![]() |
ສໍາລັບຢູ່ນະຄອນຫຼວງວຽງຈັນ ຊາວພຸດກໍໄດ້ຮ່ວມກັນໃສ່ບາດຖວາຍສັງຄະທານແດ່ພະສົງສາມະເນນຢູ່ຕາມວັດແຫ່ງຕ່າງໆຢ່າງຄຶກຄື້ນຖືກຕ້ອງຕາມຮີດຄອງປະເພນີ, ວັດທະນະທຳອັນດີງາມຂອງລາວເຮົາທີ່ເຄີຍສືບທອດກັນມາແຕ່ບູຮານນະການ, ຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍ, ຄວາມສະຫງົບປອດໄພ ໂດຍສະ ເພາະຜູ້ຍິງນຸ່ງສິ້ນໄໝ-ເສື້ອໄໝ, ບ່ຽງແພ, ຜູ້ຊາຍກໍນຸ່ງຖືສຸພາບຊຶ່ງກ່ອນຈະໃສ່ບາດໄດ້ມີພິທີກຳທາງສາສະໜາ ເປັນຕົ້ນຟັງທຳມະເທດສະໜາ, ໄຫວ້ພະ, ຮັບພອນ, ຍາດນໍ້າ ແລະ ອື່ນໆ. ພ້ອມນັ້ນ, ການໃສ່ບາດຍາດນໍ້າ ເພື່ອອຸທິດບຸນກຸສົນໃຫ້ຜູ້ທີ່ລ່ວງລັບໄປແລ້ວນັ້ນມາຮັບຈັບໂຈມເອົາ ແລະ ເຊື່ອວ່າບຸນກຸສົນດັ່ງກ່າວຈະນໍາຜົນດີ, ຄວາມຢູ່ເຢັນເປັນສຸກມາໃຫ້ຕົນເອງ ແລະ ຄອບຄົວ.
![]() |
ວັນບຸນອອກພັນສາ ຫຼື ວັນມະຫາປະວໍຣະນາ ເປັນວັນທີ່ສໍາຄັນທາງພຸດທະສາສະໜາ ເປັນວັນສິ້ນສຸດຂອງການຈໍາພັນສາຄົບ 3 ເດືອນຂອງພະສົງສາມະເນນ ໂດຍສະເພາະພະພິກຂຸສົງ ຊຶ່ງພາຍຫຼັງອອກພັນສາແລ້ວ ພະສົງສາມາດອອກໄປເທດສະໜາ ສັ່ງສອນຍາດໂຍມ, ພໍ່ແມ່ ແລະ ຄູບາອາຈານໄດ້ຕາມປົກກະຕິ.
ໃນຕອນແລງຂອງວັນດຽວກັນ, ຍັງຈະມີພິທີວຽນທຽນອ້ອມພຸດທະສິມມາ ຫຼື ອາຮາມຢູ່ຕາມວັດຕ່າງໆ ເພື່ອເປັນການບູຊາພະຣັດຕະນະໄຕຣ ແລະ ເພື່ອເປັນບຸນເປັນກຸສົນແກ່ຜູ້ທີ່ກະທຳ. ພ້ອມກັນນັ້ນ, ຍັງຈະມີການລອຍກະໂທງ, ໄຫຼເຮືອໄຟ, ໄຕໂຄມໄຟຕາມແມ່ນ້ຳສາຍຕ່າງໆ.
![]() |
(ຂ່າວ-ພາບ: ວັນເພັງ)
ຄໍາເຫັນ