ຊາວໜຸ່ມແຂວງຈໍາປາສັກສຸມໃສ່ເຄື່ອນໄຫວວຽກງານມີຜົນສຳເລັດຫຼາຍດ້ານ

ຊາວໜຸ່ມແຂວງຈໍາປາສັກສຸມໃສ່ເຄື່ອນໄຫວວຽກງານມີຜົນສຳເລັດຫຼາຍດ້ານ
ໂດຍ: ວັນເພັງ
ໃນໄລຍະ 1 ປີຜ່ານມາພາຍໃຕ້ການຊີ້ນໍາ-ນໍາພາຢ່າງໃກ້ຊິດຂອງຄະນະປະຈໍາພັກແຂວງກໍຄືຄະນະພັກ-ອຳນາດການປົກຄອງແຕ່ລະຂັ້ນເຮັດໃຫ້ຄະນະຊາວໜຸ່ມປະຊາຊົນປະຕິວັດລາວແຂວງຈຳປາສັກໄດ້ສຸມໃສ່ເຄື່ອນໄຫວວຽກງານມີຜົນສຳເລັດຫຼາຍດ້ານ.
    ທ່ານ ໃຈສະຫວັນ ຈັນວັນຄຳ ຮອງເລຂາຊາວໜຸ່ມແຂວງຈຳປາສັກ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວຂອງແຂວງໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ຕໍ່ກອງປະຊຸມພົບປະແລກປ່ຽນບົດຮຽນລະຫວ່າງຄະນະໂຄສະນາອົບຮົມສູນກາງພັກ ແລະ 3 ອົງການຈັດຕັ້ງມະຫາຊົນແຂວງຈຳປາສັກເມື່ອບໍ່ດົນຜ່ານມາທີ່ຫ້ອງວ່າການແຂວງດັ່ງກ່າວວ່າ: ໃນໄລຍະ 1 ປີຜ່ານມາຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວແຂວງຈຳປາສັກ ໄດ້ສຸມໃສ່ເຄື່ອນໄຫວວຽກງານມີຜົນສຳເລັດຫຼາຍດ້ານເປັນຕົ້ນ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນບັນຫາກົກ ແລະ ຈັດຕັ້ງປະຕິບັດຢ່າງເປັນປົກກະຕິຕໍ່ເນື່ອງດ້ວຍການປະສານສົມທົບກັບຄະນະພັກ-ອໍານາດການປົກຄອງແຕ່ລະຂັ້ນ ຈັດຕັ້ງປາຖະກະຖາເລົ່າມູນເຊື້ອຂອງພັກ-ຂອງຊາດ, ຂອງທ່ານຜູ້ນຳ, ຂອງຊາວໜຸ່ມ ແລະ ເອກະສານສໍາຄັນຕ່າງໆຕິດພັນກັບການນໍາພາສະມາຊິກຊາວໜຸ່ມ ແລະ ອື່ນໆ. ໃນນັ້ນ, ວຽກງານປັບປຸງການຈັດຕັ້ງຊາວໜຸ່ມໄດ້ເອົາໃຈໃສ່ປັບປຸງກໍ່ສ້າງການຈັດຕັ້ງຢູ່ຂັ້ນຮາກຖານ, ໜ່ວຍໃຫ້ມີຄວາມໜັກແໜ້ນ-ເຂັ້ມແຂງ ຕິດພັນກັບການເກັບກໍາສະຖິຕິຊາວໜຸ່ມໃນເກນອາຍຸ, ສະມາຊິກຊາວໜຸ່ມ ພ້ອມທັງເປີດຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າ ແລະ ຂະຫຍາຍສະມາຊິກຊາວໜຸ່ມຢ່າງເປັນປົກກະຕິ-ຕໍ່ເນື່ອງ; ໄດ້ປະຕິບັດລະບອບປະຊຸມສ່ອງແສງລາຍງານ, ຈັດຕັ້ງດໍາເນີນຊີວິດການເມືອງພາຍໃນຈຸ-ໜ່ວຍ; ໄດ້ສົມທົບກັບຄະນະພັກ-ອຳນາດການປົກຄອງໃນການລົງປັບປຸງການຈັດຕັ້ງຊາວໜຸ່ມ ໂດຍສະເພາະຊາວໜຸ່ມຢູ່ຂັ້ນບ້ານໂດຍເລັງໃສ່ບ້ານຈຸດສຸມຂອງແຂວງ, ຂອງເມືອງເພື່ອສ້າງ ແລະ ຮັບຮອງເປັນບ້ານພັດທະນາ.ພ້ອມນັ້ນ,ໄດ້ລົງເຄື່ອນໄຫວເຜີຍແຜ່ລະບຽບກົດໝາຍຂອງຊາວໜຸ່ມ ແລະ ເອກະສານສຳຄັນຕ່າງໆ 294 ຄັ້ງ, ມີຜູ້ເຂົ້າຮ່ວມທັງໝົດ 42.336 ສະຫາຍຍິງ 20.286 ສະຫາຍ; ໄດ້ຊຸກຍູ້ນໍາພາກະກຽມເປີດກອງປະຊຸມໃຫຍ່ ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວຂັ້ນເມືອງ-ນະຄອນ, ຊາວໜຸ່ມຮາກຖານ,ໜ່ວຍຊາວໜຸ່ມຮາກຖານພະແນກການ, ກົມກອງອ້ອມຂ້າງແຂວງ, ນະຄອນ-ເມືອງ ແລະ ຮາກຖານບ້ານທີ່ຄົບວາລະໄດ້ດຳເນີນກອງປະຊຸມໃຫຍ່ຂັ້ນຕົນ. ມາຮອດປັດຈຸບັນ ສະເພາະຢູ່ອ້ອມຂ້າງແຂວງລວມມີ 21 ຮາກຖານ, 39 ໜ່ວຍຮາກຖານ,ໄດ້ສຳເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມເມືອງ 9 ເມືອງ, 1 ນະຄອນ100%. ປັດຈຸບັນທົ່ວແຂວງຈຳປາສັກມີຊາວໜຸ່ມໃນເກນອາຍຸ 15-35 ປີຈໍານວນ 90.939 ຄົນຍິງ 44.263ຄົນ. ໃນນັ້ນ, ເປັນສະມາຊິກຊາວໜຸ່ມປະຊາຊົນ ປະຕິວັດລາວ 48.971ສະຫາຍຍິງ 21.891ສະຫາຍກວມ 54% ຂອງຈໍານວນຊາວໜຸ່ມໃນເກນອາຍຸທົ່ວແຂວງ, ຂະຫຍາຍສະມາຊິກຊາວໜຸ່ມໃໝ່ຈຳນວນ 2.531 ສະຫາຍຍິງ 1.202 ສະຫາຍ,ອະນຸມັດພົ້ນກະສຽນຈໍານວນ629 ສະຫາຍຍິງ 284 ສະຫາຍ, ອອກໃບຍ້ອງຍໍໃຫ້ສະມາຊິກຊາວໜຸ່ມຜູ້ທີ່ມີຜົນງານດີເດັ່ນຈຳນວນ 1.963 ສະຫາຍ,ທົ່ວແຂວງມີພະນັກງານທີ່ເຮັດວຽກງານຊາວໜຸ່ມອາຊີບຈຳນວນ 110 ສະຫາຍຍິງ 44 ສະຫາຍ. ໃນນັ້ນ, ຢູ່ຂັ້ນແຂວງມີ 32 ສະຫາຍຍິງ 11 ສະຫາຍ,ຂັ້ນເມືອງ-ນະຄອນ78 ສະຫາຍຍິງ 33 ສະຫາຍ. ມີຄະນະບໍລິຫານງານຊາວໜຸ່ມແຂວງຊຸດທີ VIII ຈຳນວນ 35 ສະຫາຍຍິງ 5 ສະຫາຍ, ມີຄະນະບໍລິຫານງານຊາວໜຸ່ມ 1 ນະຄອນ, 9 ເມືອງ.ທົ່ວແຂວງລວມມີ 204 ຮາກຖານ, 1.039 ໜ່ວຍຮາກຖານ. ປັດຈຸບັນມີຄະນະບໍລິຫານງານຊາວໜຸ່ມແຂວງຖືກຍົກຍ້າຍບ່ອນປະຈໍາການ 3 ສະຫາຍ, ຍິງ 1 ສະຫາຍ. ພ້ອມນັ້ນ, ວຽກງານຂະບວນການຄະນະຊາວໜຸ່ມແຕ່ລະຂັ້ນໄດ້ເອົາໃຈໃສ່ສຶກສາອົບຮົມຊາວໜຸ່ມ-ເຍົາວະຊົນໃຫ້ຮັບຮູ້ເຊື່ອມຊຶມຕໍ່ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານເຮັດໃຫ້ເຂົາເຈົ້າຮູ້ໄດ້ສິດ-ພັນທະຂອງຕົນ, ເປັນເຈົ້າການປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນຂັ້ນຂະແໜງການ, ກົມກອງແລະຮາກຖານບ້ານ. ພ້ອມນັ້ນ, ຊາວໜຸ່ມຂົງເຂດກຳລັງປະກອບອາວຸດໄດ້ເອົາໃຈໃສ່ປະຕິບັດລະບອບປະຈຳການ, ເຮັດໜ້າທີ່ຕ້ານສະກັດກັ້ນປະກົດການຫຍໍ້ທໍ້ໃນສັງຄົມ, ສະກັດກັ້ນການເຄື່ອນໄຫວຂອງກຸ່ມຄົນບໍ່ດີ, ປ້ອງກັນເວນຍາມຕາມຊາຍແດນ, ກວດກາ, ປາບປາມຂະບວນການເຄື່ອນໄຫວທີ່ຜິດກົດໝາຍອັນໄດ້ເຮັດໃຫ້ສະພາບການມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ວຽກງານເຍົາວະຊົນ-ອະນຸຊົນທັນວາໄດ້ນໍາພາປັບປຸງການຈັດຕັ້ງ, ແບບແຜນນຳພາຂອງເຍົາວະຊົນ-ອະນຸຊົນທັນວາພ້ອມທັງນຳພາສ້າງຂະບວນການດ້ວຍການຈັດກິດຈະກຳຕ່າງໆທີ່ມີເນື້ອໃນສຶກສາອົບຮົມຄຸນສົມບັດສິນທຳປະຕິວັດ, ປະສານສົມທົບກັບຄະນະພັກ-ຄະນະອຳນວຍການໂຮງຮຽນສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ເຍົາວະຊົນ-ອະນຸຊົນໄດ້ເຄື່ອນໄຫວຢ່າງເປັນປົກກະຕິ-ຕໍ່ເນື່ອງ; ວຽກງານສົ່ງເສີມວິຊາຊີບຊາວໜຸ່ມໄດ້ປະສານສົມທົບກັບຂະແໜງການ,ອົງການຈັດຕັ້ງທີ່ກ່ຽວຂ້ອງສ້າງເງື່ອນໄຂໃຫ້ຊາວໜຸ່ມໄດ້ເຂົ້າຮ່ວມຝຶກອົບຮົມວິຊາຊີບໃນສາຂາວິຊາຕ່າງໆເພື່ອຊ່ວຍໃຫ້ຊາວໜຸ່ມໄດ້ມີຄວາມຮູ້ພື້ນຖານດ້ານວິຊາຊີບກ້າວໄປເຖິງການມີອາຊີບ, ມີວຽກເຮັດງານທຳທີ່ໝັ້ນຄົງ.
    ທ່ານໃຈສະຫວັນຈັນວັນຄຳ ລາຍງານໃຫ້ຮູ້ຕື່ມອີກວ່າ: ສໍາລັບທິດທາງແຜນການເຄື່ອນໄຫວໃນຕໍ່ໜ້າຈະສືບຕໍ່ສຸມໃສ່ຢ່າງແຂງແຮງໃນການໂຄສະນາເຜີຍແຜ່ໃຫ້ຄວາມຮູ້ແກ່ຊາວໜຸ່ມ, ເຍົາວະຊົນ-ອະນຸຊົນໃຫ້ຮັບຮູ້ເຂົ້າໃຈເລິກເຊິ່ງຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມູນເຊື້ອອັນດີງາມຂອງຊາດ, ຂອງພັກ, ຂອງກອງທັບ ແລະ ຂອງຊາວໜຸ່ມຮຸ່ນກ່ອນດ້ວຍຮູບການຈັດຕັ້ງການປາຖະກະຖາເລົ່າມູນເຊື້ອ, ຈັດກິດຈະກໍາຖາມ-ຕອບວິທະຍາສາດ, ໂຄສະນາອົບຮົມຜ່ານສື່ມວນຊົນທັງພາຍໃນແຂວງ ແລະ ສູນກາງ ແລະ ຮູບການອື່ນໆ ຕິດພັນກັບການນໍາພາສະມາຊິກຊາວໜຸ່ມ. ພ້ອມສຸມໃສ່ຈັດຕັ້ງປະຕິບັດແຜນຍຸດທະສາດການພັດທະນາຊາວໜຸ່ມ-ເຍົາວະຊົນລາວປີ 2021-2030 ເພື່ອເປັນການປະກອບສ່ວນເຂົ້າໃນການແກ້ໄຂວາລະແຫ່ງຊາດ ແລະ ວາລະຂອງແຂວງ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ