ຊາພັນປີຂອງລາວໄດ້ເຂົ້າຮ່ວມງານວາງສະແດງສິນຄ້ານໍາເຂົ້າ ສາກົນຈີນ ໂດຍຜ່ານທາງລົດໄຟ ລາວ-ຈີນ

ຊາພັນປີຂອງລາວໄດ້ເຂົ້າຮ່ວມງານວາງສະແດງສິນຄ້ານໍາເຂົ້າ ສາກົນຈີນ ໂດຍຜ່ານທາງລົດໄຟ ລາວ-ຈີນ
ແກະເຈ້ຍ​​​ຫຸ້ມ​ຫໍ່​ອອກ, ເອົາກ້ອນ​ຊາ​ອອກ​ມາ, ​ຈັບ​ເອົາ​ກ້ອນ​ນ້ອຍໆ​​ເຂົ້າໃສ່​​ເຕົ້າ​ນ້ຳ​ຊາ, ຊົງ​ຊາ, ເຫຍັ້ນ​ຊາ, ກິ່ນ​ຫອມ​ຫວນ​ຂອງ​ນ້ຳ​ຊາ​​ໄດ້​ປິວ​ກຸ້ມ​ໄປ​ທົ່ວ​ຮ້ານ​ວາງ​ສະ​ແດງ. ດື່ມ​ຈອກ​ໜຶ່ງ, ມີ​ລົດ​ຊາດ​ນຸ້ມ​ດີ. ຢູ່ເຂດ​ວາງ​ສະ​ແດງ​ເຄື່ອງ​ອຸ​ປະ​ໂພກ-ບໍ​ລິ​ໂພກ​ໃນ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 6 ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊຽງ​ໄຮ້ສ​ປ​ ຈີນ ​ຫວ່າງ​ມໍ່ໆ​ມາ​ນີ້, ບໍ​ລິ​ສັດ SAN WAN LAO ຍັງ​ບໍ່​ທັນ​ໄດ້​ຕັ້ງ​ຊື່​ພາ​ສາ​ຈີນ​ໃຫ້​ຜະ​ລິດ​ຕະ​ພັນ​ຊາ​ຂອງ​ຕົນ, ໄດ້​ນຳ​ມາ​ເຂົ້​າ​ຮ່ວມ​ງານ​ວາງ​ສະ​ແດງ​ຢູ່​ປະ​ເທດ​ຈີນ​ເລີຍ.
​ຕົ້ນຊາ​ພັນ​ປີ​ທີ່​ມີ​ອາ​ຍຸ 400 ຫາ 500 ປີ​ແມ່ນມີ​ຫຼາຍ. ທ່ານ​ ທ່ຽງສົມ​ສັດ ເຈົ້າ​ຂອງ​
ຮ້ານ​ດັ່ງກ່າວ​ວ່າ,ຄື​ໃບ​ຊາ​ແບບ​ນີ້​ຊົງ​ໄດ້ຫຼາຍ​ເທື່ອ, ຍັງ​​ມີ​ກິ່ນຫອມ​ຄື​ເກົ່າ. ​ພຽງ​ແຕ່ 15 ນາ​ທີເວລາ​ສັ້ນໆ​ເທົ່າ​ນັ້ນ, ກໍ​ມີ​ນັກ​ທຸ​ລະ​ກິດ​ຈາກ​ທ້ອງ​ຖິ່ນ​ຕ່າງໆ​ຂອງ​ຈີນ​ມາ​ຖາມ​ຫາ​ແຫຼ່ງ​​ທີ່​ມາ​ຂອງໃບ​ຊາ, ຮ້ານ​ວາງ​ສະ​ແດງ​ນ້ອຍໆ​ມີ​ບັນ​ຍາ​ກາດ​​ຄຶກ​ຄື້ນ​ຂຶ້ນ. ທ່ານ ​ທ່ຽງສົມ​ສັດ​ໄດ້​ພິມ QR-code ວີ​ແຊັດ​ຂອງ​ຕົນ​ ແລະ ຄູ່​ຮ່ວມ​ມື​ອອກ​ມາ, ມື້​ໜຶ່ງ​ຈະ​ສາ​ມາດ​ພົວ​ພັນ​ກັບ​ລູກ​ຄ້າ​ທີ່​ມີ​ຈຸດ​ປະ​ສົງ​ຄ້າ​ຂາຍ​ນຳ​ກັນ​ໄດ້ຫຼາຍ​ສິບ​ຄົນ. ຄັ້ງນີ້ເປັນ​ຄັ້ງ​ທີ 3 ແລ້ວ ທີ່ ​ທ່ານທ່ຽງສົມ​ສັດ​ ນຳ​ເອົາ​ຜະ​ລິ​ດ​ຕະ​ພັນ​ຊາ​ມາ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​. ປີຜ່ານມາ ທ່ານ​ໄດ້​ຂົນ​ສົ່ງ​ຊາ​ເຫຼົ່າ​ນີ້ຈ​າກ​ນະ​ຄອນຫຼວງວຽງ​ຈັນ​ໄປ​ເຖິງ​ນະ​ຄອນ​ຄຸນ​ໝິງ​ຂອງ​ຈີນໂດຍ​ຜ່ານ​ທາງ​ລົດ​ໄຟ ​ລາວ-ຈີນແລ້ວ​ຂົນ​ສົ່ງ​ໄປ​ເຖິງ​ນະ​ຄອນ​ຊຽງ​ໄຮ້​ໂດຍ​ຜ່ານ​ລະ​ບົບ​ຈໍ​ລະ​ຈອນ​ສິນ​ຄ້າ​ທີ່​ວ່ອງ​ໄວ​ຂອງ​ຈີນ.
ພາຍຫຼັງ​ເປີດ​ນຳ​ໃຊ້​ທ​າງ​ລົດ​ໄຟລາວ-ຈີນ ແລ້ວ, ການ​ຂົນ​ສົ່ງ​ຊາ​ພັນ​ປີ​ຂອງ​ລາວ​ໄປ​ຈີນ​ແມ່ນ​ປະ​ຢັດ​ເວ​ລາ​ໄດ້​ເຖິງ 2 ສ່ວນ 3. ໃນ​ອະ​ນາ​ຄົດ, ພວກ​ເຮົາ​ຈະ​ນຳ​ໃຊ້​ເງື່ອນ​ໄຂ​ທີ່​ດີ​ເຫຼົ່າ​ນີ້​ຢ່າງ​ເຕັມ​ທີ່ເພື່ອ​ເຜີຍ​ແຜ່​ຊາ​ພັນ​ປີ​ຂອງ​ລາວ​ໄປ​ເຖິງປະ​ເທດ​ຕ່າງໆ​​ຢູ່ໃນ​ໂລກໂດຍ​ຜ່ານ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ ແລະ ຕະຫຼາດ​ຈີນ, ສ້າງ​ຄວາມ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ລາວຫຼາຍກວ່າ​ເກົ່າ​ດ້ວຍ​ອຸດ​ສາ​ຫະ​ກຳ​ຊາ​. ທ່ານ​ ໄຊ​ສົມ​ພອນ ຫົວ​ໜ້າ​ກົມ​ສົ່ງ​ເສີມ​ການ​ຄ້າ​ກະ​ຊວງ​ອຸດ​ສາ​ຫະ​ກຳ​​ ແລະ ການ​ຄ້າ​ລາວ​ກ່າວ​.
ນອກ​ຈາກ​ຊາ​ພັນ​ປີ​ແລ້ວ, ຜະ​ລິດ​ຕະ​ພັນ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ອື່ນໆ​ຂອງ​ປະ​ເທດ​ລາວ​​ໄດ້​ຖືກ​ຂົນ​ສົ່ງ​ໄປ​ເຖິງ​ແລວເສດຖະກິດແມ່ນນໍ້າຢາງຊີກຽງ ໂດຍ​ຜ່ານ​ທາງ​ລົດ​ໄຟ ລາວ-ຈີນ, ການ​ຮ່ວມ​ມື​ໄດ້​ມາ​ຈ​າກ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ, ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ຍັງ​ຈະ​ສາ​ມາດ​ຂະ​ຫຍາຍ​ໄປ​ເຖິງ​ຂອບ​ເຂດ​ທີ່ກວ້າງ​ຂວາງກວ່າ​ນີ້.
ໃນ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 5 ທີ່​ຈັດ​ຂຶ້ນ​ໃນ​ປີ​ຜ່ານ​ມາ, ເຂດຢາງ​ຜູ​ນະ​ຄອນ​ຊຽງ​ໄຮ້ ແລະ ກົມ​ສົ່ງ​ເສີມ​ການ​ຄ້າ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ​ ການ​ຄ້າ​ລາວ​ໄດ້​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ, ​ສ້າງ​ຂົວ​ຕໍ່​ລະ​ຫວ່າງ​ລັດ​ຖະ​ບານເພື່ອ​ດຳ​ເນີນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ.
ປັດ​ຈຸ​ບັນ​ນີ້, ຄຽງ​ຄູ່​ກັບ​ໂຄງ​ການ​ຮ່ວມ​ມື​ໄດ້​ຮັບ​ການ​ຈັດ​ຕັ້ງປະ​ຕິ​ບັດ​ເປັນ​ຈຳ​ນວນຫຼວ​ງຫຼາຍ, ຫໍ​ວາງ​ສະ​ແດງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ຂອງສ​ປ​ປ ລາວ ​ກໍ​ຈະ​ເປີດ​ນຳ​ໃຊ້​ຢູ່​ເຂດຢາງ​ຜູ ພາຍຫຼັງ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ປີ​ນີ້ ຊຶ່ງ​ແມ່ນ​ຫໍ​ວາງ​ສະ​ແດງລະ​ດັບ​ຊາດທີ່​ໂຮມ​ສູນ​ວາງ​ສະ​ແດງ​ຜົນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິ​ດ​ການ​ຄ້າ ສ​ປ​ປ ລາວ​ແຫ່ງ​ທຳ​ອິດທີ່​ສ້າງ​ຕັ້ງ​ຢູ່​ຕ່າງ​ປະ​ເທດຊຶ່ງ​ຈະ​ວາງ​ສະ​ແດງ​ພາບ​ພົດ​ແຫ່ງ​ຊາດ​ຂອງ ​ສ​ປ​ປ ລາວ​, ມິດຕະ​ພາບ​ລາວ-ຈີນແລະ ການຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດຕະຫຼອດ​ປີ.
ທ່ານ ​ໂຈ່ວ​ເສິງ​ຢູ ຫົວ​ໜ້າ​ຜູ້​ແທນ​ສະ​ພາ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ລາວ​ປະ​ຈຳ​ນະ​ຄອນ​ຊຽງໄຮ້​ກ່າວ​ວ່າ: ປະເທດລາວ​ມີ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ທີ່​ອຸ​ດົມ​ສົມ​ບູນເຊັ່ນ: ເຂົ້າ, ໝາກ​ໄມ້, ໃບ​ຊາ ແລະ ກາ​ເຟ​ເປັນ​ຕົ້ນ. ໂດຍ​ອີງ​ໃສ່​ລະ​ບົບ​ທຸ​ລະ​ກິດ​ເອເລັກ​ໂຕ​ຣ​ນິກທີ່​ເຂັ້ມ​ແຂງ​ຂອງ​ນະ​ຄອນ​ຊຽງ​ໄຮ້, ຜະ​ລິດ​ຕະ​ພັນ​ລາວ​ສາ​ມາດ​ເຂົ້າ​ຫາ​ລູກ​ຄ້າ​ຈີນ​ໄດ້​ຢ່າງວ່ອງ​ໄວ​ໂດຍ​ຜ່ານ​ທາງ​ລົດ​ໄຟ​ ລາວ-ຈີນ ແລະ ​ລະ​ບົບ​ທຸ​ລະ​ກິດ​ເອເລັກ​ໂຕ​ຣ​ນິກ.
​ໜຶ່ງປີ​ມາ​ນີ້, ທ່ານ​ໂຈ່ວ​ເສິງ​ຢູ ​ໄດ້​ເດີນ​ທາງ​ລະ​ຫວ່າງ​ນະ​ຄອນຫຼວງວຽງ​ຈັນ ຫາ​ ນະ​ຄອນ​ຊຽງ​ໄຮ້ ຫຼາຍ​ກວ່າສິບ​ເທື່ອ, ໄດ້​ນຳ​ເອົາ​ເຕັກ​ນິກ​ສີ​ຂຽວ​ຕ່າງໆ​ຂອງ​ນະ​ຄອນ​ຊຽງ​ໄຮ້ເຊັ່ນ: ເຕັກ​ນິກ​ສະ​ສົມ​ພະ​ລັງ​ງານ​ແບບ​ໃໝ່​ເປັນ​ຕົ້ນ​ໄປ​ສູ່​ປະ​ເທດ​ລາວທີ່​ມີ​ຊັບ​ພະ​ຍາ​ກອນ​ພະ​ລັງ​ງານ​ລົມ, ພະ​ລັ​ງ​ງານ​ແສງ​ຕາ​ເວັນ ແລະ ພະ​ລັງ​ງານ​ນ້ຳ​ທີ່​ອຸ​ດົ​ມສົມ​ບູນເພື່ອ​ຊຸກ​ຍູ້​ໃຫ້​ການ​ພັດ​ທະ​ນາ​ຂະ​ແໜງ​ການ​ພະ​ລັງ​ງານ​ຂອງ​ລາວ​ຫັນ​ເປັນ​ແບບ​ດີ​ຈີ​ຕອນ. ເຊື່ອ​ໝັ້ນ​ວ່າ, ອີກ​ບໍ່​ດົນ, ລົດ​ເຮືອນ​ທີ່​ນຳ​ໃຊ້​ພະ​ລັງ​ງານ​ສະ​ອາດ​ຂອງ​ຈີນຈະໄດ້​ຮັບ​ຄວາ​ມ​ນິ​ຍົມ​ຊົມ​ຊອບ​ຈາກ​ຂະແໜງ​ການ​ທ່ອງ​ທ່ຽວ​ຂອງ​ປະເທດ​ລາວ. ແຫຼ່ງຂ່າວ: ສໍານັກຂ່າວສານຊິນຮວາ, ໜັງສືພິມລາຍວັນປະຊົນຈີນ ບັນນາທິການ: Yang Chunmei

ຄໍາເຫັນ

ຂ່າວຕ່າງປະເທດ

ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ

ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ

ຂ່າສານຊີອາໄອລາຍງານວ່າ: ນັບ​ແຕ່​ວັນ​ທີ 18 ທັນ​ວາ 2025 ເປັນ​ຕົ້ນ​ໄປ, ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ​ຢ່າງ​ເປັນ​ທາງ​ການ.
ຈີນ ແລະ ອາຊຽນປະຕິບັດຕາມຄຳໝັ້ນສັນຍາ​ຂອງ​ຕົນ​ພາຍ​ໃນສັນຍາປາຣີດ້ວຍພຶດຕິກຳຕົວຈິງ

ຈີນ ແລະ ອາຊຽນປະຕິບັດຕາມຄຳໝັ້ນສັນຍາ​ຂອງ​ຕົນ​ພາຍ​ໃນສັນຍາປາຣີດ້ວຍພຶດຕິກຳຕົວຈິງ

ປີນີ້ເປັນປີຄົບ​ຮອບ 10 ປີ​ຂອງການເຊັນສັນຍາປາຣີ​ວ່າ​ດ້ວຍ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ (2015-2025), ສ່ວນການຄຸ້ມຄອງດິນຟ້າອາກາດກຳລັງຢືນຢູ່ໃນທາງສີ່ແຍກແຫ່ງປະຫວັດສາດ. ດ້ານໜຶ່ງແມ່ນຍ້ອນສະພາບຂ້ຽວຂາດທີ່ການເພີ່ມຂຶ້ນຂອງອຸນຫະພູມທົ່ວໂລກໄດ້ແຕະຕ້ອງເສັ້ນ​ຕ້ອງ​ຫ້າມ​ແດງ​ລະ​ດັບ1,5 ອົງສາ ຫຼາຍຄັ້ງ ແລະ ເກີດ​ສະ​ພາບອາກາດຮຸນແຮງເລື້ອຍໆ; ອີກດ້ານໜຶ່ງແມ່ນ​ຍ້ອນສະພາບຄວາມຫຍຸ້ງຍາກດ້ານການບໍລິຫານທີ່ລັດທິຝ່າຍດຽວເງີຍໜ້າຂຶ້ນ ແລະ ບາງປະເທດບໍ່ສາມາດປະຕິບັດຕາມຄຳໝັ້ນສັນຍາ​ຂອ​ງ​ຕົນຢ່າງທັນການ. ແຕ່ຈີນ ແລະ ບັນດາປະເທດ​ສະ​ມາ​ຊິກອາຊຽນໄດ້ໃຫ້ຄຳຕອບຂອງບັນ​ຫາດັ່ງກ່າວດ້ວຍພຶດຕິກຳຕົວຈິງແບບສີຂຽວ ຄື: ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດທີ່ກ່ຽວ​ຂ້ອງກັບຊາຕາກຳຂອງມວນມະນຸດ, ມີແຕ່ຢຶດໝັ້ນລັດທິຫຼາຍຝ່າຍ ແລະ ລົງເລິກການຮ່ວມມືຕົວຈິງ ຈຶ່ງຈະສາມາດເຮັດໃຫ້ຄຳໝັ້ນສັນຍາໃນສັນຍາປາຣີກາຍເປັນການເຄື່ອນໄຫວຕົວຈິງເພື່ອ​ປົກ​ປ້ອງໂລກ.
ເສດ​ຖະ​ກິດ​ຈີນ ​ໄດ້​ຮັກ​ສາ​ສະ​ພາບ​ຄວ​າມ​ໝັ້ນ​ທ່ຽງ ທ່າ​ອ່ຽງ​ກ້າວ​ໄປ​ໜ້າ ແລະ ຄວາມ​ໝັ້ນ​ໜຽວ

ເສດ​ຖະ​ກິດ​ຈີນ ​ໄດ້​ຮັກ​ສາ​ສະ​ພາບ​ຄວ​າມ​ໝັ້ນ​ທ່ຽງ ທ່າ​ອ່ຽງ​ກ້າວ​ໄປ​ໜ້າ ແລະ ຄວາມ​ໝັ້ນ​ໜຽວ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 8 ທັນ​ວາ ຜ່ານມາ, ໂຕ​ເລກ​ສະ​ຖິ​ຕິ​ທີ່​ເຜີຍ​ແຜ່​ໂດຍ​ລັດ​ຖະ​ບານ​ຈີນ​ສະ​ແດງ​ເຫັນ​ວ່າ, ໃນ 11 ເດືອນ​ຂອງ​ປີ 2025, ຍອດ​ມູນ​ຄ່າ​ນຳ​ເຂົ້າ-ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ໄດ້​ຂອງ​ຈີນ​ມີ​ເຖິງ 41,210 ຕື້ຢວນ, ເພີ່ມ​ຂຶ້ນ 3.6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024. ໃນ​ນັ້ນ, ຍອດ​ມູນ​ຄ່າ ນຳ​ເຂົ້າ-ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ຂອງ​ເດືອນພະ​ຈິກ​ໄດ້​ເພີ່ມ​ຂຶ້ນ 4.1% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024 ຊຶ່ງ​ໄດ້​ຮັກ​ສາ​ການ​ເຕີບ​ໂຕ​ເປັນ​ເວ​ລາ 10 ເດືອນ​ລຽ​ນ​ຕິດ ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024. ນັກ​ວິ​ເຄາະ​ຊີ້​ໃຫ້​ເຫັນ​ວ່າ, ໂຄງ​ປະ​ກອບ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້​ປັບ​ປຸງ​ດີ​ຂຶ້ນ​ເລື້ອຍໆ, ປ່ອຍ​ພະ​ລັງ​ຂັບ​ເຄື່ອນ​ໃໝ່​​ຢ່າງຕໍ່​ເນື່ອງ, ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໝັ້ນ​ໜຽວ​ທີ່​ເຂັ້ມ​ແຂງ.
ຍ້ອນ​ຫຍັງ​ດິ​ສ​ນີ​​ບໍ່​ສາ​ມາດ​ເບິ່ງ​ຂ້າມ​ຕະຫຼາດ​ຈີນ

ຍ້ອນ​ຫຍັງ​ດິ​ສ​ນີ​​ບໍ່​ສາ​ມາດ​ເບິ່ງ​ຂ້າມ​ຕະຫຼາດ​ຈີນ

ຫວ່າງ​ມໍ່ໆ​ມາ​ນີ້, ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ເລື່ອງ“ ‌Zootopia 2” ຢູ່​ແຜ່ນ​ດິນ​ໃຫຍ່​ຈີນ​ບັນ​ລຸຫຼາຍກວ່າ 2 ຕື້ຢວນຊຶ່ງບໍ່​ພຽງ​ແຕ່​ໄດ້​ສ້າງ​ສະ​ຖິ​ຕິ​ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ກາ​ຕູນ​ທີ່​ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດ​ໃນ​ປະ​ຫວັດ​ສາດ​ຮູບ​ເງົາ​ຈີນ​ໃໝ່​ເທົ່າ​ນັ້ນ, ຍິ່ງ​ໄດ້​ລື່ນ​ກາຍ​ຕະຫຼາດ​ອາ​ເມ​ຣິ​ກາ​ເໜືອ​ແລ້ວ​ກາຍ​ເປັນ​ຕະຫຼາດ​ທີ່​ໄດ້​ຂາຍ​ປີ້​ເຂົ້າ​ຊົມຫຼາຍ​ທີ່​ສຸດ​ໃນ​ໂລກອີກ​ດ້ວຍ. ກ່ອນ​ຈະ​ໄດ້​ສາຍ​ຮູບ​ເງົາ​ເລື່ອງ​ນີ້, ຜູ້​ບໍ​ລິ​ໂພກ​ຈີນ​ກໍ​ໄດ້​ພົບ​ເຫັນ​ຊັບ​ສິນ​ທາງ​ປັນ​ຍາ (IP)ນີ້​ໃນ​ຊີ​ວິດ​ປະ​ຈຳ​ວັນ​ເລື້ອຍໆເຊັ່ນ: ຈອກ​ກາ​ເຟ​ Luckin ​ທີ່​ໄດ້​ແຕ້ມ​ໂປ​ສ​ເຕີ​ຮູບ​ເງົາ​ໃສ່, ເສື້ອ​ເຊີດ​ທີ່​ມີ​ຮູບ​ກາ​ຕູນ​ຮູບ​ເງົາ​ຂອງ UNIQLO, ​ກ່ອງ​ສຸ່ມຂອງ POP MART ແລະ​ ອື່ນໆ. ຈາກ​ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ເຖິງ​ຜະ​ລິດ​ຕະ​ພັນ​ຕ່າງໆ​ຮ່ວມ​ມື​ກັບ​ຍີ່​ຫໍ້​ຕ່າງໆ ໄດ້​ພິ​ສູດ​ໃຫ້​ເຫັນ​ເຖິງ​ຖາ​ນະ​ທີ່​ທົດ​ແທນ​ບໍ່​ໄດ້​ຂອງ​ຕະຫຼາດ​ຈີນ​ໃນ​ຍຸດ​ທະ​ສາດ​ທົ່ວ​ໂລກ​ຂອງ​ບໍ​ລິ​ສັດ​ດິ​ສ​ນີ.
AI ສາມາດຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ 151 ຕື້ໂດລາ

AI ສາມາດຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ 151 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້: ບົດລາຍງານຈາກສະພາວິທະຍາສາດ ແລະ ວິສະວະກຳທາງເຕັກໂນໂລຊີຂອງອົສຕຣາລີເປີດເຜີຍວ່າ, ການນຳໃຊ້ປະໂຫຍດຈາກປັນຍາປະດິດ (AI) ສາມາດຊ່ວຍຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ151 ຕື້ໂດລາ ໃນທົດສະວັດຕໍ່ໄປ.
ກຳປູເຈຍ ສົ່ງອອກເຄື່ອງນຸ່ງຫົ່ມ ເກີບ ແລະ ສິນຄ່າເດີນທາງ ມູນຄ່າ 13.6 ຕື້ໂດລາ

ກຳປູເຈຍ ສົ່ງອອກເຄື່ອງນຸ່ງຫົ່ມ ເກີບ ແລະ ສິນຄ່າເດີນທາງ ມູນຄ່າ 13.6 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ກະຊວງການຄ້າຂອງກຳປູເຈຍໄດ້ປະກາດວ່າ, ກຳປູເຈຍໄດ້ສົ່ງອອກເຄື່ອງນຸ່ງຫົ່ມ, ແຜ່ນແພ, ເກີບ ແລະ ສິນຄ້າດ້ານການເດີນທາງ ມູນຄ່າ 13.6 ຕື້ໂດລາ ໃນໄລຍະ 10 ເດືອນທຳອິດຂອງປີ 2025 (ມັງກອນ-ຕຸລາ), ເພີ່ມຂຶ້ນ 20% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ.
COP30ຮັບຮອງເອົາສັນ​ຍາ​ການເຄື່ອນ​ໄຫວ​ດ້າ​ນ​ດິນ​ຟ້າ​ອາ​ກາດສະບັບໃໝ່

COP30ຮັບຮອງເອົາສັນ​ຍາ​ການເຄື່ອນ​ໄຫວ​ດ້າ​ນ​ດິນ​ຟ້າ​ອາ​ກາດສະບັບໃໝ່

ຂ່າວສານຊີອາໄອລາຍງານ ຫວ່າງບໍ່ດົນມານີ້ວ່າ: ກອງປະຊຸມພາຄີຂອບ​ສົນ​ທິສັນ​ຍາວ່າດ້ວຍການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາ​ກາດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຄັ້ງທີ 30 (COP30) ໄດ້ສໍາເລັດລົງໃນວັນທີ 22 ​ພະ​ຈິກ ຜ່ານມາ​ຢູ່​ນະ​ຄອນເບເລມ ​ພາກ​ເໜືອຂອງ​ປະ​ເທດບ​ຣາ​ຊິນ. ກອງປະຊຸມໄດ້ຮັບຮອງເອົາສັນ​ຍາ​ໂດຍ​ລວມ​ກ່ຽວ​ກັບ​ການເຄື່ອນ​ໄຫວ​ດ້ານດິນ​ຟ້າ​ອາ​ກາດ​ສະ​ບັບ​ໃໝ່ ຄື: "ການລະດົມທົ່ວໂລກ: ​ສາ​ມັກ​ຄີ ແລະ ປະ​ສານ​ງານ​ກັນເພື່ອ​ຮັບ​ມື​ກັບສິ່ງທ້າທາຍຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ", ໂດຍຮຽກຮ້ອງໃຫ້ບັນດາປະເທດຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາ​ກາ​ດ​ຢ່າງ​ເປັນ​ເຈົ້າ​ການ ແລະ ເລັ່ງການເຄື່ອນ​ໄຫວດ້ານ​ດິນ​ຟ້າ​ອາ​ກາດ​ທີ່​ກ່ຽວ​ຂ້ອງ.
ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 8.2% ໃນ 20 ມື້ທຳອິດຂອງເດືອນພະຈິກ

ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 8.2% ໃນ 20 ມື້ທຳອິດຂອງເດືອນພະຈິກ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ຫ້ອງການພາສີຂອງ ສ ເກົາຫຼີໄດ້ປະກາດ ວ່າ, ການສົ່ງອອກຂອງ ສ ເກົາຫຼີ ໃນລະຫວ່າງວັນທີ 1-20 ພະຈິກ ເພີ່ມຂຶ້ນ 8.2% ເມື່ອທຽບກັບປີກ່ອນເປັນ 38.5 ຕື້ໂດລາ ທຽບກັບ 35.6 ຕື້ໂດລາໃນໄລຍະດຽວກັນຂອງປີກາຍ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການsemiconductorແລະ ລົດຍົນທີ່ເຂັ້ມແຂງ.
ເພີ່ມເຕີມ