ຊາວກະສິກອນເມືອງໝື່ນ ປັກດໍາເຂົ້ານາປີ ສໍາເລັດແລ້ວ 60%

ຊາວກະສິກອນເມືອງໝື່ນ ປັກດໍາເຂົ້ານາປີ ສໍາເລັດແລ້ວ 60%

ຊາວກະສິກອນເມືອງໝື່ນ ປັກດໍາເຂົ້ານາປີ ສໍາເລັດແລ້ວ 60%
ທ່ານ ຕຸ້ຍ ວິໄລວົງ ກຳມະການພັກເມືອງ ຫົວໜ້າຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ ເມືອງໝື່ນ ແຂວງວຽງຈັນ ລາຍງານເມື່ອວັນທີ 13 ກໍລະກົດນີ້ ໃຫ້ຮູ້ວ່າ: ຊາວກະສິກອນທົ່ວເມືອງໝື່ນ ແຂວງວຽງຈັນ ພວມສຸມໃສ່ການຜະລິດເຂົ້ານາປີ ປະຈໍາລະດູການຢ່າງຟົດຟື້ນ ມາຮອດປັດຈຸບັນ
ຊາວກະສກອນເມອງໝນ ປກດາເຂານາປ ສາເລດແລວ 60% - image 1
 

ໃນການປັກດຳ ແມ່ນສາມາດປະຕິບັດສໍາເລັດແລ້ວ 60% ຂອງເນື້ອທີ່ແຜນການ, ທົ່ວເມືອງມີແຜນທັງໝົດ 4,563 ກວ່າເຮັກຕາ, ສິ່ງທີ່ພົ້ນເດັ່ນໃນລະດູການຜະລິດປີນີ້ ແມ່ນຊາວກະສິກອນເມືອງໝື່ນ ໄດ້ມີການຫັນປ່ຽນວິທີການເຮັດນາແບບດັ້ງເດີມ ມາຮຽນຮູ້ ແລະ ນຳໃຊ້ເຕັກນິກໃໝ່ເຂົ້າໃນການເພາະປູກຫຼາຍຂຶ້ນ ເພື່ອຫຼຸດຜ່ອນຕົ້ນທຶນ, ປະຢັດແຮງງານ ແລະ ຮັບມືກັບສະພາບການປ່ຽນແປງຂອງດິນຟ້າອາກາດ, ເຕັກນິກທີ່ນໍາມາໃຊ້ໃນປີນີ້ ປະກອບມີ: ເຕັກນິກນາຢອດ (ຢອດເມັດພັນ/ຢອດແຫ້ງ) ຊ່ວຍປະຢັດເມັດພັນ, ຫຼຸດຜ່ອນຂັ້ນຕອນການຫຼົກກ້າ-ດຳນາ, ໂດຍສະເພາະໃນເຂດທີ່ແຫ້ງແລ້ງ ທີ່ນ້ຳຊົນລະປະທານ ຫຼື ນ້ຳຝົນຍັງບໍ່ພຽງພໍ, ເຕັກນິກການຢອດແຫ້ງຊ່ວຍໃຫ້ຊາວກະສິກອນເລີ່ມປູກໄດ້ທັນລະດູການ ໂດຍບໍ່ຕ້ອງລໍຖ້ານ້ຳຂັງ, ປັດຈຸບັນ ການປັກດຳແມ່ນສຳເລັດໄປແລ້ວປະຕິບັດໄດ້ 60%, ເຕັກນິກນາຫວ່ານໄດ້ 100%, ເປັນວິທີທີ່ສະດວກ ວ່ອງໄວ, ເໝາະສົມກັບເນື້ອທີ່ນາຂະໜາດໃຫຍ່, ການນຳໃຊ້ເຕັກນິກການປູກເຂົ້າແບບໃໝ່ ບໍ່ພຽງແຕ່ຊ່ວຍໃຫ້ຊາວກະສິກອນປະຢັດເວລາ ແລະ ແຮງງານເທົ່ານັ້ນ ແຕ່ຍັງເປັນການເພີ່ມໂອກາດໃນການສ້າງຜົນຜະລິດໃຫ້ໄດ້ມາດຕະຖານ, ປະລິມານທີ່ສູງຂຶ້ນ, ພ້ອມນັ້ນທາງພາກສ່ວນກ່ຽວຂ້ອງ ກໍໄດ້ລົງຕິດຕາມ ແລະ ໃຫ້ຄຳແນະນຳແກ່ປະຊາຊົນຢ່າງໃກ້ຊິດ ເພື່ອຮັບປະກັນໃຫ້ການປັກດຳເຂົ້ານາປີໃນເນື້ອທີ່ທີ່ເຫຼືອ ໃຫ້ສາມາດສຳເລັດຕາມຄາດໝາຍທີ່ວາງໄວ້, ນອກຈາກການປູກເຂົ້າແລ້ວ ຊາວກະສິກອນເມືອງໝື່ນ ຍັງໄດ້ປູກພືດເປັນສີ້ນຄ້າສົ່ງອອກໃນເນື້ອທີ່ 8,168 ເຮັກຕາ, ເປັນຕົ້ນແມ່ນ ປູກມັນຕົ້ນ 6,000 ເຮັກຕາ, ປູກສາລີແຂງ 580 ເຮັກຕາ ແລະ ປຸກໝາກເດືອຍ 350 ເຮັກຕາ ພ້ອມທັງພຶດຜັກອື່ນໆອີກເພຶ່ອເປັນສີນຄ້າສົ່ງອອກ.

ພາບ,ຂ່າວ ນາງ ວັນນາ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເລຂາພັກແຂວງ ສາລະວັນຕ້ອນຮັບ ຮອງປະທານກໍາມາທິການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ສ​ພ​ຊ

ເລຂາພັກແຂວງ ສາລະວັນຕ້ອນຮັບ ຮອງປະທານກໍາມາທິການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ສ​ພ​ຊ

ທ່ານ ນາງ ວິລະວອນ ພັນທະວົງ ຮອງປະທານກຳມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະກັບທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງສາ​ລະ​ວັນ, ໃນວັນທີ 1 ກັນຍາຜ່ານ​ມາ, ທີ່ ຫ້ອງວ່າການແຂວງ, ເພື່ອແຈ້ງຈຸດປະສົງໃນການລົງເຄື່ອນໄຫວວຽກງານຢູ່ແຂວງສາລະວັນ ໃນຄັ້ງນີ້, ແມ່ນເພື່ອຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍສະເພາະບັນດາຄາດໝາຍໃນຂົງເຂດວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ປະຈຳປີ 2026 ເພື່ອເກັບກຳຂໍ້ມູນລາຍງານຕໍ່ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ແລະ ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງ ສພຊ ຊຸດທີ X ທີ່ຈະມາເຖີງນີ້.
ກອງພົນທີ 2 ເປີດຂະບວນການແຂ່ງຂັນກິລາ

ກອງພົນທີ 2 ເປີດຂະບວນການແຂ່ງຂັນກິລາ

ໃນວັນທີ 1 ກັນຍາ ຜ່ານມາ, ກອງພົນທີ 2 ໄດ້ຈັດພິທີເປີດຂະບວນການແຂ່ງຂັນກິລາການທະຫານ ແລະ ກິລາມວນຊົນ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີ ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າການເມືອງກອງພົນທີ 2, ມີຄະນະພັກ-ຄະນະບັນຊາກອງພົນ, ຄະນະຫ້ອງ, ພະແນກການ, ອະນຸກໍາມະການແຂ່ງຂັນ, ແຂກຖືກເຊີນ ແລະ ນັກກິລາເຂົ້າຮ່ວມ.
ຄອບຄົວການນໍາ ຢ້ຽມຊົມຫໍມູນເຊື້ອແນວລາວສ້າງຊາດ

ຄອບຄົວການນໍາ ຢ້ຽມຊົມຫໍມູນເຊື້ອແນວລາວສ້າງຊາດ

ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ (13 ສິງຫາ 1950 - 13 ສິງຫາ 2026) ໃນວັນທີ 31 ສິງຫາ ຜ່ານມາ ທີ່ຫໍມູນເຊື້ອແນວລາວສ້າງຊາດ ຄອບຄົວການນໍາໄດ້ເຄື່ອນໄຫວຢ້ຽມຊົມຫໍມູນເຊື້ອແນວລາວສ້າງຊາດ ນຳໂດຍທ່ານ ນາງ ວຽງເງິນ ໄຂຄຳພິທູນ ພ້ອມດ້ວຍຄະນະ ໃຫ້ການຕ້ອນ ຮັບຂອງທ່ານ ນາງ ແພງພັນ ບຸບຜາພອນ ຄະນະປະຈໍາ ຫົວໜ້າກົມໂຄສະນາສູນກາງແນວລາວສ້າງຊາດ.
ພົນເອກ ຄໍາລຽງ ອຸທະໄກສອນ ເຄື່ອນໄຫວເຮັດວຽກຢູ່ແຂວງອຸດົມໄຊ

ພົນເອກ ຄໍາລຽງ ອຸທະໄກສອນ ເຄື່ອນໄຫວເຮັດວຽກຢູ່ແຂວງອຸດົມໄຊ

ໃນວັນທີ 1 ກັນຍາຜ່ານມາ, ທ່ານ ພົນເອກ ຄໍາລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ທ່ານ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດ ດີການສັງຄົມ ພ້ອມດ້ວຍຫົວໜ້າກົມ-ຮອງກົມ ໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງອຸດົມໄຊ ຮ່ວມກັບຄະນະປະຈຳ, ຄະນະພັກແຂວງ, ຫົວໜ້າພະແນກ-ອົງການ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ-ເມືອງພາຍໃນແຂວງອຸດົມໄຊ.
ກອງພັນໃຫຍ່ 619 ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ກອງພັນໃຫຍ່ 619 ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ກອງພັນໃຫຍ່ 619 ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຂຶ້ນໃນວັນທີ 1 ກັນຍາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພັນເອກ ລອນທອງ ສິງລືໄຊ ຫົວໜ້າການເມືອງ ກອງພັນໃຫຍ່ 619, ມີຄະນະພັກ-ຄະນະບັນຊາ, ພະແນກການ, ກອງພັນ, ກອງຮ້ອຍ ແລະ ສະມາຊິກພັກ ເຂົ້າຮ່ວມ.
ປະກາດແຕ່ງຕັ້ງຄະນະບໍລິຫານງານຊາວໜຸ່ມກອງພັນ 416

ປະກາດແຕ່ງຕັ້ງຄະນະບໍລິຫານງານຊາວໜຸ່ມກອງພັນ 416

ໃນວັນທີ 2 ກັນຍານີ້, ທີ່ຫ້ອງປະຊຸມກອງພັນ 416 ກອງພັນໃຫຍ່ 302 ກອງພົນທີ 3 ໄດ້ປະກາດການແຕ່ງຕັ້ງຄະນະບໍລິຫານງານຊາວໜຸ່ມ ກອງພັນ 416 ໂດຍການເປັນປະທານຂອງສະຫາຍ ພັນໂທ ຄໍາພັນ ໄຊຍະວົງສີ ກໍາມະການຄະນະພັກ, ຮອງຫົວໜ້າພະແນກການເມືອງ ກອງພັນໃຫຍ່ 302 ຜູ້ຊີ້ນໍາຂົງເຂດວຽກງານມະຫາ ຊົນ, ມີສະຫາຍ ພັນໂທ ວຽງໄຊ ດາພັນ ຫົວໜ້າການເມືອງ ກອງພັນ 416, ມີຄະນະພັກ-ຄະນະບັນຊາ, ຕາງໜ້າຂະແໜງຊາວໜຸ່ມ, ຄະນະບໍລິຫານງານ ແລະ ຄະນະໜ່ວຍຊາວໜຸ່ມເຂົ້າຮ່ວມ.
ຈັນທະບູລີ ຈັດສັນຄວາມເປັນລະບຽບຮຽບຮ້ອຍຕາມແຄມທາງ

ຈັນທະບູລີ ຈັດສັນຄວາມເປັນລະບຽບຮຽບຮ້ອຍຕາມແຄມທາງ

ໃນວັນທີ 31 ສິງຫາຜ່ານມາ, ຄະນະກຳມະການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ນໍາໂດຍທ່ານ ເກດສຸດາກອນ ວັດທະນາໄຊ ຮອງປະທານຄະນະກໍາມະການປົກຄອງເມືອງຈັນທະບູລີ ໄດ້ເຄື່ອນໄຫວຈັດສັນຄວາມເປັນລະບຽບຮຽບຮ້ອຍຕາມແຄມທາງ ໂດຍໄດ້ຢຶດສິນຄ້າທີ່ວາງຂາຍຊະຊາຍ ແລະ ກວມເອົາທາງຄົນຍ່າງ ໃນນັ້ນມີເສັ້ນທາງໂພນຕ້ອງເຂດບໍລິເວນຕໍ່ໜ້າໂຮງໝໍເດັກ, ໂຮງໝໍມິດຕະພາບເຊັ່ນ: ລົດຂາຍໝາກໄມ້, ລໍ້ຂາຍເສື້ອຜ້າ ແລະ ອື່ນໆ ເນື່ອງຈາກກໍ່ໃຫ້ເກີດຄວາມແອອັດ ສ່ຽງຕໍ່ການເກີດອຸບັດເຫດ ແລະ ເຮັດໃຫ້ຕົວເມືອງຂາດຄວາມເປັນລະບຽບຮຽບຮ້ອຍ.
ເຊັນສັນຍາການຮ່ວມມືພັດທະນາເຕັກນິກສະຫຼາຍໜິ້ວນອກຮ່າງກາຍ

ເຊັນສັນຍາການຮ່ວມມືພັດທະນາເຕັກນິກສະຫຼາຍໜິ້ວນອກຮ່າງກາຍ

ພິທີເຊັນສັນຍາການຮ່ວມມືພັດທະນາເຕັກນິກສະຫຼາຍໜິ້ວນອກຮ່າງກາຍ ລະຫວ່າງ ໂຮງໝໍສູນກາງ 103 ກອງທັບ ແລະ ບໍລິສັດ ຕ້າຮົ້ວ ການຄ້າສາກົນ ຈໍາກັດຜູ້ດຽວ ໄດ້ຈັດຂຶ້ນໃນວັນທີ 1 ກັນຍາ 2026 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຄຳແພງ ພູມມາແກ້ວ ຫົວໜ້າກົມເສນາຮັກ ກົມໃຫຍ່ພະລາທິການການກອງທັບ, ມີ ສະຫາຍ ພົນຈັດຕະວາ ສະແຫວງໄຊ ດາລາສາດ ຫົວໜ້າການທະຫານ ໂຮງໝໍສູນກາງ 103 ກອງທັບ, ທ່ານ ສິດປະສົງ ລູ່ພາໄຊ ປະທານ ບໍລິສັດ ຕ້າຮົ້ວ ການຄ້າສາກົນ ຈໍາກັດຜູ້ດຽວ, ມີຄະນະພັກ-ຄະນະອໍານວຍການ ແລະ ວິຊາການ ທັງສອງຝ່າຍເຂົ້າຮ່ວມ.
ກອງບັນຊາການທະຫານແຂວງຫຼວງພະບາງ ມອບເຮືອ ແລະ ອຸປະກອນ  ໃຫ້ກອງບັນຊາການທະຫານແຂວງອຸດົມໄຊ

ກອງບັນຊາການທະຫານແຂວງຫຼວງພະບາງ ມອບເຮືອ ແລະ ອຸປະກອນ ໃຫ້ກອງບັນຊາການທະຫານແຂວງອຸດົມໄຊ

ວັນທີ 1 ກັນຍາ 2026 ນີ້, ຢູ່ທີ່ສູນບັນຊາການ ກອງບັນຊາການທະຫານແຂວງອຸດົມໄຊ ໄດ້ຈັດພິທີ ມອບ-ຮັບ ເຮືອ ແລະ ອຸປະກອນ ລະຫວ່າງ ກອງບັນຊາການທະຫານແຂວງຫຼວງພະບາງ ກັບ ກອງບັນຊາການທະຫານແຂວງອຸດົມໄຊ ໂດຍການເປັນປະທານ ຂອງສະຫາຍ ພັນໂທ ບຸນທຳ ໄຊຍະຫຼວງ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງອຸດົມໄຊ, ມີສະຫາຍ ພັນໂທ ທອງສຸກ ທຳມະວົງ ຫົວໜ້າພະແນກສູ້ຮົບ ກອງບັນຊາການທະຫານແຂວງຫຼວງພະບາງ, ມີຄະນະຮັບຜິດຊອບ ແລະ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
EDL-T “ແສງແຫ່ງຈໍາປາ”ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມໃນແຂວງ  ຄຳມ່ວນ

EDL-T “ແສງແຫ່ງຈໍາປາ”ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມໃນແຂວງ ຄຳມ່ວນ

ວັນທີ 27 ສິງຫາຜ່ານມານີ້ ທີ່ຫ້ອງໂຖງຫ້ອງວ່າການແຂວງ, ບໍລິສັດ EDL-T ໄດ້ນຳສິ່ງຂອງອຸປະໂພກ-ບໍລິໂພກແລະເຂົ້າສານລວມມູນຄ່າ 150 ລ້ານກີບມາຊ່ວຍເຫຼືອຜູ້ປະສົບໄພຂອງແຂວງຄຳມ່ວນ,ເພື່ອນຳໄປຊ່ວຍເຫຼືອປະຊາຊົນຜູ້ປະສົບໄພນໍ້າຖ້ວມຢູ່ບັນດາເມືອງຂອງແຂວງຄຳມ່ວນ,ພາຍໃຕ້ໂຄງການ“ແສງແຫ່ງຈໍາປາ”ຂອງEDL-T .
ເພີ່ມເຕີມ