ຫົວໜ້າຂະແໜງຄຸ້ມຄອງຊັບສິນແຫ່ງລັດ, ທ່ານ ໂຊກສະຫວັນ ເພັດຣາສີ ຜູ້ຈັດການບໍລິສັດ ເອັສເອັມພີ ທີ່ປຶກສາຈໍາກັດຜູ້ດຽວ, ມີທ່ານ ສີໄຄ້ ລຽງສະຫວັດ ຮອງຫົວໜ້າພະແນກການເງິນແຂວງ, ທ່ານ ບຸນເລີຍ ນັນທະວົງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ເນື້ໃນໃນສັນຍາດັ່ງກ່າວ, ແມ່ນເພື່ອກໍ່ສ້າງພັດທະນາໂຮງແຮມ ແລະຮ້ານອາຫານ ຢູ່ທີ່ບ້ານໂນນມີໄຊ ເມືອງລະມາມ ແຂວງເຊກອງ ໃນເນື້ອທີ່ 20,917 ຕາແມັດ, ມູນຄ່າເຊົ່າເລີ່ມຕົ້ນສັນຍາ 3,108.32 ໂດລາສະຫະລັດຕໍ່ປີ, ອາຍຸສັນຍາສຳປະທານ 30 ປີ ສາມາດຕໍ່ໄດ້ໃນຂອບສັນຍາເດີມ, ຄ່າເຊົ່າເພີ່ມຂຶ້ນ 5% ທຸກໆ 5 ປີ ໂດຍໃຫ້ເລີ່ມເກັບຄ່າເຊົ່ານັບແຕ່ມື້ໂຄງການກໍ່ສ້າງສໍາເລັດ ແລະ ເປີດບໍລິການຢ່າງເປັນທາງການ ຊຶ່ງຄາດວ່າຈະສໍາເລັດໃນຕົ້ນປີ 2026.
ທ່ານ ສີໄຄ້ ລຽງສະຫວັດ ກ່າວວ່າ: ຈຸດປະສົງ ຂອງໂຄງການດັ່ງກ່າວ ເພື່ອແນໃສ່ນຳໃຊ້ທ່າແຮງທີ່ບົ່ມຊ້ອນຢ່າງມີປະສິດທິຜົນ ແລະ ຍືນຍົງ, ຊຸກຍູ້ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ທັງເປັນການສ້າງໃບໜ້າໃໝ່ໃຫ້ແຂວງເຊກອງ, ອັນສໍາຄັນແມ່ນ ເປັນການກະກຽມຄວາມພ້ອມດ້ານພື້ນຖານໂຄງລ່າງ ເພື່ອຮອງຮັບການເປັນເຈົ້າພາບງານມະຫາກໍາກິລານັກຮຽນມັດທະຍົມທົ່ວປະເທດ ຄັ້ງທີ VIII ໃນປີ 2027 ກໍຄື ເພື່ອຮອງຮັບແຂກ, ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ຈະເຂົ້າມາທ່ຽວແຂວງເຊກອງ.
(ຂ່າວ-ພາບ: ສັນຍາ)
ຄໍາເຫັນ