![]() |
ສະຫາຍ ນາງ ຂາວພອນ ມິດສຸວັນ ຄະນະບໍລິຫານງານຊາວໜຸ່ມແຂວງ ເລຂາຄະນະຊາວໜຸ່ມຮາກຖານພະແນກສາທາລະນະສຸກແຂວງ ໄດ້ລາຍງານໃຫ້ຮູ້ວ່າ: ຄະນະຊາວໜຸ່ມຮາກຖານພະແນກສາທາລະນະສຸກແຂວງ ມີ 3 ໜ່ວຍທີ່ຂຶ້ນກັບ ຄື: ໜ່ວຍຊາວໜຸ່ມບໍລິຫານ, ໜ່ວຍຊາວໜຸ່ມໂຮງໝໍແຂວງ, ໜ່ວຍຊາວໜຸ່ມສົ່ງເສີມ ແລະ ກັນພະຍາດ, ແບ່ງເປັນ 11 ຈຸສຳຫຼວດກວດກາ ຮ່ວມຊີວິດການເມືອງ, ມີສະມາຊິກ 124 ສະຫາຍ ຍິງ 88 ສະຫາຍ. ຕະຫຼອດໄລຍະຜ່ານມາ, ຄະນະຮາກຖານ ໄດ້ເອົາໃຈໃສ່ນໍາພາ-ຊີ້ນຳການຈັດຕັ້ງປະຕິບັດໜ້າທີ່ວຽກງານຢ່າງຕໍ່ເນື່ອງ ໂດຍເປັນເຈົ້າການສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກຊາວໜຸ່ມມີຄວາມຮັບຮູ້-ເຂົ້າໃຈແນວທາງນະໂຍບາຍຂອງພັກ ລະບຽບກົດໝາຍຂອງລັດ, ມີນ້ຳໃຈຮັກຊາດ, ຮູ້ເສຍສະຫຼະເພື່ອສ່ວນລວມ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຕາມການມອບໝາຍຂອງຂັ້ນເທິງໄດ້ເປັນຢ່າງດີ, ສະແດງອອກໃນການປະເມີນຜົນການຈັດຕັ້ງປະຕິບັດ 4 ບຸກໄດ້ຄື: ບຸກດ້ານແນວຄິດ ຕີລາຄາໄດ້ 96%, ດ້ານຝຶກຝົນຫຼ່ໍຫຼອມຮໍ່າຮຽນ 93%, ດ້ານວຽກງານຈັດຕັ້ງ ຕີລາຄາ 95% ແລະ ດ້ານວິຊາຊີບ-ສ້າງວຽກເຮັດງານທຳ ປະຕິບັດໄດ້ 96%.
![]() |
ສໍາລັບແຜນໃນປີ 2026, ຈະສືບຕໍ່ສູ້ຊົນຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກໃຫ້ມີຜົນສໍາເລັດ ແລະ ເປັນຮູບປະທໍາຫຼາຍຂຶ້ນກວ່າເກົ່າ ໂດຍປະຕິບັດໃຫ້ໄດ້ໃນແຕ່ລະດ້ານ ໃຫ້ເກີນ 96%, ສືບຕໍ່ດຳເນີນຊີວີດການເມືອງ, ເສຍເງິນບຳລຸງໃຫ້ໄດ້ 100%, ສືບຕໍ່ສາງຮາກຖານ 4 ບຸກໃຫ້ສຳເລັດ 100% ແລະ ສືບຕໍ່ຂະຫຍາຍກອງທຶນ ຂອງຮາກຖານ. ທັງນີ້, ກໍເພື່ອເຮັດໃຫ້ວຽກງານ 4 ບຸກໄດ້ຮັບຜົນສໍາເລັດເປັນຢ່າງດີ ແລະ ເຮັດໃຫ້ວຽກງານຊາວໜຸ່ມພະແນກສາທາລະນະສຸກແຂວງມີຄວາມເຂັ້ມແຂງຂຶ້ນເທື່ອລະກ້າວ.
ໂອກາດນີ້, ສະຫາຍ ໄຊຍະພອນ ວົງຫາຈັກ ກໍໄດ້ຂຶ້ນມອບໃບຢັ້ງຢືນ 4 ບຸກ ໃຫ້ບັນດາໜ່ວຍຊາວໜຸ່ມ ທີ່ຂຶ້ນກັບຄະນະຊາວໜຸ່ມຮາກຖານພະແນກສາທາລະນະສຸກແຂວງ ແລະ ໃບຍ້ອງຍໍໃຫ້ສະມາຊິກຊາວໜຸ່ມຜູ້ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດວຽກງານ.
(ຂ່າວ: ອັດສະວິນ)


ຄໍາເຫັນ