ຊາວກະສິກອນ ບ້ານໂພນຢານາງ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ກໍາລັງຂຸ້ນຂ້ຽວປັກດໍາເຂົ້ານາປີຂອງຕົນເພື່ອໃຫ້ທ່ວງທັນຕາມລະດູການຜະລິດ, ຊຶ່ງມາຮອດປັດຈຸບັນແມ່ນສາມາດປັກດໍາໄດ້ແລ້ວ 90%. ທ່ານ ຄໍາສຸກ ວົງຫາຈັກ ຮອງນາຍບ້ານ ໂພນຢານາງ ໃຫ້ສໍາພາດຕໍ່ນັກຂ່າວທ້ອງຖິ່ນວ່າ: ຊາວນາ ພາຍໃນບ້ານ ໂພນຢານາງ ກໍາລັງຂຸ້ນຂ້ຽວປັກດໍາເຂົ້ານາປີໃຫ້ທ່ວງກັບສະພາບດິນຟ້າອາກາດ (ນໍ້າຝົນ) ເພາະວ່າຊາວນາບ້ານເຮົາແມ່ນອີງໃສ່ແຕ່ທໍາມະຊາດເປັນຕົ້ນຕໍ, ລະບົບຊົນລະປະທານບໍ່ມີ, ຊຶ່ງມາຮອດປັດຈຸບັນແມ່ນສາມາດປັກດໍາໄດ້ແລ້ວ 90%, ທົ່ວບ້ານມີເນື້ອທີ່ທໍາການຜະລິດເຂົ້ານາປີທັງໝົດ 968 ເຮັກຕາກວ່າ. ໃນນີ້, ມີນາຢອດ 27 ເຮັກຕາກວ່າ, ສໍາລັບແນວພັນເຂົ້າທີ່ຊາວນາ ນໍາໃຊ້ແມ່ນແນວພັນເຂົ້າປັບປຸງເປັນສ່ວນຫຼາຍ ບໍ່ວ່າຈະເປັນ ແນວພັນເຂົ້າ ທ່າສະໂນ 11, ທ່າສະໂນ 13,ທ່າດອກຄໍາ 16 ແລະ ແນວພັນເຂົ້າຈ້າວຫອມສະຫວັນ
ທ່ານ ຄໍາສຸກ ວົງຫາຈັກ ຍັງເວົ້າອີກວ່າ: ການປັກດໍາເຂົ້ານາປີ ໃນປີນີ້, ຄາດວ່າຈະໃຫ້ສໍາເລັດໃນລະຫວ່າງກາງເດືອນ ກໍລະກົດ 2025. ທົ່ວບ້ານມີ 2,939 ຄົນ ຍິງ 1,067 ຄົນ, ມີ 385 ຫຼັງຄາເຮືອນ, ມີ 477 ຄອບຄົວ.
(ຂ່າວ: ບຸນຊູ ພົມມະເທບ)
ຄໍາເຫັນ