່ຖືສະຖານທີ່ແຫ່ງນີ້ເປັນ “ສາຍຄາຮ່ວມ”, ເປັນບ່ອນໃຫ້ພີ່ນ້ອງໄດ້ພົບພໍ້, ຊ່ວຍເຫຼືອເກື້ອກູນກັນ, ຮັກສາຊີວິດຈິດໃຈ ແລະ ເອກະລັກວັດທະນະທຳຫວຽດນາມ ໃນຜືນແຜ່ນດິນລ້ານຊ້າງ.

ຄວາມໝາຍອັນເລິກເຊິ່ງຂອງກິດຈະກຳຄັ້ງນີ້ ມັນບໍ່ແມ່ນພຽງແຕ່ພິທີລະນຶກໄວ້ອາໄລເທົ່ານັ້ນ, ແຕ່ຍັງເປັນຮູບ ແບບການສຶກສາມູນເຊື້ອ, ຮີດຄອງປະເພນີອັນເປັນຮູບປະທຳ ໃຫ້ແກ່ຄົນຮຸ່ນໃໝ່ ໃນຊຸມຊົນ. ຜ່ານຖ້ອຍ ຄຳລະນຶກ, ບົດ ຄໍາເຫັນລະນຶກເຖິງບຸນຄຸນ ແລະ ບັນຍາກາດອັນສັກສິດຂອງພິທີ, ຄົນຮຸ່ນໃໝ່ ໄດ້ມີ ໂອກາດເຂົ້າໃຈຢ່າງເລິກເຊິ່ງຍິ່ງຂຶ້ນ ເຖິງການເສຍສະຫຼະອັນຍິ່ງໃຫຍ່ຂອງຄົນຮຸ່ນກ່ອນ, ເຖິງຄຸນຄ່າຂອງສັນຕິພາບໃນປັດຈຸບັນ, ພ້ອມທັງຮັບຮູ້ເຖິງຄວາມ ຮັບຜິດຊອບ ໃນການສືບຕໍ່ຮີດຄອງປະເພນີແຫ່ງຄວາມສາມັກຄີ, ຄວາມເມດຕາ ແລະ ການຫັນໜ້າສູ່ຮາກເຫງົ້າຂອງຕົນ. ຈາກນັ້ນ ຈິດໃຈຮັກຊາດ, ຄວາມພາກພູມໃຈໃນຊາດ ແລະ ຈິດສຳນຶກແຫ່ງການຜູກພັນກັບຊຸມຊົນ ຈຶ່ງສືບຕໍ່ໄດ້ຮັບການບົ່ມຊ້ອນຢ່າງເປັນທຳມະຊາດ ແລະ ຍືນຍົງ.

ການເຄື່ອນໄຫວກິດຈະກຳນີ້ ບໍ່ແມ່ນເລື່ອງບັງເອີນ ທີ່ໄດ້ຮັບການຕອບຮັບຢ່າງກວ້າງຂວາງຈາກພີ່ນ້ອງຮ່ວມຊາດ. ສະມາຄົມຊາວຫວຽດນາມນະຄອນຫຼວງວຽງຈັນ ແມ່ນອົງກອນທີ່ມີປະຫວັດຫຼາຍກວ່າ 40 ປີ, ມີບົດບາດສຳຄັນໃນການ ເຕົ້າໂຮມ ແລະ ສົ່ງເສີມຄວາມສາມັກຄີຂອງຊາວຫວຽດນາມ ໃນຕ່າງແດນ, ຊ່ວຍເຫຼືອດ້ານຊີວິດການເປັນຢູ່ ຂອງສະ ມາຊິກ, ຮັກສາເອກະລັກວັດທະນະທຳຫວຽດນາມ ແລະ ຊ່ວຍໃຫ້ຊາວຫວຽດນາມ ປັບໂຕເຂົ້າກັບສັງຄົມປະເທດເຈົ້າພາບ ໄດ້ເປັນຢ່າງດີ. ພ້ອມກັນນັ້ນ ກໍເຄົາລົບ ແລະ ປະຕິບັດກົດໝາຍຂອງ ສປປ ລາວ ຢ່າງເຄັ່ງຄັດ. ດັ່ງນັ້ນ, ກິດຈະກຳທີ່ມີສີສັນດ້ານວັດທະນະທຳ - ຈິດໃຈ, ການກຸສົນ ຫຼື ການແລກປ່ຽນພົບປະຂອງຊຸມຊົນ ຈຶ່ງບໍ່ພຽງແຕ່ຕອບ ສະໜອງຄວາມຕ້ອງການດ້ານຈິດໃຈຂອງພີ່ນ້ອງເທົ່ານັ້ນ, ແຕ່ຍັງຊ່ວຍຫຼໍ່ຫຼອມພະລັງພາຍໃນ, ເສີມສ້າງຄວາມຜູກພັນ ລະຫວ່າງ ບັນດາສະມາຄົມ, ວິສາຫະກິດ ແລະ ແຕ່ລະຄອບຄົວຊາວຫວຽດນາມໃນລາວ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ໃນຄວາມໝາຍກວ້າງ, ກິດຈະກຳວັດທະນະທຳຊຸມຊົນ, ພິທີຂໍພອນ ແລະ ພິທີອຸທິດສ່ວນບຸນກຸສົນ ເພື່ອລະນຶກເຖິງບັນດາວິລະຊົນຜູ້ເສຍສະຫຼະຊີວິດ ຂອງລາວ - ຫວຽດນາມ ໃນຄັ້ງນີ້, ຍັງເປັນຫຼັກຖານທີ່ມີຊີວິດຊີວາ ຂອງຄວາມສາມັກຄີມິດຕະພາບອັນຍິ່ງໃຫຍ່ພິເສດ ລະຫວ່າງສອງປະເທດ. ສາຍພົວພັນ ຫວຽດນາມ - ລາວ ໄດ້ຖືກສ້າງ ຂຶ້ນດ້ວຍເລືອດເນື້ອ, ການເສຍສະຫຼະອັນຍິ່ງໃຫຍ່ ແລະ ຈິດໃຈແຫ່ງຄວາມຊື່ສັດໝັ້ນແກ່ນ ທີ່ຫາໄດ້ຍາກ ໃນປະຫວັດ ສາດສາຍພົວພັນສາກົນ. ດັ່ງນັ້ນ, ການທີ່ຊຸມຊົນຊາວຫວຽດນາມ ໃນວຽງຈັນ ສືບຕໍ່ຮັກສາການຈັດກິດຈະກຳຕອບບຸນ ແທນຄຸນ, ລະນຶກໄວ້ອາໄລ ແລະ ແລກປ່ຽນວັດທະນະທຳ ຢ່າງສະໝ່ຳສະເໝີ ບໍ່ພຽງແຕ່ເປັນວິທີຮັກສາຄວາມຊົງຈຳ ທາງປະຫວັດສາດເທົ່ານັ້ນ, ແຕ່ຍັງເປັນຂົວຕໍ່ທີ່ສໍາຄັນແຫ່ງການເຊື່ອມໂຍງປະຊາຊົນສອງປະເທດ ໃນລະດັບຊຸມຊົນ, ຈາກນັ້ນຈຶ່ງຊ່ວຍເພີ່ມພູນຮາກຖານທາງສັງຄົມ ໃຫ້ແກ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ - ຫວຽດນາມ ໃຫ້ເລິກເຊິ່ງຍິ່ງຂຶ້ນ.

ພິທີໄດ້ປິດລົງດ້ວຍບັນຍາກາດທີ່ອົບອຸ່ນ, ສົມກຽດ ແລະ ເຕັມໄປດ້ວຍນ້ຳໃຈມິດໄມຕີ. ຄວັນທູບທຽນ ແຫ່ງການລະນຶກເຖິງບຸນຄຸນ, ຄຳອະທິຖານຂໍໃຫ້ປະເທດຊາດສະຫງົບສຸກ ປະຊາຊົນຢູ່ເຢັນເປັນສຸກ, ຂໍໃຫ້ດວງວິນຍານ ຂອງບັນດາວິລະຊົນຜູ້ເສຍສະຫຼະຊີວິດ ໄດ້ໄປສູ່ສຸຂະຄະຕິ, ລ້ວນແຕ່ເປັນຂໍ້ຄວາມອັນ ດີງາມທີ່ຊຸມຊົນຊາວຫວຽດ ນາມໃນວຽງຈັນ ຕ້ອງການສົ່ງຕໍ່ ຄືການຮູ້ຄຸນຄ່າຂອງອະດີດ, ການຮັກສາເອກະລັກ, ຄວາມສາມັກຄີຫັນໜ້າສູ່ປະເທດ ຊາດບ້ານເກີດ ແລະ ຄຽງຄູ່ກັບປະເທດທີ່ຕົນກຳລັງອາໄສຢູ່. ຈາກກິດຈະກຳ ຄວາມຮັກແພງຂອງຊຸມຊົນ ໄດ້ຮັບການບົ່ມຊ້ອນ, ເອກະລັກຂອງຊາດ ໄດ້ຖືກສືບທອດ ແລະ ຄວາມມິດຕະພາບພິເສດ ລາວ - ຫວຽດນາມ ໄດ້ຮັບການເສີມສ້າງໃຫ້ແໜ້ນແຟ້ນ ດ້ວຍການກະທຳທີ່ເປັນຮູບປະທຳ, ຈິງໃຈ ແລະ ເປັນມະນຸດສູງຂຶ້ນອີກ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທ່ານ ທອງລີ ສີສຸລິດ ຢ້ຽມຢາມໃຫ້ກຳລັງໃຈນາຍ ແລະ ພົນທະຫານ ທີ່ກອງພັນໃຫຍ່ 302

ທ່ານ ທອງລີ ສີສຸລິດ ຢ້ຽມຢາມໃຫ້ກຳລັງໃຈນາຍ ແລະ ພົນທະຫານ ທີ່ກອງພັນໃຫຍ່ 302

ວັນທີ 7 ພະຈິກ ຜ່ານມາ, ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ພ້ອມຄະນະ ໄດ້ລົງຢ້ຽມຢາມໃຫ້ກຳລັງໃຈນາຍ ແລະ ພົນທະຫານ ທີ່ກອງພັນໃຫຍ່ 302 ເມືອງຜາອຸດົມ ແຂວງບໍ່ແກ້ວ ເຂົ້າຮ່ວມໃນຄັ້ງນີ້ມີທ່ານ ອາຄົມເດດ ວົງໄຊ ກຳມະການສຳຮອງສູນກາງພັກ ປະທານສະພາບໍລິຫານ ບໍລິສັດລັດວິສາຫະກິດໄຟຟ້າລາວ, ທ່ານ ພົນຈັດຕະວາ ວົງຈັນ ພັນຈັນທະມານ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ ກະຊວງປ້ອງກັນປະເທດ, ທ່ານ ພົນຈັດຕະວາ ສຸກສະຫວັນ ດາລາສຸກ ຜູ້ບັນຊາການກອງພົນທະຫານຮາບທີ 3, ພ້ອມດ້ວຍບັນດາການນຳ, ນາຍ ແລະ ພົນທະຫານ.
ສນຊ ໄດ້ຮັບເຂົ້າສານ 200 ໂຕນ ຈາກອົງການໃຈບຸນສາກົນ ເດເຊເຣັດ

ສນຊ ໄດ້ຮັບເຂົ້າສານ 200 ໂຕນ ຈາກອົງການໃຈບຸນສາກົນ ເດເຊເຣັດ

ພິທີມອບ-ຮັບເຂົ້າສານຈຳນວນ 200 ໂຕນ ລວມມູນຄ່າ 185,616 ໂດລາ ຈາກອົງການໃຈບຸນສາກົນ ເດເຊເຣັດ (Deseret International Charities ຫຼື DIC) ເພື່ອນຳໄປຊ່ວຍເຫຼືອບັນເທົາທຸກ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນຜູ້ປະສົບໄພພິບັດນ້ຳຖ້ວມໃນ 2 ແຂວງພາກເໜືອ ຄື: ແຂວງອຸດົມໄຊ ແລະ ແຂວງຫຼວງນ້ຳທາ ຈັດຂຶ້ນໃນວັນທີ 9 ພະຈິກນີ້ ທີ່ສູນກາງແນວລາວສ້າງຊາດ (ສນຊ) ໃຫ້ກຽດກ່າວມອບໂດຍ ທ່ານ ຕຽງສັກ ອິນທະວົງ ຫົວໜ້າອົງການໃຈບຸນສາກົນ ເດເຊເຣັດ ປະຈຳ ສປປ ລາວ ແລະ ກ່າວຮັບໂດຍທ່ານ ວິຣະພົງສ໌ ພົມດວງສີ ຮອງປະທານ ສນຊ ໂດຍມີຄະນະນຳ ແລະ ພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ຄຳມ່ວນ ເປີດຊຸດອົບຮົມ ຍົກລະດັບວຽກເກັບກຳແນວຄິດ-ຫາງສຽງສັງຄົມ

ຄຳມ່ວນ ເປີດຊຸດອົບຮົມ ຍົກລະດັບວຽກເກັບກຳແນວຄິດ-ຫາງສຽງສັງຄົມ

ແຂວງຄຳມ່ວນ ໄດ້ເປີດຊຸດຝຶກອົບຮົມວຽກງານເກັບກຳສະພາບແນວຄິດ-ຫາງສຽງສັງຄົມ ປະຈຳປີ 2026ໃນ​ວັນ​ທີ 9 ພະ​ຈິກ​ນີ້ ໂດຍການ​ເປັນ​ປະ​ທານ​ຂອງ ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ,ມີ ທ່ານ ນວນຕາ ແກ້ວນະວົງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ຄະນະກຳມະການເກັບກຳຫາງສຽງສັງຄົມຂັ້ນແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສາ​ລະ​ວັນສຳເລັດຊຸດຝຶກອົບຮົມຄວາມຮູ້ພື້ນຖານການຂຽນຂ່າວ-ບົດໃຫ້ສື່ມວນຊົນສາ​ລະ​ວັນສຳເລັດຊຸດຝຶກອົບຮົມຄວາມຮູ້ພື້ນຖານການຂຽນຂ່າວ-ບົດໃຫ້ສື່ມວນຊົນ

ສາ​ລະ​ວັນສຳເລັດຊຸດຝຶກອົບຮົມຄວາມຮູ້ພື້ນຖານການຂຽນຂ່າວ-ບົດໃຫ້ສື່ມວນຊົນສາ​ລະ​ວັນສຳເລັດຊຸດຝຶກອົບຮົມຄວາມຮູ້ພື້ນຖານການຂຽນຂ່າວ-ບົດໃຫ້ສື່ມວນຊົນ

ສື່ມວນຊົນຈາກ8 ເມືອງແລະຕາໜ່າງຂ່າວຈາກພະແນກການອ້ອມຂ້າງແຂວງສາລະວັນ ຈຳນວນ 26 ທ່ານ,ໄດ້ສຳເລັດການຝຶກອົບຮົມຄວາມຮູ້ພື້ນຖານການຂຽນຂ່າວ-ບົດ ປະຈຳປີ2026ເຊິ່ງໄດ້ມີການຮຽນຮູ້ທັງພາກທິດສະດີ ແລະ ການປະຕິບັດຕົວຈິງ, ຍົກສູງຂີດຄວາມສາມາດໃນການຜະລິດຂ່າວ, ບົດຄວາມ.
ແຂວງວຽງຈັນ ສະຫຼອງວັນຊົນລະປະທານພ້ອມເປີດການນຳໃຊ້ນ້ຳສຳລັບການຜະລິດລະດູແລ້ງ

ແຂວງວຽງຈັນ ສະຫຼອງວັນຊົນລະປະທານພ້ອມເປີດການນຳໃຊ້ນ້ຳສຳລັບການຜະລິດລະດູແລ້ງ

ແຂວງວຽງຈັນໄດ້ຈັດພິທີສະເຫຼີມສະຫຼອງວັນຊົນລະປະທານແຫ່ງຊາດ 3 ພະຈິກ ແລະ ເປີດການນຳໃຊ້ນ້ຳສຳລັບການຜະລິດລະດູແລ້ງ ສົກປີ 2026-2027 ໃນ​ວັນ​ທີ 6 ພະ​ຈິກ​ຜ່ານ​ມາທີ່ ໂຄງການຊົນລະປະທານຈັກສູບນ້ຳປາກແຈ້ງ ບ້ານປາກແຈ້ງ ເມືອງວຽງຄຳ, ໂດຍມີ ທ່ານ ສົມປະສົງ ສຸວົງຄຳຈັນ ຮອງປະທານຄະນະກຳມະການປົກຄອງແຂວງ, ທ່ານ ຄອນສະຫວັນ ສີອັກຄະສອນ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ການນຳເມືອງວຽງຄຳ, ຜູ້ຕາງໜ້າກົມຊົນລະປະທານ, ແຂກຖືກເຊີນ ພ້ອມດ້ວຍປະຊາຊົນພາຍໃນຕາແສງປາກແຈ້ງເຂົ້າຮ່ວມ.
ຄວາມດີໃຈຂອງຊາວບ້ານດົງໝາກໄຟ ທີ່ໄດ້ຮັບເງິນຊ່ວຍເຫຼືອ

ຄວາມດີໃຈຂອງຊາວບ້ານດົງໝາກໄຟ ທີ່ໄດ້ຮັບເງິນຊ່ວຍເຫຼືອ

​ແຂວງສະຫວັນນະເຂດ ກໍແມ່ນແຂວງໜຶ່ງ ຂອງ ສປປ ລາວ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກພາຍຸທີ່ເກີດຂຶ້ນ ອັນເນື່ອງມາຈາກການປ່ຽນແປງຂອງສະພາບດິນຟ້າອາກາດ, ຝົນຕົກຫຼາຍ ຊຶ່ງສົ່ງຜົນກະທົບໂດຍກົງ ຕໍ່ວິຖີຊີວິດ, ການໄປ-ການມາ, ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ຊຶ່ງເຮັດໃຫ້ມີນ້ຳຖ້ວມເນື້ອທີ່ການຜະລິດ ພ້ອມທັງທີ່ອາໄສຂອງປະຊາຊົນ, ໂດຍສະເພາະປະຊາຊົນບ້ານດົງໝາກໄຟ ເມືອງໄຊບູລິ ແຂວງສະຫວັນນະເຂດ ດີໃຈຫຼາຍ ທີ່ໄດ້ຮັບເງິນຊ່ວຍເຫຼືອ ຈາກໄພພິບັດທາງທໍາມະຊາດ.
ພິທີວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ

ພິທີວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ

ເນື່ອງໃນໂອກາດດໍາເນີນກອງປະຊຸມໃຫຍ່ ຜູ້ແທນຂອງອົງຄະນະພັກ ຫ້ອງວ່າການສູນກາງພັກ ຄັ້ງທີ VIII, ຄະນະນໍາຫ້ອງວ່າການສູນກາງພັກ (ຫສພ) ໄດ້ພ້ອມກັນເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານໄກສອນ ພົມວິຫານ ທີ່ຫໍພິພິທະພັນດັ່ງກ່າວ ໃນວັນທີ 9 ພະຈິກນີ້.
ຄໍາມ່ວນ ປະກາດການຈັດຕັ້ງພະນັກງານນໍາພາ-ຄຸ້ມຄອງ

ຄໍາມ່ວນ ປະກາດການຈັດຕັ້ງພະນັກງານນໍາພາ-ຄຸ້ມຄອງ

ພິທີປະກາດການຈັດຕັ້ງພະນັກງານນໍາພາຄຸ້ມຄອງ ຂອງແຂວງຄໍາມ່ວນໄດ້ຈັດຂຶ້ນໃນວັນທີ6 ພະຈິກ ຜ່ານມາ, ທີ່ຫໍປະຊຸມໃຫຍ່ຫຼັກ4, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງແນວຄິດ, ວຽກພັກ-ພະນັກງານ, ມີຫົວໜ້າ, ຮອງຫົວໜ້າພະແນກກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງແລະ ຂະແໜງການຂັ້ນເມືອງເຂົ້າຮ່ວມ.
ເຈ້ຍຈ່ຽງນານຈະຢຶດໝັ້ນແນວຄິດເຕັກໂນໂລຊີ ແລະ ສີຂຽວ

ເຈ້ຍຈ່ຽງນານຈະຢຶດໝັ້ນແນວຄິດເຕັກໂນໂລຊີ ແລະ ສີຂຽວ

ເນື່ອງໃນໂອກາດສື່ມວນຊົນລາວ ແລະ ສື່ມວນຊົນອາຊຽນ ໄດ້ເຂົ້າຮ່ວມງານສັບປະດາຮ່ວມມືສື່ມວນຊົນອາຊຽນປະຈຳປີ 2026 ທີ່ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ ຈັດຂຶ້ນໃນລະຫວ່າງວັນທີ 5-11 ພະຈິກ 2026, ຄະນະສື່ມວນຊົນລາວ ແລະ ສື່ມວນຊົນອາຊຽນໄດ້ເຄື່ອນໄຫວຢ້ຽມຢາມກຸ່ມບໍລິສັດອຸດສາຫະກຳເຈ້ຍຈຽ່ງນານຈຳກັດ ສປ ຈີນ.
ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ໂຄງການສ້າງຄວາມເຂັ້ມແຂງໃນການເສີມຂະຫຍາຍການປັບຕົວຕໍ່ໄຟປ່າການປັບປຸງຊິວິດການເປັນຢູ່ຂອງຊຸມຊົນທ້ອງຖີ່ນແລະການເຊື່ອມໂຍງຕະຫຼາດ(AFOCO) ໄດ້ຈັດກອງປະຊຸມໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າໃຫ້​ບ້ານ​ເປົ້າ​ໝາຍຢູ່​ເມືອງ​ບາ​ຈຽງ​ຈະ​ເລີນ​ສຸກແຂວງ​ຈຳ​ປາ​ສັກ, ໃນ​ວັນ​ທີ 5 ພະ​ຈິກ​ຜ່ານ​ມາທີ່ ບ້ານ​ຫົວ​ແຊຕາ​ແສງ​ຫົວ​ແຊ, ໂດຍການເປັນປະທານຂອງທ່ານ ສຸກສະຫວັນ ສີພັນວົງ ກຳມະການພັກເມືອງ ປະທານຄະນະກຳມະການປົກຄອງຕາແສງຫົວແຊ, ມີທ່ານ ບຸນທະວີ ອິນທິລາດ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ,ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ