![]() |
ຜ່ານການຈັດຕັ້ງປະຕິບັດເນື້ອທີ່ປູກພືດລວມທັງໝົດໄດ້ 22,742 ເຮັກຕາ ເທົ່າກັບ 164.85% (ລື່ນແຜນການ 64.85%), ເນື້ອທີ່ເສຍຫາຍຈາກນໍ້າຖ້ວມ 890 ເຮັກຕາ, ເນື້ອທີ່ຍັງເຫຼືອ 21,852 ເຮັກຕາ. ໃນນີ້, ເນື້ອທີ່ແຜນການປູກພືດເພື່ອເປັນສະບຽງອາຫານປະຕິບັດໄດ້ຕົວຈິງ 2,603 ເຮັກຕາ, ເນື້ອທີ່ເສຍຫາຍ 106 ເຮັກຕາ, ເນື້ອທີ່ຍັງເຫຼືອ 2,497 ເຮັກຕາ; ເນື້ອທີ່ແຜນການປູກພືດເພື່ອເປັນສິນຄ້າປະຕິບັດໄດ້ຕົວຈິງ 20,139 ເຮັກຕາ, ເນື້ອທີ່ເສຍຫາຍ 785 ເຮັກຕາ, ເນື້ອທີ່ຍັງເຫຼືອ 19,354 ເຮັກຕາ.
ມາຮອດປັດຈຸບັນ ການເກັບກູ້ພືດລວມປະຕິບັດໄດ້ແລ້ວ 7,211 ເຮັກຕາ ເທົ່າກັບ 33%. ໃນນີ້, ພືດເພື່ອເປັນສະບຽງອາຫານເກັບກູ້ໄດ້ແລ້ວ 974 ເຮັກຕາ ເທົ່າກັບ 39.02%; ພືດເພື່ອເປັນສິນຄ້າເກັບກູ້ໄດ້ແລ້ວ 6,236 ເຮັກຕາ ເທົ່າກັບ 32.22%.
(ຂ່າວ-ພາບ: ແດງສະຫວັດ ແສນພານິດ)
ຄໍາເຫັນ