ສໍາລັບລະດູປູກເຂົ້ານາປີ 2024

ຊາວນາທົ່ວເມືອງໜອງບົກເກັບກ່ຽວເຂົ້ານາປີສໍາເລັດ 40%

ຊາວນາທົ່ວເມືອງໜອງບົກເກັບກ່ຽວເຂົ້ານາປີສໍາເລັດ 40%
ຕາມການລາຍງານຂອງໜ່ວຍງານປູກຝັງທີ່ຂຶ້ນກັບຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງໜອງບົກໃຫ້ຮູ້ວ່າ: ສໍາລັບລະດູປູກເຂົ້ານາປີ 2024 ນີ້ ທົ່ວເມືອງໜອງບົກ ແຂວງຄໍາມ່ວນ

 ມີເນື້ອທີ່ແຜນການປູກເຂົ້ານາປີ 16,000 ເຮັກຕາ, ຄາດຄະເນຜົນຜະລິດ 60,000 ໂຕນ. ໃນນີ້, ແຜນການປູກເຂົ້າເພື່ອເປັນສະບຽງອາຫານ 11,144 ເຮັກຕາ, ຄາດຄະເນຜົນຜະລິດ 41,790 ໂຕນ. ແຜນການປູກເຂົ້າເພື່ອເປັນສິນຄ້າ 4,875 ເຮັກຕາ, ຄາດຄະເນຜົນຜະລິດ 18,210 ໂຕນ, ຄາດຄະເນສະມັດຕະພາບ 3.75 ໂຕນ/ເຮັກຕາ.

ຜ່ານການປະຕິບັດຕົວຈິງໄດ້ 16,000 ເຮັກຕາ, ເນື້ອທີ່ຖືກນໍ້າຖ້ວມເສຍຫາຍ 280 ເຮັກຕາ, ເນື້ອທີ່ເກັບກ່ຽວເຫຼືອຕົວຈິງ 15,720 ເຮັກຕາ, ສະມັດຕະພາບ 3.77 ໂຕນ/ເຮັກຕາ, ຜົນຜະລິດ 59,264 ໂຕນ. ໃນນັ້ນ, ຜະລິດເປັນສະບຽງອາຫານ 11,004 ເຮັກຕາ ເທົ່າກັບ 41,485 ໂຕນ, ຜະລິດເປັນສິນຄ້າ 4,716 ເຮັກຕາ ເທົ່າກັບ 17,779 ໂຕນ. ຊາວນາໄດ້ເລີ້ມລົງມືເກັບກ່ຽວນັບແຕ່ວັນທີ 7 ຕຸລາ 2024 ມາຮອດປັດຈຸບັນປະຕິບັດການເກັບກ່ຽວໄດ້ 40% .

ສໍາລັບການປູກພືດລະດູຝົນທົ່ວເມືອງມີເນື້ອທີ່ແຜນການ 716 ເຮັກຕາ, ຄາດຄະເນຜົນຜະລິດ 5,384 ໂຕນ, ຄາດຄະເນສະມັດຕະພາບ 7,52 ໂຕນ/ເຮັກຕາ, ຜະລິດເປັນສະບຽງອາຫານ 300 ເຮັກຕາ, ຜົນຜະລິດ 2,247 ໂຕນ. ຜະລິດເປັນສິນຄ້າ 416 ເຮັກຕາ, ຜົນຜະລິດ 3,137 ໂຕນ. ການຜະລິດພືດພາຍໃນເມືອງແມ່ນເລີ້ມລົງມືປູກແຕ່ວັນທີ 10 ພຶດສະພາ 2024 .

ມາຮອດປັດຈຸບັນນີ້, ເນື້ອທີ່ການປູກພືດ 702 ເຮັກຕາ, ເນື້ອທີ່ປະຕິບັດໄດ້ຕົວຈິງ 702 ເຮັກຕາ. ໃນນັ້ນ ຖືກນໍ້າຖ້ວມເສຍຫາຍ 197.09 ເຮັກຕາ, ເນື້ອທີ່ເຫຼືອຕົວຈິງ 505 ເຮັກຕາ, ສະມັດຕະພາບ 7.54 ໂຕນ/ເຮັກຕາ, ຜົນຜະລິດໄດ້ 3,808 ໂຕນ. ໃນນັ້ນ ຜະລິດເປັນສະບຽງອາຫານ 233 ເຮັກຕາ, ຜົນຜະລິດເທົ່າກັບ 1,757 ໂຕນ, ຜະລິດເປັນສິນຄ້າ 272 ເຮັກຕາ ຜົນຜະລິດເທົ່າກັບ 2,051 ໂຕນ.

(ຂ່າວ: ແດງສະຫວັດ ແສນພານິດ, ພາບ: ນັກຂ່າວເມືອງໜອງບົກ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫວັນນະເຂດ ເຜີຍແຜ່ມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ

ສະຫວັນນະເຂດ ເຜີຍແຜ່ມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ

ກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ໄດ້ຈັດຂຶ້ນວັນທີ 21 ເມສານີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງສະຫວັນນະເຂດ ໂດຍການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ
ວາງກະຕ່າດອກໄມ້ ໂອກາດວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ

ວາງກະຕ່າດອກໄມ້ ໂອກາດວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ

ຄະນະນຳສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ນຳໂດຍ ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າວາງກະຕ່າດອກໄມ້ ເນື່ອງໃນໂອກາດ ວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ
ໜ່ວຍພັກສະຖານທູດລາວ ທີ່ປັກກິ່ງດຳເນີນກອງປະຊຸມໃຫຍ່ ຄັ້ງທີ III

ໜ່ວຍພັກສະຖານທູດລາວ ທີ່ປັກກິ່ງດຳເນີນກອງປະຊຸມໃຫຍ່ ຄັ້ງທີ III

ກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກສະຖານທູດລາວ ທີ່ປັກກິ່ງສປ ຈີນ ໄດ້ຈັດຂຶ້ນໃນວັນທີ 19 ເມສາຜ່ານມານີ້, ພາຍໃຕ້ການເປັນປະທານຂອງ ສະຫາຍ ສົມພອນ ສີຈະເລີນ ເລຂາໜ່ວຍພັກເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ.
ຫາລືການແກ້ໄຂບັນຫາຂາດແຄນຄູສອນ ຢູ່ແຂວງຫຼວງພະບາງ

ຫາລືການແກ້ໄຂບັນຫາຂາດແຄນຄູສອນ ຢູ່ແຂວງຫຼວງພະບາງ

ໃນວັນທີ 21 ເມສານີ້ ຢູ່ກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດກອງປະຊຸມປຶກສາຫາລືແກ້ໄຂບັນຫາການຂາດແຄນຄູສອນ ໂດຍການເປັນທານ ຂອງສະຫາຍ ພັນເອກ ວັນໄຊ ຄຳພາວົງ ຫົວໜ້າຫ້ອງການ ກົມໃຫຍ່ການເມືອງກອງທັບ.
ຂະແໜງ ພບ ຈະປັບປຸງການເຮັດວຽກຫຼາຍດ້ານ

ຂະແໜງ ພບ ຈະປັບປຸງການເຮັດວຽກຫຼາຍດ້ານ

ປີ 2024 ທີ່ຜ່ານມາ, ຂະແໜງພະລັງງານ ແລະ ບໍ່ແຮ່ (ພບ) ບົນພື້ນຖານໃນເງື່ອນໄຂ ແລະ ສະພາບລວມທີ່ເກີດຂຶ້ນຂອງເສດຖະກິດໂລກ ແລະ ພາກພື້ນ,ແຕ່ຂະແໜງ ພບ ໄດ້ພ້ອມກັນປຸກລຸກຈິດໃຈເປັນເຈົ້າການໃຫ້ສູງຂຶ້ນ ແລະ ມີຄວາມພະຍາຍາມ ນໍາໃຊ້ທຸກຫົວຄິດປະດິດສ້າງ
ຮັກສາການຫົວໜ້າ ຄຕພ ຕ້ອນຮັບ ບັນດາເອກອັກຄະລັດຖະທູດລາວ

ຮັກສາການຫົວໜ້າ ຄຕພ ຕ້ອນຮັບ ບັນດາເອກອັກຄະລັດຖະທູດລາວ

ໃນວັນທີ 18 ເມສາ ຜ່ານມານີ້, ທ່ານ ບຸນເຫຼືອ ພັນດານຸວົງຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບບັນດາເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຈໍານວນ 4 ທ່ານ ທີ່ຈະໄປດໍາລົງຕໍາແໜ່ງເອກອັກຄະລັດຖະທູດ ຢູ່ຕ່າງປະເທດ,ໂດຍມີ ທ່ານ ຈາຕຸລົງ ບົວສີສະຫວັດ
ການເພີ່ມພື້ນທີ່ສີຂຽວໃນຕົວເມືອງມີຄວາມສໍາຄັນຫຼາຍ

ການເພີ່ມພື້ນທີ່ສີຂຽວໃນຕົວເມືອງມີຄວາມສໍາຄັນຫຼາຍ

ໂດຍ: ວັນເພັງ ອິນທະໄຊ ການເພີ່ມພື້ນທີ່ສີຂຽວໃນຕົວເມືອງ ໂດຍສະເພາະໃນນະຄອນຫຼວງວຽງຈັນ(ນວ) ເປັນໜຶ່ງບັນຫາສໍາຄັນຫຼາຍ ທີ່ພາກສ່ວນກ່ຽວຂ້ອງ ມີຄວາມພະຍາຍາມໃນການເພີ່ມພື້ນທີ່ສີຂຽວ ໃນຕົວເມືອງ. ໃນນັ້ນ, ປະເທດເພື່ອນບ້ານ,
ຮອງປະທານ ສນຊ ຜູ້ປະຈໍາການ ຢ້ຽມຢາມ ເຜົ່າກຣີ

ຮອງປະທານ ສນຊ ຜູ້ປະຈໍາການ ຢ້ຽມຢາມ ເຜົ່າກຣີ

ໃນວັນທີ 20 ເມສານີ້, ທ່ານ ຄໍາໄຫຼ ສີປະເສີດ ກໍາມະການສູນກາງພັກຮອງປະທານ ສູນກາງແນວລາວສ້າງຊາດ (ສນຊ) ຜູ້ປະຈໍາການ ພ້ອມດ້ວຍຄະນະ ລົງເຄື່ອນໄຫວວຽກງານແນວລາວສ້າງຊາດ ຢູ່ແຂວງໄຊຍະບູລີ ຊຶ່ງຄະນະໄດ້ໄປຢ້ຽມຢາມຊີວິດການເປັນຢູ່ຂອງຊົນເຜົ່າກຣີ (ເຜົ່າຕອງເຫຼືອງ)
ທ່າອ່ຽງສະພາບອັດຕາເງິນເຟີ້ຂອງ ສປປ ລາວ ໃນ 3 ເດືອນຕົ້ນປີ

ທ່າອ່ຽງສະພາບອັດຕາເງິນເຟີ້ຂອງ ສປປ ລາວ ໃນ 3 ເດືອນຕົ້ນປີ

ໂດຍ: ສ.ບຸດປະຊາ ອັດຕາເງິນເຟີ້ຂອງ ສປປ ລາວ ໃນໄລຍະ 3 ເດືອນຕົ້ນປີ 2025 ໄດ້ມີຈັງຫວະທີ່ຊ້າລົງຕິດຕໍ່ກັນ ຊຶ່ງສາເຫດຕົ້ນຕໍ ທີ່ສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ໄດ້ລະບຸໃນບົດລາຍງານອັດຕາເງິນເຟີ້ ປະຈໍາເດືອນມັງກອນ, ກຸມພາ ແລະ ມີນາ
ພັດທະນາ ແລະ ຄຸ້ມຄອງລະບົບພາສີເປັນທັນສະໄໝແບບລວມສູນ

ພັດທະນາ ແລະ ຄຸ້ມຄອງລະບົບພາສີເປັນທັນສະໄໝແບບລວມສູນ

ເມື່ອບໍ່ດົນມານີ້,ກະຊວງການເງິນ ແລະ ບໍລິສັດ ໄອຄິວຣີ້ເທັກ ຈໍາກັດ ໄດ້ລົງນາມສັນຍາພັດທະນາ ແລະ ຄຸ້ມຄອງລະບົບພາສີເປັນທັນສະໄໝລວມສູນ ໂດຍການລົງນາມຂອງທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ສີສຸລິນ ໂຊກໄຊ
ເພີ່ມເຕີມ