ຊາວຕູວາລູ 1 ສ່ວນ 3 ຍື່ນຂໍວີຊາເພື່ອອາໄສຢູ່ອົສຕຣາລີ

ຊາວຕູວາລູ 1 ສ່ວນ 3 ຍື່ນຂໍວີຊາເພື່ອອາໄສຢູ່ອົສຕຣາລີ

ຊາວຕູວາລູ 1 ສ່ວນ 3 ຍື່ນຂໍວີຊາເພື່ອອາໄສຢູ່ອົສຕຣາລີ
ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້ວ່າ: ປະຊາກອນເກືອບໜຶ່ງສ່ວນສາມຂອງຕູວາລູ ປະເທດເກາະໃນມະຫາສະໝຸດປາຊີຟິກ ກໍາລັງຍື່ນຂໍວີຊາເພື່ອອາໄສຢູ່ອົສຕຣາລີ ເນື່ອງຈາກລະດັບນໍ້າທະເລທີ່ເພີ່ມສູງຂຶ້ນ ສົ່ງຜົນກະທົບຕໍ່ແຄມຝັ່ງທະເລຂອງເກາະປະກາລັງ ແຫ່ງນີ້.

 

ອົສຕຣາລີ ສະເໜີວີຊາໃຫ້ກັບພົນລະເມືອງຕູວາລູ 280 ຄົນຕໍ່ປີ ພາຍໃຕ້ຂໍ້ຕົກລົງການຍົກຍ້າຍຖິ່ນຖານ ເນື່ອງຈາກສະພາບດິນຟ້າອາກາດ ຊຶ່ງລັດຖະບານອົສຕຣາລີເອີ້ນວ່າ:“ຂໍ້ຕົກລົງວີຊາສະພາບດິນຟ້າອາກາດຄັ້ງທຳອິດຂອງໂລກ”. ໂດຍຊາວຕູວາລູ ຫຼາຍກວ່າ 3,000ຄົນ ໄດ້ເຂົ້າຮ່ວມລົງຄະແນນສຽງເພື່ອຂໍວີຊາຊຸດທໍາອິດແລ້ວ, ອີງຕາມໂຕເລກຢ່າງເປັນທາງການຂອງໂຄງການອົສຕຣາລີ ຊຶ່ງຄິດເປັນເກືອບໜຶ່ງສ່ວນສາມຂອງປະຊາກອນທົ່ວປະເທດ.

ນັກວິທະຍາສາດຢ້ານວ່າ ຕູວາລູ ຊຶ່ງເປັນໜຶ່ງໃນພື້ນທີ່ທີ່ໄດ້ຮັບຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດຫຼາຍທີ່ສຸດແຫ່ງໜຶ່ງຂອງໂລກຈະບໍ່ສາມາດອາໄສຢູ່ໄດ້ພາຍໃນ 80 ປີຂ້າງໜ້າ, ໂດຍພົບວ່າເກາະປະກາລັງ 9 ແຫ່ງ ຂອງໝູ່ເກາະນີ້ ມີ 2 ແຫ່ງໄດ້ຈົມຢູ່ໃຕ້ນ້ຳແລ້ວ.

ກະຊວງການຕ່າງປະເທດອົສຕຣາລີກ່າວວ່າ: "ອົສຕຣາລີຮັບຮູ້ເຖິງຜົນກະທົບທີ່ຮ້າຍແຮງຂອງການປ່ຽນແປງດິນຟ້າອາກາດຕໍ່ຊີວິດການເປັນຢູ່, ຄວາມປອດໄພແລະສະຫວັດດີການຂອງປະເທດແລະປະຊາຊົນທີ່ມີຄວາມສ່ຽງຕໍ່ສະພາບອາກາດ, ໂດຍສະເພາະໃນພາກພື້ນປາຊີຟິກ."

ອົສຕຣາລີ ແລະ ຕູວາລູ ໄດ້ລົງນາມໃນສົນທິສັນຍາສະຫະພາບ Falepili ຂອງອົສຕຣາລີ - ຕູວາລູ ຊຶ່ງຖືເປັນການເລີ່ມຕົ້ນທີ່ສໍາຄັນໃນປີ 2024. ພາຍໃຕ້ຂໍ້ຕົກລົງດັ່ງກ່າວ, ອົສຕຣາລີໄດ້ເປີດວີຊາປະເພດໃໝ່ສຳລັບພົນລະເມືອງຕູວາລູທີ່ເປັນຜູ້ໃຫຍ່ແລະ ໃນຂະນະດຽວກັນກໍມີສັນຍານວ່າໂຄງການນີ້ຈະມີຜູ້ສະໝັກເກີນຈຳນວນຫຼວງຫຼາຍ.

ຂໍ້ມູນຢ່າງເປັນທາງການກ່ຽວກັບໂຄງການນີ້ສະແດງໃຫ້ເຫັນວ່າຊາວຕູວາລູ 3,125ຄົນ ເຂົ້າຮ່ວມການສະໝັກຂໍວີຊາແບບສຸ່ມພາຍໃນ 4 ມື້ ຫຼັງຈາກເປີດໃຫ້ລົງທະບຽນໃນອາທິດທີ່ຜ່ານມາ.

ໂຄສົກຂອງກະຊວງການຕ່າງປະເທດຂອງອົສຕຣາລີ ກ່າວວ່າ: "ແມ່ນຂໍ້ຕົກລົງປະເພດນີ້ຄັ້ງທໍາອິດໃນໂລກ ຊຶ່ງເປີດເສັ້ນທາງສໍາລັບການຍົກຍ້າຍທີ່ມີກຽດໃນຂະນະທີ່ຜົນກະທົບດ້ານສະພາບດິນຟ້າອາກາດຮ້າຍແຮງຂຶ້ນ," ຈາກຂໍ້ມູນສຳມະໂນຄົວ ທີ່ຮວບຮວມໃນປີ 2022 ລະບຸວ່າ: ປະເທດຕູວາລູ ມີປະຊາກອນ 10,643 ຄົນ.

ວີຊາດັ່ງກ່າວມີຄ່າລົງທະບຽນ 25 ໂດລາ ໂດຍສະປິດຮັບການລົງທະບຽນ ໃນວັນທີ 18 ກໍລະກົດ ຈະມາເຖິງນີ້.

ຄໍາເຫັນ

ຂ່າວຕ່າງປະເທດ

ຫຼາຍພື້ນ​ທີ່​ຢູ່​ອາ​ຟ​ຣິ​ກາ​ໃຕ້​ປະ​ສົບກັບ​ອາ​ກາດ​ຮ້ອນ

ຫຼາຍພື້ນ​ທີ່​ຢູ່​ອາ​ຟ​ຣິ​ກາ​ໃຕ້​ປະ​ສົບກັບ​ອາ​ກາດ​ຮ້ອນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 23 ພະຈິກ ຜ່ານມາວ່າ: ເນື່ອງ​ຈາກ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກປະ​ກົດ​ການ​ແອວ​ນີ​ໂຢ, ຫຼາຍ​ພື້ນ​ທີ່​ຢູ່​ອາ​ຟ​ຣິ​ກາ​ໃຕ້ປະ​ສົບ​ກັບ​ອາ​ກາດ​ຮ້ອນຮຸນ​ແຮງ​ຫວ່າງ​ມໍ່ໆ​ມາ​ນີ້, ​ເຮັດ​ໃຫ້ຄວາ​ມຕ້ອງ​ການໃຊ້​ນ້ຳ​ເພີ່ມ​ຂຶ້ນ, ຫຼາຍ​ຕົວ​ເມືອງ​ຢູ່​ອາ​ຟ​ຣິ​ກາ​ໃຕ້​ໄດ້​ປະ​ຕິ​ບັດ​ມາດ​ຕະ​ການ​ຄວບ​ຄຸມ​ການ​ໃຊ້​ນ້ຳແບບ​ແບ່ງ​ຂັ້ນ​ລະ​ດັບ.
ສີລັງກາ ເລັ່ງເຮັດຄວາມສະອາດການຮົ່ວໄຫຼຂອງນ້ຳມັນ

ສີລັງກາ ເລັ່ງເຮັດຄວາມສະອາດການຮົ່ວໄຫຼຂອງນ້ຳມັນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 23 ພະຈິກ ຜ່ານມາວ່າ: ອົງການປົກປ້ອງສິ່ງແວດລ້ອມທາງທະເລຂອງສີລັງກາ ລາຍງານວ່າ, ມີນ້ຳມັນຮົ່ວຈາກຖັງເກັບນ້ຳມັນທີ່ທ່າກຳປັ່ນໂຄລຳໂບ ຂອງສີລັງກາ ໃນເວລາປະມານ 9:30 ໂມງເຊົ້າຂອງວັນທີ 21 ພະຈິກ ຜ່ານມາ ສົ່ງຜົນໃຫ້ຮ່ອງລະບາຍນ້ຳໃນຕົວເມືອງ ແລະ ທ່າເຮືອປະມົງມຸດວາລ ທີ່ຢູ່ໃກ້ຄຽງປົນເປື້ອນນໍ້າມັນ. ໂດຍປັດຈຸບັນ, ການເຮັດຄວາມສະອາດກໍາລັງດໍາເນີນຢູ່.
COP31 ປິດລົງ ​ໂດຍບໍ່​ໄດ້ບັນລຸເອກະສານຜົນໄດ້ຮັບທີ່ຮອບດ້ານ

COP31 ປິດລົງ ​ໂດຍບໍ່​ໄດ້ບັນລຸເອກະສານຜົນໄດ້ຮັບທີ່ຮອບດ້ານ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 22 ພະ​ຈິກ ຜ່ານມາ, ກອງປະຊຸມ​​ລັດ​ພາ​ຄີ “ສົນ​ທິສັນຍາສະຫະປະຊາຊາດວ່າ​ດ້ວຍ​ຂອບການປ່ຽນແປງ​ຂອງດິນຟ້າອາກາດ” ຄັ້ງທີ 31 (COP31) ທີ່ຈັດຂຶ້ນຢູ່ນະ​ຄອນອັນຕັນຢາ ປະເທດຕວັກກີ ໄດ້ປິດລົງ. ກອງປະຊຸມຄັ້ງນີ້ໄດ້ບັນລຸຂໍ້ຕົກລົງຫຼາຍຢ່າງກ່ຽວກັບຫົວຂໍ້​ຕ່າງໆທີ່ປະເທດພວມພັດທະນາໃຫ້ຄວາມສົນໃຈຢ່າງກວ້າງຂວາງ ເຊັ່ນ: ການຫັນປ່ຽນ​ທີ່ຍຸຕິທຳ, ​ການ​ສະ​ໜອງທຶນ ແລະ ອື່ນໆ, ຂະບວນການຫຼາຍຝ່າຍຍັງສືບຕໍ່ກ້າວໄປຂ້າງໜ້າ. ແຕ່ຍ້ອນ​ການ​ບໍ່​ເຫັນ​ດີ​ຢ່າງ​ແຮງ​ຂອງບາງປະເທດກ່ຽວ​ກັບຫົວຂໍ້ຫຼັກ ເຊັ່ນ: ການ​ຫັນປ່ຽນ​ເພື່ອ​ຫຼຸດ​ພົ້ນອອກຈາກ​ການນຳ​ໃຊ້ເຊື້ອໄຟຟອດຊິວ, ກອງປະຊຸມຄັ້ງນີ້ຈຶ່ງບໍ່ສາມາດບັນລຸເອກະສານຜົນໄດ້ຮັບທີ່ຮອບດ້ານ.
ກຳປູເຈຍ ຢືນຢັນພົບຜູ້ຕິດເຊື້ອພະຍາດໝາກສຸກລີງກໍລະນີໃໝ່

ກຳປູເຈຍ ຢືນຢັນພົບຜູ້ຕິດເຊື້ອພະຍາດໝາກສຸກລີງກໍລະນີໃໝ່

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 22 ພະຈິກ ຜ່ານມາວ່າ: ກະຊວງສາທາລະນະສຸກກຳປູເຈຍໄດ້ເປີດເຜີຍວ່າ, ກຳປູເຈຍກວດພົບຜູ້ຕິດເຊື້ອພະຍາດໝາກສຸກລີງ ຫຼື Mpox ກໍລະນີໃໝ່ເປັນຄັ້ງທຳອິດ ຫຼັງຈາກບໍ່ມີການລະບາດຂອງພະຍາດດັ່ງກ່າວໃນປະເທດເປັນເວລາ 30 ເດືອນ (2.5 ປີ). ໂດຍຄົນເຈັບໄດ້ກວດພົບວ່າຕິດເຊື້ອໃນວັນທີ 20 ພະຈິກ ຜ່ານມາ, ປັດຈຸບັນກໍາລັງໄດ້ຮັບການປິ່ນປົວຢູ່ໂຮງໝໍ ແລະ ບໍ່ມີການເປີດເຜີຍລາຍລະອຽດເພີ່ມເຕີມ.
ສະຖານີອະວະກາດຈີນ ຈະຕ້ອນຮັບນັກບິນອະວະກາດຕ່າງປະເທດຄົນທຳອິດ

ສະຖານີອະວະກາດຈີນ ຈະຕ້ອນຮັບນັກບິນອະວະກາດຕ່າງປະເທດຄົນທຳອິດ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 24 ພະຈິກນີ້ ວ່າ: ກອງປະຊຸມຖະແຫຼງຂ່າວກ່ຽວກັບພາລະກິດການບິນອະວະກາດບັນທຸກຄົນ “ເຊີນໂຈ່ວ” 24 ໄດ້ຈັດຂຶ້ນຢູ່ສູນຍິງສົ່ງດາວທຽມທີ່ນະຄອນຈີວຊວນ ທາງທິດຕາເວັນຕົກສຽງເໜືອຂອງຈີນ.
ນະຄອນໂຮ່ຈິມິນ ປະກາດການວາງແຜນກຳນົດສັງລວມ ແລະ ວິໄສທັດ 100 ປີ

ນະຄອນໂຮ່ຈິມິນ ປະກາດການວາງແຜນກຳນົດສັງລວມ ແລະ ວິໄສທັດ 100 ປີ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 23 ພະຈິກ ຜ່ານມາ, ຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ໄດ້ຈັດພິທີ​ປະ​ກາດ​ການ​ວາງ​ແຜນ​ກຳນົດສັງລວມ ໄລຍະ 2025-2050, ວິໄສທັດ 100 ປີ ຂຶ້ນ​ຢູ່ສູນວາງສະແດງການວາງແຜນຜັງເມືອງ, ຕາ​ແສງອານແຄ້ງ.
ທະນາຄານລົງທຶນພື້ນຖານໂຄງລ່າງອາຊີຈະສ້າງຕັ້ງຫ້ອງການຢູ່ຮົງກົງ

ທະນາຄານລົງທຶນພື້ນຖານໂຄງລ່າງອາຊີຈະສ້າງຕັ້ງຫ້ອງການຢູ່ຮົງກົງ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 21 ພະຈິກ ຜ່ານມາ ຢູ່ເຂດບໍລິຫານພິເສດຮົງກົງຂອງຈີນ, ລັດຖະບານຈີນ ແລະ ທະນາຄານລົງທຶນພື້ນຖານໂຄງລ່າງອາຊີ ໄດ້ເຊັນ “ສັນຍາການສ້າງຫ້ອງການທະນາຄານລົງທຶນພື້ນຖານໂຄງລ່າງອາຊີຢູ່ເຂດບໍລິຫານພິເສດຮົງກົງ ລະຫວ່າງລັດຖະບານ ສາທາລະນະລັດ ປະຊາຊົນຈີນ ແລະ ທະນາຄານລົງທຶນພື້ນຖານໂຄງລ່າງອາຊີ” ເພື່ອສ້າງພື້ນຖານໃຫ້ແກ່ທະນາຄານດັ່ງກ່າວໃນການສ້າງຫ້ອງການຢູ່ຮົງກົງ.
ຍີ່ປຸ່ນ ປະສົບກັບຫິມະຕົກໜັກເຮັດໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວ 1,400 ຄົນ ຕິດຄ້າງ

ຍີ່ປຸ່ນ ປະສົບກັບຫິມະຕົກໜັກເຮັດໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວ 1,400 ຄົນ ຕິດຄ້າງ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 22 ພະຈິກ ຜ່ານມາວ່າ: ສື່ມວນຊົນທ້ອງຖິ່ນຂອງຍີ່ປຸ່ນລາຍງານວ່າ, ຫິມະຕົກໜັກໃນແຂວງຟູກຸຊິມະ ທາງພາກຕາເວັນອອກສ່ຽງເໜືອຂອງຍີ່ປຸ່ນ ເຮັດໃຫ້ຕົ້ນໄມ້ລົ້ມກີດຂວາງຖະໜົນຫຼາຍສາຍ, ເຮັດໃຫ້ຊາວບ້ານ ແລະ ນັກທ່ອງທ່ຽວຕິດຄ້າງໃນໝູ່ບ້ານແຫ່ງໜຶ່ງ ປະມານ 1,400 ຄົນ.
ຜູ້ນຳ ສ ເກົາຫຼີ ເລັ່ງຊຸກຍູ້ການແຂ່ງຂັນດ້ານ AI ລະດັບໂລກ

ຜູ້ນຳ ສ ເກົາຫຼີ ເລັ່ງຊຸກຍູ້ການແຂ່ງຂັນດ້ານ AI ລະດັບໂລກ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ທ່ານ ລີແຈມຽງ ປະທານາທິບໍດີ ສ ເກົາຫຼີ ໄດ້ຮຽກຮ້ອງໃຫ້ປະເທດເລັ່ງພັດທະນາຂີດຄວາມສາມາດດ້ານປັນຍາປະດິດ (AI) ເພື່ອແຂ່ງຂັນໃນເວທີໂລກ ໂດຍລະບຸວ່າ: ຄວາມໄວແມ່ນປັດໄຈສຳຄັນໃນການແຂ່ງຂັນ ໃນຂະນະທີ່ຢ້ຽມຢາມສູນຂໍ້ມູນທີ່ກຳລັງກໍ່ສ້າງຢູ່ເມືອງອຸລຊານ ທາງພາກຕາເວັນອອກສ່ຽງໃຕ້ຂອງປະເທດ.
ຫວຽດ​ນາມ ແລະ ​ອິນ​ໂດ​ເນ​ເຊຍ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຫຼາຍ​ດ້ານ

ຫວຽດ​ນາມ ແລະ ​ອິນ​ໂດ​ເນ​ເຊຍ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຫຼາຍ​ດ້ານ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງມໍ່ໆມານີ້ຢູ່ສຳນັກງານລັດຖະບານ ນະຄອນຫຼວງຮ່າໂນ້ຍ, ທ່ານ ຟ້າມຢາຕຸກ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ໄດ້ໃຫ້ການຕ້ອນຮັບ ທ່ານ ອາມານາທາ ຄຣິສຕຽນ ນາຊີຣ ລັດຖະມົນຕີກະຊວງການຕ່າງປະເທດ ສ ອິນໂດເນເຊຍ ເນື່ອງໃນໂອກາດຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 20 – 22 ພະຈິກ ນີ້.
ເພີ່ມເຕີມ