ກະຊວງກ່າວວ່າລະບຸວ່າ: ການໂຈມຕີຄັ້ງນີ້ເຮັດໃຫ້ເກີດໄຟໄໝ້ເລັກນ້ອຍຫຼັງຈາກໂດຣນສອງລຳຖືກສະກັດກັ້ນ ແລະ ຕົກໃນພື້ນທີ່ ຊຶ່ງທີມງານຕອບໂຕ້ສຸກເສີນໄດ້ຄວບຄຸມສະຖານະການໄດ້ຢ່າງວ່ອງໄວ ແລະ ບໍ່ມີລາຍງານກ່ຽວກັບການບາດເຈັບ ຫຼື ການເສຍຊີວິດ ແລະ ມີການປິດໜ່ວຍຜະລິດບາງສ່ວນຂອງໂຮງກັ່ນແຫ່ງນີ້ເພື່ອເປັນການປ້ອງກັນລ່ວງໜ້າ.
ການໂຈມຕີນີ້ເກີດຂຶ້ນທ່າມກາງຄວາມເຄັ່ງຕຶງທີ່ເພີ່ມຂຶ້ນຫຼັງຈາກການໂຈມຕີຮ່ວມກັນລະຫວ່າງ ສະຫະລັດ ອາເມຣິກາ ແລະ ອິສຣາແອນຕໍ່ອີຣ່ານໃນວັນທີ 28 ກຸມພາ ຜ່ານມາ ແລະ ອີຣ່ານຕອບໂຕ້ດ້ວຍການຍິງລູກສອນໄຟ ແລະ ໂດຣນໂຈມຕີອິສຣາແອນ ແລະ ຊັບສິນຂອງ ສະຫະລັດ ອາເມຣິກາ ທົ່ວຕາເວັນອອກກາງ.
ຄໍາເຫັນ