ບົດລາຍງານລະບຸວ່າ: ຟອດຊິວດັ່ງກ່າວມີຄວາມໂດດເດັ່ນຍ້ອນຂະໜາດໃຫຍ່ພິເສດເມື່ອທຽບກັບຕົວຢ່າງອື່ນໆຈາກໄລຍະເວລາດຽວກັນ. ໂດຍຟອດຊິວແມງດາທັງໝົດທີ່ຄົ້ນພົບຢູ່ໃນສະພາບນອນຫງາຍຊຶ່ງເປັນຮູບແບບການຮັກສາສະພາບທີ່ບໍ່ເຄີຍມີການບັນທຶກມາກ່ອນ, ພ້ອມທັງຮ່ອງຮອຍທີ່ກາຍເປັນຟອດຊິວທີ່ຊີ້ບອກວ່າສິ່ງມີຊີວິດເຫຼົ່ານັ້ນພະຍາຍາມກັບຄືນສູ່ຕຳແໜ່ງທາງທຳມະຊາດຂອງພວກມັນ.
ວາລະສານ Gondwana Research ຊຶ່ງເປັນວາລະສານສາກົນຊັ້ນນຳດ້ານທໍລະນີວິທະຍາລະບຸວ່າ: ການຄົ້ນພົບນີ້ເປັນຫຼັກຖານທີ່ຫາຍາກກ່ຽວກັບຮູບແບບພຶດຕິກຳຂອງສິ່ງທີ່ມີຊີວິດຍຸກບູຮານ, ຊ່ວຍໃຫ້ສາມາດຕີຄວາມໝາຍໂດຍອີງໃສ່ຄວາມຮູ້ທາງຊີວະວິທະຍາຮ່ວມສະໄໝ.
ການວິເຄາະຊັ້ນຫີນທາງທໍລະນີວິທະຍາຊີ້ໃຫ້ເຫັນວ່າ: ຍຸກອໍໂດວິຊຽນ ເກີດພາຍຸຮຸ່ນແຮງຕາມລະດູການເລື້ອຍໆເຮັດໃຫ້ແມງດາທະເລລວມຕົວກັນຢູ່ບໍລິເວນນ້ຳຕື້ນແຄມຝັ່ງທະເລ ຊຶ່ງປະກອບສ່ວນເຮັດໃຫ້ເກີດການຮັກສາສະພາບສິ່ງທີ່ມີຊີວິດເຫຼົ່ານີ້ໃນຊັ້ນຕະກອນທີ່ປະກົດຢູ່ໃນປັດຈຸບັນ.
ຄໍາເຫັນ